Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທິມໄທຍ໌ພົບມາເລເຊັຍ ແລງວັນນີ້ສະເໝີກັນສອງສູນ
ສາຍເຊລຳເພົາ(ເຂົ້າມາຢາມ)

Date:
ທິມໄທຍ໌ພົບມາເລເຊັຍ ແລງວັນນີ້ສະເໝີກັນສອງສູນ


- ທ້າວແກ້ວ ພົບກັນທ້າວໄຊ ພົບກັນວັ່ງຫົວຄໍ່ານີ້ ທ້າວແກ້ວເຫັນທ້າວໄຊກໍຟ້າວຖາມເຖິງ ຜົນເຕະບານທິມໄທຍ໌ພົບເຈົ້າເສືອເຫຼືອງມາເລເຊັຍ ໃນເສິກຊຸຊູກີຄັບ 2010
- ທ້າວແກ້ວ: ເຮີຍ...ໄຊ ມຶງໄດ້ເບິ່ງເຕະບານທິມໄທຍ໌ ກັບມາເລເຊັຍເຈີກັນບໍ່ຕອນຫົວແລງ.
- ທ້າວໄຊ: ໂຕເດຊັ້ນ ໄດ້້ເບິ່ງບໍ ?
- ທ້າວແກ້ວ: ເຮົາໄປວຽກນຳຫົວໜ້າ ເລີຍບໍ່ໄດ້ເບິ່ງຊ້ຳ ສີດາຍຂະໜາດ.
- ທ້າວໄຊ: ເຮົາໄດ້ເບິ່ງຢູ່ ແຕ່ກະເສັຍດາຍຄືກັນ ອົດສາເຊັຍທິມໄທຍ໌ ໃຈແທບຂາດ ເຮັດໃຫ້ຜິດຫວັງໝົດ ອົດສາເຊັຍໄດ້ຈັກລູກກະຍັງດີ.
- ທ້າວແກ້ວ: ຜົນເປັນຈັ່ງໃດ ?
- ທ້າວໄຊ: ຕີສະເໝີກັນສອງສູນ.
- ທ້າວແກ້ວ: ຮວຍ...ແກ້ວມີຈັກເທື່ອສະເໝີກັນສອງສູນ, ອັນນັ້ນເຂົາວ່າກິນຂາດລອຍຕວາຫັ້ນນາ ໃຜນໍາເວີຍ.
- ທ້າວໄຊ: ສະເໝີກັນບໍ່ມີໃຜຊະນະໃຜ ຜົນໄດ້ສອງສູນ.
- ທ້າວແກ້ວ: ບ໊ະ ສະເໝີກັນສອງສູນ ມັນເປັນຈັ່ງໃດຫວະ.
- ທ້າວໄຊ: ສະເໝີກັນສອງສູນ ກໍຄືມັນບໍ່ມີໃຜລື່ນໃຜຫັ້ນຕິ ຫຼິ້ນຄົບ 90 ນາທີແລ້ວ ທັງສອງທິມໄດ້ແຕ່ເລກສູນສອງຕົວສະເໝີກັນຫັ້ນຕີລະ 0-0.
- ທ້າວແກ້ວ: ໂອຍ...ຫ່າກິນຫົວເຮີຍ.....ເວົ້າງ່າຍຟັງຍາກ.....(ຮ່າໆໆໆໆໆໆ)

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard