Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປະກາດ: ຍ້າຍສະຖານີຂົນສົ່ງສາຍເຫນືອ !!!
Anonymous

Date:
ປະກາດ: ຍ້າຍສະຖານີຂົນສົ່ງສາຍເຫນືອ !!!



ຂົນສົ່ງສາຍເຫນືອ ຈະຍ້າຍໄປສະຖານນີໃຫມ່ດົງນາທອງ ເລີ່ມເປີດໃຫ້ບໍລິການຕຸລານີ້


2_254.jpg

 ຂ່າວ: ຈັນທະຫວິນ


   ສະຖານີລົດຂົນສົ່ງໂດຍສານສາຍເຫນືອ ຈະຍ້າຍໄປຢູ່ສະຖານີແຫ່ງໃຫມ່ທີ່ບ້ານດົງນາທອງເມືອງສີໂຄດຕະບອງ ເຊິ່ງຫ່າງຈາກຄິວ ເກົ່າເກືອບ 4 ຫລັກ ຜູ້ປະກອບການສະຖານີຊີ້ ມາຮອດປະຈຸບັນ ອາຄານສ້າງສຳເລັດແລ້ວ 90% ພ້ອມເປີດໃຊ້ ສະນັ້ນ ຜູ້ທີ່ຈະເດີນ ທາງຂຶ້ນລົງໄປຍັງພາກເຫນືອແມ່ນໃຫ້ໄປໃຊ້ບໍລິການໃນຄິວແຫ່ງໃຫມ່ ນັບແຕ່ວັນທີ 10 ຕຸລາເປັນຕົ້ນໄປ.


   ທ່ານ ແກ້ວພິລາວັນ ອາໄພ ລາດ ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ກ່າວໃນຂະນະທີ່ລົງກວດ ກາສະພາບການກໍ່ສ້າງ ເມື່ອວັນເສົາທີ່ຜ່ານມາວ່າ: ການຍ້າຍຄິວລົດສາຍເຫນືອອອກມາຢູ່ສະຖານີແຫ່ງໃຫມ່ນີ້ ກໍ່ເພື່ອເປັນການຫລຸດ ຜ່ອນຄວາມແອອັດໃນການສັນຈອນໄປມາຕາມທ້ອງຖະຫນົນໃນເຂດຕົວເມືອງໂດຍສະເພາະແມ່ນເສັ້ນທາງຫລັກຖະຫນົນອາຊຽນ (T2) ໃຫ້ມີສະພາບຄ່ອງ ແລະສ້າງຄວາມສະດວກສະບາຍແກ່ບັນດາລົດນ້ອຍ ໃນຂະນະທີ່ເສັ້ນທາງດັ່ງກ່າວກຳລັງຢູ່ໃນໄລຍະສ້ອມແປງຄືນ.


   ໃນໂອກາດດຽວກັນ ທ່ານ ນາງ ຈິດປະສົງ ຍອດນິຍົມ ຜູ້ອຳນວຍການສະຖານີລົດຂົນສົ່ງໂດຍສານສາຍເຫນືອກໍ່ໄດ້ກ່າວໃຫ້ຮູ້ວ່າ: ເພື່ອຫລຸດຜ່ອນຄວາມແອອັດໃນການສັນຈອນແລະສ້າງຄວາມສະດວກໃນການປັບປຸງກໍ່ສ້າງເສັ້ນທາງT2 ຖະຫນົນອາຊຽນໃຫ້ມີຄວາມ ສະອາດສວຍງາມ, ລວມທັງເພື່ອຕ້ອນຮັບສະເຫລີມສະຫລອງນະຄອນຫລວງວຽງຈັນ ຄົບຮອບ 450 ປີ ທີ່ໃກ້ຈະມາເຖິງນີ້ທາງຄິວລົດ ສາຍເຫນືອຈິ່ງໄດ້ມີການລົງທຶນສ້າງສະຖານີແຫ່ງໃຫມ່ ໂດຍມີມູນຄ່າລົງທຶນເບື້ອງຕົ້ນ 3 ລ້ານໂດລາສະຫະລັດໃນຂອບເຂດເນື້ອທີ່ດິນ ທັງຫມົດ 6 ເຮັກຕາ ມາຮອດປະຈຸບັນ ການກໍ່ສ້າງສະຖານີແມ່ນໄດ້ສຳເລັດແລ້ວ 90% ເຊິ່ງຈະໄດ້ຍົກຍ້າຍມາໃຫ້ບໍລິການຢ່າງເປັນ ທາງການໃນວັນທີ 10 ຕຸລານີ້.


   ສະຖານີແຫ່ງໃຫມ່ນີ້ ຢູ່ຫ່າງຈາກສະຖານີເກົ່າປະມານເກືອບ 4 ຫລັກຕາມຖະຫນົນສີທອງ ບ້ານດົງນາທອງ ເມືອງສີໂຄດຕະບອງ (ໃກ້ກັບ 3 ແຍກຫນອງຫນ້ຽວ) ເຊິ່ງຈະເປັນສະຖານີໂດຍສານແຫ່ງທຳອິດຂອງປະເທດທີ່ກວ້າງຂວາງ, ສະດວກສະບາຍແລະໄດ້ມາດ ຕະຖານ ໂດຍສາມາດຮອງຮັບຜູ້ໂດຍສານໄດ້ເປັນຈຳນວນຫລາຍ ເມື່ອສະຖານີແຫ່ງດັ່ງກ່າວສຳເລັດຈະກາຍເປັນໃບຫນ້າໃຫມ່ຂອງນະ ຄອນຫລວງວຽງຈັນ ພ້ອມມີລົດໄວ້ຄອຍບໍລິການຜູ້ໂດຍສານຢ່າງພຽງພໍ ທ່ານນາງ ຈິດປະສົງ ກ່າວ.




__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard