Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວຽກຫນັກສຳຫລັບທິມຊາດລາວ
lao football

Date:
ວຽກຫນັກສຳຫລັບທິມຊາດລາວ


ບັນດາກອງເຊຍທິມຊາດລາວຫຼາຍທ່ານ ຄົງຕ້ອງມາໜັກໃຈກັບທິມຊາດລາວຕື່ມອີກ ໃນການກ້າວໄປເຖິງແຊັມ ຊູຊູກິ ຄັບ 2010 ເພາະຫົນທາງທີ່ຈະເດີນໄປ ຄ້ວາແຊັມມາໄດ້ນັ້ນ ມັນຊ່າງທຸລະກັນດານອີ່ຫຼີ ຖ້າເບິ່ງຈັ່ງໜຶ່ງກໍຄືໄກ ແລະ ເບິ່ງອີກຈັ່ງໜຶ່ງກໍຄືຢູ່ໃກ້.

ຮອບຄັດເລືອກ ຊູຊູກິ ຄັບ ທີ່ຫາກໍສຳເລັດລົງສົດໆຮ້ອນໆ ທິມຊາດລາວນັ້ນ ກໍສາມາດຜ່ານພົ້ນໄປດ້ວຍດີ ແລະ ໄດ້ເປັນທີໜຶ່ງຂອງຮອບຄັດເລືອກນຳອີກ ແຕ່ຜົນງານທີ່ສະແດງອອກມານັ້ນ ຍັງບໍ່ທັນເອົາຊະນະໃຈກອງເຊຍໄດ້ເທື່ອ ເພາະລົ້ມລຸກຄຸກຄານ ກ່ວາຈະຜ່ານຮອບຄັດເລືອກໄດ້ ເຊິ່ງສະແດງອອກໃຫ້ເຫັນ ນັດທີໜຶ່ງສະເໝີ ກຳປູເຈຍ 0-0 ນັດທີສອງ ສະເໝີ ຟີລິບປິນ 2-2 ຜົນງານ 2 ນັດນີ້ ຖືວ່າຫຼຸດມາດຕະຖານໄປແລ້ວ ແລະ ນັດສຸດທ້າຍ ທີ່ເອົາຊະນະທິມຊາດ ຕີມໍ ເລດສະເຕ ໄດ້ເຖິງ 6-1 ມັນບໍ່ແມ່ນເລື່ອງແປກ ເພາະທິມຊາດລາວ ໄດ້ພັດທະນາມາກ່ວາຫຼາຍປີແລ້ວ.

ຊູຊູກິ ຄັບ ຮອບ 8 ທິມສຸດທ້າຍ ກອງເຊຍຫຼາຍທ່ານ ລອງມາຕິດຕາມນຳກັນເບິ່ງວ່າ ທິມຊາດລາວຊຸດນີ້ ຈະຕົກເປັນໝູ່ສະໜາມ ອີກຫຼືບໍ່ ເພາະຕ່າງຄົນຕ່າງກໍຄິດວ່າ ທິມຊາດໄທ ອິນໂດເນເຊຍ ແລະ ມາເລເຊຍ ຄືທິມທີ່ແຂງແກ່ນ ເໝືອນຫີນທິມຊາດລາວ ຄົງຈະຜ່ານໄດ້ຍາກ ແຕ່ຖ້າທຽບໃສ່ເມື່ອກ່ອນ ທິມຊາດໄທ ເຄີຍຫຼັ່ງນ້ຳຕາ ໃຫ້ທິມຊາດລາວມາແລ້ວ ທິມຊາດອິນໂດເນເຊຍ ກໍເຄີຍເສຍໃຫ້ທິມຊາດລາວມາແລ້ວ ໃນງານມະຫະກຳກີລາຊີເກມ ຄັ້ງທີ 25 ເຖິງ 2 ປະຕູຕໍ່ 0 ສ່ວນທິມຊາດມາເລເຊຍ ຖືວ່າແຂງແກ່ນສົມ ຄຳຍ້ອງທີ່ເຫັນໃນຊີເກມ ຄັ້ງທີ 25 ສາມາດເບກທິມຊາດລາວ ເຈົ້າພາບ ໄວ້ພຽງຮອບຮອງຊະນະເລີດ ກ່ອນຈະກ້າວໄປເຖິງ ຮອບຊີງຊະນະເລີດ ທີ່ເອົາຊະນະ ທິມຊາດຫວຽດນາມ ໄປຢ່າງຫວຸດຫວິດ 1-0.

ເຖິງທິມຊາດລາວ ຈະຢູ່ນອກສາຍຕາຂອງ ການຄ້ວາແຊັມ ກໍຕາມ ແຕ່ກອງເຊຍທຸກທ່ານ ຢ່າຖອຍ ເພາະກອງເຊຍ ຄືກ້ອນກຳລັງແຮງ ອັນມະຫາສານ ທີ່ຜູ້ສື່ຂ່າວໄດ້ຍິນຈາກປາກ ນັກເຕະທຸກຄົນ ແລະ ຕອນນີ້ ນັກເຕະທຸກຄົນ ກໍມີຄວາມພໍອົກພໍໃຈ ກັບທ່ານ ເດວິດ ບູ໋ດ ຄູ່ເຝິກທິມຊາດລາວຄົນໃໝ່ ຈາກເມືອງຜູ້ດີ (ອັງກິດ) ເພາະທ່ານ ເດວິດ ບູ໋ດ ເປັນຜູ້ຄຸມທິມໃຈດີ ແລະ ວາງແຜນເກມຫຼິ້ນໄດ້ຢ່າງດີ ຄາດວ່າທ່ານ ເດວິດ ບູ໋ດ ຈະສາມາດນຳທິມຊາດລາວ ໄປເຖິງຈຸດໝາຍປາຍທາງໄດ້.

ທ່ານ ສຸລິວັນ ເຊີນວິໄລ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ກໍໄດ້ແຈ້ງຕໍ່ຜູ້ສື່ຂ່າວຊາບວ່າ: ປັດຈຸບັນນີ້ ທິມຊາດລາວຊຸດໃຫຍ່ ກຳລັງລົງສະໜາມເຝິກຊ້ອມຢ່າງໜັກ ເພື່ອທວງພາລະກຳລັງຄືນມາໃຫ້ເກີນ 100% ປະຈຳຢູ່ສູນເຝິກຊ້ອມ ກີລາບານເຕະແຫ່ງຊາດ (ຫ້ວຍຫົງ) ໂດຍແມ່ນທ່ານ ເດວິດ ບູ໋ດ ແລະ ທ່ານ ສຸດສາຄອນ ອຸດົມເພັດ ຜູ້ຊ່ວຍຄູເຝິກ ເປັນຜູ້ຕິດຕາມການເຝິກຊ້ອມ ທຸກວິນາທີ ຄາດວ່າຜ່ານການເຝິກຊ້ອມ ໄປຊົ່ວໄລຍະໜຶ່ງ ກໍອາດຈະສົ່ງນັກເຕະ ໄປທົດສອບຄວາມແຂງແກ່ນ ຢູ່ຕ່າງປະເທດຕື່ມອີກ ແລ້ວກັບມາປັບປຸງຈຸດບົກຜ່ອງ ກ່ອນຈະໄປເຂົ້າຮ່ວມແຂ່ງຂັນ ຊູຊູກິ ຄັບ ຮອບ 8 ທິມສຸດທ້າຍ ທີ່ອິນໂດເນເຊຍ ໃນເດືອນທັນວາ 2010 ນີ້ ພົບກັບທິມຊາດໄທ ອິນໂດເນເຊຍ ແລະ ມາເລເຊຍ ທີ່ນອນຢູ່ໃນກຸ່ມ A ດຽວກັນ.



__________________
Anonymous

Date:

what do you think ?

__________________
Anonymous

Date:

ປາຕິໂທ ເຈົ້າຄືມາຂຽນຄັກແທ້ ນ່າຈະໄປຂຽນວິເຄາະຂ່າວໃຫ້ຫນັງສືພິມ

ຢ່າງໃດກໍ່ດີ ຕໍ່ເຊຍລາວ ແບບໃຈຂາດໄປເລຍ


__________________
Anonymous

Date:

i like the under dog sir ! all you need is luck.
good luck LAO SU SU bring home the trophy.biggrin


__________________


Veteran Member

Status: Offline
Posts: 26
Date:

ລາຍການນີ້ບໍ່ຄືກັບ ຊີເກມ
ເພາະເຂົາເອົານັກເຕະຊຸດໃຫຍ່ມາຫຼິ້ນ
ສົງໃສອິນໂດ ຊິເອົາເຮົາຄືນແລ້ວບາດນີ້

ແຕ່ກະຊິເຊຍລາວຕໍ່ໄປ GO GO !!!!!!!

__________________

ສັງກະລີວັດທີ່ ຂາດຂາດ ເຂີນເຂີນ ແລະ ພ້ອມພາເຈົ້າປະເຊີນກັບຄວາມລຳບາກ

Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard