Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຢາກຮູ້ຄວາມໝາຍຂອງ ເງີນເຟີ້ ແມ່ນຫຍັງ ໃຜຮູ໊ຕອບແດ່ ພວກທ່ານຜູ້ມີຄວາມຮູ້
sidtisak

Date:
ຢາກຮູ້ຄວາມໝາຍຂອງ ເງີນເຟີ້ ແມ່ນຫຍັງ ໃຜຮູ໊ຕອບແດ່ ພວກທ່ານຜູ້ມີຄວາມຮູ້


ຢາກຮູ້ຄວາມໝາຍອັດຕາເງີນເຟີ້ ທັງພາຍໃນປະເທດ ແລະ ຕ່າງປະເທດ ແມ່ນເປັນແນວ ໃດໃຜຮູ້ຕອບແດ່ຈະເປັນຄວາມຮູ້ຢ່າງສູງ

__________________
ສາຍເຊລຳເພົາ(ເຂົ້າມາຢາມ)

Date:
RE: ຢາກຮູ້ຄວາມໝາຍຂອງ ເງີນເຟີ້ ແມ່ນຫຍັງ ໃຜຮູ໊ຕອບແດ່ ພວກທ່ານຜູ້ມີຄວາມຮູ້


sidtisak wrote:
ຢາກຮູ້ຄວາມໝາຍອັດຕາເງີນເຟີ້ ທັງພາຍໃນປະເທດ ແລະ ຕ່າງປະເທດ ແມ່ນເປັນແນວ ໃດໃຜຮູ້ຕອບແດ່ຈະເປັນຄວາມຮູ້ຢ່າງສູງ

ເງິນເຟີ້ ຄື ຄ່າເງິນ(ປະລິມາດເງິນ)ບໍ່ສົມກັບປະຣິມານສິນຄ້າແລະບໍລິການ ທີ່ຈ່າຍເງິນໄປ
ຕົວຢ່າງ:
- ປີ 2010 ເງິນ 5.000 ກີບ ຊື້ໄຂ່ໄກ່ໄດ້ 5 ໜ່ວຍ
- ປີ 2011 ເງິນ 5.000 ກີບ ຊື້ໄຂ່ໄກ້ໄດ້ພຽງ 2 ໜ່ວຍ
ລັກສະນະເຊັ່ນນີ້ ຮຽກວ່າເງິນເຟີ້, ໃນລະບົບການເງິນມີ 3 ຄື
ກ. ເງິນເຟີ້
ຂ. ເງິນຟືດ
ຄ. ເງິນຕຶງ


__________________
Anonymous

Date:

ແປວ່າຖ້າເງີນກັບປະລິມານສີນຄ້າ ໂຕນກັນຫລາຍເຂົາຮ້ອງວ່າເງີນເຟີ້ຫວ່າ ແລະ ຖ້າເປັນເງີນຟືດ ກັບ ເງີນຕຶງເດ ເປັນຈັງໃດ ຂໍຄໍກະຈ່າງແຈ້ງ

__________________
Anonymous

Date:

sidtisak wrote:

ຢາກຮູ້ຄວາມໝາຍອັດຕາເງີນເຟີ້ ທັງພາຍໃນປະເທດ ແລະ ຕ່າງປະເທດ ແມ່ນເປັນແນວ ໃດໃຜຮູ້ຕອບແດ່ຈະເປັນຄວາມຮູ້ຢ່າງສູງ




 Ngen Pher=  Inflation,  During periods of changing prices, some income recipients gain and othes lose.  The main hardships of inflation are the redistribution of income  caused by rising prices and the deterioration of past savings. On the other hand, during depression there is not only a redistribution of income but also considerable unemployment. Probably due to the circumstances of the timers in which the income expenditure analysis was introduce,  Inflation also mean a steady rise in the level of prices related to an increased valume of money and credit and resulting in a loss of value of  currency...



__________________
Anonymous

Date:

???



__________________
Anonymous

Date:

ภาวะเงินเฟ้อ (อังกฤษinflation) หมายถึง การที่ระดับราคาราคาของสินค้าหรือการบริการในช่วงระยะเวลาหนึ่งราคาสูงขึ้นเรื่อยๆ อย่างต่อเนื่อง ซึ่งเป็นหน่วยวัดในรูปแบบของอัตราร้อยละจากดรรชนีราคา เงินเฟ้อ เป็นภาวะตรงข้ามกับ ภาวะเงินฝืด อัตราเงินเฟ้ออาจมีได้หลายอัตรา เนื่องจากเราสามารถคำนวณหาอัตราเงินเฟ้อได้จากสินค้าแต่ล่ะชนิด หรือ อัตราเงินเฟ้อที่มีอิทธิพลและผลกระทบเฉพาะกลุ่ม เป็นต้น ดัชนีเงินเฟ้อที่สำคัญมี 2 ดัชนี ได้แก่ ดรรชนีราคาผู้บริโภค (CPI) , เกิดจากการสุ่มสินค้าบางตัวมาคำนวณ, ตัวหักลด GDP(GDP deflator) , ค่าที่แสดงระดับราคาของ GDP ในช่วงระยะเวลานั้นเปรียบเทียบกับระดับราคาของผลิตภัณฑ์ในปีฐาน

หากเงินเฟ้อเพิ่มขึ้นแต่เพียงเล็กน้อยเป็นปกติก็จะสร้างสิ่งจูงใจแก่ผู้ประกอบการ แต่หากเพิ่มขึ้นมากและผันผวนก็จะสร้างความไม่แน่นอนและก่อให้เกิดปัญหาต่อระบบเศรษฐกิจ โดยเฉพาะการครองชีพของประชาชน และการขาดเสถียรภาพทางเศรษฐกิจ ซึ่งเป็นอุปสรรคต่อการพัฒนาเศรษฐกิจ [1]

ตัวอย่าง มีเงิน 100 บาท สามารถซื้อสินค้าได้ 5 ชนิด ต่อมา มีเงิน 100 บาท ซื้อสินค้าได้ 3 ชนิด มูลค่าสินค้าราคาแพงขึ้น แต่มูลค่าเงินเท่าเดิม



__________________
ຊະນະໄພ

Date:

ເງີນເຟີ້ ຄົນສ່ວນໃຫ່ນມັກໄປຫຼົງກັບຄ່າຂອງເງີນຄື ອັດຕາແລກປ່ຽນທຽບໃສ່ສະກຸນເງີນຕາຕ່າງປະເທດ ໂດຍຄິດວ່າຖ້າສະກຸນເງີນທ້ອງຖິ່ນ ແລກກັບເງີນຕາຕ່າງປະເທດ(ສົມມຸດວ່າ $)ຫາກຄ່າເງີນທ້ອງຖິ່ນອ່ອນລົງໝາຍເຖິງເງີນເຟີ້ ຫຼື ເງີນສະກຸນທ້ອງຖິ່ນທຽບນຳໄປແລກປ່ຽນເປັນເງີນຕາແລ້ວໄດ້ປະລິມານຫຼາຍ ຄື: ເງີນກີບ, ດົງ, ເຢັນ, ວອນ ແລະອື່ນໆ ຖືວ່າຜິດ. ຂ້າພະເຈົ້າຈະອະທິບາຍແບບງ່າຍໆ:

ເງີນເຟີ້ ແມ່ນ ຄ່າຂອງເງີນທີ່ຕົກຕ່ຳລົງເມື່ອນຳໄປຊື້ສີນຄ້າໃນຊະນິດດຽວກັນ, ຈຳນວນ ແລະປະລິມານເທົ່າກັນ ແລ້ວສົມທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນມີມູນຄ່າເພີ້ມຂຶ້ນ ຕົວຢ່າງ: ເຟີໂພນເຄັງ ຖ້ວຍລະ 25.000ກີບ ແຕ່ໃນໄລຍະດຽວກັນຂອງປີກາຍແມ່ນ 20.000ກີບ ຖືວ່າເງີນເຟີ້ 25% ແຕ່ວ່າຢູ່ ສປປລ ລັດຖະບານປະກາດວ່າເງີນເຟີ້ສະເລ່ຍບໍ່ຮອດສອງຕົວເລກ ແຕ່ວ່າເບິ່ງລາຄາເຟີແລ້ວໄກກັນຫຼາຍເນາະ. ວິທີແກ້ ລັດຖະບານຕ້ອງຂຶ້ນອັດຕາດອກເບັ້ຍເງີນກູ້ເພື່ອກັນບໍ່ໃຫ້ເງີນອອກມາຈາລະຈອນຫຼາຍຂຶ້ນ, ແຕ່ວ່າເງີນເຟີ້ໃນປະຈຸບັນມັນມາຈາກຫຼາຍປັດໃຈຄື: ລາຄານ້ຳມັນໂລກ, ລາຄາແກັສ ແລະເສດຖະກິດລາວເຮົາແມ່ນເອື່ອຍອີງໃສ່ການນຳເຂົ້າຈາກໄທຫຼາຍໂພດ ຖ້າເງີນເຟີ້ຢູ່ໄທ ລາວກໍ່ດົນໄປເຕັມໆເລີຍ.

ເງີນຝືດ ແມ່ນ ປະລິມານເງີນທີ່ອອກມາຈໍລະຈອນໃນຕະລາດບໍ່ພຽງພໍກັບຄວາມຕ້ອງການ (ເງີນບໍ່ພໍໃຊ້) ເປັນຜົນກະທົບໃຫ້ເສດຖະກິດຊະລໍຕົວ, ການຄ້າຂາຍບໍ່ຄ່ອງຕົວ, ມີການໃຊ້ຈ່າຍໜ້ອຍ, ການລົງທືນກໍ່ບໍ່ຂະຫຍາຍຕົວ, ຄົນເກັບເງີນໄວ້ຕູ່ເສບໝົດ ວິທີແກ້ຄືລັດຖະບານຕ້ອງປັບອັດຕາດອກເບັ້ຍເງີນກູ້ລົງຕ່ຳໆເພື່ອໃຫ້ຄົນໄປຢືມເງີນອອກມາຫຼາຍໆ, ລັດຖະບານກໍ່ຕ້ອງມີການລົງທຶນເຂົ້າໃສ່ໂຄງການໃຫ່ຍໆ ເຊັ່ນ: ສ້າງໂຄງລ່າງພື້ນຖານ, ຈັດງານໃຫ່ຍໆ, ຈັດກອງປະຊຸມໃຫ່ຍໆ, ລົງທຶນໃຫ່ຍໆເຊັ່ນ: ສ້າງເຂື່ອນ ແລະອື່ນໆ.

ຄ່າເງີນ (ອັດຕາແລກປ່ຽນເງີນຕາຕ່າງປະເທດ) ບໍ່ກ່ຽວກັບເງີນເຟີ້ ແລະ ເງີນຝືດແຕ່ຢ່າງໃດ, ເວລາໃດມີເງີນຕາໄຫຼເຂົ້າມາຫຼາຍຄ່າເງີນສະກຸນທ້ອງຖິ່ນກໍ່ຈະສູງຂຶ້ນ (ແຂງຄ່າ) ດັ່ງເງີນກີບໃນປະຈຸບັນເພາະມີການນຳເງີນເຂົ້າມາລົງທຶນຫຼາຍ ແລະການສົ່ງອອກວັດຖຸມີຄ່າກໍ່ເພີ້ມຂຶ້ນ, ເວລາໃດປະລິມານເງີນຕາເຂົ້າມາໜ້ອຍກໍ່ຈະເຮັດໃຫ້ເງີນສະກຸນທ້ອງຖິ່ນອ່ອນຄ່າລົງ.



__________________
Phetsavard

Date:

 

 

ເງິນເຟີ້

ຄວາມໝາຍງ່າຍໆຂອງເງິນເຟີ້ຄື: ໝາຍ​ເຖິງ​ລາຄາ​ສິນຄ້າ​ແລະ​ບໍລິການ​ສູງ​ຂື້ນ​ເລື້ອຍໆ​ເປັນ​ໄລຍະ​ເວລາ​ດົນ​ນານ​ເຮັດ​ໃຫ້​ມູນ​ຄ່າ​ຂອງ​ເງິນ​ຫຼຸດ​ລົງ​ເຮັດ​ໃຫ້​ລາຄາ​ທີ່​ເຄີຍ​ຊື້​ເທົ່າ​ນີ້​ແຕ່​ເຮົາ​ຈະ​ບໍ່​ສາມາດ​ຊື້​ໃນ​ລາຄາ​ເທົ່າ​ນີ້​ໄດ້​ອີກ​.

ໃນນັ້ນການເພີ່ມຂຶ້ນຂອງລາຄາສິນຄ້າຈະໝາຍເຖິງສິນຄ້າທັງໝົດໃນລະບົບເສດຖະກິດ ແຕ່ຖ້າຫາກເພີ່ມຂຶ້ນພຽງຢ່າງດຽວ ຫຼື ພຽງສອງສາມຢ່າງຈະບໍ່ຖືວ່າເປັນເງິນເຟີ້ ຫຼື ພາວະການທີ່ລະດັບລາຄາສິນຄ້າ ແລະ ບໍລິການໂດຍທົ່ວໄປເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຖ້າຫາກວ່າເງິນເຟີ້ເພີ່ມຂຶ້ນພຽງເລັກໜ້ອຍເປັນປົກກະຕິຈະສ້າງສິ່ງຈູງໃຈແກ່ຜູ້ປະກອບການ ແຕ່ຫາກເພີ່ມຂຶ້ນຫຼາຍ ແລະ ຜັນຜວນກໍ່ຈະສ້າງຄວາມບໍ່ແນ່ນອນ ແລະ ເຮັດໃຫ້ເກີດປັນຫາຕໍ່ລະບົບເສດຖະກິດ ໂດຍສະເພາະແມ່ນອັດຕາຄ່າຄອງຊີບຂອງປະຊາຊົນ ແລະ ການຂາດສະເຖຍລະພາບທາງເສດຖະກິດ ເຊິ່ງເປັນອຸປະສັກຕໍ່ການພັດທະນາເສດຖະກິດ.

ສາຍເຫດທີ່ເຮັດໃຫ້ເກີດເງິນເຟີ້

·         ປະການທຳອິດແມ່ນ ຕົ້ນທຶນສິນຄ້າເພີ່ມຂຶ້ນ ເຮັດໃຫ້ຜູ້ຜະລິດຕ້ອງປັບລາຄາສິນຄ້າຂຶ້ນ ສາຍເຫດທີ່ເຮັດໃຫ້ຕົ້ນທຶນການຜະລິດສູງຂຶ້ນແມ່ນມີ: ການເພີ່ມຂຶ້ນຂອງຄ່າຈ້າງແຮງງານ, ການເກີດວິກິດການທາງທຳມະຊາດ, ການເພີ່ມກຳໄລຂອງຜູ້ປະກອບການ, ການປ່ຽນແປງຂອງລາຄ້າສິນຄ້າທີ່ນຳເຂົ້າ, ເຊິ່ງອາດຈະເພີ່ມໄປຕາມພາວະຕະຫຼາດໂລກ ຫຼື ຜົນຂອງອັດຕາແລກປ່ຽນ.

ຕົ້ນທຶນການຜະລິດຄືສິ່ງທີ່ໃຊ້ພິຈາລະນານະໂຍຍາຍກຳໜົດລາຄາສິນຄ້າ ແລະ ບໍລິການ ຖ້າຕົ້ນທຶນບໍ່ວ່າຈາກຄ່າງແຮງງານທີ່ເພີ່ມຂຶ້ນ ຫຼື ລາຄາວັດຖຸດິບສູງຂຶ້ນ ເຮັດໃຫ້ລາຄາສິນຄ້າຕ້ອງເພີ່ມຂຶ້ນ ລາຄາສິນຄ້າທີ່ສູງຂຶ້ນຜູ້ບໍລິໂພກຕ້ອງໃຊ້ເງິນຫຼາຍກ່າວເກົ່າເຮັດໃຫ້ປະລິມານເງິນທີ່ໄຫຼເຂົ້າສູ່ຕະຫຼາດຫຼາຍຂຶ້ນ.

·         ປະການທີ່ສອງແມ່ນ ຄວາມຕ້ອງການສິນຄ້າເພີ່ມຂຶ້ນ (ປະລິມານທີ່ຕ້ອງການຊື້ຫຼາຍຂຶ້ນເຮັດໃຫ້ລາຄາສິນຄ້າສູງຂຶ້ນ) ຫຼື ທີ່ເອີ້ນກັນວ່າແຮງດຶງດູດຈາກອຸປະສົງ ເກີດຂຶ້ນຈາກລະບົບເສດຖະກິດມີຄວາມຕ້ອງການປະລິມານສິນຄ້າ ແລະ ບໍລິການຫຼາຍກວ່າທີ່ມີຢູ່ໃນຂະນະນັ້ນຈຶ່ງດຶງໃຫ້ລາຄາສິນຄ້າເພີ່ມສູງຂຶ້ນ. ໃນນີ້, ການເພີ່ມຂຶ້ນຂອງຄວາມຕ້ອງການສິນຄ້າ ແລະ ບໍລິການອາດຈະມາຈາກຫຼາຍສາຍເຫດເຊັ່ນ: ການປ່ຽນແປງຂອງປະລິມານເງິນ, ການດຳເນີນນະໂຍບາຍເງິນຕາຂອງລັດຖະບານ, ການເພີ່ມຂຶ້ນຂອງອຸປະສົງໃນຕ່າງປະເທດເຊັ່ນ: ເມື່ອພະນັກງານໄດ້ຮັບຄ່າແຮງທີ່ເພີ່ມຂຶ້ນເຮັດໃຫ້ເກີດຄ່າໃຊ້ຈ່າຍໃນການບໍລິໂພກຫຼາຍຂຶ້ນກໍເຮັດໃຫ້ຄວາມຕ້ອງການສິນຄ້າເພີ່ມຫຼາຍຂຶ້ນ ກໍ່ເປັນສາຍເຫດທີ່ຊຸກດັນໃຫ້ເກີດເງິນເຟີ້ ພາກການຜະລິດເມື່ອສິນຄ້າລາຄາດີຂຶ້ນກໍຈະມີການເລັ່ງຜະລິດສິນຄ້າອອກມາຈຳໜ່າຍເຮັດໃຫ້ຕ້ອງຈ່າຍຄ່າແຮງງານໃນຮູບຂອງຄ່າລ່ວງເວລາ ກໍຈະເຮັດໃຫ້ລາຍໄດ້ ຂອງພະນັກງານເພີ່ມຂຶ້ນອີກ ທຸກສິ່ງທຸກຢ່າງກໍ່ໝູນວຽນເປັນວັດຖະຈັກການຊຸກດັນໃຫ້ເກີດພາວະທາງເສດຖະກິດໃນທີ່ສຸດ ເມື່ອເຖິງຈຸດໆໜຶ່ງທີ່ອັດຕາເງິນເຟີ້ສູງຂຶ້ນເລື່ອຍໆລາຄາສິນຄ້າກໍສູງຂຶ້ນຈົນເຮັດໃຫ້ເກີດຍຸກເຂົ້າຍາກໝາກແພງເຊິ່ງເປັນຜົນກະທົບທາງດ້ານເສດຖະກິດ.

 

      ການແບ່ງຊະນິດຂອງອັດຕາເງິນເຟີ້

      ຕາມຫຼັກວິຊາການຈະແບ່ງອັດຕາອັດຕາເງິນເຟີ້ເປັນ 3 ປະເພດຄື:

1.  ເງິນເຟີ້ອ່ອນ(iMld Inflation) ຄື: ອັດຕາເງິນເຟີ້ທີ່ເກີດຂຶ້ນບໍ່ເກີນ 5​ ສ່ວນຮ້ອຍ (ເຮັດໃຫ້ເກີດແຮງຈູງໃຈໃນການການລົງທຶນ) ມັກຈະເກີດຂຶ້ນໃນປະເທດຕ່າງໆທົ່ວໂລກເຊິ່ງຖືວ່າເປັນພາວະປົກກະຕິ ແລະ ບໍ່ມີຜົນເສຍຫາຍຕໍ່ພາວະເສດຖະກິດແຕ່ຈະສົ່ງຜົນດີຄື: ເຮັດໃຫ້ມີການກະຕຸ້ນໃຫ້ເກີດການຂະຫຍາຍຕົວທາງເສດຖະກິດທາງດ້ານການລົງທຶນ, ການຜະລິດ, ການຈ້າງງານ ແລະ ລາຍໄດ້ຂອງປະຊາຊົນ.

2.  ເງິນເຟີ້ປານກາງ (Moderate inflation) ຄື: ອັດຕາເງິນເຟີ້ທີ່ເກີດຂຶ້ນເກີນ 5 ສ່ວນຮ້ອຍ ແຕ່ບໍ່ເກີນ 20 ສ່ວນຮ້ອຍ (ສິນຄ້າໂດຍທົ່ວໄປລາຄາແພງ) ເຊິ່ງຈະສົ່ງຜົນກະທົບຕໍ່ການລົງທຶນ ແລະ ການຜະລິດ ເພາະຕົ້ນທຶນການຜະລິດຈະສູງຂຶ້ນເຮັດໃຫ້ລາຄາສິນຄ້າສູງຂຶ້ນໄປນຳ ປະຊາຊາຊົນຈະພົບກັບບັນຫາຄ່າຄອງຊີບສູງຂຶ້ນໂດຍໄດ້ຮັບຄວາມເດືອດຮ້ອນເຮື່ອງລາຄາສິນຄ້າແພງ. ດັ່ງນັ້ນ, ລັດຖະບານຕ້ອງຍື່ນມືເຂົ້າມາຊ່ວຍແກ້ໄຂໂດຍໃຊ້ມາດຕະການທາງການເງິນ ແລະ ນະໂຍບາຍເງິນຕາ.

3.  ເງິນ​ເຟີ້​ຢ່າງ​ຮຸນ​ແຮງ (Hyper Inflation)ຄື: ການທີ່ລະດັບສິນຄ້າສູງຂຶ້ນຢ່າງວ່ອງໄວ ແລະເປັນໄປຢ່າງກວ້າງຂວາງ ໂດຍລະດັບລາຄາຈະເພີ່ມສູງຂຶ້ນຫຼາຍກວ່າ 20 ສ່ວນຮ້ອຍ ຕໍ່ປີ ເຮັດໃຫ້ອຳນາດການຊື້ຂາຍຂອງເງິນຫຼຸດລົງຢ່າງວ່ອງໄວຫຼາຍ ເຊິ່ງມັກເກີດຂຶ້ນໃນຂະນະທີ່ເກີດວິກິດການທາງເສດຖະກິດ, ສົງຄາມ ຫຼື ລັດຖະບານເພີ້ມການຜະລິດພັດທະບັດອອກມາໝູນວຽນຫຼາຍເກີນໄປເຊັ່ນ: ໃນສະໃໝສົງຄາມໂລກຄັ້ງທີ 2 ໃນເຍລະມັນ,​ ຈີນ ແລະ ໄທ ໄດ້ພິມພັນທະບັດອອກມາໃຊ້ຢ່າງບໍ່ມີຂອບເຂດຈໍາກັດ ຈິ່ງເກີດມີເງິນເຟີ້ຢ່າງຮຸນແຮງຈົນເຮັດໃຫ້ພັດທະບັດບໍ່ສາມາດເຮັດໜ້າທີ່ຊຳລະໜີ້ຕາມກົດໝາຍໄດ້.

 

ຕິດຕໍ່ໄດ້ທີ່:Email phetsavard2010@gmail.com

 

 



__________________
Anonymous

Date:

ເງິນຟືດ :ຄືຊິແມ່ນເງິນທີ່ປະຊາຊົນ ຫຼື ໄປຕິດຕໍ່ວຽກງານບໍ່ຢາກຈ່າຍເປັນຄ່ານໍ້າຊາໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເພາະຮູ້ວ່າເພິ່ນກິນເງິນ

ເດືອນພາສີຈາກປະຊາຊົນແລ້ວ,ບໍ່ສົມຄວນຮ້ອງເອົານຳປະຊົນອີກຕື່ມໃນການບໍລິການຮັບໄຊ້ປະຊົນ.

ເງິນຕຶງ : ແມ່ນເງິນທີ່ເຈົ້າໜ້າທີ່ຂອງລັດໂກງເອົານຳປະຊົນ ຫຼື ວ່າສໍ້ປະຊົນບັງລັດ,ຫຼືສໍ້ລັດບັງປະຊົນຕ່າງໆເປັນຕົ້ນ.



__________________
Anonymous

Date:
RE: like


Anonymous ເວົ້າໃຫ້ມີຂໍ້ຄິດແກ່ພວກກິນບ້ານກິນເມືອງ   ຊົມເຊີຍ



__________________
Anonymous

Date:
RE: ຢາກຮູ້ຄວາມໝາຍຂອງ ເງີນເຟີ້ ແມ່ນຫຍັງ ໃຜຮູ໊ຕອບແດ່ ພວກທ່ານຜູ້ມີຄວາມຮູ້


ເງິນເຟີ້ = ເງິນເສຍລາຄາ (ຄ່າຄອງຊີບແພງຂຶ້ນແຕ່ເງິນເດືອນຍັງຄືເກົ່າ)

 


__________________


Senior Member

Status: Offline
Posts: 482
Date:

jao jai lie mun ka fer lie, jao jai noiy mun ka fer noy.

__________________
Anonymous

Date:

zack wrote:

jao jai lie mun ka fer lie, jao jai noiy mun ka fer noy.


 ເຈົ້າຈ່າຍຫລາຍມັນກໍ່ເຟີ້ຫລາຍ, ເຈົ້າຈ່າຍນ້ອຍມັນກໍ່ເຟີ້ນ້ອຍ.

ຂ້ອຍບໍ່ເຂົ້າໃຈເລີຍວ່າເຈົ້າຢາກເວົ້າຫຍັງ, ຖ້າພໍເປັນໄປໄດ້ ກວາດເດີ່ນບ້ານແລ້ວມາອະທິບາຍໃຫ້ອ່ານແດ່ເດີສັກ.

ຂອບໃຈ



__________________


Senior Member

Status: Offline
Posts: 482
Date:

dern banh bor mi, yuk mi u, 55555

__________________
Anonymous

Date:

Anonymous wrote:
zack wrote:

jao jai lie mun ka fer lie, jao jai noiy mun ka fer noy.


 ເຈົ້າຈ່າຍຫລາຍມັນກໍ່ເຟີ້ຫລາຍ, ເຈົ້າຈ່າຍນ້ອຍມັນກໍ່ເຟີ້ນ້ອຍ.

ຂ້ອຍບໍ່ເຂົ້າໃຈເລີຍວ່າເຈົ້າຢາກເວົ້າຫຍັງ, ຖ້າພໍເປັນໄປໄດ້ ກວາດເດີ່ນບ້ານແລ້ວມາອະທິບາຍໃຫ້ອ່ານແດ່ເດີສັກ.

ຂອບໃຈ


 ເສືອນີ້ ບໍ່ຢາກເຕັມປານໃດນາ ຂ້ອຍວ່າ ຄັນເປັນໄປໄດ້ກະຊ່ອຍກັນໃຫ້ກຳລັງໃຈເລົາຊ່ອຍກັນນໍ

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard