Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄວາມຮູ້ເລື່ອງຫຸ້ນພໍສັງເຂບ
ອະຣິຍະ

Date:
ຄວາມຮູ້ເລື່ອງຫຸ້ນພໍສັງເຂບ

- ຫຸ້ນ ບໍ່ແມ່ນການຫຼິ້ນ ແຕ່ເປັນການລົງທຶນຊະນິດໜຶ່ງ ມີລັກສະນະດັ່ງນີ້
ກ. ຫຸ້ນ ເປັນວິທີການເພິ່ມທຶນຂອງບໍລິສັດຈົດທະບຽນ ຂອງບໍລິສັດມະຫາຊົນ ທີ່ໄປຈົດທະບຽນກັບຕລາດຫຸ້ນ, ບໍລິສັດດັ່ງກ່າວຕ້ອງເປັນບໍລິສັດຈົນທະບຽນ ໃນວົງເງິນສູງສຸດຕາມກົດໝາຍກຳນົດ ທີການດຳເນີນທຸລະກິດໃດໜຶ່ງສະໝ່ຳ ສະເໝີ, ມີການທຳທຸຣະກິດເຫິງນານ ຕາມກົດໝາຍກຳນົດ, ແລະປະຫວັດຂອງ ການດຳເນີນທຸຣະກິດສະອາດ.

- ຕະຫຼາດຫຸ້ນ ເປັນສະຖານທີ່ຊື້ຂາຍຫຸ້ນ ຂອງບໍລິສັດທີ່ຈົດທະບຽນ ໃນວົງເງິນຄວາມຕ້ອງການເພິ່ມຫຸ້ນ ຫຼືລົດຫຸ້ນ ທັງເປັນຜູ້ປະເມີນຄວາມສ່ຽງຂອງ ບໍລິສັດນັ້ນໆ ອອກລາຄາຫຸ້ນແຕ່ລະໜ່ວຍອີກ.

- ເຈົ້າຂອງຫຸ້ນ ແມ່ນບໍລິສັດຈົດທະບຽນນຳຕລາດຫຸ້ນ
- ລູກຫຸ້ນ ຫືຼຂາຫຸ້ນ ແມ່ນບໍລິສັດ, ຫ້າງຮ້ານ ແລະບຸກຄົນທົ່ວໄປ ທັງພາຍໃນ ແລະຕ່າງປະເທດ ທີ່ມີເງິນໄປລົງທືນໃນຕະຫຼາດຫຸ້ນ ຫຼາຍຫຼືນ້ອຍ ຕາມຜູ້ລົງທຶນ ກຳນົດເອງ.

- ການລົງທຶນໃນຕລາດຫຸ້ນ: (ອັນນີ້ເຂົາເວົ້າງ່າຍວ່າ ຫຼິ້ນຫຸ້ນ- ບໍ່ແມ່ນ ພາສາທາງການ)

ກ. ນຳເງິນໄປຊື້ຫຸ້ນ ໃນຕລາດຫຸ້ນ ໂດຍການຊື້ຫຸ້ນໃນຣາຄ່າທີ່ຕລາດກຳນົດ.
ຂ. ນຳເງິນໄປຮ່ວມຫຸ້ນກັບບໍລິສັດໂດຍກົງ(ອັນນີ້ຕ້ອງເບິ່ງກົດໝາຍສະເພາະ)

ການລົງທຶນຕລາດຫຸ້ນ ເຈົ້າຂອງຫຸ້ນໄດ້ຫຍັງ ແລະເຮັດຈັ່ງໃດ?
ກ. ເຈົ້າຂອງຫຸ້ນ(ທຶນ) ມີເງິນໄປຊື້ຫຸ້ນບໍລິສັດ ກ ສາມາດຮ່ວມຫຸ້ນ ທັງໄລຍະສັ້ນ ແລະໄລຍະຍາວ.
- ຫຸ້ນໃນໄລຍະສັ້ນ: ວິທີນີ້ ມັກຈະເປັນຜູ້ມີເງິນນ້ອຍ ນຳເງິນໄປຊື້ຫຸ້ນ ຫັບບໍລິສັດຈົດທະບຽນ ແລ້ວມາເບິ່ງການເຄື່ອນໄຫວຂອງຫຸ້ນທີ່ຕົນຊື້ ຫາກມີລາຄາສູງ ກວ່າທີ່ຕົນຊື້ ຜູ້ຖືຫຸ້ນ ຈະຂາຍເພື່ດເອົາກຳໄລ ໃນລາຄາທີ່ປາກົດໃນກະດານຫູ້ນ.
- ສົມມຸດວ່າ:
ກ. ຜູຸ້ຖືຫຸ້ນໃນໄລຍະສັ້ນ. ບໍລິສັດເບັຍລາວ ຂາຍຫຸ້ນໃນວັນ ທີ່ 15 ເດືອນ 7 ປີ 2010 ໜ່ວຍລະ 20,000 ກີບ ຕໍ່ 1 ຫຸ້ນ ທ້າວແກ້ວຊື້ຫຸ້ນໄວ້ 800 ໜ່ວຍ ຄິດເປັນມູນຄ່າ 16,000,000 ກີບ, ມາຮອດວັນທີ 24 ເດືອນ 12 ປີ 2010 ລາຄາຫຸ້ນເບັຍລາວ ຂະຫຍັບຕົວຂຶ້ນ ມາເປັນ 50,000 ກິບຕໍ່ໜ່ວຍ, ຫາກເປັນເຊັ່ນນີ້ ຜູ້ຫຼິ້ນຫຸ້ນມາກຈະຂາຍຫຸ້ນຂອງຕົນອອກ ເພາະຈະໄດ້ ກຳໄລ ຈາກການຂາຍຫຸ້ນຂອງຕົນ 30,000 ກີບຕໍ່ໜຶ່ງຫຸ້ນ ຫາກຂາຍໝົດທັງ 800 ໜ່ວຍລົງທຶນ ກໍຈະໄດ້ເງິນທັງໝົດ 40,000,000 ກີບ, ໄດ້ກຳໄລໄປ 24,000,000 ກີບ ທ້າວແກ້ວໄດ້ກຳໄລຢ່າງມະຫັນ ໃນໄລຍະສັ້ນ.
(ຫາກບໍ່ຂາຍ ກໍສາມາດຖືຫຸ້ນໄປຈົນຮອດວັນສິ້ນປີ ເພື່ອລໍຮັບເງິນປັນຜົນ ຮຽກວ່າລົງທຶນໃນໄລຍະຍາວ)
ຂ. ຜູ້ຖືຫຸ້ນໄລຍະຍາວ ເອົາເງິນຂອງຕົນ ໄປຊື້ຫຸ້ນເພື່ອໄປເລື້ອຍໆຈົນຮອດວັນສິ້ນປິ ບໍ່ວ່າຫຸ້ນຈະຂຶ້ນຫຼືຈະລົງ.

- ຜູ້ຖືຫຸ້ນ ກາຍເປັນເຈົ້າຂອງບໍລິສັດ ຫຼືເປັນຄະນະບໍລິສັດໄດ້,
- ຫາກຜູ້ຖືຫຸ້ນໃນສັດສ່ວນ ເກີນ 50 ເປີເຊັນຂອງທຶນຈົດທະບຽນຂອງບໍລິສັດຫຸ້ນ ມີສິດເປັນກັມມະການບໍລິສັດນັ້ນໆ
- ຫາກຜູ້ຖືຫຸ້ນໃນສັດສ່ວນ ເກິນ 80 ເປີເຊັນ ຂອງທຶນຈົດທະບຽນບໍລິສັດມະຫາຊົນ ສາມາດຮ່ວມອອກສຽງ ແລະກຳນົດທີດທາງຂອງບໍລິສັດໄດ້.(ຈຳນວນອິງຕາມກົດໝາຍກຳນົດ)
- ຫາກ 100 ເປີເຊັນ ຜູ້ລົງທຶນກາຍເປັນເຈົ້າຂອງບໍລິສັດໄດ້(
ອິງຕາມກົດໝາຍກຳນົດ)

ທັງນີ້ທັງນັ້ນ ການອະທິບາຍນີ້ ເປັນພຽງບົດຮຽນ ແຕ່ຈະຖືກປະຕິບັດໄດ້ຈິງ ກໍອີງຕາມກົດໝາຍ ແລະກົດລະບຽບວ່າດ້ວຍຫຸ້ນທັງນັ້ນ

__________________
Anonymous

Date:

Thank you so much for the informations sharing...

__________________
Anonymous

Date:

ເຫັນພາບເລຍ

ຂອບໃຈເປັນຢ່າງສູງ

__________________
Anonymous

Date:

ອະຣິຍະ wrote:

- ມາຕໍ່ກັນຈັກໜ່ອຍ
ເພງໄທຍເຂົາວ່າ "ຄົນເລ່ນຫວຍ ຄົນຣວຍເລ່ນຫຸ້ນ" ອັນນີ້ ມັນພາສາເພງ, ແຕ່ກະແປກ ທີ່ເມືອງໄທຍ ຖືວ່າທຸກຢ່າງເປັນຫຼິ້ນໄປໝົດ ການເມືອງ ກະຍັງຫຼິ້ນ
+ ເວົ້າເຖິງຫຸ້ນນັ້ນ ບັນດາປະເທດສ່ວນໃຫຍ່ມັກຈະແມ່ນລັດເປັນເຈົ້າຂອງ ເພາະເຫດໃດ ຈື່ງເປັນຈັ່ງຊັ້ນ ຕອຍງ່າຍໆ ຄືເພື່ອຄວາມໝັ້ນໃຈ ແລະຄວາມເຊື່ອໝັ້ນ ຂອງນັກລົງທຶນ ແຕ່ມີບາງປະເທດອາດມີໃຫ້ເອກະຊົນສຳປະທານ ກໍອາດເປັນໄປໄດ້.
+ ມີຄົນບາງຄົນຖາມວ່າ "ລາວຈະໄດ້ຫຍັງຈາກຕລາດຫຸ້ນ" ຕອບ

1, ໄດ້ຕລາດຫູ້ນ
2, ໄດ້ການລະດົມທຶນຈາກພາຍໃນ ແລະຕ່າງປະເທດ
(ຄວາມຈິງປະຊາຊົນມີເງິນຫຼວງຫຼາຍ ແທນທີ່ທີ່ເຂົາຈະໄປກັກຕູນໄວ້ ກໍໃຫ້່ເຂົາເອົາເງິນມາລົງທຶນໃນຕລາດຫຸ້ນ ເພື່ອໃຫ້ຄົນນຳເງິນນັ້ນໄປໃຊ້, ເປັນການດຶງດູດນັກລົງທຶນ ຫຼືເງິນທຶນຈາກຕ່າງປະເທດ ໂດຍວິທີທີ່ງ່າຍທີ່ສຸດ ໂດຍເອົາກຳໄລເປັນຕົວດຶງດູດ)
3, ລາຍໄດ້ຂອງລັດ
ກ, ຫາກລັດ(ທະນາຄານ) ເປັນຜູ້ຄວບຄຸມເອງ ທະນາຄານຈະໄດ້ທຳນຽມການຈົດ ທະບຽນຫຸ້ນ, ເປີດເຊັນທຳນຽມຈາກກຳໄລຂອງບໍລິສັດທີ່ຈົດທະບຽນ.
- ລັດໄດ້ທາງກົງ (ປະຊາຊົນ ກໍຄືປະເທດຊາດ)
ຂ. ປະເທດຊາດໄດ້ ມີທຶນເຄື່ອນໄຫວໃນໂຄງການຕ່າງໆ.
ຄ. ເສດຖະກິດຈະດີ

ລັດແລະປະຊາຊົນຈະເສັຍຜົນປະໂຫຍດ ຈາກຕລາດຫຸ້ນ
- ຫາກຜູ້ດຳເນີນ ເພື່ອປະໂຫຍດຂອງຕົນເອງ ແລະພວກພ້ອງ ຈະບັງຄັບ ຫຼືເຮັດໃຫ້ຫຸ້ນຂອງບໍລິສັດບາງບໍລິສັດທີ່ເປັນພວກພ້ອງຂອງຕົນ ເຄື່ອນໄຫວ ຜິດປົກກະຕິບໍ່ເປັນໄປຕາມລະບົບເສດຖະກິດແຂ່ງຂັນ ຈະເຮັດໃຫ້ລະບົບ ການເງິນ ການທະນາຄານ ແລະເສດຖະກິດລາວ ມີຄວາມສ່ຽງໄດ້.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard