Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວນອກຈະຊ່ອຍການສຶກສາໃນລາວໄດ້ແນວໃດ໋?
ພິມພາ

Date:
ລາວນອກຈະຊ່ອຍການສຶກສາໃນລາວໄດ້ແນວໃດ໋?

ລອງເຂົ້າໄປຟັງທັດສະນະຂອງນັກສຶກສາມະຫາວິທະຍາໄລແຫ່ງຊາດໃຫ້ສໍາພາດກັບນັກຂ່າວເອເຊັຍເສຣີກ່ຽວກັບການສຶກສາໃນປະເທດລາວ. ທ່ານຄິດວ່າແນວໃດ໋?
http://www.rfa.org/lao/feature/political-analysis/lao-overseas-and-education-in-laos-02022011170935.html

__________________
Anonymous

Date:

ພິມພາ wrote:

 ເປັນໄປຍາກ ກັບພວກຜະເດັດການ ເພາະວ່າຟັກແລະຣັດ ຢ້່ານຄົນພາຍນອກຈະມາປັ່ນປວ່ນດ້ານແນວຄິດໄຫ້ແກ່ຄົນລາວພາຍໃນ , ທຸກສີ່ງຢ່າງຕອ້ງຟັງແລະປະຕິບັດຕາມແນວທາງຂອງຟັກແລະຣັດ , ຖ້າວ່າຈະຊອ່ຍດ້ານເງີນຄຳກໍ່ຕອ້ງໄດ້ຜ່ານເຈົ້າຫນ່າທີ່ຂອງເພີ່ນອີກ ເພື່ອຈະຮອດມືຂອງນັກສຶກສາ ຈະ ເຫລືອພໍເທົ່າໃດ ?

__________________
Anonymous

Date:

Lao PDR under communist system of one party rule and become dictator the Lao people can not vote for President.
Lao Nork can not help lao nai because Laos is not democratic system . i can not help Lao Nai.

__________________
Anonymous

Date:

ເທົ່າທີ່ ຂ້າພະເຈົ້າ ໄດ້ສົນທະນາກັບຄົນລາວດ້ວຍກັນຢູ່ຕ່າງປະເທດ ຜູ້ທີ່ມີການສຶກສາດີ ຫຼື ປະກອບວິຊາອາຊີບດີທີ່
ເຂົາຮຽນຈົບຢູ່ຕ່າງປະເທດ ຫຼາຍໆທ່ານກໍມີຄວາມຍິນດີ ພ້ອມດ້ວຍເຈດຕະນາດີທີ່ຈະຊ່ວຍເຫຼືອ ປຊຊລາວ ກໍຄືລູກ
ຫຼານຂອງຄົນລາວດ້ວຍກັນ ເພື່ອຢາກໄຫ້ລູກຫຼານ ໂດຍສະເພາະຜູ້ທຸກຈົນ ຫຼືຜູ້ທີ່ມີໂອກາດແລ້ວ ກໍ່ສົ່ງເສີມໄຫ້ດີຂື້ນ
ໄປເລື້ອຍໆ  ແຕ່ເຂົາເຈົ້າກໍ່ບໍ່ຮູ້ຈະໄຊ້ວິທີການແນວໃດ  ເພື່ອວ່າຈະຫຼີກເວັ້ນຄວາມລະແວງໃນແນວທີ່ບໍ່ດີ ໂດຍທີ່ເຂົາ
ບໍ່ມີຈຸດປະສົງ. ຖ້າວ່າ ທາງລັດຖບານ ສປປລ ມີມະຕິຄົ້ນຄ້ວາດີໆ ຊອກຊ່ອງທາງ ຫຼື ຈັດຕັ້ງອົງການໃດ-ນຶ່ງທີ່ບໍ່ຂື້ນ
ກັບລັດຖບານ ຫຼືຈະຂື້ນກັບລັດຖບານກໍແລ້ວແຕ່  ຂໍສິ່ງສຳຄັນກໍຄື ຄວາມຮູ້ສືກປອດໃພ ແລະ ໃວ້ວາງໃຈໄດ້. ຂ້າພະ
ເຈົ້າຄິດວ່າ ບັນຫານີ້ ຄວນຈະສຶກສາເພີ່ມເຕີ່ມ ເຊີ່ງເປັນຜົນດີທີ່ສຸດຕໍ່ປະເທດຊາດ ລັດຖບານພໍພຽງລົງທຶນເວລາ
ຊອກຊ່ອງທາງທີ່ເໝາະສົມເທົ່ານັ້ນ ຄົງຈະມີປະໂຫຍດຫຼາຍໆກ່ວາ ທີ່ຈະມານັ່ງສຳມະນາ ທິດສະດີ ມາກຣ-ເລນິນ ອັນ
ນີ້ແມ່ນທັສະນະຂອງຂ້າພະເຈົ້າ

__________________
Anonymous

Date:

ເລື້ອງການຊ່ວຍເຫຼືອຄົນລາວໃນປະເທດນັ້ນ ຖ້າວ່າຄົນລາວນອກຕ້ອງການຊ່ວຍດ້ວຍຄວາມບໍລິສຸດໃຈແທ້ບໍ່ຈໍາເປັນຕ້ອງຂື້ນກັບອົງກອນຫຼືລັດຖະບານກໍໄດ້ເຈົ້າ ສາມາດເອົາເງິນດັ່ງກ່າວມາໃຫ້ຊ່າວບ້ານເປັນຄົນສ້າງແລະເຈົ້າສາມາດຕິດຕາມດ້ວຍຕົວເຈົ້າເອງໄດ້ ຫຼືມີໂອກາດມາຍາມລາວອາດມາງຈິດຈະກໍາໄດ້ໜຶ່ງເຊັ່ນ ເອົາປື້ມ ສໍ ມາໃຫ້ນັກຮຽນຕາມຊົນນະບົດກໍ່ໄດ້. ແຕ່ເທົ່າທີ່ເຫັນຄົນລາວນອກມາຢາມບ້ານເກີດປະມານ 10% ເທົ່ານັ້ນທີ່ະຕິບັດ ສ່ວນຫຼາຍແມ່ນມັກໄປຊອກຫາກິນເຫຼົ້າກິນເບຍນໍາຜູ້ສາວນ້ອຍພູ້ນ. ຖ້າຕ້ອງການສ້າງໂຮງຮຽນບໍ່ມີບັນຫາຫຍັງດອກດ່ຽວນີ້ຢູ່ບ້ານເຮົາປະເທດ ເກົາຫຼີໄຕ້ ແລະຍີປຸ່ນກໍໃຫ້ການຊ່ວຍເຫືອຈໍານວນພັນກວ່າຫຼັງທົ່ວປະເທດ. ຫຼືທ່ານສາມາດຊ່ວຍເຫຼືອໂດຍຜ່ານອົງການສະຫະປະຊາຊາດກໍ່ໄດ້. ຖ້າປະເທດລາວບໍ່ມີຫຍັງດີອົງການຕ່າງຊາດຕ່າງເຂົ້າບໍ່ໃຫ້ການສະນັບສະໜູນລາວນອກໃຫ້ເບິ່ງຫຼາຍແງ່ແດ່ບໍ່ແມ່ນຈະຈົມຢູ່ກັບແຕ່ ອາດີດ

(ຈາກຄົນລູກຫຼານລຸ້ນໃໝ່ໃນລາວ)

__________________
Anonymous

Date:

Anonymous wrote:

ແມ່ນ ເຈົ້າເວົ້າຖືກຕ້ອງ
ການຊ່ອຍເຫລືອການສິກສາໃນລາວມີຫລາຍວິທີ
ແຕ່ຄົນທີ່ຈະຊ່ອຍຕ້ອງມີຄວາມບໍລິສຸດໃຈແລະເຈດຕະນາດີ ບໍ່ໄດ້ຫວັງຜົນທາງການເມືອງ

__________________
Anonymous

Date:

ການປັບປຸງແລະສົ່ງເສີມການສຶກສາ ບໍ່ໝາຍແຕ່ພຽງວ່າ ການກໍ່ສ້າງອາຄານໂຮງຮຽນ ຄິດວ່າ ເມື່ອຢາກຈະໝູນໄຊ້
ການຫັນປ່ຽນລະບົບການສຶກສາ ມັນກໍຕ້ອງພົວພັນທາງດ້ານການເມືອງ ທັງກົງແລະທັງອ້ອມ ເພາະມັນກໍນອນຢູ່ໃນ
ແຜນນະໂຍບາຍຂອງພັກລັດທີ່ວາງອອກ ໃນເມື່ອມີແຕ່ໂຕະກັບຕັ່ງນັ່ງ ບໍ່ມີເດັກມາຮຽນ ເພາະເຂົາຕ້ອງໄຊ້ເວລາໄປ
ຊ່ວຍສ້າງເສຖກິດຄອບຄົວພໍ່ແມ່ ຫຼື ບໍ່ເຊ່ນນີ້ກໍ່ບໍ່ມີຄູສອນກໍ່ບໍ່ມີຄວາມໝາຍ ຍ້ອນຄູບາງຄົນບໍ່ມີເວລາ ເພາະຕ້ອງໄດ້ຍາດແຍ່ງເວລາໄປເຮັດ
ທຸລະກິດສ່ວນຕົວ ເພື່ອລ້ຽງຊີບຄອບຄົວ ດ້ວຍເຫດຜົນເງີນເດືອນບໍ່ກຸ້ມກິນ ຫຼື ໄປກ່ວານີ້ບໍ່ມີເລີຍ ໂດຍສະເພາະໃນ
ເຂດຊົນນະບົດ. ບັນຫານີ້ກໍສະທ້ອນເຖີງຄຸນນະພາບພື້ນຖານການສຶກສາເຊ່ນກັນ ຈາກບັນຫານີ້ ກໍອີກບັນຫາຄູໃນ
ຕົວເມືອງ ທີ່ຕ້ອງການປັບຕົວກັບສັງຄົມວັດຖຸ ເກີດມີກໍລະນີແບ່ງແຍກຖານະຄອບຄົວຂອງເດັກນ້ອຍນັກຮຽນ
ດ້ວຍຄວາມຫັວງຈາກສີນບົນຕ່າງໆຂອງຜູ້ເປັນພໍ່ແລະແມ່ ສີ່ງດັ່ງກ່າວນີ້ລ້ວນແລ້ວແຕ່ເປັນການທ່ວງດຶງຕໍ່ອານາ
ຄົດຂອງການສຶກສາ ເຊີ່ງຢູ່ໃນບັນດາປະເທດທີ່ເຂົາພັດທະນາແລ້ວ ຮັບເອົາບໍ່ໄດ້

__________________
Anonymous

Date:

ເກີດເປັນຄົນຢ່າຈົມຢູ່ກັບອາດີດຫຼາຍຂ້ອຍວ່າເຈົ້າຄືສິບໍ່ໄດ້ກັບມາລາວຈັກເທື່ອເນາະບໍ່ເຫັນວ່າບ້ານເຮົາປ່ຽນແປງໄປໃນທິດທາງໃດ 
ຢ້ານບໍ່ມີຄູສອນ ຢ້ານການສໍລາດບັງຫຼວງ ຄັນຄິດຄືເຈົ້າຂ້ອຍວ່າບໍ່ມີການປ່ຽນແປງໄປໃນແນວທາງທີ່ດີຂື້ນດອກ. ຂ້ອຍຖາມເຈົ້າແດ່ເປັນຫຍັງ ເປັນຫຍັງ ມີຫຼາຍປະເທດເຂົາໃຫ້ການຊ່ວຍເຫຼືອລາວພັດທະນາໂຄງລ້າງ ເຊັ່ນ: ການສຶກສາ, ການແພດ, ການຄົມມະນາຄົມ ແລະ ອີກຫຼາຍໆວຽກເຂົາບໍ່ເຫັນຫຍຸງກ່ຽວດ້ານການເມືອງ. ຖ້າຢາກພັດທະນາປະເທດຊາດການສຶກສາຕ້ອງມາກ່ອນ ຖ້າຄົນທຸກຄົນມີຄວາມຮູ້ເລື້ອງການເມືອງມັນຄ່ອຍປ່ຽນໄປຕາມສະພາບແວດລ້ອມຕົວຈິງ. ເຫັນບໍ່ຢູ່ບາງປະເທດທີ່ປົກຄອງແບບປະຊາທິປະໄຕ ເຊັ່ນ: ໄທ ຍີຢິບ ເວລາປະທ້ວງເປັນຫຍັງຈັງຂ້າປະຊາຊົນ.

__________________
Anonymous

Date:

ພວກລາວນອກຕ້ອງການຊ່ວຍລາວແຕ່ບໍ່ຮູ້ວິທີ ຈະຊ່ວຍແນວໃດ ຂ້ອຍອ່ານແລ້ວຢາກຫົວ ເວົ້າຄືຄົນບໍ່ມີການສຶກສາເນາະ. ຢູ່ລາວມີອົງການຈັດຕັ້ງສາກົນຫຼາຍອົງການທີ່ສະໜັບສະໜູນການສຶກສາ ຫຼືຜ່ານອົງການສະຫະປະຊາຊາດ ຜ່ານສະຖານທູດປະເທດດັ່ງກ່າວປະຈໍາລາວ ຫຼື ຖ້າມີໂອກາດມ່ຢຽມລາວສາມາດຈັດຕັ້ງປະຕິບັດດ້ວຍຕົນເອງ ການຊ່ວຍເຫຼືອຄົນອື່ນບໍ່ຫຍຸງຍາກຖ້າບໍຫວັງຜົນຕອບແທນ. ລາວນອກຜູ້ທີ່ບໍ່ຫຍັງຜົນປະໂຫຍດທາງການເມືອງ ແຕ່ມີຈໍານວນໜ້ອຍນຶ່ງທີ່ຫວັງຜົນທາງການເມືອງອ້າງນັ້ນອ້າງນີ້ ອ້າງວ່າບໍ່ມີປະຊາທິປະໄຕ ເປັນຄອມມູນິດ ດີແຕ່ເວົ້າບໍ່ຊ່ວຍຫຍັງປະເທດຕົນເອງເລີຍພວກນີ້ຄືພວກຫຍັງຜົນປະໂຫຍດ. ຖ້າມັນຊວຍຍາກບ້ານນັ້ນກໍ່ບໍ່ຕ້ອງຊ່ວຍດອກ ເພາະມີຫຼາຍອົງການຈັດຕັ້ງສາກົນຢູ່ທີ່ສະໜັບສະໜູນການສຶກສາໃນລາວ

ອ່ານຄໍາເຫັນຂອງທ່ານສອງສາມເທື່ອ ແຕ່ກໍ່ຍັງບໍ່ເຊື່ອສາຍຕາຂອງຕົນເອງວ່າຄົນທີ່ມີການສຶກສາຄືທ່ານຈະເວົ້າອອກມາໄດ້ແບບນີ້. ຄົນລາວທີ່ອົບພະຍົບໄປຢູ່ຕ່າງປະເທດຫລາຍຄົນບໍ່ໄດ້ຈົບປະຣິນຍາແຕ່ເຂົາເຈົ້າກໍ່ມີຈິດໃຈດີຢາກຊ່ອຍເຫລືອສົ່ງເຫລືອການສຶກສາໃນລາວແລະຫລາຍໆຄົນກໍ່ໄດ້ຊ່ອຍ
ສ້າງແລະສ້ອມແປງໂຮງຮຽນໃນທ້ອງຖິ່ນທີ່ເຂົາເຈົ້າເກີດແລະໃຫຍ່ເທົ່ານັ້ນ. ຕາມທີ່ຮູ້ ມູນນິທິລາວອາເມຣິກັນ(Lao-american Foundatio)ມີໂຄງການຈະຊ່ອຍສ້າງໂຮງຮຽນໃນແຂວງອຸດົມໄຊ ຈໍາປາສັກແລະແຂວງບໍລິຄໍາໄຊ ຊຶ່ງມີມູນການກໍ່ສ້າງປະມານ ໗໐ ລ້ານໂດລາ.
ບາງທ້ອງຖິ່ນ ກ່ອນຈະມີການສ້າງຫລືສ້ອມແປງໂຮງຮຽນ, ຄະນະບ້ານຕ້ອງໄດ້ສະເໝີໄປຫາສຶກສາເມືອງ ສຶກສາແຂວງແລະກະຊວງສຶກສາກ່ອນ ເມືອເພິ່ນອະນຸຍາດຈຶ່ງສາມາດລົງມືກໍ່ສ້າງໄດ້. ຊາມຊິໄດ້ຮັບອະນຸຍາດກໍ່ກິນເວລາຫລາຍເດືອນແລະເສັຍຄ່າຫລຸ້ຍຫ້ຽນສິ້ນເປືອງໄປຈໍານວນໝຶ່ງ, ຖ້າເອົາເງິນຈໍານວນນັ້ນມາຊື້ອຸບປະກອນການຮຽນໃຫ້ນັກຮຽນກໍ່ໄດ້ຫລາຍສົມຄວນ. ຂ້ອຍຄຶດວ່າ ຖ້າລັດຖະບານຕັດຂັ້ນຕອນໃນການປະກອບເອກະສານລົງກໍ່ຄົງຈະດີກ່ວານີ້.

http://laovoices.com/2010/12/09/lao-american-foundation-to-build-education-health-facilities/

__________________
Anonymous

Date:

Anonymous wrote:

ພວກລາວນອກຕ້ອງການຊ່ວຍລາວແຕ່ບໍ່ຮູ້ວິທີ ຈະຊ່ວຍແນວໃດ ຂ້ອຍອ່ານແລ້ວຢາກຫົວ ເວົ້າຄືຄົນບໍ່ມີການສຶກສາເນາະ. ຢູ່ລາວມີອົງການຈັດຕັ້ງສາກົນຫຼາຍອົງການທີ່ສະໜັບສະໜູນການສຶກສາ ຫຼືຜ່ານອົງການສະຫະປະຊາຊາດ ຜ່ານສະຖານທູດປະເທດດັ່ງກ່າວປະຈໍາລາວ ຫຼື ຖ້າມີໂອກາດມ່ຢຽມລາວສາມາດຈັດຕັ້ງປະຕິບັດດ້ວຍຕົນເອງ ການຊ່ວຍເຫຼືອຄົນອື່ນບໍ່ຫຍຸງຍາກຖ້າບໍຫວັງຜົນຕອບແທນ. ລາວນອກຜູ້ທີ່ບໍ່ຫຍັງຜົນປະໂຫຍດທາງການເມືອງ ແຕ່ມີຈໍານວນໜ້ອຍນຶ່ງທີ່ຫວັງຜົນທາງການເມືອງອ້າງນັ້ນອ້າງນີ້ ອ້າງວ່າບໍ່ມີປະຊາທິປະໄຕ ເປັນຄອມມູນິດ ດີແຕ່ເວົ້າບໍ່ຊ່ວຍຫຍັງປະເທດຕົນເອງເລີຍພວກນີ້ຄືພວກຫຍັງຜົນປະໂຫຍດ. ຖ້າມັນຊວຍຍາກບ້ານນັ້ນກໍ່ບໍ່ຕ້ອງຊ່ວຍດອກ ເພາະມີຫຼາຍອົງການຈັດຕັ້ງສາກົນຢູ່ທີ່ສະໜັບສະໜູນການສຶກສາໃນລາວ

ອັນນີ້ເປັນພຽງທັດສະນະສ່ວນຕົວຂອງຜູ້ກ່ຽວ  ຜົນປະກົດກໍບໍ່ມີຫັຍງ ໃນກໍລະນີຈະແກ້ໃຂ  ມີຊາດໃດອີກຈະຮັກ

ລາວແທ້ຄືຄົນລາວດ້ວຍກັນ? ໃນເມື່ອ ຢາກຊ່ວຍຕົວເອງກໍຕ້ອງຊອກວິທີທາງທີ່ສອດຄ່ອງ ແລະ ເຂົ້າໃຈບັນຫາ

ທຸກບັນຫາຍ່ອມມີວິທີການແກ້ໃຂທີ່ຖືກຕ້ອງ

__________________
buckhum

Date:

ຢູ່ລາວມີອົງການຈັດຕັ້ງສາກົນຫຼາຍອົງການທີ່ສະໜັບສະໜູນການສຶກສາ ຫຼືຜ່ານອົງການສະຫະປະຊາຊາດ ຜ່ານສະຖານທູດປະເທດດັ່ງກ່າວປະຈໍາລາວ

ທ່ານເວົ້າມາກໍ່ຖືກ ແຕ່ເປັນຫຍັງມັນບໍ່ກ້າວໝ້າ ?
ຍ້ອນວ່າຣັຖບານ ບໍ່ເອົາໃຈໃສ່ໃນການບໍຣິຫານ
ການຈະພັທະນາການສຶກສາໃຫ້ກ້າວໝ້າຕ້ອງມີ: Power Group ໄປດ້ວຍກັນ,

1.ຜູ່ປົກຄອງ
2.ຄູຣ/ນັກຮຽນ
3.ປະຊາຊົນຊາວບ້ານ
4.ຜູ້ເຖົ້າຜູ້ແກ່
5.ນາຍບ້ານ
6.ອົງການທອ້ງຖິ່ນ.ແລະອົງການເອກະຊົນຕ່ານໆໆໆໆໆໆໆ............

ສ້າງໂຮງຮຽນຂື້ນມາກໍບໍ່ມີ່ຜົນກ້າວໝ້າຫຍັງ..ໃນການສືກສາ ຖ້າບໍ່ມີ Power Group. ແລະຂາດ......
ຄຸນນະພາບ. ຄຣູ
ຄຸນນະພາບ. ນັກຮຽນ
ຄຸນນະພາບ. ໂຮງຮຽນ

__________________
Anonymous

Date:

ເອົາ 3 ອົງກອນ ມາລວມກັນ

ພໍແມ່ຜູ້ປົກຄອງ
ນັກຮຽນ ນັກສືກສາ
ຄຣູ ອາຈາຣຍ  ພຮະສົງ

ສູມຄວາມຄີດ ຫາທາງ ຫລາຍທາງ ຫລາຍວີທີ ຫາທາງອອກ ຫາວີທີແກ້ປັນຫາ
ບໍກຽວການເມືອງ ບໍຄີດທຳລາຍຄວາມມັນຄົງພາຍໃນປະເທສ
ໄປສືກສາ ເບີງງານຕ່າງປະເທສ ຫາຄວາມຮູ້ໃຫມ່ ໆ

ຄົນລາວຢູ່ຕ່າງປະເທສ ກໍເຊັນກັນ ຕັງອົງກອນ ຫລື ມູນນີທີຂື້ນ

ສ ສີຫາຮາຊ Falls church VA 

__________________
Anonymous

Date:

Anonymous wrote:

ເລື້ອງການຊ່ວຍເຫຼືອຄົນລາວໃນປະເທດນັ້ນ ຖ້າວ່າຄົນລາວນອກຕ້ອງການຊ່ວຍດ້ວຍຄວາມບໍລິສຸດໃຈແທ້ບໍ່ຈໍາເປັນຕ້ອງຂື້ນກັບອົງກອນຫຼືລັດຖະບານກໍໄດ້ເຈົ້າ ສາມາດເອົາເງິນດັ່ງກ່າວມາໃຫ້ຊ່າວບ້ານເປັນຄົນສ້າງແລະເຈົ້າສາມາດຕິດຕາມດ້ວຍຕົວເຈົ້າເອງໄດ້ ຫຼືມີໂອກາດມາຍາມລາວອາດມາງຈິດຈະກໍາໄດ້ໜຶ່ງເຊັ່ນ ເອົາປື້ມ ສໍ ມາໃຫ້ນັກຮຽນຕາມຊົນນະບົດກໍ່ໄດ້. ແຕ່ເທົ່າທີ່ເຫັນຄົນລາວນອກມາຢາມບ້ານເກີດປະມານ 10% ເທົ່ານັ້ນທີ່ະຕິບັດ ສ່ວນຫຼາຍແມ່ນມັກໄປຊອກຫາກິນເຫຼົ້າກິນເບຍນໍາຜູ້ສາວນ້ອຍພູ້ນ. ຖ້າຕ້ອງການສ້າງໂຮງຮຽນບໍ່ມີບັນຫາຫຍັງດອກດ່ຽວນີ້ຢູ່ບ້ານເຮົາປະເທດ ເກົາຫຼີໄຕ້ ແລະຍີປຸ່ນກໍໃຫ້ການຊ່ວຍເຫືອຈໍານວນພັນກວ່າຫຼັງທົ່ວປະເທດ. ຫຼືທ່ານສາມາດຊ່ວຍເຫຼືອໂດຍຜ່ານອົງການສະຫະປະຊາຊາດກໍ່ໄດ້. ຖ້າປະເທດລາວບໍ່ມີຫຍັງດີອົງການຕ່າງຊາດຕ່າງເຂົ້າບໍ່ໃຫ້ການສະນັບສະໜູນລາວນອກໃຫ້ເບິ່ງຫຼາຍແງ່ແດ່ບໍ່ແມ່ນຈະຈົມຢູ່ກັບແຕ່ ອາດີດ

(ຈາກຄົນລູກຫຼານລຸ້ນໃໝ່ໃນລາວ)

ຂ້ອຍຄິດວ່າການທີ່ຕ່າງປະເທດຫລືອົງການທີ່ບໍ່ຂຶ້ນກັບລັດຖະບານໃຫ້ການຊ່ອຍເຫລືອລັດຖະບານລາວຈ້ອງມີເງື່ອນໄຂຫລືມຈຸດປະສົງຢາກໄດ້ສິ່ງຕອບແທນຈາກລັດຖະບານລາວບໍ່ນ້ອຍກໍ່ຫລາຍ. NO SUCH FREE LUNCH ຕ່າງແຕ່ວ່າເຂົາຈະຮຽກຮ້ອງເອົາຄືນໃນຮູບການໃດ໋ແລະເວລາໃດ໋ເທົ່ານັ້ນ.

__________________
Anonymous

Date:

Anonymous wrote:

ພວກລາວນອກຕ້ອງການຊ່ວຍລາວແຕ່ບໍ່ຮູ້ວິທີ ຈະຊ່ວຍແນວໃດ ຂ້ອຍອ່ານແລ້ວຢາກຫົວ ເວົ້າຄືຄົນບໍ່ມີການສຶກສາເນາະ. ຢູ່ລາວມີອົງການຈັດຕັ້ງສາກົນຫຼາຍອົງການທີ່ສະໜັບສະໜູນການສຶກສາ ຫຼືຜ່ານອົງການສະຫະປະຊາຊາດ ຜ່ານສະຖານທູດປະເທດດັ່ງກ່າວປະຈໍາລາວ ຫຼື ຖ້າມີໂອກາດມ່ຢຽມລາວສາມາດຈັດຕັ້ງປະຕິບັດດ້ວຍຕົນເອງ ການຊ່ວຍເຫຼືອຄົນອື່ນບໍ່ຫຍຸງຍາກຖ້າບໍຫວັງຜົນຕອບແທນ. ລາວນອກຜູ້ທີ່ບໍ່ຫຍັງຜົນປະໂຫຍດທາງການເມືອງ ແຕ່ມີຈໍານວນໜ້ອຍນຶ່ງທີ່ຫວັງຜົນທາງການເມືອງອ້າງນັ້ນອ້າງນີ້ ອ້າງວ່າບໍ່ມີປະຊາທິປະໄຕ ເປັນຄອມມູນິດ ດີແຕ່ເວົ້າບໍ່ຊ່ວຍຫຍັງປະເທດຕົນເອງເລີຍພວກນີ້ຄືພວກຫຍັງຜົນປະໂຫຍດ. ຖ້າມັນຊວຍຍາກບ້ານນັ້ນກໍ່ບໍ່ຕ້ອງຊ່ວຍດອກ ເພາະມີຫຼາຍອົງການຈັດຕັ້ງສາກົນຢູ່ທີ່ສະໜັບສະໜູນການສຶກສາໃນລາວ

ຖ້າທ່ານ ຫຽມ ພົມມະຈັນ ໄດ້ເຂົ້າມາອ່ານຄໍາເມັ້ນຂອງເຈົ້າ ຢ້ານເພິ່ນບໍ່ໃຫ້ເຈົ້າກິນເຂົ້າສາມຄາບພຸ້ນເດີ. ລັດຖະບານລາວລົງທຶນສົ່ງທ່ານ ຫຽມ ອອກໄປປຸກລະດົມຂົນຂວາຍພີ່ນ້ອງຊາວລາວຢູ່ຢູໂລບແລະອາເມລິກາໃຫ້ເຂົ້າມາຊ່ອຍພັດທະນາສ້າງສາບ້ານເມືອງ ເຈົ້າເວົ້າແບບຂີ້ອົ່ງຂີ້ຄຸຍໃສ່ເຂົາເຈົ້າ. ແມ່ນຢູ່ເຈົ້າຮັ່ງມີແລ້ວບໍ່ຕ້ອງການຄວາມຊ່ອຍເຫລືອຈາກໃຜ ແຕ່ຄົນທຸກຈົນຢູ່ບ້ານເຮົາຍັງມີຫລາຍແລະຍັງຕ້ອງການຄວາມຊ່ອຍເຫລືອຈາກເຂົາເຈົ້າຢູ່.

__________________
Anonymous

Date:

ຟັງຈາກ RFA  ນີ້ບໍ່ ຄວາມເຫັນຂອງ ປຣີຍາເອກລາວ
ພວກທ່ານຟັງແລ້ວຮູ້ສຶກແນວໃດ? ມັນເປັນຄວາມຄິດ ຂອງຊາວນາ ທຳມະດາ
ຄົນໜຶ່ງຊື່ໆ ບອກລາວຮຽນຕື່ມ ວິທີການ ແລກປ່ຽນນັກສຶກສາ ລະຫວ່າງປະເທດ
ກ່ອນເຈົ້າຈະໄປເຂົ້າປະເທດເຂົາ ເຈົ້າຈະຕ້ອງຈ່າຽປະກັນສັງຄົມ ແລ້ວເຂົາຈະ
ຖາມ ຕົວເລກເງິນຖະນາຄານຂອງເຈົ້າກ່ອນ  ແລ້ວແຕ່ ແຕ່ລະປະເທດ ບໍ່ຕຳ່ກວ່າ
2ໝື່ນ$  ຢ່າງໜ້ອຽ ຈຶ່ງຈະເຊັນວິສາໃຫ້ເຈົ້າ  ອັນນີ້ຂ້ອຽວ່າ ໄປຢ້ຽມຢາມຊື່ໆ
ຖ້າໄປຮຽນນັ້ນຍິ່ງກວ່ານີ້.

__________________
Anonymous

Date:

buckhum wrote:

ຢູ່ລາວມີອົງການຈັດຕັ້ງສາກົນຫຼາຍອົງການທີ່ສະໜັບສະໜູນການສຶກສາ ຫຼືຜ່ານອົງການສະຫະປະຊາຊາດ ຜ່ານສະຖານທູດປະເທດດັ່ງກ່າວປະຈໍາລາວ

ທ່ານເວົ້າມາກໍ່ຖືກ ແຕ່ເປັນຫຍັງມັນບໍ່ກ້າວໝ້າ ?
ຍ້ອນວ່າຣັຖບານ ບໍ່ເອົາໃຈໃສ່ໃນການບໍຣິຫານ
ການຈະພັທະນາການສຶກສາໃຫ້ກ້າວໝ້າຕ້ອງມີ: Power Group ໄປດ້ວຍກັນ,

1.ຜູ່ປົກຄອງ
2.ຄູຣ/ນັກຮຽນ
3.ປະຊາຊົນຊາວບ້ານ
4.ຜູ້ເຖົ້າຜູ້ແກ່
5.ນາຍບ້ານ
6.ອົງການທອ້ງຖິ່ນ.ແລະອົງການເອກະຊົນຕ່ານໆໆໆໆໆໆໆ............

ສ້າງໂຮງຮຽນຂື້ນມາກໍບໍ່ມີ່ຜົນກ້າວໝ້າຫຍັງ..ໃນການສືກສາ ຖ້າບໍ່ມີ Power Group. ແລະຂາດ......
ຄຸນນະພາບ. ຄຣູ
ຄຸນນະພາບ. ນັກຮຽນ
ຄຸນນະພາບ. ໂຮງຮຽນ

ເຫັນພັກລັດເພື່ອກໍໃຫ້ຄວາມສໍາຄັນພິເສດຢູ່ໃດ ບໍ່ຕ້ອງເປັນຫ່ວງວ່າຈະບໍມີຄູສອນ. ສ້າງໄວ້ກ່ອນກໍ່ໄດ້ ຕ້ອງເຮັດສິ່ງໃດໜຶ່ງໃຫ້ເປັນຮູບເປັນຮ່າງກ່ອນ ອັນນີຍັງມີແຕ່ແນວທາງຊິໆເອົາມາຜິດກັນລະ. ລາວນອກສ່ວນຫຼາຍມີຈິດໃຈດີງາມ ແຕ່ເທົ່າທີ່ເຫັນມີຈໍານວນໜ້ອຍນຶ່ງເຮັດໃຫ້ປາຕົວດຽວເນົາໝົດຄ່ອງເຊັ່ນ: ເຫັນພັກເສລີປະຊາທິປະໄຕຂອງລາວນອກໂຄສະນາຊວນເຊື່ອຕໍ່ຕ້ານລັດທະບານເຫັນອອກທະແຫຼງການແຕ່ລະຄັ້ງເຫັນ ດ່າແຕ່ລັດທະບານ ບໍ່ແມ່ນຂ້ອຍພ້ອມລັດຖະບານດອກຄວນອ້າງເຖິງຈຸດດີແລະຈຸດອ່ອນໄປພ້ອມໆກັນ. ເຈົ້າມີຄວາມເຫັນແນວໃດເທົ່າທີຂ້ອຍຮູ້ຫຼາຍປະເທດເຂົາໃຫ້ທຶນນັກສຶກສາລາວໄປສຶກສາຢູ່ປະເທດເຂົາເຊັ່ນ: ການາດາ ສະວິດ ນິວຊີແລນ ອົດສຕາລີ ຍີ່ປ່ນ ເກົາຫຼີໄຕ... ແຕ່ບໍ່ເຫັນ ອາເມລິກາໃຫ້ທຶນນັກສຶກສາລາວເລີຍ.

__________________
Anonymous

Date:

ຄວາມເຫັນຂອງຂ້ອຽ ແມ່ນບໍ່ຕ້ອງການ ລາວນອກມາຊ່ອຽເຫລືອ ໂດຽລວມເງິນ
ຜູ້ລະ 100-200$ ແລະຄົນລາວນອກມີຈັກຄົນ ທີ່ຈະຊ່ອຽລາວ ເຮົາລືມມັນໄປ
ເລີຽ!    ເງິນເລັກໆນ້ອຽໆຢ່າເອົາມາສ້າງບັນຫາ ທັ້ງໆທີ່ເຈົ້າກໍ່ຮູ້ຢູ່ແລ້ວ.ຈິດໃຈ
ແລະສາຽຕາຄົນລາວ ທຸກມື້ນີ້ ຖືເລື່ອງ  ຕົວະ, ເລື່ອງ ຕົ້ມ, ເລື່ອງ ໂກງ ເປັນ
ເລື່ອງທຳມະດາ ໜ້າຕາເສີຽໆ ເປັນຕາອາຽເຂົາແທ້ໆ

ເລື່ອງແກ້ບັນຫາຕ່າງໆຂອງຊາດ ນັ້ນມັນຂຶ້ນຢູ່ນຳນະໂຍບາຽຂອງລັດຖະບານ ຢ່າ
ເອົາບັນຫາ ເລັກໆນ້ອຽມາຖົກຖຽງກັນ  ດີບໍ່ດີຈະເສັຽພີ່ເສັຽນ້ອງຊໍ້າ ທັ້ງໆທີ່ເມື່ອ
ກ່ອນເຄີຽກິນດິບກິນສຸກ ຮ່ວມສະຫາຽມາ ຂ້ອຽຄິດວ່າ ຖ້າລັດຖະບານມີສະໝອງ
ດີ ມີນະໂຍບາຽປ່ອງໃສ   ຄົນລາວນອກຈະກັບບ້ານ ຈົນເຄື່ອງບິນຂົນບໍ່ທັນ.
ແຕ່ລັດຖະບານ ຍັງໂງ່ຄື 36ປີຜ່ານມາ  ມື້ໜຶ່ງເມື່ອUSAແລະຍູໂລບ ຕ້ອງການ
ໃຫ້ 3ຊາດ lao-viet-khmer ວຸ່ນວາຽ ຈະບອກໃຫ້ເຈົ້າຮູ້ກ່ອນວ່າ ສູນອົບ
ພະຍົບຢູ່ເມືອງໄທ ບໍ່ມີແລ້ວເນີ !

ເພິ່ນມີໃຫ້ຢຸ່ເດີ ລອງເຂົ້າໄປອ່ານຕາມລິ້ງລຸ່ມນີ້ແລ້ວທ່ານຈະໄດ້ຄໍາຕອບ

http://laos.usembassy.gov/educational-exchange.html

__________________
Anonymous

Date:

ຄວາມເຫັນຂອງຂ້ອຽ ແມ່ນບໍ່ຕ້ອງການ ລາວນອກມາຊ່ອຽເຫລືອ ໂດຽລວມເງິນ
ຜູ້ລະ 100-200$ ແລະຄົນລາວນອກມີຈັກຄົນ ທີ່ຈະຊ່ອຽລາວ ເຮົາລືມມັນໄປ
ເລີຽ!    ເງິນເລັກໆນ້ອຽໆຢ່າເອົາມາສ້າງບັນຫາ ທັ້ງໆທີ່ເຈົ້າກໍ່ຮູ້ຢູ່ແລ້ວ.ຈິດໃຈ
ແລະສາຽຕາຄົນລາວ ທຸກມື້ນີ້ ຖືເລື່ອງ  ຕົວະ, ເລື່ອງ ຕົ້ມ, ເລື່ອງ ໂກງ ເປັນ
ເລື່ອງທຳມະດາ ໜ້າຕາເສີຽໆ ເປັນຕາອາຽເຂົາແທ້ໆ

ເລື່ອງແກ້ບັນຫາຕ່າງໆຂອງຊາດ ນັ້ນມັນຂຶ້ນຢູ່ນຳນະໂຍບາຽຂອງລັດຖະບານ ຢ່າ
ເອົາບັນຫາ ເລັກໆນ້ອຽມາຖົກຖຽງກັນ  ດີບໍ່ດີຈະເສັຽພີ່ເສັຽນ້ອງຊໍ້າ ທັ້ງໆທີ່ເມື່ອ
ກ່ອນເຄີຽກິນດິບກິນສຸກ ຮ່ວມສະຫາຽມາ ຂ້ອຽຄິດວ່າ ຖ້າລັດຖະບານມີສະໝອງ
ດີ ມີນະໂຍບາຽປ່ອງໃສ   ຄົນລາວນອກຈະກັບບ້ານ ຈົນເຄື່ອງບິນຂົນບໍ່ທັນ.
ແຕ່ລັດຖະບານ ຍັງໂງ່ຄື 36ປີຜ່ານມາ  ມື້ໜຶ່ງເມື່ອUSAແລະຍູໂລບ ຕ້ອງການ
ໃຫ້ 3ຊາດ lao-viet-khmer ວຸ່ນວາຽ ຈະບອກໃຫ້ເຈົ້າຮູ້ກ່ອນວ່າ ສູນອົບ
ພະຍົບຢູ່ເມືອງໄທ ບໍ່ມີແລ້ວເນີ !

__________________
Anonymous

Date:

Anonymous wrote:

ຟັງຈາກ RFA  ນີ້ບໍ່ ຄວາມເຫັນຂອງ ປຣີຍາເອກລາວ
ພວກທ່ານຟັງແລ້ວຮູ້ສຶກແນວໃດ? ມັນເປັນຄວາມຄິດ ຂອງຊາວນາ ທຳມະດາ
ຄົນໜຶ່ງຊື່ໆ ບອກລາວຮຽນຕື່ມ ວິທີການ ແລກປ່ຽນນັກສຶກສາ ລະຫວ່າງປະເທດ
ກ່ອນເຈົ້າຈະໄປເຂົ້າປະເທດເຂົາ ເຈົ້າຈະຕ້ອງຈ່າຽປະກັນສັງຄົມ ແລ້ວເຂົາຈະ
ຖາມ ຕົວເລກເງິນຖະນາຄານຂອງເຈົ້າກ່ອນ  ແລ້ວແຕ່ ແຕ່ລະປະເທດ ບໍ່ຕຳ່ກວ່າ
2ໝື່ນ$  ຢ່າງໜ້ອຽ ຈຶ່ງຈະເຊັນວິສາໃຫ້ເຈົ້າ  ອັນນີ້ຂ້ອຽວ່າ ໄປຢ້ຽມຢາມຊື່ໆ
ຖ້າໄປຮຽນນັ້ນຍິ່ງກວ່ານີ້.

ຖ້າໄປຮຽນຕໍ່ດ້ວຍທຶນຊ່ວຍເຫຼືອຂອງຕ່າງປະເທດແລ້ວ ແມ່ນປະເທດຜູ້ໃຫ້ທຶນຈະເປັນຄົນຈັດການໃຫ້ໝົດໂດຍມິເງື່ອນໄຂຄືຈົບແລ້ວຕ້ອງກັບຄືນປະເທດ ຖ້າແມ່ນພະນັກງານຂອງລັດໄປຮຽນຕ້ອງໄດ້ເຮັດວຽກໃຫ້ລັດຢ່າງໜ້ອຍສອງເທົ່າຂອງເວລາທີ່ໄປຮຽນເງິນເດືອນລັດທະບານ ໃຫ້ຄືເກົ່າແຕ່ຖ້າຈົບມາແລ້ວບໍ່ຢາກເຮັດກັບລັດກໍ່ຕ້ອງຈ່າຍເງິນທີ່ໄປຮຽນໃຫ້ລັດທະບານຄືນສອງເທົ່າຂອງຈໍານວນທືນ ສ່ວນຜູ້ໃດບໍ່ແມ່ນພະນັກງານຂອງລັດເຊັນນັກສຶກສາຈົບສາມັນໃໝ່ບໍ່ທັນໄດ້ເປັນພະນັກງານລັດເທື່ອແຕ່ໄດ້ທືນ ຈົບມາບໍ່ຈໍາເປັນເຮັດກັບລັດກໍ່ໄດ້ບໍ່ມີຂໍ້ຜູກມັດໃດໆແຕ່ຂໍໃຫ້ກັບຄືນປະເທດ

(ຈາກນັກສືກສາລາວທີ່ປະເທດໄທ)

__________________
Anonymous

Date:

ຖ້າມີຈິດໃຈສູງສົ່ງຢາກຊວ່ຽລາວໃນ
ແທ້ໆ, ກ່າບໍ່ມີຫຍັງຫຍາກດອກ ຂໍ
ພຽງແຕ່ ເອເຊັຽເສລີ ( rfa ) ແລະ ລາວນອກຈຳນວນນຶ່ງ ເຊົາ
ໂຈມຕີ ແລະ ເຊົາດູແຄນ ເບິ່ງຄົນ

ລາວໃນຕ່ຳຫລາຽ ກ່າແມ່ນການ

ຊ່ວຽເຫລືອທີ່ມີຄ່າສູງຫລາຽແລ້ວ

ແລະ ກ່າຈະມີຄວາມຊາບຊຶ້ງນຳ

ອີກດ້ວຽ.

ຈາກ ລາວໃນບ້ານນອກ.

ຕອນທ່ານ ຢົງ ຈັນທະລັງສີ ຍັງເປັນໂຄສົກຕ່າງປະເທດ ຂ້ອຍເຄີຍໄດ້ຍິນເພິ່ນອອກມາໂຕ້ຕອບວິທະຍຸເອເຊຍເສລີເທື່ອນຶ່ງແຕ່ບໍ່ຈື່ວ່າເພິ່ນໂຕ້ຕອບເລື່ອງຫຍັງ, ຕັ້ງແຕ່ທ່ານ ແຄນທອງ ນວນທະສິງ ຂຶ້ນມາແທນຕໍາແນ່ງ ຂ້ອຍຍັງບໍ່ທັນໄດ້ເພິ່ນຂຶ້ນມາຕອບໂຕ້ຫຍັງເທື່ອ, ຖ້າເຂົາເຈົ້າເວົ້າບໍ່ມີມູນຄວາມຈິງ ລັດຖະບານລາວຄວນຈະມີທ່າທີຕອບໂຕ້.

ພວກລາວນອກຈໍານວນໜຶ່ງເຂົາມັກສ້າງຄວາມປັ່ນ ມີເອເຊຍເສລີ ພັກເສລີປະຊາທິປະໄຕ ແລະພັກອື່ນໆ ທີ່ໂຄສະນາ ເພື່ອສ້າງຄວາມວຸ້ນວາຍໃນລາວ ພວກບ້າອໍານາດທັງຫຼາຍບໍ່ຕ້ອງຢ້ານເຂົາດອກ 35 ປີແລ້ວບໍ່ເຫັນເຂົາເຮັດຫຍັງມີຜົນງານເປັນຕົວເປັນຕົນຫຍັງໃຫ້ປະເທດ. ແຕ່ຂໍສະແດງຄວາມຂອບໃຈນໍາລາວນອກທີ່ຮັກໃນຄວາມສະຫງົບ ແລະ ຮັກບ້ານເກີດເມືອງນອນຂອງຕົນເອງ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວຕະຫຼອດມາ

__________________
Anonymous

Date:

ລາວບ້ານນອກເອີຽ! ຂ້ອຽຖືເຈົ້າເປັນນ້ອງຮັກ ແລະຂ້ອຽຈະຕອບໃຫ້ເຈົ້າຈັ່ງຊີ້
ຢູ່ໃນໂລກນີ້ ບໍ່ມີບ່ອນໃດ ທີ່ຈະມີຄົນເຄົາລົບນັບຖື ຄົນທຸກຄົນຈົນ ມີແຕ່ເຂົາ
ສົງສານເທົ່ານັ້ນ ຈຶ່ງບໍລິຈາກມາຊ່ອຽເຫລືອ ຫລືພາສາລາວວ່າທຳບຸນທຳທານ
ໄປ  ຍົກຕົວຢ່າງຢູ່ລາວໃນເວລານີ້   ຄົນບໍ່ມີເງິນເວົ້າຫຽັງກໍ່ບໍ່ມີໃຜຟັງ ດີບໍ່ດີຫາ
ເລື່ອງໃສ່ເຈົ້າອີກ  ສ່ວນຄົນມີເງິນນັ້ນ ເຮັດຜິດໃຫ້ເປັນຖືກກໍ່ຍັງໄດ້  ແລ້ວພົນລະ
ເມືອງລາວ 80% ມີລາຽໄດ້ບໍ່ເຖິງ 100$ ຕໍ່ເດືອນ  ຈະບໍ່ໃຫ້ເຂົາດູຖູກນັ້ນ ຫລີກ
ລຽງບໍ່ໄດ້    ມີແຕ່ທາງດຽວ ພັດທະນາປະເທດຢ່າງຈິງຈັງ ຂ້າຫລືປາບ ພວກສໍ້
ລາດບັງຫລວງໃຫ້ຈິບຫາຽ ສ້າງລາຽໄດ້ສູງຂຶ້ນ ການດູຖູກຈະໝົດໄປເອງ
ຍົກຕົວຢ່າງ:ສິງກະໂປ,ເກົາຫລີໃຕ້,ໃຕ້ຫວັນ,ບຣູໄນ ແລະປະເທດອື່ນໆໃນອາ
ຊຽນດ້ອຽກັນ   ບໍ່ແມ່ນລາວຫວະ ຕົກຫລ້າໝູ່?ເປັນຕາສົງສານເນາະ!
ຂ້ອຽຂໍອວຽພອນໃຫ້ເຈົ້າໄດ້ໄປສຶກສາຢູ່ບັນດາປະເທດຕາວັນຕົກປະເທດໃດປະ
ເທດໜຶ່ງ ເມື່ອນັ້ນເຈົ້າຈຶ່ງຈະຮູ້ດີກວ່ານີ້.

__________________
Anonymous

Date:

Anonymous wrote:

ຄວາມເຫັນຂອງຂ້ອຽ ແມ່ນບໍ່ຕ້ອງການ ລາວນອກມາຊ່ອຽເຫລືອ ໂດຽລວມເງິນ
ຜູ້ລະ 100-200$ ແລະຄົນລາວນອກມີຈັກຄົນ ທີ່ຈະຊ່ອຽລາວ ເຮົາລືມມັນໄປ
ເລີຽ!    ເງິນເລັກໆນ້ອຽໆຢ່າເອົາມາສ້າງບັນຫາ ທັ້ງໆທີ່ເຈົ້າກໍ່ຮູ້ຢູ່ແລ້ວ.ຈິດໃຈ
ແລະສາຽຕາຄົນລາວ ທຸກມື້ນີ້ ຖືເລື່ອງ  ຕົວະ, ເລື່ອງ ຕົ້ມ, ເລື່ອງ ໂກງ ເປັນ
ເລື່ອງທຳມະດາ ໜ້າຕາເສີຽໆ ເປັນຕາອາຽເຂົາແທ້ໆ

ເລື່ອງແກ້ບັນຫາຕ່າງໆຂອງຊາດ ນັ້ນມັນຂຶ້ນຢູ່ນຳນະໂຍບາຽຂອງລັດຖະບານ ຢ່າ
ເອົາບັນຫາ ເລັກໆນ້ອຽມາຖົກຖຽງກັນ  ດີບໍ່ດີຈະເສັຽພີ່ເສັຽນ້ອງຊໍ້າ ທັ້ງໆທີ່ເມື່ອ
ກ່ອນເຄີຽກິນດິບກິນສຸກ ຮ່ວມສະຫາຽມາ ຂ້ອຽຄິດວ່າ ຖ້າລັດຖະບານມີສະໝອງ
ດີ ມີນະໂຍບາຽປ່ອງໃສ   ຄົນລາວນອກຈະກັບບ້ານ ຈົນເຄື່ອງບິນຂົນບໍ່ທັນ.
ແຕ່ລັດຖະບານ ຍັງໂງ່ຄື 36ປີຜ່ານມາ  ມື້ໜຶ່ງເມື່ອUSAແລະຍູໂລບ ຕ້ອງການ
ໃຫ້ 3ຊາດ lao-viet-khmer ວຸ່ນວາຽ ຈະບອກໃຫ້ເຈົ້າຮູ້ກ່ອນວ່າ ສູນອົບ
ພະຍົບຢູ່ເມືອງໄທ ບໍ່ມີແລ້ວເນີ !

ເລື້ອງການຊວຍເຫຼືອລາວ ຈາກລາວນອກກໍ່ເຫັນຫຼາຍຄົນເພື່ອຊ່ວຍຢູ່ຜູ້ທີ່ເພິ່ນມີຈິດໃຈບໍລິສຸດ ແຕ່ມີຈໍານວນໜ້ອຍໜື່ງທີ່ຫວັງຜົນທາງການເມືອງ. ທ່ານໄດ້ມາລາວຈັກເທື່ອຢູ່ບໍ ມາລອງເບິ່ງຈັກເທື່ອແດ່ເມ ບໍ່ມີໃຜຈະຕົວະເຈົ້າດອກ ຫຼືວ່າຢານຊາວນາລາວນີ້ບໍຕົວະຄົນທີ່ໄດ້ຮັບການສຶກສາດີຄືກັບທ່ານ

__________________
Anonymous

Date:

ຂ້າພະເຈົ້າ ຢາກປະກອບຕື່ມບາງຢ່າງ:  ຢູ່ເມືອງລາວຈົບຈາກອຸດົມວຽງຈັນ ປັດຈຸບັນດຳລົງຊີວິດຢູ່ຕ່າງປະເທດແລະ
ກໍສຳເລັດການສຶກສາເຊ່ນກັນຢູ່ປະເທດທີ່ຂ້າພະເຈົ້າດຳລົງຊີວິດທຸກມື້ນີ້. ສັງເກດໄດ້ລະບົບການສຶກສາຂອງສອງປະ
ເທດມີຄວາມແຕກຕ່າງກັນທີ່ສຸດຢ່າງບໍ່ຕ້ອງສົງໃສ ເລີ້ມຈາກໂຮງຮຽນອະນຸບານຈົນເຖີງຂັ້ນຈົບມໍປາຍຫຼືວ່າອຸດົມ ນໍ,
ຈາກການຕິດຕາມຕົວຈິງຂອງລູກຂ້າພະເຈົ້ານັບແຕ່ອະນຸບານຈົນເຖີງມື້ຈົບຊັ້ນອຸດົມ ມີຫຼາຍໆຢ່າງໃນຄວາມແຕກ
ຕ່າງກັນຂອງສອງປະເທດນີ້ ກໍເປັນສີ່ງທີ່ເຮັດຫຼືນຳໄຊ້ໄດ້ໃນຊີວິດຕົວຈິງຢູ່ໃນລະບົບການສຶກສາບ້ານເຮົາເຊ່ນ: ເລື້ອງ
ການພົວພັນລະຫ່ວາງໂຮງຮຽນໂດຍສະເພາະຄູສອນເອງກັບຜູ້ປົກຄອງເດັກນ້ອຍນັກຮຽນ ລູກຂ້າພະເຈົ້າຮຽນຈົບຊັ້ນອຸດົມ
ຈາກໂຮງຮຽນເອກະຊົນກາໂຕລິກ  ແຕ່ບໍ່ໝາຍວ່າຕ້ອງໄດ້ໄຊ້ຈ່າຍຫຼວງຫຼາຍດອກ ພຽງແຕ່ເປັນສ່ວນບໍລິຈາກດ້ວຍຄວາມສະມັກໃຈເທົ່ານັ້ນ
ມີຜູ້ຈ່າຍນ້ອຍແລະຜູ້ຈ່າຍຫຼາຍຕ່າງໆກັນໄປຕາມຄວາມສະມັກໃຈ. ຈາກເງິນທີ່ບໍລິຈາກເລົ່ານີ້ເຊີ່ງ ຕ່າງຄົນຕ່າງພໍໃຈ
ແລະພູມໃຈທີ່ຈະບໍລິຈາກ ຕະຫຼອດເຖີງຜູ້ຂ້າເອງ ເພາະຍ້ອນເຫັນວ່າ  ເງີນທີ່ຕົນບໍລິຈາກໄປນີ້ ລ້ວນແຕ່ປະກົດຕໍ່
ສາຍຕາໃນການໝູນໄຊ້ ເຊ່ນ ອຸປະກອນຕ່າງໆ ຕະຫຼອດ ທັງ PC ແລະເຄື່ອງທົດລອງທີ່ທັນສະໃໝ ຈາກນັ້ນກໍ່ແມ່ນການສ້ອມ
ແປງເຄຫະສະຖານ. ສີ່ງດັ່ງກ່າວນີ້ ຂ້າພະເຈົ້າ ຢາກເວົ້າວ່າ ມັນຄືຄວາມເຊື່ອໝັ້ນແລະໃວ້ວາງໃຈ ຂອງຄົນທີ່ບໍລິຈາກຕໍ່ການບໍລິການໂຮງຮຽນ ໂດຍແບບບໍ່ກ່ຽວຂ້ອງໃດໝົດກັບລັດຖະບານ ຫຼື ຂັ້ນປົກຄອງທີ່ຈະມາ
ກ່ຽວຂ້ອງ

__________________
Anonymous

Date:

Anonymous wrote:

ລາວບ້ານນອກເອີຽ! ຂ້ອຽຖືເຈົ້າເປັນນ້ອງຮັກ ແລະຂ້ອຽຈະຕອບໃຫ້ເຈົ້າຈັ່ງຊີ້
ຢູ່ໃນໂລກນີ້ ບໍ່ມີບ່ອນໃດ ທີ່ຈະມີຄົນເຄົາລົບນັບຖື ຄົນທຸກຄົນຈົນ ມີແຕ່ເຂົາ
ສົງສານເທົ່ານັ້ນ ຈຶ່ງບໍລິຈາກມາຊ່ອຽເຫລືອ ຫລືພາສາລາວວ່າທຳບຸນທຳທານ
ໄປ  ຍົກຕົວຢ່າງຢູ່ລາວໃນເວລານີ້   ຄົນບໍ່ມີເງິນເວົ້າຫຽັງກໍ່ບໍ່ມີໃຜຟັງ ດີບໍ່ດີຫາ
ເລື່ອງໃສ່ເຈົ້າອີກ  ສ່ວນຄົນມີເງິນນັ້ນ ເຮັດຜິດໃຫ້ເປັນຖືກກໍ່ຍັງໄດ້  ແລ້ວພົນລະ
ເມືອງລາວ 80% ມີລາຽໄດ້ບໍ່ເຖິງ 100$ ຕໍ່ເດືອນ  ຈະບໍ່ໃຫ້ເຂົາດູຖູກນັ້ນ ຫລີກ
ລຽງບໍ່ໄດ້    ມີແຕ່ທາງດຽວ ພັດທະນາປະເທດຢ່າງຈິງຈັງ ຂ້າຫລືປາບ ພວກສໍ້
ລາດບັງຫລວງໃຫ້ຈິບຫາຽ ສ້າງລາຽໄດ້ສູງຂຶ້ນ ການດູຖູກຈະໝົດໄປເອງ
ຍົກຕົວຢ່າງ:ສິງກະໂປ,ເກົາຫລີໃຕ້,ໃຕ້ຫວັນ,ບຣູໄນ ແລະປະເທດອື່ນໆໃນອາ
ຊຽນດ້ອຽກັນ   ບໍ່ແມ່ນລາວຫວະ ຕົກຫລ້າໝູ່?ເປັນຕາສົງສານເນາະ!
ຂ້ອຽຂໍອວຽພອນໃຫ້ເຈົ້າໄດ້ໄປສຶກສາຢູ່ບັນດາປະເທດຕາວັນຕົກປະເທດໃດປະ
ເທດໜຶ່ງ ເມື່ອນັ້ນເຈົ້າຈຶ່ງຈະຮູ້ດີກວ່ານີ້.

ຂ້ອຍຂໍຖາມເຈົ້າແດ່ຢູ່ ອາເມລິກາ ຖ້າໄດ້ເງິນເດືອນໆລະ $ 1000 ພໍກຸ້ມກິນບໍ່ແຕ່ຖ້າຢູ່ລາວໄດ້ເດືອນລະ $ 100 ສະບາຍເລີຍພໍອ່າວ ມີເງິນເຫຼືອໄປກິນເບຍນໍາຜູ້ສາວລະ (ການມີເງິນຫຼາຍບໍ່ໝາຍວ່າຄົນຄົນນັ້ນຈະມີຄວາມສຸກມັນຂື້ນກັບຄວາມພໍໃຈຂອງແຕ່ລະຄົນ)

__________________
Anonymous

Date:

ຂ້ອຍຂໍຖາມເຈົ້າແດ່ຢູ່ ອາເມລິກາ ຖ້າໄດ້ເງິນເດືອນໆລະ $ 1000 ພໍກຸ້ມກິນບໍ່ແຕ່ຖ້າຢູ່ລາວໄດ້ເດືອນລະ $ 100 ສະບາຍເລີຍພໍອ່າວ ມີເງິນເຫຼືອໄປກິນເບຍນໍາຜູ້ສາວລະ (ການມີເງິນຫຼາຍບໍ່ໝາຍວ່າຄົນຄົນນັ້ນຈະມີຄວາມສຸກມັນຂື້ນກັບຄວາມພໍໃຈຂອງແຕ່ລະຄົນ)

ຄ່າຄອງຊີບໃນແຕ່ລະເມືອງ ແຕ່ລະຣັດຖືກແພງບໍ່ຄືກັນ, ສໍາຄັນທີ່ສຸດເຮົາຕ້ອງຮູ້ຈັກໃຊ້ຈ່າຍຕາມຖານະຂອງຕົນ. ຢູ່ຣັດ california ເຂົາໃຫ້ເງິນປະຊາສົງເຄາະເດືອນນຶ່ງມີແຕ່ $856 ເຂົາກະຍັງຢູ່ໄດ້. ຜູ່ໃດ໋ໄປເຮັດວຽກ, ບໍ່ມີປະສົບການ ບໍ່ມີຄວາມຮູ້ ເວົ້າພາສາອັງກິດໄດ້ແຕ່ແຢັດກັບໂນເຂົາກະຍັງໃຫ້ຊົ່ວໂມງນຶ່ງ $8 ແລ້ວເດ໋, ຖ້າເຮັດ OT ເຂົາກະໃຫ້ $12 ຕໍ່ຊົ່ວໂມງ. ເມື່ອຮູ້ວ່າຕົນເຮັດໄດ້ເງິນນ້ອຍກະຢ່າຂີ່ຣົດຣາຄາແພງຫລາຍ ຊື້ຣົດ Hyundai Accent ຫັ້ນມາຂີ່ໄປວຽກໄປການ. ຄັນເຂົ້າຮ້ານເຄື່ອງນຸ່ງ ກະເຂົ້າຮ້ານ JC penny, ຮ້ານ ROSS ຢ່າໄປເຂົ້າໃດ໋ຮ້ານ Nordstrom ຫັ້ນຂືນເຂົ້າໄປຂົນລົ່ນແທ້ໃດ໋. ຄັນຊິເຂົ້າຮ້ານອາຫານກະຫລີກຮ້ານ House of Prim Rib, ທິດນຶ່ງເຂົ້າຮ້ານ Black Angus ເທື່ອນຶ່ງກະໂອເຄ. ຄັນຢາກເຕັ້ນຢາກດີດກະໄປ Pechanga ຫັ້ນ, ດີດເຕັ້ນພໍໃຈແລ້ວກະປ່ອນຈັກເລັກຈັກນ່ອຍບາງທີອາດຈະໂຊກດີ. ຄັນມາເວົ້າເຖິງບ່ອນພັກບ່ອນເຊົາ ເຮົາກະເຊົ່າກະແຊຢູ່ນໍາກັນກັບໝູ່ ຊິໄປຢູ່ຄອນໂດຄົນດຽວມັນກະບໍ່ກຸ້ມລະເນາະ. ຂໍເວົ້າສູ່ຟັງທໍ່ນັ້ນກ່ອນເດີພໍ່ອາວ, ໄປທູນອັບຣົດກ່ອນ ສົງໃສໄຟເຄື່ອນເລັ່ງໜ້ອຍດຽວນໍ້າມັນບົກວາບ, ບ່າຍ.

__________________
Anonymous

Date:

ນີ້ຄືບາງອົງການທີ່ໃຫ້ການສະໜັບສພໜູນການສຶກສາຂັ້ນພື້ນຖານໃນລາວ ເພື່ອຊ່ວຍລາວອອກຈາກຄວາມບໍ່ຮູໜັງສື

http://www.youtube.com/watch?v=MmRiN4Xt_y0&feature=related

ເປັນອົງການຊ່ວຍເຫຼືອເດັກນ້ອຍຂອງອາເມລິກາ. ຖ້າລາວນອກບໍ່ຮູ້ວ່າຈະຊ່ວຍແນວໃດ ຂ້ອຍຄິດວ່າພວກເຂົາອາດເນາະນໍາພວກທ່ານໄດ້

__________________
Anonymous

Date:

ນີ້ກໍ່ແມ່ນຮູບແບບໜຶ່ງໃນການຊ່ວຍເຫຼືອການສຶກສາ
http://www.youtube.com/watch?v=QmxR4T5Mag4&feature=related

__________________
Anonymous

Date:

ໄປທ່ຽວງານຣາຕຣີສະໂມສອນທີ່ເຂົາຈັດເພື່ອຫາຣາຍໄດ້ໄປສ້າງໂຮງຮຽນຢູ່ເມືອງລາວກໍ່ໄດ້ ຖ້າບໍ່ຢາກບໍຮິຈາກທາງເວັບໄຊຂອງ UNICEF
[ulr]http://www.unicef.org/infobycountry/laopdr_contact.html[/url]

__________________
Anonymous

Date:

http://www.unicef.org/infobycountry/laopdr_contact.html
http://www.unicef.org/infobycountry/laopdr.html

__________________
Anonymous

Date:

ນ້ອງຂໍຂອບໃຈຫລາຍໆ ທີ່ຍາອ້າຍໃຫ້ກຽດເຂົ້າມາແວ່
ມີຄຳເຫັນນຳ ເທົ່າທີ່ນ້ອງຮູ້ຄວາມວ່າອັນໃດເປັນອັນໄດ
ແລະຜ່ານການເຂົ້າເປັນ ພະນັກງານຂອງລັດ ມາກໍ່ໄດ້
9 ປີພໍດີເຫັນວ່າມີການພັດທະນາຂື້ນຫລາຍສົມຄວນ
ເຮົາຈະໃຫ້ປະເທດລາວເຮົາຈະເລີນເທົ່າທຽມອາເມຣິກາ
ກໍ່ຄົງເປັນໄປບໍ່ໄດ້ ເພາະວ່າປະເທດເພີ່ນໄດ້ພັດທະນາມາ
ໄດ້ 300 ກ່ວາປີແລ້ວ ປະເທດລາວເຮົາຫາກໍ່ໄດ້ແຕ່ 35
ປີມັນໃກກັນຫລາຍ ແຕ່ນ້ອງກໍ່ມີຄວາມເຊື່ອວ່າລັດຖະ
ບານເພີ່ນກໍ່ຈະພາປະເທດລາວເຮົາຈະເລີນສີວິໄລ ປະຊົນ
ລາວໄດ້ຢູ່ດີກີນດີ ຄືນາໆປະເທດອື່ນ, ຄົນທີ່ມີຄວາມສີວິ
ໄລ ໄດ້ຮັບການສືກສາທີ່ດີ ບໍ່ຮອ່ນວ່າຊີດູຖູກດູແຄນ ເບີ່ງຄົນຕາດຳໆຄືກັນຕ່ຳຈົນເກີນໄປ ແມ່ນບໍ່ລະຍາອ້າຍ
ເງີນ 100 ດອນລາ ຖ້າເຮົາບໍ່ໃຊ້ຈ່າຍສະຊາຍ ມັນກໍ່ພໍ
ກີນຢູ່.

ອາເມລິກາໄດ້ເອກະລາດວັນທີ 4 ເດືອນສິງຫາ ປີ 1776 ກໍ່ສະແດງວ່າປະເທດອາເມລິກາມີອາຍຸພຽງແຕ່ 235 ປີ. ມາຮອດປີ 1830 ອາເມລິກາຈຶ່ງເລີ້ມມີການພັດທະນາ ໄລ່ແລ້ວກໍ່ປະມານ 181 ປີ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard