Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເລືອກຂອງຂວັນປີໃຫມ່... ໃຫ້ຖືກໃຈຄົນຮັກ
Anonymous

Date:
ເລືອກຂອງຂວັນປີໃຫມ່... ໃຫ້ຖືກໃຈຄົນຮັກ



 



g_1.jpg

 ຮຽບຮຽງໂດຍ: ຕາດຳ


   ເຖິງແມ່ນວ່າເຄື່ອງຂອງ ຈະບໍ່ແມ່ນສິ່ງທີ່ສຳຄັນທີ່ສຸດຂອງຄວາມຮັກທີ່ມອບໃຫ້ແກ່ກັນ ແຕ່ມັນກໍ່ເຮັດໃຫ້ຜູ້ຮັບຮູ້ສຶກມີຄຸນຄ່າຂຶ້ນໃກ້ຈະ ເຖິງປີໃຫມ່ສາກົນແລ້ວ ຫລາຍຄົນກຳລັງນັ່ງຄິດວ່າຈະຊື້ຫຍັງໃຫ້ຄົນຮັກດີ ມື້ນີ້ ມີຄຳແນະນຳກ່ຽວກັບການຊື້ຂອງຂວັນໃຫ້ຖືກໃຈຄົນຮັບມາ ຝາກກັນ.


   Gift For you ຂອງຂວັນ ຄູ່ຮັກທີ່ຄົບຫາເບິ່ງໃຈກັນມາໄດ້ໄລຍະຫນຶ່ງແລ້ວ ດັ່ງນັ້ນ ການຈະຮູ້ລົດນິຍົມຂອງຄົນຮັກຈິ່ງບໍ່ແມ່ນເລື່ອງ ຍາກ ຈິ່ງຊອກຊື້ຂອງຂວັນທີ່ຖືກໃຈໄດ້ງ່າຍ ແຕ່ຖ້າຍັງບໍ່ແນ່ໃຈກໍ່ຕ້ອງເລີ່ມສັງເກດເບິ່ງວ່າຄົນຮັກຂອງທ່ານມັກສິ່ງໃດ ແລະມັກເຮັດກິດຈະ ກຳຫຍັງເປັນພິເສດ ເມື່ອແນ່ໃຈແລ້ວຈິ່ງລົງມືໄປຊອກຊື້ຂອງຂວັນ.


   ເລືອກສິ່ງທີ່ຄົນຮັກມັກ: ແລ້ວຈະຮູ້ໄດ້ແນວໃດວ່າ ລາວມັກອັນໃດ? ເລື່ອງນີ້ບໍ່ຍາກ ໃຫ້ລອງສັງເກດວ່າ ເວລາໄປທ່ຽວນຳກັນລາວມັກ ແວ່ຊື້ຫຍັງ ຫລື ສິ່ງໃດທີ່ລາວມັກແນມເບິ່ງຈົນຜິດສັງເກດ ຫລື ອາດຖາມກົງໆໄປເລີຍວ່າ ຄົນຮັກຢາກໄດ້ຫຍັງເປັນຂອງຂວັນ ຈາກນັ້ນ ທ່ານຈິ່ງໄປຊື້ຂອງສິ່ງນັ້ນ ໄວ້ມອບໃຫ້ລາວຕອນວັນປີໃຫມ່ ຫລື ວັນພິເສດກໍ່ໄດ້ ຮັບຮອງວ່າຖືກໃຈລາວສຸດໆ.


   From me ການເລືອກຊື້ຂອງຂວັນທີ່ບົ່ງບອກເຖິງຄວາມເປັນຕົວຕົນຂອງຜູ້ໃຫ້ ຫລືສັນຍະລັກແທນຕົວກໍ່ເປັນອີກທາງເລືອກຫນຶ່ງໃນ ການເລືອກຊື້ຂອງຂວັນຖືກໃຈຄົນຮັກ ເພາະນັ້ນຫມາຍ ເຖິງເວລາທີ່ລາວເຫັນຂອງສິ່ງນັ້ນລາວຈະຄິດຮອດຄົນໃຫ້ຕະຫລອດເວລາຍິ່ງເຮັດ ໃຫ້ຄວາມຮູ້ສຶກດີໆຕໍ່ກັນແຫນ້ນແຟ້ນຍິ່ງຂຶ້ນ.


   Love Trip ບໍ່ຈຳເປັນວ່າ ຈະຕ້ອງມອບສິ່ງຂອງໃຫ້ແກ່ກັນໃນວັນສຳຄັນເທົ່ານັ້ນ ໂດຍສະເພາະສຳລັບຄູ່ຮັກມັກທ່ອງທ່ຽວການໄດ້ພາ ຄົນຮັກໄປທ່ຽວໃນສະຖານທີ່ທີ່ເຄີຍໄປນຳກັນທີ່ປະທັບໃຈ ຫລື ອາດຈະເປັນທີ່ພົບກັນເທື່ອທຳອິດກໍ່ຖືວ່າເປັນຂອງຂວັນທີ່ພິເສດທີ່ສຸດແລ້ວ ຖ້າມີໂອກາດໄດ້ປ່ຽນບັນຍາກາດໄປທ່ຽວຕ່າງແຂວງ 2 ຄົນ ພຽງເທົ່ານີ້ ກໍ່ໄດ້ໄລຍະເວລາທີ່ແສນອົບອຸ່ນສຸດໆແລ້ວ.


   ເຕີມເຕັມດ້ວຍຄວາມຫມາຍ: ມີຫລາຍຄູ່ທີ່ອາດເລືອກຊື້ຂອງຂວັນອັນນ້ອຍໆ ແຕ່ເຕັມໄປດ້ວຍເລື່ອງລາວ ແລະຄວາມຫມາຍເຕັກນິກ ອີກຂໍ້ຫນຶ່ງໃນການເລືອກຊື້ຂອງຂວັນໃຫ້ຖືກໃຈຄົນຮັກນັ້ນກໍ່ຄື ການສື່ຄວາມຫມາຍຜ່ານຂອງຂວັນ ສິ່ງນັ້ນອາດເປັນຂອງທີ່ເຮັດຂຶ້ນມາເອງ ຫລື ຊື້ມາໃຫ້ກໍ່ໄດ້ເຊັ່ນ ຕ້ອງການໃຫ້ຄົນຮັກເກັບໄລຍະເວລາດີໆທີ່ຜ່ານມາໄວ້ຮ່ວມກັນການເລືອກເກັບບັດເຂົ້າຊົມຮູບເງົາເລື່ອງທີ່ເຄີຍໄປ ເບິ່ງ ແລະ ຮູ້ສຶກປະທັບໃຈນຳກັນໄວ້ ຫລື ອາດຈະເປັນໂປສກາດທີ່ເຄີຍຂຽນເຖິງກັນ ແລະ ອື່ນໆ ບັນຈຸລົງໃນກ່ອງຫໍ່ຂອງຂວັນແລ້ວນຳ ໄປມອບໃຫ້ໃນວັນປີໃຫມ່ ຮັບປະກັນວ່າຜູ້ທີ່ໄດ້ຮັບຕ້ອງປະທັບໃຈທີ່ສຸດ. 






__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard