Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕ້ອນຮັບຄະນະຜູ້ແທນກະຊວງພາຍໃນຫວຽດນາມ
Anonymous

Date:
ຕ້ອນຮັບຄະນະຜູ້ແທນກະຊວງພາຍໃນຫວຽດນາມ


ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນກະຊວງພາຍໃນຫວຽດນາມ
blank.gif

1312201006.jpg

ຕອນເຊົ້າວັນທີ 10 ທັນວາ 2010 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ເຈີນວັນຕວນ ລັດຖະມົນຕີວ່າການກະຊວງພາຍໃນ ແຫ່ງ ສ.ສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມື ໃນ 5 ປີຕໍ່ໜ້າ ( 2011-2015) ກັບທະບວງການປົກຄອງ ແລະ ຄຸ້ມຄອງລັດຖະກອນ ແຫ່ງ ສປປ ລາວ.

ໂອກາດດັ່ງກ່າທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນພ້ອມທັງຕີລາຄາສູງຕໍ່ການເດີນທາງຢ້ຽມຢາມສປປ ລາວ ຄັ້ງນີ້ ອັນຈະເປັນການປະ ກອບສ່ວນສຳຄັນໃຫ້ແກ່ການເສີມຂະຫຍາຍສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ - ສອງລັດ ກໍຄືປະຊາຊົນສອງຊາດລາວ - ຫວຽດນາມdisbelief ໂດຍສະເພາະລະຫວ່າງທະບວງການປົກຄອງ ແລະ ຄຸ້ມຄອງລັດຖະກອນກັບກະຊວງພາຍໃນ ສ.ສ ຫວຽດນາມ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.

ທ່ານລັດຖະມົນຕີກະຊວງພາຍໃນສ.ສຫວຽດນາມກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານນາຍົກລັດຖະມົນຕີ ພ້ອມທັງລາຍງານໃຫ້ ຊາບກ່ຽວກັບຜົນສຳເລັດຂອງການພົບປະສອງຝ່າຍໃນການຮ່ວມມືຕໍ່ໜ້າຕື່ມອີກ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard