Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປະຊາຊົນ...! ຂ້ອງໃຈການຈຳຫນ່າຍປອກແຂນ 450 ປີ
Anonymous

Date:
ປະຊາຊົນ...! ຂ້ອງໃຈການຈຳຫນ່າຍປອກແຂນ 450 ປີ




5_116.jpg

    ປະຊາຊົນສ່ວນຫລາຍຂ້ອງໃຈນຳການຈຳຫນ່າຍເຄື່ອງທີ່ລະນຶກງານສະຫລອງ ນະຄອນຫລວງວຽງຈັນຄົບຮອບ 450 ປີ ໂດຍສະ ເພາະແມ່ນການຈຳຫນ່າຍປອກແຂນທີ່ເພິ່ນໄດ້ເອົາລົງໄປມອບໃຫ້ບ້ານແລ້ວນາຍບ້ານກໍ່ນຳໄປໃຫ້ລູກບ້ານຊື້ (ລັກສະນະຕ້ອງຊື້) ແລະ ອີກກໍລະນີ 1 ກໍ່ແມ່ນເອົາໄປຂາຍຕາມໂຮງຮຽນໃນລາຄາອັນລະ 16.000 ກີບຕໍ່ປອກແຂນ 1 ອັນ ເຊິ່ງຫລາຍຄວາມຄິດເຫັນເພິ່ນເຫັນ ວ່າແພງໂພດວ່າ ຊັນ....!


   ພະນັກງານທ່ານຫນຶ່ງ ປະຈຸບັນຢູ່ບ້ານສວນມອນກ່າວວ່າ: ຢູ່ທີ່ບ້ານຂອງເພິ່ນກໍ່ໄດ້ມີການເອົາປອກແຂນດັ່ງກ່າວຂາຍເຊັ່ນກັນ ໂດຍ ເພິ່ນໄດ້ກຳນົດໃຫ້ເຮືອນຫນຶ່ງຊື້ 2 ອັນ, ໂດຍໃຫ້ເຫດຜົນວ່ານີ້ ແມ່ນການລະດົມທຶນເພື່ອຊ່ວຍງານສະຫລອງ 450 ປີທີ່ຈະຈັດຂຶ້ນໃນ ເດືອນພະຈິກນີ້ ສຳລັບຜູ້ກ່ຽວເອງນັ້ນກໍ່ບໍ່ໄດ້ມີບັນຫາອັນໃດຂັດຂ້ອງຫາກເປັນການຊ່ວຍປະກອບສ່ວນໃຫ້ແກ່ປະເທດຊາດ, ໃນຄວາມ ເຫັນສ່ວນຕົວແລ້ວເຫັນ ວ່າລາຄາບໍ່ເຫມາະສົມປານໃດ ເພາະປອກແຂນດັ່ງກ່າວນີ້ເປັນປອກແຂນທີ່ເຮັດດ້ວຍຢາງຕິດກາທຸງຊາດລາວ ແລະ ຄຳຂວັນກ່ຽວກັບ 450 ປີ ເທົ່ານີ້ກໍ່ມີລາຄາຮອດ 16.000 ກີບ ແລະອີກຢ່າງຫນຶ່ງສິ່ງຂອງດັ່ງກ່າວຖ້າເບິ່ງຜິວເຜີນກໍ່ຄືວ່າບໍ່ມີຫຍັງ ແຕ່ເບິ່ງເລິກໆແລ້ວ ຮູບແບບການເຮັດປອກແຂນທີ່ລະນຶກນີ້ ໃນປີຜ່ານມາປາກົດວ່າປະເທດເພິ່ນບ້ານເພິ່ນໄດ້ຜະລິດສິ່ງຂອງທີ່ມີລັກສະ ນະຄືກັນນີ້ອອກມາກ່ອນແລ້ວ ດັ່ງນັ້ນຈິ່ງເຫັນວ່າເປັນການນຳແບບເພິ່ນເກີນໄປການເຮັດຂອງທີ່ລະນຶກຄວນຄຳນຶງເຖິງເອກະລັກຂອງເຮົາ ເອງຫລາຍກວ່າ (ເວົ້າດ້ວຍທ່າທີຈິງຈັງ).


   ນັກສຶກສາວິທະຍາໄລຄອມເຊັນເຕີກໍ່ເວົ້າໃນລັກສະນະດຽວກັນວ່າ: ຢູ່ທີ່ໂຮງຮຽນຂອງຂ້ອຍກໍ່ໄດ້ມີການເຜີຍແຜ່ກ່ຽວກັບເລື່ອງດັ່ງກ່າວ ເຊັ່ນກັນໂດຍເພິ່ນກຳນົດວ່າ ນັກສຶກສາຜູ້ຫນຶ່ງຕ້ອງປະກອບສ່ວນ 1 ອັນ, ເພື່ອເອົາເງິນຈຳນວນດັ່ງກ່າວໄປປະກອບເປັນທຶນໃນການປະ ຕິສັງຂອນວັດສີສະເກດ ເຊິ່ງຕົນເອງກໍ່ເຫັນວ່າລາຄາແພງໂພດ ແລະ ຮູບຮ່າງຂອງປອກແຂນກໍ່ມີລັກສະນະນຳແບບຂອງບ້ານໃກ້ເຮືອນ ຄຽງ.




__________________
Anonymous

Date:

ການພັດທະນາແບບຈຳກັດຮັດແຄບ ສ່້າງລັດທິຄວາມເຊື່ອແບບຜິດພາດ
ກ. ເຮັດບຸນ ໙ ວັດ
ຂ. ເຮັດປອກແຂນ
ແລະອື່ນອື່ນ ຈະຕ້ອງມີຜົນກະທົບທາງຄວາມເຊື່ອ ແລະຄວາມຄິດໃນອະນາຄົດແນ່ນອນ ສາທຸຢ່າໃຫ້ເປັນເໝືອນບ້ານເພິ່ນເທີ້ນ

__________________
ໝົກປານ້ອຍ

Date:

ອັນນີ້ຂ້າພະເຈົ້າເອງກໍ່ເຫັນນ້ອງສາວຮຽນຢູ່ມັດທະຍົມກໍ່ວ່າຄືກັນເລື່ອງປອກແຂນທີ່ລະລຶກ 450 ນະຄອນຫຼວງວຽງຈັນນີ້ ແລະເຫັນນ້ອງສາວກະວ່າ ລາຄາ 16,000ກີບຕໍ່1ອັນແລ້ວມາສັງເກດເບິ່ງຮູບລັກສະນະ ກະຄິດວ່າແພງເກີນໄປ ເພາະມັນເປັນຢາງຊື່ໆບໍ່ຕ່າງຫັຍງກັບຢາງກະຖູນດອກ ພຽງແຕ່ມາຕີກາທຸງຊາດລາວເຮົາໃສ ແລະ ຂຽນຄຳຂວັນເລັກໜ້ອຍເທົ່ານັ້ນ,ສະນັ້ນຂ້າພະເຈົ້າກະຄິດວ່າແພງໂພດ ກັບຕົ້ນທຶນການຜະລິດ ທ່ານລອງຄິດເບິ່ງຢາງກະຖູນ ຍາວ ເກືອບເຄິ່ງແມັດ 5,000 ກີບ ແລ້ວນີ້ມັນຈັກເຊັນ ຄືລາຄາຂ້ອນຂ້າງແພງ
ສຳລັບຕົວຂ້າພະເຈົ້າເອງກະບໍ່ຂັດຂ້ອງດອກເລື່ອງການລະດົມທຶນຂ້າພະເຈົ້າເຂົ້າໃຈແຕ່
ທ່ານລອງຄິດເບິ່ງ ອີກບັນຫາໜຶ່ງດູວ່າ ຖ້າຢູ່ບ້ານນອກບ້ານນາ ເງິນ16,000 ກີບບໍ່ແມ່ນຂອງຫາງ່າຍ ແລະເພິ່ມ ບາງຄອບຄົວ ມີລູກຮອດ5-6 ຄົນທີ່ເຂົ້າໂຮງຮຽນຕ້ອງຊື້ ເຖິງ 5-6 ເສັ້ນລາຄາ ເກືອບ ແສນ ຍັງມາລວມໃສ່ຄອບຄົບລະ 2ເສັ້ນ 30,000 ກີບອີກ ບາງຄອບຄົວເຂົ້າຊິກິນຍັງບໍ່ມີ ອັນນີ້ຢາກໃຫ້ ທາງການເພິ່ນ ພິຈາລະນາຕື່ມອີກແດ່ (ຂ້າພະເຈົ້າເປັນຄົນຕ່າງແຂວງ ແລະ ຄອບຄົບກະຢູ່ຕ່າງແຂວງ)ກໍ່ຕ້ອງໄດ້ ຊື້


__________________
Anonymous

Date:

KOOD HIT PASA XON

__________________
Anonymous

Date:

ກະຣຸນາເຮັດງາມໆແດ່ ເທວະດາເອີຍ ເລື້ອງຄວາມຮັກຊາດແຕ່ລະຄົນຄົງມີຢູ່ແລ້ວ ແຕ່ຄວາມຮັກຕົວເອງຂອງແຕ່
ລະຄົນແນ່ນອນຄົງຫຼາຍກ່ວາຄວາມຮັກຊາດ ຖ້າບໍ່ງາມຄົນເຂົາໃຜຊິຢາກຊືຢາກໄຊ້ຢາກໃສ່ລະ??? 450ປີ ຂອງການ
ພັດທະນາມີພຽງແຕ່ເທົ່ານີ້ບໍ???

__________________
Anonymous

Date:

Anonymous wrote:

ກະຣຸນາເຮັດງາມໆແດ່ ເທວະດາເອີຍ ເລື້ອງຄວາມຮັກຊາດແຕ່ລະຄົນຄົງມີຢູ່ແລ້ວ ແຕ່ຄວາມຮັກຕົວເອງຂອງແຕ່
ລະຄົນແນ່ນອນຄົງຫຼາຍກ່ວາຄວາມຮັກຊາດ ຖ້າບໍ່ງາມຄົນເຂົາໃຜຊິຢາກຊືຢາກໄຊ້ຢາກໃສ່ລະ??? 450ປີ ຂອງການ
ພັດທະນາມີພຽງແຕ່ເທົ່ານີ້ບໍ???



Even Opra Winfrey and many other big ceelebrity wears this , it's not so bad!

 



__________________
Anonymous

Date:

Anonymous wrote:

KOOD HIT PASA XON




Bo Maen Kood Heat Pasa Xon,  Pasa Xon yin Dee

Xeu Xouay Rattha Barn. Hen Dee Num. Chao Bo Xeu Kor

Yah.KHao Huck Xart ..55555555555555555555555555



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard