Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຢາກຮູ້ວ່າເພິ່ນຈັດໃຫ້ທາງ 450 ປີ ເປັນທາງປະເພດໃດ? ແລະ ວັດແທກດວ້ຍມາດຕະຖານໃກ ?
Anonymous

Date:
ຢາກຮູ້ວ່າເພິ່ນຈັດໃຫ້ທາງ 450 ປີ ເປັນທາງປະເພດໃດ? ແລະ ວັດແທກດວ້ຍມາດຕະຖານໃກ ?


ຢາກຮູ້ວ່າເພິ່ນຈັດໃຫ້ທາງ 450 ປີທີ່ກຳລັງສ້າງໃໝ່ເປັນປະເພດ ທາງຫຼວງແບບໃດ ?
ເພາະຂ້າພະເຈົ້າໄດ້ມີໂອກາດໄປ ນະຄອນຫຼວງຮ່າໂນ້ຍ ຈັ່ງແມ່ນວ່າບ້ານເພິ່ນມີການພັດທະນາ ແລະ ສ້າງສາຫຼາຍຢ່າງເບິ່ງແລ້ວມີຄວາມທັນສະໄໝຂຶ້ນທຸກໆປີ ແລະ ໄດ້ມີໂອກາດຂີ່ລົດໄປເລາະເບິ່ງ ຖະໜົນ1000 ປີທັງລອງ ທີ່ເພິ່ນສ້າງໃໝ່ ຈັ່ງແມ່ນວ່າມັນມີຄວາມຍິ່ງໃຫຍ່ອາລັງການແທ້ໆ.
ມີປ້າຍບອກທິດທາງ ຂະໜາດໃຫຍ່ເພື່ອບອກທິດທາງເໝືອນດັ່ງປະເທດອື່ນໆຄົບສຸດ ແລະ ໄຟເຍືອງທາງ ຍາວຢຽດ ສຸດສາຍທາງພ້ອມທັງເປີດແຈ້ງສະຫວ່າງ ເວລາຍາມຄຳ່ຄືນ ເພາະທາງເພິ່ນເຮັດແມ່ນແບ່ງເສັ້ນທາງສັນຈອນ ອອກເປັນເລນໃຜມັນຢ່າງຊັດເຈນ ແລະ ບໍ່ມີຄູກາງຖະໜົນ.
ຂ້າພະເຈົ້າບໍ່ຮູ້ວ່າ: ທາງ 450 ປີຂອງບ້ານເຮົາຈັກສິເປັນທາງມາດຕະຖານຫຍັງ ທາງໃຫຍ່ ໃສ່ໄຟ ແຕ່ໃສ່ບໍ່ສຸດສາຍ ເໝືອນກັບໃຊ້ເພື່ອປະດັບທາງໜ້າ ບາດທາງຫຼັງມືດຕຶບ ສ່ວນປ້າຍ ບອກທິດທາງບໍ່ຮູ້ວ່າເພິ່ນຈະໃສ່ສົມກັບຫົນທາງຢູ່ບໍ່.
ຕາມຂ້າພະເຈົ້າຄິດ ຖ້າເຮັດໃຫ້ງາມເປັນໜ້າເປັນຕາ ກໍ່ຄວນເຮັດໃຫ້ມັນງາມແທ້ໆ ສົມກັບວ່ານະຄອນຫຼວງ ແລະບໍ່ນ້ອຍນ້າກັບເສັ້ນທາງ ຂອງຕ່າງແຂວງຢູ່ ປະເທດເພື່ອນບ້ານອອ້ມຂ້າງເຮົາເດີ້.


__________________
Anonymous

Date:
RE: ຢາກຮູ້ວ່າເພິ່ນຈັດໃຫ້ທາງ 450 ປີ ເປັນທາງປະເພດໃດ? ແລະ ວັດແທກດວ້ຍມາດຕະຖານໃກ ?


ຄູກາງທາງ ແລະ ທາງຢ່າງສອງຂອບທາງ
ກີນໝົດ ເຈົ້າຂອງໂຄງການແນ່ ຜູ້ຮັບເໝົາ
ສ້າງທາງເອົາເປີເຊັນສູງໆ ເພາະວ່າເງີນເຢັນ


__________________


Veteran Member

Status: Offline
Posts: 28
Date:

ຮອດມື້ນັ້ນແລ້ວທ່ານຈະຮູ້ດອກໄມ້ບໍ່ມີກໍ່ຈະມີແຖມອອກດອກນຳ ປະເທດເຮົາເນລະມິດໄດ້ບໍ່ຕ້ອງເປັນຫວ່ງທ່ານ ໄຟສີສັນອະລັງການແນ່ນອນໃນມື້ນັ້ນ ເຊື່ຶອຂ້າພະເຈົ້າ ທ່ານເຄີຍເຫັນບໍ່ງານລະດັບນາໆຊາດພວກເຮົາຍັງເຮັດມາແລ້ວເຊັ່ນ ກອງປະຊຸມອາຊຽນ , ງານຊີເກມ ແລລະອຶ່ນໆ ສີສັນອະລັງການງານສ້າງຫົນທາງກະສະອາດງາມຕາບາດແລ້ວງານຄ່ອຍເວົ້າກັນໃຫມ່ noblankstarebiggrin

__________________
tom
Anonymous

Date:

ກີນກັນບໍ່ເລີກບໍ່ແລ້ວເນາະ ອິດູຕົນລາວ
ທັງຊາດ ຮວມທັງ ຜຂ ແດ່ nonono


__________________
Vi

Date:


ປານໃດ ປະເທດ ລາວ ແລະ ລັດທະບານ ຈະແກ້ ໄຂ ຊິວິດ ການ ເປັນ ຢູ່ ໃຫ້ ທົ່ວ ເຖິງ ...
ຄົນຮວຍ ມີ ໜ້ອຍ ....ແຕ່ ຄົນ ທຸກມີຫລາຍ

__________________
Anonymous

Date:

ພິ່ນ ກະກຳລັງພັດທະນາຢູ່ເດປະເທດຊາດກະດາຍ ເພິ່ນຫາກພັດທະນາຖົງໂຕເອງ ເປັນໃຫຍ່ ປະຊາຊົນຜູ້ເສຍພາສີທຸກກະຢ່າມັນ, ເກັບກ້ຽວ ແລ້ວ ກະຕ້ອງມາເສຍພາສີຄ່າດິນໄຮ່ ດິນນ່າ ດິນເຮືອນ ແລະ ອຶ່ນໆ ຮອດທ້າຍປີມາ ປະຊາຊົນຜູ້ເສຍພາສີ ຢູ່ບ້ານນອກບ້ານນາ ອຶດເຂົ້າຢາກປາກະຢ່າຫົວມັນ ໃຫ້ພວກມັນກິນ ເຜືອກ ກິນມັນໄປກ່ອນ,ຄັນບໍ່ຕາຍ ຍັງມີແຮງຢູ່ປີໜ້າມາເຮັດນາເສຍພາສີອີກ ຕໍ່ໆ ໄປ,ຄັນນ້ຳຖ້ວມນາ ພະນັກງານຕ້ອງຮີບໄປເກັບຂໍ້ມູນການເສຍຫາຍເພື່ອຊິໄດ້ຂຶ້ນ ງົບປະມານຫາທຶນຊ່ວຍເຫຼືອ,ບາດໄດ້ທຶນມາຊ່ວຍເຫຼືອ ເອົາໄປເຂົ້າສານເຮືອນລະ 10 ກິໂລ ຖົງໃສ່ເຂົ້າຄອບຄົວລະ 10 ຖົງ ເຫຼືອນັ້ນກະໃສ່ຖົງພະນັກງານຂັ້ນຕ່າງໆໆຫຼືບໍ່ກະໄວ້ຂາຍ

ສົມເພດແທ້ເດ

__________________
solk

Date:

Anonymous wrote:

ພິ່ນ ກະກຳລັງພັດທະນາຢູ່ເດປະເທດຊາດກະດາຍ ເພິ່ນຫາກພັດທະນາຖົງໂຕເອງ ເປັນໃຫຍ່ ປະຊາຊົນຜູ້ເສຍພາສີທຸກກະຢ່າມັນ, ເກັບກ້ຽວ ແລ້ວ ກະຕ້ອງມາເສຍພາສີຄ່າດິນໄຮ່ ດິນນ່າ ດິນເຮືອນ ແລະ ອຶ່ນໆ ຮອດທ້າຍປີມາ ປະຊາຊົນຜູ້ເສຍພາສີ ຢູ່ບ້ານນອກບ້ານນາ ອຶດເຂົ້າຢາກປາກະຢ່າຫົວມັນ ໃຫ້ພວກມັນກິນ ເຜືອກ ກິນມັນໄປກ່ອນ,ຄັນບໍ່ຕາຍ ຍັງມີແຮງຢູ່ປີໜ້າມາເຮັດນາເສຍພາສີອີກ ຕໍ່ໆ ໄປ,ຄັນນ້ຳຖ້ວມນາ ພະນັກງານຕ້ອງຮີບໄປເກັບຂໍ້ມູນການເສຍຫາຍເພື່ອຊິໄດ້ຂຶ້ນ ງົບປະມານຫາທຶນຊ່ວຍເຫຼືອ,ບາດໄດ້ທຶນມາຊ່ວຍເຫຼືອ ເອົາໄປເຂົ້າສານເຮືອນລະ 10 ກິໂລ ຖົງໃສ່ເຂົ້າຄອບຄົວລະ 10 ຖົງ ເຫຼືອນັ້ນກະໃສ່ຖົງພະນັກງານຂັ້ນຕ່າງໆໆຫຼືບໍ່ກະໄວ້ຂາຍ

ສົມເພດແທ້ເດ



ທ່ານ ຄືມາເວົ້າຈັ່ງຊັ້ນ  ຂ້າພະເຈົ້າວ່າ ມັນຖືກຫມົດ ເອົາໄປເລືຍ ຄະແນນ ໑໐   ຕາມທີ່ຂ້າພະເຈົ້າຮູ້ຫນ້ອຍຫນື່ງ
ູຢ່ແຂວງອັດຕະປື ປີກາຍນີ້ ມີພະຍຸໂຊນຮ້ອນ ແລະ ພະຍຸເກດສະຫນາຖະຫລົ່ມ ເຮັດໃຫ້ປະຊາຊົນອືດເຂົ້າຢາກປາ
ແຕ່ວ່າພະນັກງານດີໃຈເພາະວ່າຈະໃດ້ໃຊ້ເງິນແບບທ່ານເວົ້າ  ຂ້ອຍຮູ້ມາຫນ້ອຍຫນື່ງວ່າ ງົບປະມານສຸດເສີນທີ່ລັດ
ຖະບານມອບໃຫ້ເພື່ອແກ້ໄຂໄຟພິບັດທຳມະຊາດນ້ຳຖ້ວມ ຫລາຍ ໑໐ ຕື້ກີບ ແລະເງິນສ່ວຍເຫລືອຈາກພາກສ່ວນ
ຕ່າງໆກະຫລາຍ ໑໐ຕື້ ໃນນັ້ນມີງົບສ້າງແລະສ້ອມແປງຊົນລະປະທານ ກໍ່ເປັນຈຳນວນຫລາຍ໑໐ຕື້ ແຕ່ການກໍ່ສ້າງ
ບໍ່ມີປະສິດຕິພາບ ແລະ ບໍ່ໄດ້ຮັບຫມາກຜົນ ມີທືມງານຈາກຂັ້ນເທີງມາກວດກາກະຂື້ນໄປລາຍງານວ່າ ­ໂອເຄ
ຢາກໃຫ້ລັດຖະບານ ຫລື ກະຊວງກະສິກຳ ແລະ ປ່າໄມ້ ຫລື ກົມ ຊປທ ມີມາດຕະການ ແລະ ມີການວດກາ ກວດສອບ ຄືນໃຫມ່ ວ່າມັນເປັນຍ້ອນຫຍັງ ? ມີງົບປະມານໃຫ້ສ້າງ ຊົນລະປະທານແລ້ວແຕ່ປະຊາຊົນຍັງເຮັດນາແຊງບໍ່ໄດ້ ປະຊາຊົນຂີ້ຄ້ານ ຫລື ຄອງ ຊປທ ບໍ່ມີປະສິດຕີພາບ ນ້ຳບໍ່
ຂື້ນ ຂື້ນບໍ່ພໍ ເຂົ້າຕາຍ ປະຊາຊົນທຸກ ປະຊາຊົນຕິດຫນີ້ ປະຊາຊົນຕາຍ ພະນັກງານບາງກຸ່ມຄົນສະບາຍ ມີເງິນຫລາຍ

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard