Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວໄຂກອງປະຊຸມໃຫຍ່ ຄັ້ງທີ 9 ຂອງພັກ
Anonymous

Date:
ລາວໄຂກອງປະຊຸມໃຫຍ່ ຄັ້ງທີ 9 ຂອງພັກ


ລາວໄຂກອງປະຊຸມໃຫຍ່ ຄັ້ງທີ 9 ຂອງພັກ

ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວໄດ້ໄຂຂຶ້ນຢ່າງເປັນທາງການ ໃນມື້ນີ້, ວັນພະຫັດທີ 17 ມີນາ ເພື່ອເລືອກເອົາຄະນະກໍາມະການບໍລິຫານງານສູນ ກາງພັກຊຸດໃໝ່.

l-9th-congress-opening.jpg
ຮູບຈາກ: Songrit Pongern

ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຕິວັດປະຊາຊົນລາວ ທີ່ໄຂຂຶ້ນ ຢ່າງເປັນທາງການ ໃນວັນພະຫັດທີ 17 ມີນາ 2011 ນີ້

ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວ

ໄດ້ເລີ້ມຂຶ້ນຢ່າງເປັນທາງການໃນມື້ນີ້, ວັນພະຫັດທີ 17
ມີນາ 2011 ນີ້ ພາຍໃຕ້ການເປັນປະທານຂອງທ່ານຈູມ
ມະລີ ໄຊຍະສອນ ​ເລຂາ​ທິການ​ໃຫຍ່ຂອງ​ພັກ ​ແລະປະທານ​ປະ​ເທດ​ລາວ​ຄົນ​ປັດຈຸບັນ
ແລະ​ມີ​ບັນດາ​ຜູ້​ແທນສົມບູນ​ຈຳນວນ 576 ຄົນ​ທີ່ຕາງໜ້າໃຫ້​ແກ່​ສະມາຊິກ​ພັກ​ຫລາຍ​ກວ່າ
191,700 ຄົນ​ຈາກ​ທົ່ວ​ປະ​ເທດ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມຄັ້ງນີ້.

http://www.voanews.com/templates/mediaDisplay.html?mediaPath=http://www.voanews.com/MediaAssets2/lao/dalet/Laos%20Party%20Congress%20Opened_17Mar.Mp3&mediaContentID=118155929

__________________


Veteran Member

Status: Offline
Posts: 78
Date:

ຊ່ອຍບອກຈໍານວນນັກວິຊາສະເພາະທີ່ຈົບປະຣິນຍາຕຣີ ໂທ ເອກ ແລະຈົບສາດສະດາຈານໃຫ້ຮູ້ແດ່, ຂອບໃຈ.

__________________
Anonymous

Date:

ຜູ້ສະຫມັກທັງຫມົດມີ 190 ທ່ານ, ເພດຍິງ 47 ທ່ານ.
- ຜູ້ສະຫມັກຈາກສູນກາງມີ 47 ທ່ານ, ເພດຍິງ 12 ທ່ານ.
- ຜູ້ສະຫມັກທ້ອງຖິ່ນ 143 ທ່ານ, ເພດຍິງ 35 ທ່ານ.
- ສສຊ ຊຸດທີ VI ສືບຕໍ່ສະຫມັກ 45 ທ່ານ, ເພດຍິງ 11 ທ່ານ.
- ລັດວິສາຫະກິດ 4 ທ່ານ, ເພດຍິງ 0 ທ່ານ.
- ວິສາຫະກິດເອກະຊົນ 5 ທ່ານ, ເພດຍິງ 1 ທ່ານ.
2/. ໂຄງປະກອບດ້ານເຜົ່າ:
- ຫມວດພາສາລາວ-ໄຕ ມີ 140 ທ່ານ.
- ຫມວດພາສາມອນ-ຂະແມ ມີ 28 ທ່ານ.
- ຫມວດພາສາມົ້ງ-ອິວມຽນ ມີ 15 ທ່ານ.
- ຫມວດພາສາຈີນ-ຕິເບດ ມີ 7 ທ່ານ.
3/.ໂຄງປະກອບດ້ານອາຍຸ:
- ອາຍຸ 45 ປີລົງມາ ມີ 26 ທ່ານ.
- ອາຍຸ 46 - 50 ປີ ມີ 42 ທ່ານ.
- ອາຍຸ 51 - 55 ປີ ມີ 58 ທ່ານ.
- ອາຍຸ 56 - 60 ປີ ມີ 43 ທ່ານ.
- ອາຍຸ 61 ປີຂຶ້ນໄປ ມີ 23 ທ່ານ.
4/.ໂຄງປະກອບດ້ານວິຊາສະເພາະ:
- ຊັ້ນຕົ້ນ ມີ 4 ທ່ານ,  ຊັ້ນກາງ ມີ 18 ທ່ານ,  ຊັ້ນສູງ ມີ 55 ທ່ານ, ປະລິນຍາຕີມີ 55 ທ່ານ, ປະລິນຍາໂທມີ 36 ທ່ານ, ປະລິນຍາ
ເອກມີ 22 ທ່ານ.
5/. ລະດັບທິດສະດີ: ມີ 186 ທ່ານ ໄດ້ຜ່ານຮຽນທິດສະດີການເມືອງນັບແຕ່ຊັ້ນຕົ້ນຂຶ້ນໄປ.
6/. ພາກສ່ວນ ແລະ ວິຊາຊີບ:
- ຈາກຂົງເຂດພັກ ມີ 24 ທ່ານ,
- ຈາກຂົງເຂດເສດຖະກິດ ມີ 24 ທ່ານ,
-ຈາກຂົງເຂດວັດທະນະທຳ-ສັງຄົມ ມີ 21 ທ່ານ,
- ຈາກຂົງເຂດ ປກສ-ປກຊ ມີ 19 ທ່ານ, 
- ຈາກອົງການນິຕິບັນຍັດ ມີ 35 ທ່ານ,
- ຈາກອົງການແນວ ແລະ ອົງການມະຫາຊົນ ມີ 38 ທ່ານ,
- ຈາກຂົງເຂດປົກຄອງ ແລະ ຕຸລາການ ມີ 20 ທ່ານ,
- ຈາກລັດວິສາຫະກິດມີ 4 ທ່ານ,
- ຈາກວິສາຫະກິດເອກະຊົນ ມີ 5 ທ່ານ.


__________________


Veteran Member

Status: Offline
Posts: 78
Date:

ຂ້ອຍຢາກຮູ້ຈໍານວນຜູ່ຈົບວິຊາສະເພາະທີ່ໄດ້ເຂົ້າເປັນສະມາຊິກພັກ ບໍ່ແມ່ນຈໍານວນຜູ່ລົງສະຫມັກເລືອກຕັ້ງ, ແຕ່ເຖິງຢ່າງໃດ໋ກໍ່ຂໍຂອບໃຈນໍາທ່ານຜູ່ບໍ່ປະສົງອອກນາມທີ່ໄດ້ກັອບເອົາມາໃຫ້ອ່ານ. ຕາມທີ່ໄດ້ຍິນທ່ານບຸນທອງ ຈິດມະນີ ຂຶ້ນອ່ານກົດລະບຽບຂອງພັກ ປາກົດວ່າສະມາຊິກພັກທີ່ຈົບຊັ້ນວິຊາສະເພາະມີແຕ່ຂັ້ນປະຣິນຍາເອກ ແຕ່ບໍ່ຈື່ຈໍານວນ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard