Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນເຮົາຕາຍແລ້ວຈະໄປຢູ່ໃສ ?
Andy

Date:
ຄົນເຮົາຕາຍແລ້ວຈະໄປຢູ່ໃສ ?

ພຣະພຸດທະເຈົ້າ ໄດ້ເຄີຍຕຣັສໄວ້ວ່າ ເມື່ອຕາຍຈາກໂລກນີ້ໄປແລ້ວ ທາງທີ່ໄປມີ 5 ສາຍ ຄື:

1) ອະບາຍຍະພູມ: ໄດ້ແກ່ເກີດເປັນ ສັດນາຮົກ ເປັນເປດ ເປັນສັດເດຍລະສານ
ຄືເປັນບຸກຄົນທີ່ລະເມີດສິນ 5 ເມື່ອຕາຍຈາກຄົນໄປແລ້ວກໍ່ໄປສູ່ອະບາຍຍະພູມ.

2) ເກີດເປັນມະນຸດ: ຜູ້ທີ່ຈະມາເກີດເປັນມະນຸດໄດ້ອີກນັ້ນຈະຕ້ອງເປັນຜູ້ທີ່ມີ ກັມມະບົດ 10 ເປັນຄົນມີສິນ 5 ປະຈຳ.

3) ເກີດເປັນເທວະດາ ຫລື ນາງຟ້າ ຢູ່ສະຫວັນ: ຈະຕ້ອງເປັນຜູ້ທີ່ມີຄວາມລະອາຍຕໍ່ຄວາມຊົ່ວ ຢ້ານຜົນຂອງ ຄວາມຊົ່ວທັງຕໍ່ຫນ້າ ແລະ ຫລັບຫລັງ.

4) ເກີດເປັນ ພຣົມ: ຈະຕ້ອງເປັນນັກກັມມະຖານ ມີອາລົມຈິດເປັນຍານ ຄື ເຂົ້າຍານຕາຍ.

5) ໄປນິພພານ: ແດນເກີດສາຍທີ 5 ແດນນິພພານນີ້ ຄົນທີ່ຈະເຖິງ ພຣະນິພພານ ໄດ້ນັ້ນຈະຕ້ອງມີຄວາມບໍລິສຸດ 10 ຢ່າງຄື:

1. ບໍ່ເມົາໃນຕົນເອງ ຫລື ວັດຖຸ ຮູ້ສະເຫມີວ່າຈະຕ້ອງຕາຍ ແລະ ພັດພາກຈາກສິ່ງທີ່ຮັກ, ສິ່ງພໍໃຈ.

2. ບໍ່ສົງໄສໃນຄຳສອນຂອງ ພຣະພຸດທະເຈົ້າ ທີ່ສອນວ່າ
ບໍ່ມີຫຍັງຄົງສະພາບເປັນປົກກະຕິໄດ້ ທຸກສິ່ງ ທຸກຢ່າງເສື່ອມໄປຕາມກາລ ເວລາ ແລະ
ເຮັດດີໄດ້ດີ ເຮັດຊົ່ວໄດ້ຊົ່ວ.

3. ຮັກສາສິນຫມັ້ນຄົງ ດຳລົງຈິດຢູ່ໃນສິນເປັນປົກກະຕິ.

4. ທຳລາຍຄວາມໃຄ່ໃນກາມມະລົມໃຫ້ສິ້ນໄປຈາກໃຈ ຮູ້ຢູ່ສະເຫມີວ່າຄວາມຮັກເປັນເຫດໃຫ້ເກີດທຸກ.

5. ມີຈິດໃຈເມດຕາປານີ ບໍ່ມີຈິດ ຄິດປອງຮ້າຍ ພະຍາບາດຜູ້ໃດ.

6. ບໍ່ເມົາມົວໃນຣູປະຍານ ບໍ່ສົນໃຈໃຍດີໃນຄວາມດີທີ່ຕົນຍັງບໍ່ໄດ້.

7. ບໍ່ເມົາມົວໃນອະຣູປະຍານ ໂດຍຄິດວ່າຄວາມດີພຽງເທົ່ານີ້ຍັງບໍ່ສິ້ນທຸກ.

8. ມີອາລົມເປັນປົກກະຕິ ມີຈິດໃຈທີ່ເຕັມໄປດ້ວຍຄວາມຫວັງດີ.

9. ບໍ່ຖືຕົນວ່າເປັນຄົນດີ ທະນົງຕົນວ່າດີເລີດປະເສີດກວ່າຄົນອື່ນ.

10. ຕັດຄວາມຮັກໃຄ່ໃນໂລກີຍະວິໄສໃຫ້ຫມົດ ເຮັດອາລົມເປັນ ພຣະພຸດ ໃນ
ພຣະອຸໂບສົດ ຄື ຈະດີ ຈະຊົ່ວ ກໍ່ຍິ້ມ ເພາະເຫັນປັນທັມມະດາ
ຮູ້ໂຕຢູ່ສະເຫມີວ່າຈະຕ້ອງຕາຍ ບໍ່ສະດຸ້ງຢ້ານກົວ ມີອາລົມໃຈປົກກະຕິ ບໍ່ໂລບ
ບໍ່ໂກດ ບໍ່ຜູກຜັນ ຊັບສິນ ຫລື ສັດບຸກຄົນອື່ນ ເທົ່ານີ້ກໍ່ໄປນິພພານໄດ້.

__________________
Anonymous

Date:

Andy wrote:

Six feet under, that's where i'm going...

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard