Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບໍ່ຄຳເຊໂປນ ມອບເງິນປັນຜົນຈາກການຖືຮຸ້ນ ໃຫ້ລັດຖະບານ
Anonymous

Date:
ບໍ່ຄຳເຊໂປນ ມອບເງິນປັນຜົນຈາກການຖືຮຸ້ນ ໃຫ້ລັດຖະບານ


ບໍ່ຄຳເຊໂປນ ມອບເງິນປັນຜົນຈາກການຖືຮຸ້ນ ໃຫ້ລັດຖະບານ
3_257.jpg

ບໍລິສັດ MMG LX-ML Sepon (ໂຄງການບໍ່ຄຳເຊໂປນ) ໄດ້ມອບແຊັກເງິນປັນຜົນຈາກການຖືຮຸ້ນນຳໂຄງການບໍ່ແຮ່ຄຳ-ທອງເຊ ໂປນໃນຈຳນວນ 18,5 ລ້ານໂດລາສະຫະລັດ ຢ່າງເປັນທາງການໃຫ້ກົມຄຸ້ມຄອງການເງິນລັດວິສາຫະກິດຂອງກະຊວງການເງິນໃນວັນ ພຸດວັນທີ 8 ທັນວາ 2010 ທີ່ ຜ່ານມາ.

ໂດຍທີ່ກ່ອນຫນ້ານີ້ໃນເດືອນມິຖຸນາທີ່ຜ່ານມາ, ທາງບໍລິສັດກໍ່ໄດ້ມອບເງິນປັນຜົນຈຳນວນ 14,4 ລ້ານໂດລາສະຫະລັດ ໃຫ້ພະແນກ ດັ່ງກ່າວ. ການມອບດັ່ງກ່າວນີ້ໄດ້ເຮັດໃຫ້ເງິນປັນຜົນທັງຫມົດທີ່ໄດ້ມອບໃຫ້ລັດຖະບານໃນປີ 2010 ລວມເປັນເງິນ 32,9 ລ້ານໂດລາສະ ຫະລັດ.

ນັບຕັ້ງແຕ່ການເຂົ້າຖືຮຸ້ນ 10 ສ່ວນຮ້ອຍນຳບໍລິສັດໃນປີ 2007 ເປັນຕົ້ນມາ, ລັດຖະບານໄດ້ຮັບເງິນປັນຜົນແລ້ວເປັນຈຳນວນຫລາຍ ກວ່າ 50 ລ້ານໂດລາສະຫະລັດ. ເງິນປັນຜົນນີ້ແມ່ນເປັນພຽງສ່ວນຫນຶ່ງຂອງລາຍຮັບຈາກໂຄງການເຊໂປນ. ກ່ຽວກັບການມອບພາສີອາ ກອນຮອດທ້າຍປີ 2010 ນີ້ທາງບໍລິສັດຄາດວ່າ ປະກອບສ່ວນຫລາຍກວ່າ 600 ລ້ານໂດລາສະຫະລັດ ເຂົ້າໃສ່ລາຍຮັບຂອງປະເທດລາວນັບຕັ້ງແຕ່ໂຄງການໄດ້ເລີ່ມຕົ້ນການຜະລິດໃນປີ 2003 ເປັນຕົ້ນມາ.

ເງິນປັນຜົນນີ້ ແມ່ນພາກສ່ວນຫນຶ່ງຂອງການຢຶດຫມັ້ນຢ່າງຕໍ່ເນື່ອງຂອງບໍລິສັດໃນການຈັດຕັ້ງປະຕິບັດສັນຍານຳລັດຖະບານແຫ່ງ ສ ປປ ລາວ ທີ່ໄດ້ເຊັນກັນໃນປີ 1993 ແລະການມອບເງິນປັນຜົນດັ່ງກ່າວນີ້ແມ່ນການປະກອບສ່ວນເທື່ອຫລ້າສຸດຕໍ່ການພົວພັນອັນໃກ້ຊິດ ທີ່ໄດ້ມີແຕ່ດົນນານລະຫວ່າງສອງຝ່າຍ ແລະ ຍັງສະແດງເຖິງການເຮັດວຽກຮ່ວມກັນ ເພື່ອບັນລຸຜົນປະໂຫຍດແກ່ທັງສອງຝ່າຍ.

ຕາງຫນ້າໃຫ້ບໍລິສັດ ໂດຍ ທ່ານ ສະຫມານ ອະເນກາ ອຳນວຍການບໍລິສັດ MMG LXML Sepon ເປັນຜູ້ມອບແຊັກເງິນປັນຜົນ ໃຫ້ທ່ານ ນາງ ວຽງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ເຊິ່ງໃນພິທີມອບ-ຮັບຍັງມີຄະນະບໍລິຫານງານອາວຸໂສ ຂອງບໍລິສັດ MMG LXML Sepon ພ້ອມເຈົ້າຫນ້າທີ່ຂັ້ນສູງຂອງລັດຖະບານກໍ່ໄດ້ເຂົ້າຮ່ວມນຳ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard