Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສຳ​ເລັດ​​ໂຄງການ​ກໍ່ສ້າງ ຫໍ​ທຳ​ມະ​ສະພາ
ສາຍເຊລຳເພົາ(ເຂົ້າມາຢາມ)

Date:
ສຳ​ເລັດ​​ໂຄງການ​ກໍ່ສ້າງ ຫໍ​ທຳ​ມະ​ສະພາ


ສຳ​ເລັດ​​ໂຄງການ​ກໍ່ສ້າງ ຫໍ​ທຳ​ມະ​ສະພາ

*(ຂປລ): ​ໂຄງການ​ກໍ່ສ້າງຫໍ​ທຳ​ມະ​ສະພາ ຢູ່​ບໍລິ​ເວນ​ເດີ່ນ​ພະທາດ​ຫລວງ ທີ່​ດຳ​ເນີນ​ການ​ກໍ່ສ້າງ​ເປັນ​ເວລາ 10 ກວ່າ​ປີ​ ໄດ້​ສຳ​ເລັດ​​ຢ່າງ​ສົມບູນ ແລະ ​ໄດ້ມີ​ພິທີ thamma.jpgມອບ-ຮັບ ​ໃນ​ວັນ​ທີ 14 ພະຈິກ 2010 ຊຶ່ງ​ພໍດີກັບ ໂອກາດ​ການສະ​ເຫລີ​ມ​ສະຫລອງ​ ວຽງ ​ຈັນ​ເປັນ​ນະຄອນຫລວງ​ຄົບຮອບ 450 ປີ ​ໂດຍ​ການ​ໃຫ້​ກຽດ​ເຂົ້າ ຮ່ວມ ​ຂອງ ພະ​ອາຈານ ຄຳ​ຜ່ອງ ສາມະ​ເລິກ, ວ່າ​ການ​ປະທານ ​ອົງການ​ພຸດທະ​ສາສະໜາ​ສຳພັນ​ລາວ, ທ່ານ ສີ ສະ​ຫວາດ ​ແກ້ວ​ບຸນ​ພັນ, ກຳມະການ​ກົມ​ການ​ເມືອງ​ສູນ​ ກາງ​ພັກ, ປະທານ​ສູນ​ກາງ​ແນວ​ລ າວ​ສ້າງ​ຊາດ, ຜູ້​ຊີ້ນຳ​ອົງການ​ຈັດຕັ້ງມະຫາຊົນ​ຂັ້ນສູນ​ກາງ, ມີ​ບັນດາ​ກຳມະການ​ກົມ​ ການ ​ເມືອງ​ສູນ​ກາງ​ພັກ, ຄະນະ​ລັດຖະບານ, ການ​ນຳ​ນະຄອນຫລວງ​ວຽງ​ຈັນ, ພະສົງສຳມະ ເນນ ແລະ ອຳນາດ​ການ​ປົກຄອງ​ອ້ອ​ມຂ້າງ​ນະຄອນ ຫລວງ ເຂົ້າຮ່ວມ.
ການ​ກໍ່ສ້າງ​ຫໍ​ທຳ​ມະ​ສະພາ ​ໄດ້​ເລີ່​ມຕົ້ນກໍ່ສ້າງ ​ໃນ​ວັນ​ວັນ​ທີ 7/2/1999 ​ໂດຍ​ມີ​ຈຸດປະສົງ​ ເພື່ອ​ເປັນ​ສະຖານ​ທີ່​ປະກອບ​ພິທີ​ທາງ​ສາສະໜາຂອງ​ພະສົງ, ​ເປັນສູນລວມຈິດ​ໃຈ​ຂອງ​ ຊາວ ​ພຸດ​ລາວ​ທົ່ວ​ປະ​ເທດ ​ແລະ ​ເປັນ​ຫ້ອງການ​ເຮັດ​ວຽກ​ຂອງ​ຄະນະ​ສົງ. ຫໍ​ທຳ​ມະ​ສະພາ​ ຫລັງ​ ນີ້​ເປັນ​ອາຄານ​ສອງ​ຊັ້ນ, ​ໂຄງ​ສ້າງ​ສ່ວນ​ໃຫຍ່​ເປັນ​ເບຕົງ​ເສີມ​ເຫັລກ ມີ​ລັກສະນະ​ສະຖາປະນິກ​ລາວ​ ລ້ານ​ຊ້າງ, ຫລັງຄາ​ມຸງ​ດ້ວຍ​ຊີ​ແຟັກ, ຂະໜາດ​ ຂອງ ​ອາ ຄານ​ກວ້າງ 50 ແມັດ, ຍາວ 75,6 ແມັດ, ມີ​ເນ້ືອ​ທີ່​ທັງ​ໝົດ 3.128 ຕາ​ແມັດ, ມີ​ຄວາມ​ສູງ​ແຕ່​ພື້ນ​ເຖິງ​ຫລັງຄາ 39 ແມັດ ​ແລະ ຂ້ັນ​ໄດ​ ຂຶ້ນ-ລົງ 8 ທາງ. ການ​ ກໍ່ສ້າງ​ຫໍ​ທຳ​ມະ​ສະພາ​ຫລັງ​ດັ່ງກ່າວ ​ແມ່ນ​ບໍລິສັດ ສົມ​ປະສົງ​ກໍ່ ສ້າງ​ ເປັນ​ຜູ້​ຮັບເໝົາ, ສ່ວນ​ໜ້າ​ວຽກ​ປະດັບ​ປະດາ​ສວນ​ດອກ​ໄມ້​ຕໍ່ໜ້າ​ຫໍ​ທຳ​ມະ​ສະພາ ​ໃນ​ເນື້ອທີ່ 13.718 ຕາ​ແມັດ ​ແມ່ນ​ບໍລິ ສັດເພັດ​ບັນດິດ​ກໍ່ສ້າງ​ເປັນ​ຜູ້​ຮັບ​ເໝົາ.
ຜ່ານ​ການຈັດຕັ້ງປະຕິບັດ​ໂຄງການ​ດັ່ງກ່າວ​ ເປັນ​ເວລາ 10 ກວ່າ​ປີ ໜ້າ​ວຽກ​ຕ່າງໆ​ທີ່​ກຳນົດ​ໃນ​ສັນຍາ​ຈຶ່ງ​ສຳ​ເລັດ 100% ​​ລວມມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 45 ຕື້ ກວ່າ​ກີບ. ຍ້ອນ​ການ​ເອົາ​ໃຈ​ໃສ່​ຊີ້ນຳ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ລັດຖະບານ, ປະທານ​ຄະນະ​ຮັບ​ຜິດຊອບ​ຝ່າຍ​ຄາ​ລະວາ​ດ ​ແລະ ຝ່າຍ​ສົງ ​ແລະ ການ​ປະ ກອບສ່ວນ​ຂອງ​ຊາວ​ພຸດທະ​ສາ​ສະນິກະ​ຊົນ ທີ່​ມີ​ຈິດ​ໃຈ​ເຫລື້ອມ​ໃສ​ສັດທາ​ໃນ​ພຸດທະ​ສາສະໜາ ຈຶ່ງ​ເຮັດ​ໃຫ້ການ​ກໍ່ສ້າງ​ສຳ​ເລັດ​ຢ່າງ​ສົມບູນ./.



__________________
Anonymous

Date:


ງາມແຕ່ຫຼັງຄາ ສ່ວນຝາຜະໜັງຢາກໃຫ້ແກະສະຫຼັກລວດລາຍໃສ່ໃຫ້ຫຼາຍ ຄືກັນກັບວັດຊຽງທອງ

__________________
Anonymous

Date:

ສາຍເຊລຳເພົາ(ເຂົ້າມາຢາມ) wrote:
==================================================
What's wrong ,No pic ?

++++++++++++++++++++++++++++++++++++++++++++++++++

ສຳ​ເລັດ​​ໂຄງການ​ກໍ່ສ້າງ ຫໍ​ທຳ​ມະ​ສະພາ

*(ຂປລ): ​ໂຄງການ​ກໍ່ສ້າງຫໍ​ທຳ​ມະ​ສະພາ ຢູ່​ບໍລິ​ເວນ​ເດີ່ນ​ພະທາດ​ຫລວງ ທີ່​ດຳ​ເນີນ​ການ​ກໍ່ສ້າງ​ເປັນ​ເວລາ 10 ກວ່າ​ປີ​ ໄດ້​ສຳ​ເລັດ​​ຢ່າງ​ສົມບູນ ແລະ ​ໄດ້ມີ​ພິທີ thamma.jpgມອບ-ຮັບ ​ໃນ​ວັນ​ທີ 14 ພະຈິກ 2010 ຊຶ່ງ​ພໍດີກັບ ໂອກາດ​ການສະ​ເຫລີ​ມ​ສະຫລອງ​ ວຽງ ​ຈັນ​ເປັນ​ນະຄອນຫລວງ​ຄົບຮອບ 450 ປີ ​ໂດຍ​ການ​ໃຫ້​ກຽດ​ເຂົ້າ ຮ່ວມ ​ຂອງ ພະ​ອາຈານ ຄຳ​ຜ່ອງ ສາມະ​ເລິກ, ວ່າ​ການ​ປະທານ ​ອົງການ​ພຸດທະ​ສາສະໜາ​ສຳພັນ​ລາວ, ທ່ານ ສີ ສະ​ຫວາດ ​ແກ້ວ​ບຸນ​ພັນ, ກຳມະການ​ກົມ​ການ​ເມືອງ​ສູນ​ ກາງ​ພັກ, ປະທານ​ສູນ​ກາງ​ແນວ​ລ າວ​ສ້າງ​ຊາດ, ຜູ້​ຊີ້ນຳ​ອົງການ​ຈັດຕັ້ງມະຫາຊົນ​ຂັ້ນສູນ​ກາງ, ມີ​ບັນດາ​ກຳມະການ​ກົມ​ ການ ​ເມືອງ​ສູນ​ກາງ​ພັກ, ຄະນະ​ລັດຖະບານ, ການ​ນຳ​ນະຄອນຫລວງ​ວຽງ​ຈັນ, ພະສົງສຳມະ ເນນ ແລະ ອຳນາດ​ການ​ປົກຄອງ​ອ້ອ​ມຂ້າງ​ນະຄອນ ຫລວງ ເຂົ້າຮ່ວມ.
ການ​ກໍ່ສ້າງ​ຫໍ​ທຳ​ມະ​ສະພາ ​ໄດ້​ເລີ່​ມຕົ້ນກໍ່ສ້າງ ​ໃນ​ວັນ​ວັນ​ທີ 7/2/1999 ​ໂດຍ​ມີ​ຈຸດປະສົງ​ ເພື່ອ​ເປັນ​ສະຖານ​ທີ່​ປະກອບ​ພິທີ​ທາງ​ສາສະໜາຂອງ​ພະສົງ, ​ເປັນສູນລວມຈິດ​ໃຈ​ຂອງ​ ຊາວ ​ພຸດ​ລາວ​ທົ່ວ​ປະ​ເທດ ​ແລະ ​ເປັນ​ຫ້ອງການ​ເຮັດ​ວຽກ​ຂອງ​ຄະນະ​ສົງ. ຫໍ​ທຳ​ມະ​ສະພາ​ ຫລັງ​ ນີ້​ເປັນ​ອາຄານ​ສອງ​ຊັ້ນ, ​ໂຄງ​ສ້າງ​ສ່ວນ​ໃຫຍ່​ເປັນ​ເບຕົງ​ເສີມ​ເຫັລກ ມີ​ລັກສະນະ​ສະຖາປະນິກ​ລາວ​ ລ້ານ​ຊ້າງ, ຫລັງຄາ​ມຸງ​ດ້ວຍ​ຊີ​ແຟັກ, ຂະໜາດ​ ຂອງ ​ອາ ຄານ​ກວ້າງ 50 ແມັດ, ຍາວ 75,6 ແມັດ, ມີ​ເນ້ືອ​ທີ່​ທັງ​ໝົດ 3.128 ຕາ​ແມັດ, ມີ​ຄວາມ​ສູງ​ແຕ່​ພື້ນ​ເຖິງ​ຫລັງຄາ 39 ແມັດ ​ແລະ ຂ້ັນ​ໄດ​ ຂຶ້ນ-ລົງ 8 ທາງ. ການ​ ກໍ່ສ້າງ​ຫໍ​ທຳ​ມະ​ສະພາ​ຫລັງ​ດັ່ງກ່າວ ​ແມ່ນ​ບໍລິສັດ ສົມ​ປະສົງ​ກໍ່ ສ້າງ​ ເປັນ​ຜູ້​ຮັບເໝົາ, ສ່ວນ​ໜ້າ​ວຽກ​ປະດັບ​ປະດາ​ສວນ​ດອກ​ໄມ້​ຕໍ່ໜ້າ​ຫໍ​ທຳ​ມະ​ສະພາ ​ໃນ​ເນື້ອທີ່ 13.718 ຕາ​ແມັດ ​ແມ່ນ​ບໍລິ ສັດເພັດ​ບັນດິດ​ກໍ່ສ້າງ​ເປັນ​ຜູ້​ຮັບ​ເໝົາ.
ຜ່ານ​ການຈັດຕັ້ງປະຕິບັດ​ໂຄງການ​ດັ່ງກ່າວ​ ເປັນ​ເວລາ 10 ກວ່າ​ປີ ໜ້າ​ວຽກ​ຕ່າງໆ​ທີ່​ກຳນົດ​ໃນ​ສັນຍາ​ຈຶ່ງ​ສຳ​ເລັດ 100% ​​ລວມມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 45 ຕື້ ກວ່າ​ກີບ. ຍ້ອນ​ການ​ເອົາ​ໃຈ​ໃສ່​ຊີ້ນຳ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ລັດຖະບານ, ປະທານ​ຄະນະ​ຮັບ​ຜິດຊອບ​ຝ່າຍ​ຄາ​ລະວາ​ດ ​ແລະ ຝ່າຍ​ສົງ ​ແລະ ການ​ປະ ກອບສ່ວນ​ຂອງ​ຊາວ​ພຸດທະ​ສາ​ສະນິກະ​ຊົນ ທີ່​ມີ​ຈິດ​ໃຈ​ເຫລື້ອມ​ໃສ​ສັດທາ​ໃນ​ພຸດທະ​ສາສະໜາ ຈຶ່ງ​ເຮັດ​ໃຫ້ການ​ກໍ່ສ້າງ​ສຳ​ເລັດ​ຢ່າງ​ສົມບູນ./.




 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard