Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນລາວຕ້ອງຄິດແບບໂຍນິໂສມະນະາການ
ສາຍເຊລຳເພົາ(ເຂົ້າມາຢາມ)

Date:
ຄົນລາວຕ້ອງຄິດແບບໂຍນິໂສມະນະາການ


ທ່ອງທ່ຽວ ອ່ານເວບລາວ ທີ່ມີການອອກຄວາມເປັນ ປະກົດວ່າຄົນລາວເຮົາສ່ວນຫຼາຍຍັງຄິດບໍ່ເປັນ ເຖິງຄິດເປັນ ກໍມັກຈະບໍ່ຖືກ ເມຶ່ອເວົ້າອອກມາແລ້ວເນື້ອໃນບໍ່ໜັກແໜ້ນ ແລະບໍ່ເປັນຕັກກະ ອາດເປັນໄພຕໍ່ຄົນອອກຄວາມຄິດ ຄວາມເປັນໃນປັດຈຸບັນທັນດ່ວຍ ແລະບາງຄັ້ງອາດເປັນໄພ ຫຼືເປັນຜົນເສັຍ ທີ່ອາດຈະສົ່ງຜົນກະທົບຕໍ່ຄົນ ແລະປະເທດຊາດ ດ້ວຍຊ້ຳ ດ້ວຍເຫດນັ້ນ ຈຶ່ງສະເໜີ ບົດຄວາມທຳມະ ທີ່ມີຄົນຂຽນໄວ້ແລ້ວ ໃຫ້ບັນດາທ່ານອ່ານໆໆໆໆ ເພື່ອນຳໄປໃຊ້ໄດ້ປະໂຫຍດແທ້ໆ ໃນຊີວິດຈິງ

ທັມນິ້ ມີຊື່ວ່າ ໂຍນິໂສມະນະສິກາຣ ຫາກໃຜຫວັງຄວາມຈະເລີນ ນຳໄປໃຊ້ກໍໄດ້

(ການໃຊ້ຄວາມຄິດຢ່າງຖືກວິທີ ຄືການພິຈາຣະນາໃນໃຈໂດຍສຸຂຸມແຈບໃຈ ເຫັນສິ່ງທັງຫຼາຍດ້ວຍຄວາມຄິດພິຈາຣະນາສືບຄົ້ນຫາຕົ້ນເຫດ ສາວຫາເຫດຜົນແຕ່ກົກສຸດປາຍ ແຍກແຍະອອກພິເຄາະດ້ວຍປັນຍາ ທີ່ຄິດເປັນລະແບບແລະໂດຍອຸບາຍວິທີ ໃຫ້ເຫັນສິ່ງນັ້ນ ຫຼືປັນຫານັ້ນໆ ຕາມສະພາວະແລະຕາມຄວາມສຳພັນລະຫວ່າງເຫດແລະປັດໄຈ- Yonisomanasikāra : reasoned attention; systematic attention; analytical thinking; critical reflection; thinking in terms of specific conditionality; thinking by way of causal relations or by way of problem-solving)ຂໍ້ນີ້ເປັນອົງປະກອບພາຍໃນ(internal factor; personal factor)ແລະເປັນຝ່າຍປັນຍາ (a factor belonging to the category of insight or wisdom)
ພິກຂຸທັງຫຼາຍ ເມື່ອດວງອາທິດອຸໄທຢູ່ ຍ່ອມມີແສງຂື້ນມາກ່ອນ ເປັນບຸບພະນິມິດ ສັນໃດ ຄວາມເຖິງພ້ອມ ດ້ວຍໂຍນິໂສມະນະສິກາຣ ກໍເປັນຕົວນຳ ເປັນບຸບພະນິມິຕ ແຫ່ງການເກີດຂື້ນ ຂອງອະຣະຍະອັຕຖັງຄິກະມັກຄ໌ ແກ່ພິກຂຸ ສັນນັ້ນ.

ເຮົາບໍ່ແນມເຫັນອົງປະກອບພາຍໃນອື່ນ ແມ້ພຽງຢ່າງດຽວ ທີ່ມີປະໂຫຍດຫຼາຍ ສຳລັບພິກຂຸ ຜູ້ເປັນເສຂະ ເໝືອນໂຍນິໂສມະນະສິກາຣ ພິກຂຸຜູ້ມີໂຍນິໂສມະນະສິກາຣ ຍ່ອມກຳຈັດອະກຸສົນໄດ້ ແລະຍ່ອມເຮັດໃຫ້ກຸສົນເກີດຂື້ນ

ເຮົາບໍ່ເລັງເຫັນທັມອື່ນ ແມ້ພຽງແຕ່ຂໍ້ດຽວ ເຊິ່ງເປັນເຫດໃຫ້ສຳມາທິດຖິທີ່ຍັງບໍ່ທັນເກີດ ກໍເກີດຂື້ນ ທີ່ເກີດຂື້ນແລ້ວ ກໍຈະເລີນຍິ່ງໆຂື້ນໄປ ເໝືອນໂຍນິໂສມະນະສິກາຣເລີຍ.

ເຮົາບໍ່ເລັງເຫັນທັມອື່ນ ແມ່ນແຕ່ຂໍ້ດຽວ ເຊິ່ງເປັນເຫດໃຫ້ຄວາມສົງໄສທີ່ຍັງບໍ່ເກີດ ກໍບໍ່ເກີດຂື້ນ ທີ່ເກີດຂື້ນແລ້ວ ກໍຖືກຂະຈັດເສັຍໄດ້ ເໝືອນໂຍນິໂສມະນະສິກາຣເລີຍ.

ໂຍນິໂສມະນະສິກາຣ ຍ່ອມເປັນໄປເພື່ອປະໂຫຍດຍິ່ງໃຫຍ່, ເພື່ອຄວາມດຳລົງໝັ້ນ ບໍ່ເສື່ອມສູນ ບໍ່ອັນຕະຣະທານແຫ່ງສັທທັມ.

ທັມຂໍ້ອື່ນທີ່ໄດ້ຮັບຍົກຍ້ອງ ຄ້າຍກັບໂຍນິໂສມະນະສິກາຣ ນີ້ ໃນບາງແງ່ ແຕ່ໃນບາງແງ່ໄດ້ແກ່ :
ອັບປະມາທະ ຄວາມຜະໝາດ- earnestness; diligence),
ວິຣິຍາຣັມພະ(ການປາຣົບຄວາມພຽນ, ທຳຄວາມດຽວມຸ້ງໝັ້ນ- instigation of energy; energy effort),
ອັປປິຈສຕາ(ຄວາມມັກນ້ອຍ ບໍ່ເຫັນແກ່ໄດ້)-fewness of wishes; paucity of selfish desire),
ສັນຕຸດຖີ ຄວາມສັນໂດດ(ຄວາມສັນໂດຍ(contentment),
ສັມປັດຊັນຍະ(ຄວາມຮູ້ຕົວ, ສຳນຶກຕະໜັກດ້ວຍປັນຍາ-awareness; full comprehension);
ກຸສະລະທັມມານຸໂຍກ(ການໝັ່ນປະກອບກຸສົນທັມ - pursuit of wholesome states; devotion to good things); ສີລະສັມປະທາ(ຄວາມເຖິງພ້ອມແຫ່ງສີລ-possession of virtue);
ສັນທະສັມປະທາ(ຄວາມເຖິງພ້ອມແຫ່ງສັນທະ- possession of will);
ອັຕຕະສັມປະທາ(ຄວາມເຖິງພ້ອມແຫ່ງຕົນ ຄື ມີຈິດໃຈທີ່ພັດທະນາເຕັມປ່ຽມແລ້ວ- self-realization, self-actualization), ທິດຖິສັມປະທາ(ຄວາມເຖິງພ້ອມແຫ່ງທິດຖິ-possession of right view), ແລະ ອັປປະມາທະສັມປະທາ(ຄວາມເຖິງພ້ອມແຫ່ງຄວາມບໍ່ຜະໝາດ-possession of earnestness).
..................
S.V.2-30; A.I.11-31; It.9. ສໍ.ມ.19/5-129/2-36; ອັງ.ເອກ.20/60-186/13-14;ຂຸ.ອິຕິ.25/194/236.

ຈາກ: ພົດຈະນານຸກົມພຸດທະສາສະໜາ ສະບັບປະມວນທັມ ໂດຍ : ປ.ອ.ປະຍຸດໂຕ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard