Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລັດຖະບານທຸກແຕ່ພະນັກງານລັດລວຍ
ຄົນຮັກຊາດ

Date:
ລັດຖະບານທຸກແຕ່ພະນັກງານລັດລວຍ


ພະນັກງານລັດນັບແຕ່ເລຂາເຖິງຫົວຫນ້າພະແນກ,ຫົວຫນ້າກົມ, ຕໍ່ໆໄປ..............ພາກັນລວຍເປັນບ້າແຕ່ລັດຖະບານທຸກແລະປະຊາຊົນກໍທຸກ. ຂໍໃຫ້ບັນດາທ່ານຊ່ວຍມີຄຳເຫັນເພື່ອປັບປຸງລະບົບທຳງານຂອງລັດໃຫ້ມີປະສິດທິພາບ

__________________
Anonymous

Date:

ຄົນຮັກຊາດ ຜຂ ວ່າທ່ານເວົ້າບໍ່ຖືກ
ຍັງມີພະນັກງານຢ່າງຫລວງຫລາຽ
ພາຽມາກ ທີ່ຍັງທຸກຫລາຽຢູ່ລາວເຮົາ
ຄົງຈະມີຈຳນວນນ້ຽ ທີ່ມີວາດສະໜາ
ເຮົາບໍ່ຄວນເວົ້າກວມລວມເອົາພະນັກ
ງານລັດໝົດທຸກຄົນ ໄຟບໍ່ໃຕ້ໃນເຮືອນ
ໃຜມັນບໍ່ຮຸ່ງ ຜຂ ເວົ້າແນວນີ້ຖືກບໍ່ ?


__________________
Anonymous

Date:

ຄົນຮັກຊາດ wrote:

ພະນັກງານລັດນັບແຕ່ເລຂາເຖິງຫົວຫນ້າພະແນກ,ຫົວຫນ້າກົມ, ຕໍ່ໆໄປ..............ພາກັນລວຍເປັນບ້າແຕ່ລັດຖະບານທຸກແລະປະຊາຊົນກໍທຸກ. ຂໍໃຫ້ບັນດາທ່ານຊ່ວຍມີຄຳເຫັນເພື່ອປັບປຸງລະບົບທຳງານຂອງລັດໃຫ້ມີປະສິດທິພາບ




ແມ່ນແລ້ວ ມີພະນັກງານບາງຄົນເທົ່ານັ້ນເດີ້ ບໍ່ຄວນເວົ້າແບບລັກສະນະກວມລວມ ເພາະຜູ້ຍັງທຸກແມ່ນມີຫຼາຍ ເຮືອນສິຢູ່ກໍ່ບໍ່ມີ.

ສ່ວນຜູ້ທີ່ມີຫຼາຍ ກໍ່ຈົນເຫຼືອລົ້ນ ລົດຂີ່ 3 ຄັນຂຶ້ນໄປ ເຮືອນຫຼັງບັກໃຫຍ່ຊໍ່າ ພະລາດຊະວັງ ຜູ້ເພິ່ນມີບຸນຄຸນຕໍ່ປະເທດຊາດໃນອາດີດ ເພິ່ນໄດ້ຮັບສິ່ງເຫຼົ່ານັ້ນກໍ່ຖືກຕ້ອງແລ້ວ ແຕ່ວ່າ ໃນປະຈຸບັນນີ້ຫັ້ນຕິມັນ ໂພດມັນເຫຼືອໃດວ່າບໍ່.

ມີຊາວປະເທດເພື່ອນບ້ານຖາມຂ້າພະເຈົ້າວ່າ ເປັນຫຍັງພະນັກງານລັດວ່າເງິນເດືອນໜ້ອຍ ຄືວ່າມີລົດໃຫຍ່ຂີ່ ມີເຮືອນຫຼັງໃຫຍ່ຢູ່ ເຊິ່ງມັນສວນທາງກັບຄວາມເປັນຈິງ ຂ້າພະເຈົ້າ ກໍ່ໄດ້ແຕ່ປ່ຽນເລື່ອງໄປທາງໃໝ່ເລື້ອຍ ເພາະບໍ່ມີຄຳຕອບ ແລະ ຕອບ ບໍ່ໄດ້.

ທ່ານໃດມີຄຳຕອບ ທີ່ເປັນເຫດ ແລະ ຜົນ ຊ່ວຍກາລຸນາຕອບໃຫ້ຟັງແດ່.

ຂໍຂອບໃຈ



__________________
Anonymous

Date:

ຂ້າພະເຈົ້າວ່າຄວນຂຶ້ນເງິນເດຶອນໃຫ້ພະນັກງານລັດໃຫ້ພໍຢູ່ພໍກິນໄປເລີຍ ແຕ່ຕ້ອງມີກົດເຫລັກຢ່າງເຄັ່ງຄັດຜູ້ໃດເຮັດຜິດລະບຽບຫລືສໍ້ລາດບັງຫລວງແມ່ນຕ້ອງລົງໂທດຕາມກົດນັ້ນ
ແລະລັດກໍບໍ່ຄວນເວົ້າວ່າບໍ່ມີເງິນຂຶ້ນເງິນເດຶອນໃຫ້ພະນັກງານລັດ ແຕ່ຜູ້ລໍ້າລວຍຜິດປົກຕິນັ້ນເອົາມາແຕ່ໃສ ເອົາເງິນຈຳນວນນັ້ນມາແບ່ງໃຫ້ເທົ່າໆກັນກໍຄົງບໍ່ມີສຽງຈົ່ມວ່າ.

__________________
Anonymous

Date:

Anonymous wrote:

ຂ້າພະເຈົ້າວ່າຄວນຂຶ້ນເງິນເດຶອນໃຫ້ພະນັກງານລັດໃຫ້ພໍຢູ່ພໍກິນໄປເລີຍ ແຕ່ຕ້ອງມີກົດເຫລັກຢ່າງເຄັ່ງຄັດຜູ້ໃດເຮັດຜິດລະບຽບຫລືສໍ້ລາດບັງຫລວງແມ່ນຕ້ອງລົງໂທດຕາມກົດນັ້ນ
ແລະລັດກໍບໍ່ຄວນເວົ້າວ່າບໍ່ມີເງິນຂຶ້ນເງິນເດຶອນໃຫ້ພະນັກງານລັດ ແຕ່ຜູ້ລໍ້າລວຍຜິດປົກຕິນັ້ນເອົາມາແຕ່ໃສ ເອົາເງິນຈຳນວນນັ້ນມາແບ່ງໃຫ້ເທົ່າໆກັນກໍຄົງບໍ່ມີສຽງຈົ່ມວ່າ.



ຄົນຮັກຊາດ : ຕ້ອງກາບຂໍໂທດນຳບັນດາພະນັກງານທີ່ສື່ສັດຕໍ່ປະເທດຊາດແລະຜູ້ທີ່ຍັງທຸກຍາກ. ອັນນີ້ແລ້ວທີ່ຂ້າພະເຈົ້າ
ຢາກນຳມາໃຫ້ທ່ານພິຈາລະນາຄຳວ່າ( ຜູ້ກິນໆພໍຮາກຜູ້ຢາກໆພໍຕາຍ) ພະນັກງານຂອງລັດຫຼາຍຄົນຍັງທຸກມັນກໍເຫນື່ອງຈາກລັດເຮົາຍັງທຸກບໍ່ສາມາດຂຶ້ນເງິນເດືອນໃຫ້ພະນັກງານໃນທົ່ວປະເທດ.
ສາເຫດກໍຄື: ເງິນງົບປະມານຈຳນວນມະຫາສານທັງທີ່ຈະນຳເຂົ້າງົບປະມານສ່ວນກາງຊ້ຳພັດແລ່ນໄປເຂົ້າຖົງຄົນບາງຄົນ.
ດັ່ງນັ້ນງົບປະມານຂອງລັດຖະບານຈຳເປັນຕ້ອງຂາດດູນ.
ຂ້າພະເຈົ້າຂໍຍົກຕົວຢ່າງ: ການນຳໄຊ້ລົດຂອງລັດແບບຊະຊາຍ,ນຳໄຊ່ເຂົ້າໃນວຽກງານຂອງຕົນກວ່າຂອງລັດແລະ
ບໍ່ມີຄວາມຮັບຜິດຊອບຕໍ່ການເປເພ. ຖ້າເພແມ່ນລັດແປງ.ນ້ຳມັນລັດໃສ່ ແນວນີ້ມັນກໍຕາຍງົບຂອງລັດຖະບານ. ພະນັກງານລັດບາງກຸ່ມທີ່ເຮັດວຽກດ້ານເສດຖະກິດເຊັ່ນ: ພະແນກການເງິນ,ພະແນກການຄ້າແລະພະແນກການອື່ນໆທີ່ກ່ຽວກັບລາຍຮັບແມ່ນມີການໂກງກັນເກືອຍທຸກຄົນນັບແຕ່ນາຍຢັນເຖິງລູກນ້ອງ.
ໃນນັ້ນບໍ່ມີການກວດກາຫຼືແມ່ນແຕ່ຕຳນິສົ່ງຂ່າວ.ມີແຕ່ເອົາແບບຫມໍນີ້ກິນພໍຍ້າຍເອົາຫມໍໃຫມ່ມາກິນຕໍ່. ແບບນີ້ລັດຖະບານທຸກແນ່ນອນ. ແລະຂໍວອນຜູ້ທີ່ກ່ຽວຂ້ອງເບິ່ງໃນແງ່ນີ້ຕື່ມ.
ຂ້າພະເຈົ້າກໍແມ່ນພະນັກງານລັດຄືກັນເປັນຄູສອນມາໄດ້ຫຼາຍສິບປີຍັງບໍ່ມີແມ່ນແຕ່ເຮືອນຊິຢູ່.

 



__________________
Anonymous

Date:

ແມ່ນແລ້ວທີ່ບໍ່ຄວນເວົ້າກວມໄປໝົດທຸກຄົນທີ່ເຮັດວຽກລັດເພາະວ່າຍັງມີພະນັກງານລັດເປັນຈຳ ນວນຫລວງຫລາຍທີ່ສຸດທີ່ຍັງທຸກຈົນຢູ່ ອັນຄຳເວົ້າຂອງເຈົ້າຂອງຫົວຂໍ້ທີ່ວ່າ(ລັດຖະບານທຸກແຕ່ພະນັກງານລັດລວຍ)ມັນຈຶ່ງບໍ່ຖຶກຕ້ອງຊັ້ນດອກ ບໍ່ວ່າໄກໄປຍາວຄອບຄົົວຂ້າພະເຈົ້າກໍ່ເໝືອນກັັບຄອບຄົວພະນັກງານລັດທົ່ວໆຫັ້ນແລ້ວສີ້ນເດືອນກໍ່ສີ້ນໃຈບາງເດືອນບໍ່ທັນສີ້ນເດືອນພັດໝົດກ່ອນແລ້ວ.ຈັ່ງໃດກໍຢ່າຄ່ອຍອົດທົນກັນໄປຫັ້ນແລ້ວອີກຈັກ5ປີຕໍ່ໝ້າຊີວິດການເປັນຢູ່ຂອງພະນັກງານລັດຄຶຊິດີຂື້ນກ່ວານີ້ເນາະສູ້ໆໆໆໆໆໆໆໆໆ

__________________
Anonymous

Date:

ສູ້ກ່າເມື່ອຽສູ້ແລ້ວ ເຫັນວ່າລັດຖະບານເພີ່ນມະຕິ
ຕົກລົງພິຈາລະນາຂື້ນເງີນໃຫ້ພະນັກງານທ້າຽປີໜ້າ
ແຕ່ວ່າແຜນການ 5 ປີຕໍ່ໜ້າຂອງລັດຖະບານຍັງຂາດ
ງົບປະມານຢູ່ເກືອບ 4000 ລ້ານໂດລາເພື່ອມາປະຕິບັດ
ແຜນການເຮັດໃຫ້ລາວເຮົາຫລຸດຜົ້ນຈາກການເປັນປະ
ເທດດ້ຽພັດທະນາໃນປີ 2020 ກ່າບໍ່ຮູ້ວ່າເພີ່ນລະດົມທືນ
ຈາກປະເທດຮັ່ງມີ ທີ່ກອງປະຊຸມໂຕະມົນມື້ວານນີ້ໄດ້ນ້ຽຫລາຽ
ຊ່ຳໄດແລ້ວກ່າໜ້ານັກໃຈນຳ ແນວໄດກ່າເອົາໃຈຊ່ວຽ


__________________
Anonymous

Date:

Anonymous wrote:

ສູ້ກ່າເມື່ອຽສູ້ແລ້ວ ເຫັນວ່າລັດຖະບານເພີ່ນມະຕິ
ຕົກລົງພິຈາລະນາຂື້ນເງີນໃຫ້ພະນັກງານທ້າຽປີໜ້າ
ແຕ່ວ່າແຜນການ 5 ປີຕໍ່ໜ້າຂອງລັດຖະບານຍັງຂາດ
ງົບປະມານຢູ່ເກືອບ 4000 ລ້ານໂດລາເພື່ອມາປະຕິບັດ
ແຜນການເຮັດໃຫ້ລາວເຮົາຫລຸດຜົ້ນຈາກການເປັນປະ
ເທດດ້ຽພັດທະນາໃນປີ 2020 ກ່າບໍ່ຮູ້ວ່າເພີ່ນລະດົມທືນ
ຈາກປະເທດຮັ່ງມີ ທີ່ກອງປະຊຸມໂຕະມົນມື້ວານນີ້ໄດ້ນ້ຽຫລາຽ
ຊ່ຳໄດແລ້ວກ່າໜ້ານັກໃຈນຳ ແນວໄດກ່າເອົາໃຈຊ່ວຽ



ຖ້າເປັນດັ່ງທີ່ທ່ານທັງຫຼາຍ ຕອບມາຂ້າງເທິງນັ້ນ ຄັນຊັ້ນປະເທດເຮົາກໍ່ຍິ່ງຈະມີຄວາມເລື່ອມລ້ຳທາງສັງຄົມຢ່າງ ຕໍ່ເນື່ອງ ແລະຕະຫຼອດໄປຊົ່ວການລະນານ.
ເປັນຫຍັງບ້ານເຮົາຄືບໍ່ປະຕິບັດໄດ້ຄືຫວຽດນາມເນາະວ່າບໍ່. ປະເທດເພິ່ນຄືວ່າມີ ຄວາມຫ້າວຫັນໃນການສ້າງສາພັດທະນາປະເທດ ຢ່າງເອົາຈິງເອົາຈັງ.
ເຫັນເພິ່ນມີຄຳຂວັນທີ່ວ່າ:
Dan Dau Nuoc Manh ເຢິນເຢົ່າເນືອກແມັ໋ງ
ປະຊາຊົນຮັ່ງມີ ປະເທດຊາດກໍ່ມີຄວາມເຂັ້ມແຂງ.
ອັນນີບໍ່ແມ່ນຍ້ອງເພິ່ນທັບຖົມໂຕໃດ ເຮົາຕ້ອງເບິ່ງແບບປະຊາທິປະໄຕຢ່າງແທ້ຈິງ.
ເພາະການພັດທະນາບ້ານເພິ່ນໄປ ດຽວນີ້ມັນໄປໄກກວ່າເຮົາຫຼາຍແທ້ໃດທ່ານ.


 



__________________
Anonymous

Date:

1.ປັບປຸງການເສັຍພາສີໃຫ້ເປັນແບບທັນສໃມໂດຍຜ່ານທາງທະນາຄານປາສຈາກການ
ຮົ່ວໄຫລ.
2.ສ້າງເສຖກິສຄຽງຄູ່ກັນໄປກັບການປາບປາມສໍ້ຣາຊບັງຫລວງ.
3.ປັບປຸງແລະປະຕິບັດກົດຫມາຍໃຫ້ເຂັ້ມງວດປາສຈາກການຫລິ້ນພັກພວກ.
4.ຈ່າຍເງິນເດືອນພະນັກງານຣັຖໃຫ້ເມາະສົມແລະຖືກຕອ້ງກັບຊີວິດການເປັນຢູ່.
5.ສ້າງຕັ້ງຣະບົບການເມືອງໃຫ້ມີຫລາຍພັກ,ແຕ່ລະພັກແມ່ນມີຈຸປສົງດຽວກັນໃນ
ການສ້າງສາພັທທະນາປະເທດຊາດເວັ້ນຈາກການປະຫັດປະຫານຊຶ່ງກັນແລະກັນ
ໂດຍໄຮ້ຜົລປໂຍດ.nodisbeliefyawn


__________________
Anonymous

Date:

ຕາມທີ່ທ່ານຂຽນມາຂ້າງເທິງນັ້ນເຫັນວ່າເມາະສົມຢູ່,ແຕ່ມີບັນຫາຂໍ້5ສຸດທ້າຍນັ້ນສິບໍ່
ແຕະຕ້ອງພັກແລະຣັຖບໍ?ກຽ່ວກັບໃຫ້ມີຫລາຍພັກການເມືອງເພາະປະເທດຄອມມິວນິສ
ເພິ່ນໃຫ້ມີພັກດຽວ.ດັ່ງຄໍາຂວັນເພິ່ນວ່າພັກສລາດສ່ອງໃສ,ຄັນຄົນບໍ່ສລາດພັກຊິສລາດ
ບອ່ນໃດເພາະພັກກໍແມ່ນຄົນ.ຄົນທີ່ສລາດເຂົາບໍ່ຍ້ອງໂຕເອງດອກ,ມີແຕ່ປະເທດຄອມ
ມິວນິສນັ້ນແລ້ວມັກຍ້ອງໂຕເອງ;ເຮັດຫຍັງຜລິດຫຍັງກໍກາຍຄາດຫມາຍຫມົດແຕ່ປະຊາ
ຊົນຍັງທຸກຍາກຄືເກົ່າ
.


__________________
Anonymous

Date:

Anonymous wrote:

ຕາມທີ່ທ່ານຂຽນມາຂ້າງເທິງນັ້ນເຫັນວ່າເມາະສົມຢູ່,ແຕ່ມີບັນຫາຂໍ້5ສຸດທ້າຍນັ້ນສິບໍ່
ແຕະຕ້ອງພັກແລະຣັຖບໍ?ກຽ່ວກັບໃຫ້ມີຫລາຍພັກການເມືອງເພາະປະເທດຄອມມິວນິສ
ເພິ່ນໃຫ້ມີພັກດຽວ.ດັ່ງຄໍາຂວັນເພິ່ນວ່າພັກສລາດສ່ອງໃສ,ຄັນຄົນບໍ່ສລາດພັກຊິສລາດ
ບອ່ນໃດເພາະພັກກໍແມ່ນຄົນ.ຄົນທີ່ສລາດເຂົາບໍ່ຍ້ອງໂຕເອງດອກ,ມີແຕ່ປະເທດຄອມ
ມິວນິສນັ້ນແລ້ວມັກຍ້ອງໂຕເອງ;ເຮັດຫຍັງຜລິດຫຍັງກໍກາຍຄາດຫມາຍຫມົດແຕ່ປະຊາ
ຊົນຍັງທຸກຍາກຄືເກົ່າ
.



ສຳພໍນໍ້ຈັ່ງຄ່ອຍແນະນຳອື່ຫຍັງໃຫ້ເພິ່ນກະບໍ່ໃດ້! ເວົ້າພື້ນນັກສິນລະປິນທັງຫຼາຍຮັ້ນ
ນະ,ຜູ້ບໍ່ມ່ວນເພິ່ນກະບໍ່ຍອມຮັບຮູ້ວ່າເພິ່ນຄວນຈະຕ້ອງປັບປູງອັນໃດອັນນິ່ງໃຫ້ມ່ວນດີກ່ອນເກົ່າກະບໍ່ໃດ?
ຊໍ້າບໍ່ຫນຳເພິ່ນຍັງມີຫນ້າມາທ້າວ່າຄັນເກ່ງຄືບໍ່ຂຽນເພງຮ້ອງເອົາເອງວ່ຊັ້ນ. ໃດ້ຍິນແລ້ວບໍ່ຫນ້າເສື່ອເລີຍ.disbelief

 



__________________
Anonymous

Date:

ການທີ່ຄວາມຄິດຂອງບາງຄົນທີ່ຢາກໃຫ້ມີຫລາພັກການເມືອງນັ້ນຂ້າພະເຈົ້າຄິດວ່າມັນບໍ່ສຳຄັນດອກຖ້າຈະມີການສໍ້ລາດບັງຫລວງມັນບໍ່ກ່ຽວກັນຍົກຕົວຢ່າງປະເທດອ້ອມຂ້າງຂອງພວກເຮົາມີຫລາຍພັກການເມຶອງການເມຶອງບໍ່ເຫັນຊິມີຄວາມສະຫງົບຄືບ້ານເຮົາຕາມທັດສະນະຂອງຂ້າພະເຈົ້າແລ້ວເຮົາເອງເປັນຄົນລາວຜູ້ໜຶ່ງຖ້າຫາກປະກອບອາຊີບເປັນລາດສະການຈຶ່ງຈະມີ
ໂອກາດເປັນເຈົ້າເປັນນາຍນຳເພີ່ນຖ້າເປັນປະຊາຊົນກໍປະຕິບັດຕາມໜ້າທີ່ຂອງຕົນຄຶ.ເຮັດຈັ່ງໃດຊິມີເຂົ້າກີນ.ເຮັດຈັ່ງໃດຊິມີເຮືອນຢູ່.ເຮັດຈັ່ງໃດຊິມີລົດງາມໆຂີ່ຄືໝູ່ໂດຍຫາເງີນຖືກຕາມລະບຽບກົດໝາຍບ້ານເມືອງບໍ່ຕ້ອງເສຍເວລາໄປປະທ້ວງແນວນັ້ນແນວນີ້ດອກ,ເອົາເວລາໄປເຮັດໄຮ່ເຮັດສວນສ້າງເສດຖະກິດຄອບຄົວດີກ່ວາສ່ວນເລື້້ອງບໍລິຫານບ້ານເມຶອງກໍເປັນໜ້າທີ່ຂອງພັກລັດເພີ່ນສາເພີ່ນມີລັດຖະກອນທີ່ມີຄວາມຮູ້ຄວາມສາມາດຢ່າງຫລວງຫລາຍ

ຖ້າຄວາມຄິດເຫັນຂອງຂ້າພະເຈົ້າຜິດພາດກໍ່ຂໍອະໄພນຳ

__________________
ສະມາຊິກໄໝ່

Date:

ຢູ່ເມືອງລາວ ນັບແຕ່ເອື້ອຍລ້ຽງແຕ່ງກິນໃນບໍລິສັດຊື່ໆ ມັນກໍ່ຍັງແບ່ງອາຫານໄວ້ໄຫ້ຄອບຄົວຕົວເອງແລ້ວ ທ່ານຈະ
ກ່າວໄປຫັຍງເຖີງຫົວໜ້າບໍລິສັດ ຫຼືອື່ນໆ ມີແຕ່ລະບົບກວດກິນ ບໍ່ມີກວດກາ ຖ້າປາບປາມແທ້ກໍຢ່າງເກັ່ງກໍປາບ
ປາມລົດຖີບລ່ວງໄຟແດງຊື່ໆດອກ ແຕ່ຂະໜາດນີ້ ຖ້າມີເງີນກີບຈ່າຍສົດໄຫ້ມັນໃສ່ຖົງແລ້ວກໍ່ແລ້ວໄປ ໄປຕໍ່ ມັນ
ເປັນໂຊກຊາຕາກຳຂອງຊາດຊື່ໆ ຊາດກາດຳເກີດມາມັນກໍດຳ ຊາດນົກຍາງຂາວເກີດມາມັນກໍຂາວ ຝືນໄປກໍຈະໄປ
ນອນຢູ່ທາດດຳ ຍິ່ງຮ້າຍກ່ວາເກີດເປັນກາດຳ ຜູ້ຂ້າບໍ່ລວຍແຕ່ບໍ່ຊວຍກໍພໍແລ້ວ ວຽກເຮັດກໍຖາວອນແລ້ວ ລູກກໍ
ສະບາຍ ສະບາຍ  ຄິດເຖີງຫຼີ່ຜີກໍລ່ອງເຮືອລົງໄປຢາມ  ຕີນຊ້າງຢຽບປາກນົກ ປາກບໍໄດ້ໄອບໍ່ທັນດັງ ໄປແລ້ວ ໂຊກດີ

__________________
Sansinsay

Date:

My apology to write in English.
All my family members are govt staff.
I still remember when one of my family siblings got sick and had no money to go for hospital. Best medicine for our family is only paracetamol 500.

Some govt staff, when they family got sick, they just cross to other side of Mekong river, just like go to market.

One day I look at parking of govt staff who work as custom office at Intl Friendship Bridge, wow...their parking lot is just like car show room which full of imported branded car...wonderful indeed.

and when I look at our teacher's parking lot, the lot is full of old two wheel bicycle.

The above is only one example.



__________________
Anonymous

Date:

ພະຍາດຕົວນີ້ໄດ້ເລີ່ມກໍ່ຕົວຂຶ້ນມາພ້ອມກັບການເປີດກ້ວາງແລະຂະຫຍາຍເສດຖະກິດເປັນຕົ້ນມາ, ຂ້າພະເຈົ້າເຄີຍໄດ້
ຟັງທາງວິດທະຍຸກະຈາຍສຽງແຫ່ງຊາດໃນຊ່ວງເພິ່ນເປີດ ນະໂຍບາຍຈິນຕະນາການໃຫມ່ມີທ່ານຜູ້ນຳທ່ານຫນຶ່ງ
ເຄີຍເວົ້າວ່າ: ທຸກຫົວໜ່ວຍທຸລະກິດໃຫ້ຫັນກຸ້ມຕົນເອງໃຜເຮັດນຳຫຍັງກໍກິນນຳອັນນັ້ນ . ຄຳເວົ້ານີ້ຂ້າພະເຈົ້າຍັງ
ຈື່ບໍ່ລືມເຖິງທຸກວັນນີ້, ແລະຖ້າເພິ່ນບໍ່ຮີບແກ້ໄຂປ່ອຍໃຫ້ຊຳເຮຶ້ອໄປເລຶ້ອຍບໍ່ຮູ້ວ່າອີກ ຊາວສາມສິບປີຂ້າງຫນ້າຈະເກີດ
ຫຍັງຂຶ້ນຄວາມເປັນປຶກແຜ່ນຂອງປະເທດຊາດຈະເປັນແນວໃດ ຄວາມເຫລື່ອມລໍ້າຕໍ່າສຸງຂອງສັງຄົມຈະຍິ່ງເພີ່ມທະວີ
ໄປເລື້ອຍໆ. ຄືກັບບົດຂຽນຂອງບັນດາທ່ານທີ່ເວົ້າມາຂ້າງເທີງ ບໍ່ເວັ້ນແຕ່ແມ່ຄົວກໍຍັງທຸດຈະລິດໄດ້.

__________________
KHMU

Date:

ຫາກເບິ່ງສາເຫດແລະປັດໄຈທີ່ກໍ່ໃຫ້ເກີດການສໍ້ຫລາດບັງຫລວງມີປັດໄຈຫລັກໆດັ່ງນີ້
1. ສະຖາບັນການປົກຄອງບໍ່ເຂັ້ມແຂງ(ບໍມີປະສິດທິພາບ)
2. ຂາດຄວາມເປັນປະຊາທິປະໄຕ
3.ການເລືອກຕັ້ງທີ່ບໍ່ຍຸດຕິທຳ
4.ລະບົບສານ ບໍ່ມີປະສິດທິພາບ
5.ສື່ມວນຊົນຂາດອິດສະຫລະພາບ(ຖືກຄອບຄອງ)
6. ຂາດຄວາມສະເຫມີພາບ(ຄວາມເທົ່າທຽມ)ພື້ນຖານ 2 ຢ່າງ ຄື: ຄວາມເທົ່າທຽມທາງເສດຖະກິດ ແລະ ຄວາມເທົ່າທຽມທາງດ້ານກົດຫມາຍ(ລວຍບໍໄດ້ເຂົ້າຄຸກ,ທຸກບໍໄດ້ເຂົ້າໂຮງຫມໍ).

ຈາກບັນຫາຂ້າງເທິງນ້ັນ, ຫວັງວ່າບັນດາທ່ານຈະນຳມາເຊື່ອມໂຍງກັນແລະຫາຄຳຕອບໃຫ້ຕົນເອງໄດ້ວ່າເປັນຫຍັງທຸກໆປະເທດ,ທຸກໆສັງຄົມ(ລວມທັງ ສປປ ລາວ) ຈິ່ງມີການສໍ້ລາດບັງຫລວງ. ແລະສິ່ງນີ້ຍັງຈະເປັນບັນຫາຫລັກທີ່ຈະຖ່ວງດຶງຄວາມຈະເລີນຂອງປະເທດໄປອີກນານແສນນານ. ນອກຈາກເສຍແຕ່ວ່າຈະມີ ທ່ານຜູ້ມີຈິດໃຈບໍລິສຸດມາຮັບໃຊ້ຊາດ ສາມາດແກ້ໄຂແລະປັບປຸງບັນດາປັດໄຈຕ່າງໆນັ້ນໄດ້ໄວເທົ່າໃດ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard