Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໃຜຢາກລວຍແດ່
Anonymous

Date:
ໃຜຢາກລວຍແດ່


ໃຜຮູ້ວິທີຫຼິ້ນ ຫຸ້ນ ແດ່ ບອກ ແດ່

__________________
Anonymous

Date:

wrote:

ໃຜຮູ້ວິທີຫຼິ້ນ ຫຸ້ນ ແດ່ ບອກ ແດ່




 A lot depends on you where your interest lie, and what you have time to do whatever you choose, you must educate your self and watch your money. no one will look after your money like you. and i wonder wether Stocks, Mutual Funds, Commodities, Foreign Currency, or Real-estate is the  best option for you... So, what about a Mutual Funds ??? Mutual Fund is very save and guaranty funds, It' doesn't matter if the market go up or go down, you still make a few Bucks out of it. Because Mutual Fund is a Guaranty fund...  So if you're looking to make a quick-cash in next 6 month, you have to put in CD that invest in the stock, if the market doing good for the next few month, that mean you will make almost the same amount as you put it in there.. But if the market-Screw, that mean you will loose all the cash that you put it in there... So, the is Mutual Funds..... this my personal opinion, you don't have to follow it ....



__________________
ອະຣິຍະ

Date:

wrote:

ໃຜຮູ້ວິທີຫຼິ້ນ ຫຸ້ນ ແດ່ ບອກ ແດ່



- ຫຸ້ນ ບໍ່ແມ່ນການຫຼິ້ນ ແຕ່ເປັນການລົງທຶນຊະນິດໜຶ່ງ ມີລັກສະນະດັ່ງນີ້
ກ. ຫຸ້ນ ເປັນວິທີການເພິ່ມທຶນຂອງບໍລິສັດຈົດທະບຽນ ຂອງບໍລິສັດມະຫາຊົນ ທີ່ໄປຈົດທະບຽນກັບຕລາດຫຸ້ນ, ບໍລິສັດດັ່ງກ່າວຕ້ອງເປັນບໍລິສັດຈົນທະບຽນ ໃນວົງເງິນສູງສຸດຕາມກົດໝາຍກຳນົດ ທີການດຳເນີນທຸລະກິດໃດໜຶ່ງສະໝ່ຳ ສະເໝີ, ມີການທຳທຸຣະກິດເຫິງນານ ຕາມກົດໝາຍກຳນົດ, ແລະປະຫວັດຂອງ ການດຳເນີນທຸຣະກິດສະອາດ.

- ຕະຫຼາດຫຸ້ນ ເປັນສະຖານທີ່ຊື້ຂາຍຫຸ້ນ ຂອງບໍລິສັດທີ່ຈົດທະບຽນ ໃນວົງເງິນຄວາມຕ້ອງການເພິ່ມຫຸ້ນ ຫຼືລົດຫຸ້ນ ທັງເປັນຜູ້ປະເມີນຄວາມສ່ຽງຂອງ ບໍລິສັດນັ້ນໆ ອອກລາຄາຫຸ້ນແຕ່ລະໜ່ວຍອີກ.

- ເຈົ້າຂອງຫຸ້ນ ແມ່ນບໍລິສັດຈົດທະບຽນນຳຕລາດຫຸ້ນ
- ລູກຫຸ້ນ ຫືຼຂາຫຸ້ນ ແມ່ນບໍລິສັດ, ຫ້າງຮ້ານ ແລະບຸກຄົນທົ່ວໄປ ທັງພາຍໃນ ແລະຕ່າງປະເທດ ທີ່ມີເງິນໄປລົງທືນໃນຕະຫຼາດຫຸ້ນ ຫຼາຍຫຼືນ້ອຍ ຕາມຜູ້ລົງທຶນ ກຳນົດເອງ.

- ການລົງທຶນໃນຕລາດຫຸ້ນ: (ອັນນີ້ເຂົາເວົ້າງ່າຍວ່າ ຫຼິ້ນຫຸ້ນ- ບໍ່ແມ່ນ ພາສາທາງການ)

ກ. ນຳເງິນໄປຊື້ຫຸ້ນ ໃນຕລາດຫຸ້ນ ໂດຍການຊື້ຫຸ້ນໃນຣາຄ່າທີ່ຕລາດກຳນົດ.
ຂ. ນຳເງິນໄປຮ່ວມຫຸ້ນກັບບໍລິສັດໂດຍກົງ(ອັນນີ້ຕ້ອງເບິ່ງກົດໝາຍສະເພາະ)

ການລົງທຶນຕລາດຫຸ້ນ ເຈົ້າຂອງຫຸ້ນໄດ້ຫຍັງ ແລະເຮັດຈັ່ງໃດ?
ກ. ເຈົ້າຂອງຫຸ້ນ(ທຶນ) ມີເງິນໄປຊື້ຫຸ້ນບໍລິສັດ ກ ສາມາດຮ່ວມຫຸ້ນ ທັງໄລຍະສັ້ນ ແລະໄລຍະຍາວ.
- ຫຸ້ນໃນໄລຍະສັ້ນ: ວິທີນີ້ ມັກຈະເປັນຜູ້ມີເງິນນ້ອຍ ນຳເງິນໄປຊື້ຫຸ້ນ ຫັບບໍລິສັດຈົດທະບຽນ ແລ້ວມາເບິ່ງການເຄື່ອນໄຫວຂອງຫຸ້ນທີ່ຕົນຊື້ ຫາກມີລາຄາສູງ ກວ່າທີ່ຕົນຊື້ ຜູ້ຖືຫຸ້ນ ຈະຂາຍເພື່ດເອົາກຳໄລ ໃນລາຄາທີ່ປາກົດໃນກະດານຫູ້ນ.
- ສົມມຸດວ່າ:
ກ. ຜູຸ້ຖືຫຸ້ນໃນໄລຍະສັ້ນ. ບໍລິສັດເບັຍລາວ ຂາຍຫຸ້ນໃນວັນ ທີ່ 15 ເດືອນ 7 ປີ 2010 ໜ່ວຍລະ 20,000 ກີບ ຕໍ່ 1 ຫຸ້ນ ທ້າວແກ້ວຊື້ຫຸ້ນໄວ້ 800 ໜ່ວຍ ຄິດເປັນມູນຄ່າ 16,000,000 ກີບ, ມາຮອດວັນທີ 24 ເດືອນ 12 ປີ 2010 ລາຄາຫຸ້ນເບັຍລາວ ຂະຫຍັບຕົວຂຶ້ນ ມາເປັນ 50,000 ກິບຕໍ່ໜ່ວຍ, ຫາກເປັນເຊັ່ນນີ້ ຜູ້ຫຼິ້ນຫຸ້ນມາກຈະຂາຍຫຸ້ນຂອງຕົນອອກ ເພາະຈະໄດ້ ກຳໄລ ຈາກການຂາຍຫຸ້ນຂອງຕົນ 30,000 ກີບຕໍ່ໜຶ່ງຫຸ້ນ ຫາກຂາຍໝົດທັງ 800 ໜ່ວຍລົງທຶນ ກໍຈະໄດ້ເງິນທັງໝົດ 40,000,000 ກີບ, ໄດ້ກຳໄລໄປ 24,000,000 ກີບ ທ້າວແກ້ວໄດ້ກຳໄລຢ່າງມະຫັນ ໃນໄລຍະສັ້ນ.
(ຫາກບໍ່ຂາຍ ກໍສາມາດຖືຫຸ້ນໄປຈົນຮອດວັນສິ້ນປີ ເພື່ອລໍຮັບເງິນປັນຜົນ ຮຽກວ່າລົງທຶນໃນໄລຍະຍາວ)
ຂ. ຜູ້ຖືຫຸ້ນໄລຍະຍາວ ເອົາເງິນຂອງຕົນ ໄປຊື້ຫຸ້ນເພື່ອໄປເລື້ອຍໆຈົນຮອດວັນສິ້ນປິ ບໍ່ວ່າຫຸ້ນຈະຂຶ້ນຫຼືຈະລົງ.

- ຜູ້ຖືຫຸ້ນ ກາຍເປັນເຈົ້າຂອງບໍລິສັດ ຫຼືເປັນຄະນະບໍລິສັດໄດ້,
- ຫາກຜູ້ຖືຫຸ້ນໃນສັດສ່ວນ ເກີນ 50 ເປີເຊັນຂອງທຶນຈົດທະບຽນຂອງບໍລິສັດຫຸ້ນ ມີສິດເປັນກັມມະການບໍລິສັດນັ້ນໆ
- ຫາກຜູ້ຖືຫຸ້ນໃນສັດສ່ວນ ເກິນ 80 ເປີເຊັນ ຂອງທຶນຈົດທະບຽນບໍລິສັດມະຫາຊົນ ສາມາດຮ່ວມອອກສຽງ ແລະກຳນົດທີດທາງຂອງບໍລິສັດໄດ້.(ຈຳນວນອິງຕາມກົດໝາຍກຳນົດ)
- ຫາກ 100 ເປີເຊັນ ຜູ້ລົງທຶນກາຍເປັນເຈົ້າຂອງບໍລິສັດໄດ້(
ອິງຕາມກົດໝາຍກຳນົດ)

ທັງນີ້ທັງນັ້ນ ການອະທິບາຍນີ້ ເປັນພຽງບົດຮຽນ ແຕ່ຈະຖືກປະຕິບັດໄດ້ຈິງ ກໍອີງຕາມກົດໝາຍ ແລະກົດລະບຽບວ່າດ້ວຍຫຸ້ນທັງນັ້ນ


__________________
Anonymous

Date:

ໂອ ! ເຈົ້າອະທິບາຍ ໄດ້ດີຫລາຍ  ເຈົ້າຄືຊິແມ່ນ ນັກຊື້ຂາຍ ຫຸ້ນ ແຕ່ສຳຫລັບຂອ້ຍ  ມືດຕຶບ  ຂອ້ຍຮູ້ ແຕ່ຕະຫລາດຕ່າງໆ ຢູ່ໃນ ໃນນະຄອນຫລວງດີ  ແຕ່ຕະຫລາດຫຸ້ນນີ້  ຂອ້ຍ ຫາກໍຮູ້ ເພາະ ເພິ່ນເປີດພິທີ ວ່າງວັນອາທິດຜ່ານມານີ້  ຄືຊິນຸ່ງຊຸດແວັດ
ມັດກາຣາວັດ ໄປຊື້ໄປຂາຍກັນ ເນາະ ??


__________________
Anonymous

Date:

ຫຸ້ນທຸກມື້ນີ້ບໍ່ຈໍາເປັນຕ້ອງນຸ່ງຊຸຸຸດ ມັດກາລະຫວັດໄປຊື້ດອກເຈົ້າຊື້ທາງ ອີນເຕີເນັທ ຍິ່ງສດວກກວ່າ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard