Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເບິ່ງແລ້ວເສົ້າໃຈ
ຕັ້ງຕົວະກັນ

Date:
ເບິ່ງແລ້ວເສົ້າໃຈ

ປະເທດລາວເປັນປະເທດທີ່ຮັ່ງມີດ້ວຍຊັບພະຍາກອນທໍາມະຊາດ ມີດົງຕຶບປ່າໜາແຕ່ລູກຫລານຕ້ອງນັ່ງຮຽນໃຫ້ຫ້ອງຮຽນທີ່ຕິດແອທໍາມະຊາດ, ຖ້າທ່ານ ຄົນໃຕ້ ກັບມາແຕ່ປະຊຸມ WTO ຢູ່ກຸງ Geneva ໃນວັນທີ 24/09/2010 ແລ້ວ ກະຣຸນາຊ່ອຍແກ້ໃຫ້ແດ່? ແລະຂໍອ່ວຍພອນໃຫ້ທ່ານ ຄົນໃຕ ພ້ອມດ້ວຍຄະນະຈົ່ງປະສົບຄວາມສົມຫວັງໃນການຂໍເຂົ້າເປັນສະມາຊິກຂອງອົງການໆຄ້າໂລກ.
http://www.ri.net/middletown/gaudet/studentwork/human_rights/human_rights_block_e/laos_bg/index.htm

__________________
Anonymous

Date:

ທ່ານບໍຕ້ອງເປັນຫ່ວງເດີ, ລະດັບ GDP ເຕີບໂຕສະເລ່ຍ ລະດັບ7.5% ຕິດຕໍ່ກັນ ຫ້າປີແລ້ວ, ລໍຖ້າເບິ່ງອີກ ຊາວປີ ພຸ້ນລະປະຊາຊົນຕາດຳໆ ຈັ່ງຊິຮູ້ ແລະໄດ້ຮັບປະໂຫຍດ ນຳ ຈີດີພອກ ຈີດີພີ ຫັ້ນ. ຂ້າພະເຈົ້າບໍ່ຮູ້ວ່າ GDP per Capita ເພີ່ນທໍ່ໃດ. ທ່ານໃດຊາບກະລຸນາບອກແນ່ເດີ.

__________________
ເໝັນຂີ້ແຂ້ວ

Date:

Anonymous wrote:

GDP ເພີ້ມຂຶ້ນແຕ່ໃນບົດລາຍງານດອກໄມ້ ແຕ່ເງິນໃນຄັງຫຼວງຍັງບົກແຫ້ງຢູ່. GDP ເພີ້ມຂຶ້ນຍ້ອນການຂາຍໄຟຟ້າແລະຂາຍບໍ່ແຮ່ ບໍ່ແມ່ນເພີ້ມຂຶ້ນຍ້ອນຜົນຜະລິດຂອງປະຊາຊົນ. ຂໍໂທດເດີຂ້ານ້ອຍ ຖ້າເວົ້າຜິດ.

__________________
Anonymous

Date:

ຂອບໃຈສະຫາຍເດີ
ຕອນໄປຮ່ວມສຳມະນາ ລະຫວ່າງ ນັກທຸລະກິດລາວ - ອິນເດຍ ( ເປັນປະທານໂດຍ ປະທານາທິບໍດີ  ນ. ປາຕິລ) ເຫັນບົດລາຍງານ ເລື່ອງ ຈີດີພີວ່າ: ບັນດາ 7-8 ຂະແຫນງການທຸລະກິດ ທີເປັນໂຄງປະກອບຂອງ ຈີດີພີ ເຫັນວ່າ ຜະລິດຕະພັນ ແມ່ນ ເປັນອັນດັບທີ່ສອງ ເຊັ່ນກັນກັບ ມູນຄ່າການລົງທຶນ.

ແຕ່ຖ້າເຮົາມາຍ່ອຍລະອຽດຕື່ມ ກ່ຽວກັບຂະແຫນງການກະສິກຳ ຂພຈ ຄິດວ່າ ສິນຄ້າ ປະເພດໄມ້(ຈກາທຳມະຊາດ) ຄົງຈະເປັນອັນດັບນຶ່ງ ເຊັ່ນເຄີຍ.

ຜະລິດຕະພັນ: ຜະລິດຕະພັນຂະແຫນງການກະສິກຳ
(ຈາກທຳມະຊາດ)

ອັນດັບນຶ່ງ ແມ່ນຂົງເຂດພະລັງງານແລະບໍ່ແຮ່

__________________

Veteran Member

Status: Offline
Posts: 81
Date:

ເບິ່ງລູກຫຼານຢູ່ຫ້ອງຮຽນແລ້ວ ເຫັນວ່າມັນເຂີນກັນ, ນັກຮຽນນຸ່ງຊຸດໃໝ່ສວຍງາມ ແຕ່ ຫ້ອງຮຽນມັນເປັນຄົນລະເລື່ອງ, ສ່ວນ GDP PP per capita ຊຶ່ງບັນດາທ່ານເວົ້າມານັ້ນບໍ່ເຫັນວ່າຈະກ່ຽວກັນພໍປານໃດ ເພາະຂ້ານ້ອຍວ່າມັນແມ່ນຄວາມບໍ່ຕື່ນຕົວຂອງອຳນາດການປົກຄອງທ້ອງຖິ່ນ, ຂອງອຳນວຍການ ຮຮ ແລະ ສະມາຄົມພໍ່ແມ່ນັກຮຽນຕ່າງຫາກ, ຂອງຊ່ຳນີ້ ຊາວບ້ານກໍພໍເຮັດໄດ້ ແຕ່ບໍ່ພາກັນເຮັດ ຖ້າໃຫ້ພວກຕ່າງປະເທດມາເຮັດໃຫ້ ກໍໃຫ້ພວກເພິ່ນລໍຖ້າໄປ, ອີກບໍ່ດົນກໍຈະມີ ຮຮ ຫຼັງໃໝ່ຕິດແອພ້ອມ !

__________________
Anonymous

Date:

ເຫັນແລ້ວກໍ່ສົງສານ ເພາະຊິວິດຂອງການສຶກສາເວົ້າທົ່ວໄປໃນປະເທດລາວຍັງບໍ່ໄດ້ຮັບການສົ່ງເສີມເທົ່າທີ່ຄວນ ຖ້າ
ຂາດການສຶກສາແລ້ວການພັດທະນາກໍ່ມີຄວາມລຳບາກເຊິ່ງສົ່ງຜົນສະທ້ອນຕໍ່ໆກັນໄປ. ຂ້າພະເຈົ້າເຄີຍໄດ້ຜ່ານການ
ສຶກສາຢູ່ເມືອງລາວນັບແຕ່ ປໍ1 ຈົນຈົບອຸດົມ ວຽງຈັນ ແຕ່ຫວນຄືນຫຼືຕິດຕາມສະພາບການສຶກສາຂອງເມືອງລາວ
ແລ້ວສົມທຽບການສຶກສາຂອງລູກຜູ້ຂ້າຢູ່ພຸ້ນແມ່ນຕ່າງກັນຫຼາຍ ເທົ່າຟ້າກັບແພ່ນດິນ ຄິດແລ້ວເສົ້າໃຈເດີພີ່ນ້ອງ

__________________
ເຫັນດີນຳເດີ

Date:

ແມ່ນຄວາມເຈົ້າ ເດີ ລູງ ໂຈງອາງໄຟ....

__________________
Anonymous

Date:

ອັນນີ້ມັນແມ່ໂຮງຮຽນ ແຫ່ງໜື່ງ ຢູເຂດ ເມືອງ ປາກງື່ມ, ເຂົາເຈົ້າສ້ອມແປງ ໂຮງຮຽນ ກະເລີຍວ່າມາຮຽນ ຢູ່ ວັດ ຊຳຊາ ມັນແລ້ວ ກໍ່ກັບຄືນໄປ, ມັນບໍ່ໄດ້ຂີ້ຮ້າຍຄື ຜູ້ ເອົາມາໂພດ ນີ້ດອກ.

ໄປເບີ່ງ ເຂດຫ່າງໄກສອກຫລີກຢູ່ທາງພາກເຫນີອ ເດີ ຢາກເຫັນຂອງແທ້ນະ,  ຍັງມີຫລາຍບ້ານບໍມີ ຮຮ, ຫລື ມີຄູ ພຽງຄົນດຽວ, ສ່ວນຫລາຍແມ່ນຫມູ່ບ້ານ ຊົນເຜົ່າ

__________________
Anonymous

Date:

ເບີ່ງພາບນີ້ແລ້ວ ຈະໄປຕິພໍ່ແມ່ນັກຮຽນກະບໍ່ໄດ້ດອກ  ທີ່ຈິງແລ້ວມັນຕ້ອງແມ່ນອຳນາດການປົກຄອງທ້ອງຖິ້ນ ຜູ້ທີ່ມີສ່ວນ
ກ່ຽວຂ້ອງ ຄວນຈະມາຮັບຜິດຊອບ ຖ້າມີຄວາມຈິງໃຈ ແລະເຫັນຄວາມສຳຄັນ ການສຶກສາຂອງລູກຫລານລາວ
ພໍ່ແມ່ນັກຮຽນຢູ່ຊົນນະບົດ ພຽງແຕ່ ຫາເງີນ ລ້ຽງຄອບຄົວ ແລະຊື່ເຄື່ອງຮຽນໃຫ້ລູກກະຖືວ່າເປັນການທຳຫນ້າທີ່ ຂອງຄອບ
ຄົວແລ້ວ  ແຕ່ໂຮງຮຽນເປັນຫລັງນີ້ມັນຕ້ອງອຳນາດການປົກຄອງ ຜູ້ກິນເງີນເດືອນປະຊາຊົນ ນັ້ນລະ
ຂໍໂທດເດີ ຖ້າຄະນ້ອຍອອກຄວາມຄິດເຫັນບໍ່ຖືກຕ້ອງ

__________________
Anonymous

Date:

ຕັ້ງຕົວະກັນ wrote:

ປະເທດລາວເປັນປະເທດທີ່ຮັ່ງມີດ້ວຍຊັບພະຍາກອນທໍາມະຊາດ ມີດົງຕຶບປ່າໜາແຕ່ລູກຫລານຕ້ອງນັ່ງຮຽນໃຫ້ຫ້ອງຮຽນທີ່ຕິດແອທໍາມະຊາດ, ຖ້າທ່ານ ຄົນໃຕ້ ກັບມາແຕ່ປະຊຸມ WTO ຢູ່ກຸງ Geneva ໃນວັນທີ 24/09/2010 ແລ້ວ ກະຣຸນາຊ່ອຍແກ້ໃຫ້ແດ່? ແລະຂໍອ່ວຍພອນໃຫ້ທ່ານ ຄົນໃຕ ພ້ອມດ້ວຍຄະນະຈົ່ງປະສົບຄວາມສົມຫວັງໃນການຂໍເຂົ້າເປັນສະມາຊິກຂອງອົງການໆຄ້າໂລກ.
http://www.ri.net/middletown/gaudet/studentwork/human_rights/human_rights_block_e/laos_bg/index.htm

OMG. Is that a cows barn? Where is all the money that the foreigner country aids to laos goes?

__________________

Veteran Member

Status: Offline
Posts: 78
Date:

ນີ້ອາດຈະແມ່ນໂຮງຮຽນຫຼັງໃໝ່ທີ່ເພິ່ນສ້າງແລ້ວ
Laos_3_small.jpg

__________________

Veteran Member

Status: Offline
Posts: 81
Date:

ຂະນ້ອຍຂໍຖາມແດ່ວ່າແມ່ນທຶນຂອງໃຜ ເພາະເບິ່ງແລ້ວຄືຊິບໍ່ແມ່ນທຶນລັດຖະບານ.

__________________

Veteran Member

Status: Offline
Posts: 78
Date:

chiip wrote:

ຂະນ້ອຍຂໍຖາມແດ່ວ່າແມ່ນທຶນຂອງໃຜ ເພາະເບິ່ງແລ້ວຄືຊິບໍ່ແມ່ນທຶນລັດຖະບານ.

ທຶນຂອງຄົນຕາເວັນຕົກທີ່ຂີ່ຣົດຖີບຕັ້ງແຕ່ທະວີບຢູໂຣບຮອດອາເມຣິກາເພື່ອຫາທຶນໄປສ້າງໂຮງຮຽນໃຫ້ບັນດາປະເທດທີ່ດ້ອຍພັດທະນາ.  ພວກນີ້ຕັ້ງຊື່ຕົນເອງວ່າ Cycle For Schools.

http://www.cycleforschools.com/htm/gallery.htm

-- Edited by JockeyBoy714 on Thursday 23rd of September 2010 06:22:03 PM

__________________
Anonymous

Date:

ເວົ້າກັນງ່າຍໆ ມາລອງພະນັນກັນເຊ່ນ ມີບ້ານນຶ່ງຈະສ້າງສິມວັດ ແລະ ສ້ອມແປງໂຮງຮຽນແລ້ວມອບໄຫ້ອາຈານຢູ່
ໃນວັດນັ້ນກ່າວຂ່າວເຖີງອອກຕົນຍາດໂຍມເພື່ອໂມທະນາຊ່ວຍກັນສ້າງ ແລະ ພ້ອມດຽວກັນນັ້ນກໍ່ໄຫ້ຄະນະບ້ານໄປ
ເຜີຍແຜ່ຫຼືຊອກຫາປັດໃຈທີ່ຈະມາກໍ່ສ້າງໂຮງຮຽນເຊ່ນກັນ ຜຂ ແນ່ໃຈວ່າເງີນປັດໃຈສ້າງສິມວັດຕ້ອງຫຼາຍກ່ວາຂອງ
ໂຮງຮຽນ, ແຕ່ເປັນຫັຍງ? ເປັນເພາະຍ້ອນຄວາມຊື່ສັດສຸດຈະລິດຂອງພະສົງຢູ່ວັດບໍ? ຫຼືຈະວ່າຄວາມລະແວງບໍ່ໄວ້
ວາງໃຈຂອງປະຊາຊົນທີ່ມີຕໍ່ການປົກຄອງທ້ອງຖີ່ນດັ່ງກ່າວ?

__________________
Anonymous

Date:

ຕັ້ງຕົວະກັນ wrote:

ປະເທດລາວເປັນປະເທດທີ່ຮັ່ງມີດ້ວຍຊັບພະຍາກອນທໍາມະຊາດ ມີດົງຕຶບປ່າໜາແຕ່ລູກຫລານຕ້ອງນັ່ງຮຽນໃຫ້ຫ້ອງຮຽນທີ່ຕິດແອທໍາມະຊາດ, ຖ້າທ່ານ ຄົນໃຕ້ ກັບມາແຕ່ປະຊຸມ WTO ຢູ່ກຸງ Geneva ໃນວັນທີ 24/09/2010 ແລ້ວ ກະຣຸນາຊ່ອຍແກ້ໃຫ້ແດ່? ແລະຂໍອ່ວຍພອນໃຫ້ທ່ານ ຄົນໃຕ ພ້ອມດ້ວຍຄະນະຈົ່ງປະສົບຄວາມສົມຫວັງໃນການຂໍເຂົ້າເປັນສະມາຊິກຂອງອົງການໆຄ້າໂລກ.
http://www.ri.net/middletown/gaudet/studentwork/human_rights/human_rights_block_e/laos_bg/index.htm

it is sad , how ever Loa Govt probably can't provide adequate  help in remote countryside ?  

__________________
Anonymous

Date:

ຂໍສະແດງຄວາມຄິດເຫັນ ດັ່ງນີ້ເດີ ເລື້ອງເງີນສ້າງວັດ ທີ່ພຣະແຜ່ຈາກຍາດໂຍມ ແລະອຳນາດການປົກຄອງເອົາມາສ້າງ
ມັນທຽບກັນບໍ່ໄດ້ ເຫມືອນກັບວ່າ ຄົນລະວິໃສທັດ  ວັດ ແລະພຣະສົງ ເປັນສູນລວມຈິດໃຈຂອງຊາວບ້ານ ແລະພຣະມີສິນທຳ ຊາວບ້ານຍ່ອມມີສັດທາ ແລະເຕັມໃຈ ທີ່ຈະບໍລິຈາກ ບາງຄັ້ງພຣະບໍ່ໄດ້ເອີ່ຍຂໍ ແຕ່ ທາງປະຊາຊົນຍັງຢາກທານໃຫ້ ເພາະທາງວັດບໍໄດ້ມີເງີນເດືອນກິນ ບໍ່ໄດ້ຮັບເງີນຊ່ວຍເຫລືອຈາກລັດທະບານ ແບບເປັນ
ທີ່ຊັດເຈນ  ແຕ່ວັດອາໃສຊາວບ້ານຫາມາສ້າງເອງ ແລະບໍ່ໄດ້ຫັກເງີນພາສີຊາວບ້ານມາສ້າງວັດ ແລະພຣະເປັນຜູ້ຮັບຜິດຊອບ
ສ່ວນສະຖານສືກສາ ລັດທະບານ ຫລືອຳນາດການປົກຄອງຮັບຜິດຊອບ  ແລະຜູ້ຮັບຜິດຊອບກະກຶນເງີນປະຊາຊົນ
ແລະເງີນທີ່ຈະໄດ້ມາສ້າງກໍ່ແມ່ນເງີນຫັກພາສີຈາກປະຊາຊົນ
ຖ້າຈະເວົ້າເລື້ອງຄວາມຊື່ສັດ ແລ້ວ ກະຕ້ອງສັງເກດດ້ວຍຕາ ປະຊາຊົນເອງ ເລື້ອງນີ້ເອົາຄວາມຄິດເຫັນສ່ວນຕົວເວົ້າອາດຜິດ
ພາດ

__________________
Anonymous

Date:

ຄົນລາວສ່ວນຫຼາຍເຊື່ອວ່າເຮັດບຸນນໍາວັດນໍາວາໄດ້ບຸນຫຼາຍກ່ວາເຮັດບຸນກັບໂຮງຮຽນໂຮງໝໍ.

__________________
Anonymous

Date:

Anonymous wrote:

ຂໍສະແດງຄວາມຄິດເຫັນ ດັ່ງນີ້ເດີ ເລື້ອງເງີນສ້າງວັດ ທີ່ພຣະແຜ່ຈາກຍາດໂຍມ ແລະອຳນາດການປົກຄອງເອົາມາສ້າງ
ມັນທຽບກັນບໍ່ໄດ້ ເຫມືອນກັບວ່າ ຄົນລະວິໃສທັດ  ວັດ ແລະພຣະສົງ ເປັນສູນລວມຈິດໃຈຂອງຊາວບ້ານ ແລະພຣະມີສິນທຳ ຊາວບ້ານຍ່ອມມີສັດທາ ແລະເຕັມໃຈ ທີ່ຈະບໍລິຈາກ ບາງຄັ້ງພຣະບໍ່ໄດ້ເອີ່ຍຂໍ ແຕ່ ທາງປະຊາຊົນຍັງຢາກທານໃຫ້ ເພາະທາງວັດບໍໄດ້ມີເງີນເດືອນກິນ ບໍ່ໄດ້ຮັບເງີນຊ່ວຍເຫລືອຈາກລັດທະບານ ແບບເປັນ
ທີ່ຊັດເຈນ  ແຕ່ວັດອາໃສຊາວບ້ານຫາມາສ້າງເອງ ແລະບໍ່ໄດ້ຫັກເງີນພາສີຊາວບ້ານມາສ້າງວັດ ແລະພຣະເປັນຜູ້ຮັບຜິດຊອບ
ສ່ວນສະຖານສືກສາ ລັດທະບານ ຫລືອຳນາດການປົກຄອງຮັບຜິດຊອບ  ແລະຜູ້ຮັບຜິດຊອບກະກຶນເງີນປະຊາຊົນ
ແລະເງີນທີ່ຈະໄດ້ມາສ້າງກໍ່ແມ່ນເງີນຫັກພາສີຈາກປະຊາຊົນ
ຖ້າຈະເວົ້າເລື້ອງຄວາມຊື່ສັດ ແລ້ວ ກະຕ້ອງສັງເກດດ້ວຍຕາ ປະຊາຊົນເອງ ເລື້ອງນີ້ເອົາຄວາມຄິດເຫັນສ່ວນຕົວເວົ້າອາດຜິດ
ພາດ

 ແຕ່ລະຄົນ ກໍແຕ່ລະຄວາມຄິດ,
 
  ສຳລັບຂ້ອຍແລ້ວ ຄິດວ່າ ສ້າງໂຮງຮຽນດີກວ່າ ຫຼາຍ ເພ່າະ ໂຮງຮຽນ ຈະເປັນຜູ້ສ້າງບຸກຄະລາກອນ ທີ່ມີຄູນນະພາບໃນອານາຄົດ ຖ້າມີບຸກຄະລາກອນທີ່ດີແລ້ວ ເສດຖະກິກ ກໍຈະດີ, ເມຶອເສດຖະກິດດີແລ້ວ ຄົນ ກໍຈະບໍລີຈາກໃຫ້ສ້າງ ວັດວາອາຮາມຫຼາຍຂຶ້ນ. ທູກມືນີ້ ມີການປັບປຸງວັດວາອາຮາມຫຼາຍ ກໍຍ້ອນເຮົາມີ ລະດັບການຂະຍາຍຕົວເສດຖະກິດທີດີຂື້ນບໍແມ່ນຫວາ. ຕົງການຂັ້ນ ຖ້າເຮົາຂາດໂຮງຮຽນ
ເດກັນ້ອຍເຮົາຈະເຮັດຈັງໃດ ປະເທດເຮົາ ກໍຈະຂາດບຸກຄະລາກອນ ເສຖະກິດອາດຈະບໍຂະຫຍາຍຕົວໄວ ແລະ ກໍຈະເຮັດໃຫ້ຄົນ ບໍລິຈາກສ້າງວັດໜ້ອຍລົງ. ຂໍໂທດເດີ ເວົ້າຕຳຜູ້ໃດ ຂ້ອຍ ກໍມີຄວາມຮັກໃນພູດທະສາສະໜາຄືກັນ ແຕ່ ຂ້ອຍ ກໍຄິດວ່າ ເອົາເງິນ ສ້າງໂຮງຮຽນ ແລະ ເອົາເງີນສົ່ງລຸກໄປໂຮງຮຽນ ຈະມີຜົນດີກວ່າ ຕໍການປັບປຸງຊີວິດດີກວ່າ.

__________________
Anti Corruption

Date:

ຕັ້ງຕົວະກັນ wrote:

ປະເທດລາວເປັນປະເທດທີ່ຮັ່ງມີດ້ວຍຊັບພະຍາກອນທໍາມະຊາດ ມີດົງຕຶບປ່າໜາແຕ່ລູກຫລານຕ້ອງນັ່ງຮຽນໃຫ້ຫ້ອງຮຽນທີ່ຕິດແອທໍາມະຊາດ, ຖ້າທ່ານ ຄົນໃຕ້ ກັບມາແຕ່ປະຊຸມ WTO ຢູ່ກຸງ Geneva ໃນວັນທີ 24/09/2010 ແລ້ວ ກະຣຸນາຊ່ອຍແກ້ໃຫ້ແດ່? ແລະຂໍອ່ວຍພອນໃຫ້ທ່ານ ຄົນໃຕ ພ້ອມດ້ວຍຄະນະຈົ່ງປະສົບຄວາມສົມຫວັງໃນການຂໍເຂົ້າເປັນສະມາຊິກຂອງອົງການໆຄ້າໂລກ.
http://www.ri.net/middletown/gaudet/studentwork/human_rights/human_rights_block_e/laos_bg/index.htm

Where are those money that the foreigners counties donated

for building new schools in Laos? What did the government do

with those money? If they were real used those money to build

new schools, there could be more than a thousand new schools

had been built since first donation to present time's.

The government built new school only in the city for showing the

fund donors to see that they were real using those money for

school. But, not in the country side ( khet sonnaboth ), they built

only the school building frames and roof. The fund for school walls,

floors, student tables and chairs and teacher desks went to some

one pocket.

What a shame for Laos government.

Anti Corruption.

SW.

__________________
ເບື່ອຄົນໂກງ

Date:

ວ່າເລື່ອງໂຮງຮຽນມາແລ້ວເຫັນແລ້ວກະໜ້າສົງສານເນາະ ຍາມຮ້ອນໄຄແດ່ ຖ້າເປັນ ຍາມໜາວ ລົມພັດມາມັນໜາວຈົນຂຽນໜັງສືຊິບໍ່ໄດ້ພຸ້ນລະ ຄັນຍາມຝົນ ກະພາກັນແລ່ນລີ້ ແຈນັ້ນ ແຈນີ້ ອັນນີ້ກະຕຳນິພາກສ່ວນໃດ1 ກະບໍ່ໄດ້ດອກ ຕ້ອງເປັນເຈົ້າການນຳກັນທັງອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ(ພໍ່ແມ່ນັກຮຽນ) ສໍ່າຝາກະແຕະໄມ້ເຮ່ຍຊື່ໆ ກະພາກັນ ສານໃສ່ກະໄດ້ນ່າ ( ແຕ່ດຽວນີ້ຢູ່ບ້ານ ຂ້ອຍແມ່ນມີບັນຫາຫຼາຍ ກັບໂຮງຮຽນນີ້ ໂຮງຮຽນມັດທະຍົມບ້ານ ຜູ້ຂ້ານີ້ສ້າງມາໄດ້ 3 ປີແລ້ວຍັງບໍ່ແລ້ວ ບໍ່ຮູ້ວ່າເງິນຫາຍໄປໃສໝົດ ມີໂຄງການ ເຂົາກະຊ່ວຍເຫຼືອ ຕັ້ງ50-60ລ້ານກີບ
ຍັງມາເກັບນຳນັກຮຽນອີກ ຜູ້1/80,000ກີບ ນັກຮຽນ ຕັ້ງ3-4 ຮ້ອຍຄົນ ຍັງມາເກັບແຕ່ລະຄົວເຮືອນ 40,000 ກີບ ສະເພາະ ບ້ານຜູ້ຂ້າ ກະ 250ກວ່າຄຄ ອີກລອງຄິດເບິ່ງ ດູເງິນປານນີ້ໂຮງຮຽນສໍ່ານັ້ນຍັງບໍ່ແລ້ວ ພຽງແຕ່ມຸງສັງກະສີ ເທພື້ນ ຝາກໍ່ດິນບ໋ອກ ແຮງງານພັດເອົານັກຮຽນເຮັດ ຄິດມາລະເບື້ອ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard