Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປະຊາຊົນແຫ່ໄປເບິ່ງພະພຸດທະຮູບ 100 ກວ່າອົງ ພົ້ນຂຶ້ນທີ່ວັດທາດຂາວ
Anonymous

Date:
ປະຊາຊົນແຫ່ໄປເບິ່ງພະພຸດທະຮູບ 100 ກວ່າອົງ ພົ້ນຂຶ້ນທີ່ວັດທາດຂາວ


ຫລາຍຮ້ອຍຄົນພາກັນແຫ່ໄປເບິ່ງ ແລະ ເຄົາລົບບູຊາພະພຸດທະຮູບ 100 ກວ່າອົງທີ່ພົ້ນຂຶ້ນໃນໃຈກາງທາດທີ່ລົ້ມລົງກະແຈກກະຈາຍ ຢູ່ທີ່ວັດທາດຂາວ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຊິ່ງໄດ້ສ້າງຄວາມປະຫລາດໃຈໃຫ້ແກ່ປະຊາຊົນ ພະສົງສາມະເນນ ແລະ ບັນດາຊາວພຸດໃນຂົງເຂດໄກ້ຄຽງ.

ເຫດການນີ້ ເກີດຂຶ້ນເມື່ອວັນ ທີ 14 ກັນຍາຜ່ານມາ ຫລັງການພົບພະພຸດທະຮູບພົ້ນຂຶ້ນ ຫລາຍທ່ານຜູ້ຖືສາສະຫນາພຸດຕ່າງກໍ່ຕັ້ງຂໍ້ ສັງເກດວ່າ: ນະຄອນຫລວງວຽງຈັນ ຈະກັບກາຍມາຮຸ່ງເຮືອງເຫລືອງເຫລື້ອມອີກຄັ້ງຫນຶ່ງ ແລະ ທັງເປັນການຂ່ຳນັບຮັບຕ້ອນການຫ້າງຫາ ກະກຽມສະເຫລີມສະຫລອງ 450 ປີ ຈະມີຂຶ້ນໃນມໍ່ໆນີ້ ຂະນະທີ່ຍາພໍ່ມະຫາລຽນວໍລະວົງ ທີ່ປຶກສາປະຈຳຢູ່ວັດທາດຂາວໄດ້ລາຍງານກ່ຽວ ກັບປາກົດການທີ່ເກີດຂຶ້ນໂດຍບໍ່ມີໃຜຄາດຄິດວ່າ: ຕອນບ່າຍໂມງຂອງວັນທີ 14 ກັນຍາໄດ້ປາກົດໄດ້ຍິນສຽງດັງສະຫນັ່ນທົ່ວວັດທາດຂາວ ຄ້າຍຄືຕົ້ນໄມ້ຫັກລົ້ມ ເຊິ່ງບໍ່ຮູ້ວ່າແມ່ນຫຍັງເກີດຂຶ້ນກັນແທ້ ແຕ່ສຸດທ້າຍມີພໍ່ອອກພ້ອມຈົວນ້ອຍໄດ້ແລ່ນຂຶ້ນມາລາຍງານວ່າທາດທີ່ມີຄວາມ ສູງປະມານ 4 ແມັດກວ່າຕັ້ງທາງຂ້າງສີມມາໄດ້ຫລາຍກວ່າ 400 ປີເຊິ່ງມີຜູ້ຄົນຜ່ານໄປມາຕະຫລອດໄດ້ລົ້ມລົງແຕກກະແຈກກະຈາຍແລະ ກໍ່ໄດ້ປາກົດເຫັນພະພຸດທະຮູບຊະຊາຍຢັງຢາຍໃນກົ້ນຂອງທາດທີ່ລົ້ມນັ້ນ, ເວລາທາງຄະນະສາລະວັດ ພ້ອມເຈົ້າອາວາດວັດທາດຂາວໄດ້ ແຈ້ງທາງອຳນາດການປົກຄອງ ແລະ ກະຊວງຖະແຫລງຂ່າວວັດທະນະທຳມາເບິ່ງ ແລະຕິດຕາມກວດສອບຢ່າງກະທັນຫັນ ເຊິ່ງເບື້ອງຕົ້ນ ການກວດສອບ ແລະເກັບກຳຂໍ້ມູນພະພຸດທະຮູບໄດ້ດັ່ງນີ້: ມີພະພຸດທະຮູບໃຫຍ່ 43 ອົງ, ພະພຸດທະຮູບຂະຫນາດກາງ 34 ອົງ, ພະພຸດ ທະຮູບນ້ອຍ 23 ອົງ ແລະ ໄຫ 1 ຫນ່ວຍ.

ຈາກການພົບສາມາດເວົ້າໄດ້ວ່າ: ໃນຈຳນວນ 100 ກວ່າອົງພະພຸດທະຮູບທີ່ພົບວ່າ ໃນນັ້ນຈໍານວນຫນຶ່ງຂອງພະພຸດທາະຮູບອົງນ້ອຍ ໆມີຄວາມແປກປະຫລາດ ແລະ ຄ້າຍຄືກັບຄຳທີ່ສະທ້ອນເຫລື້ອມແວວວາວ, ກ່ຽວກັບບັນຫານີ້ ກົມມໍລະດົກ, ກະຊວງຖະແຫລງຂ່າວວັດ ທະນະທຳຍັງບໍ່ສາມາດເປີດ ເຜີຍໄດ້ລະອຽດເທື່ອ ເພາະຍັງລໍຖ້າຂັ້ນຕອນເພື່ອພິສູດ ແລະ ກວດສອບເບິ່ງຂໍ້ມູນທີ່ແທ້ຈິງວ່າ ສ້າງຂຶ້ນໃນ ສະໄຫມໃດ.

ຍາພໍ່ ມະຫາລຽນ ວໍລະວົງ ທີ່ປຶກສາປະຈຳຢູ່ວັດທາດຂາວໄດ້ຊີ້ແຈງຂໍ້ມູນເບື້ອງຕົ້ນວ່າ: ພາຍໃນ 2 ອາທິດຜ່ານມາໄດ້ປາກົດມີຝົນຕົກ ຢ່າງຕໍ່ເນື່ອງ ເຊິ່ງອາດເປັນສາເຫດທີ່ເຮັດໃຫ້ທາດດັ່ງກ່າວນີ້ ລົ້ມກໍ່ເປັນໄດ້ ທາດດັ່ງກ່າວນີ້ໄດ້ຖືກສ້າງຂຶ້ນເປັນທາດຄູ່ແພດໃນສະໄຫມຂອງ ເຈົ້າເສດຖາທິລາດຂຶ້ນເປັນ ເຈົ້າແຜນດິນຊົງຍ້າຍຈາກນະຄອນຊຽງທອງມາຕັ້ງນະຄອນວຽງຈັນ ໃນ ຄສ 1560 ດ້ວຍຄວາມເກົ່າແກ່ທາດທີ່ ສ້າງດ້ວຍດິນຈີ່ກ້ອນໃຫຍ່ໆຜ່ານລະດູຝົນ ແລະແດດມາ ໄດ້ 400 ກວ່າປີ ຈິ່ງເຮັດໃຫ້ມີການຜຸພັງ ຫລື ເປື່ອຍໃນທີ່ສຸດກໍ່ລົ້ມລົງ ແຕ່ຮອດ ປະຈຸບັນນີ້ ທາດທີ່ຕັ້ງໄວ້ຂ້າງສີມເບື້ອງຫລັງໄດ້ລົ້ມລົງແລ້ວ ຍັງເຫລືອທາດແທ່ນຫນຶ່ງທີ່ຕັ້ງໄວ້ທາງຫນ້າ.

ຮອດດຽວນີ້ ທາງນະຄອນຫລວງວຽງຈັນ ແລະ ກະຊວງຖະແຫລງຂ່າວວັດທະນະທຳໄດ້ຈັດກຳລັງປ້ອງກັນ ແລະຫນ່ວຍເວນຍາມຢ່າງ ລະອຽດ ເພື່ອປ້ອງກັນຄວາມປອດໄພ.



Uploaded with ImageShack.us



Uploaded with ImageShack.us



Uploaded with ImageShack.us



__________________
Anonymous

Date:
RE: ປະຊາຊົນແຫ່ໄປເບິ່ງພະພຸດທະຮູບ 100 ກວ່າອົງ ພົ້ນຂຶ້ນທີ່ວັດທາດຂາວ


ພວກນ່ວຍປ້ອງກັນນັ້ນລະຕົວຄະໂມຍ ອີກບໍ່ດົນພຣະເລົ່ານັ້ນກໍ່ຈະຫາຍໄປຕາມໆ ລອງພະນັນກັນບໍພີ່ນ້ອງ

__________________
Anonymous

Date:
RE:ປະຊາຊົນແຫ່ໄປເບິ່ງພະພຸດທະຮູບ 100 ກວ່າອົງ ພົ້ນຂຶ້ນທີ່ວັດທາດຂາວ


Anonymous wrote:

ພວກນ່ວຍປ້ອງກັນນັ້ນລະຕົວຄະໂມຍ ອີກບໍ່ດົນພຣະເລົ່ານັ້ນກໍ່ຈະຫາຍໄປຕາມໆ ລອງພະນັນກັນບໍພີ່ນ້ອງ





ພຣະມິ່ງບ້ານຂັວນເມືອງ ລັກໄປຕ້ອງລອຍໂຄກແທ້ໆ.

__________________
Anonymous

Date:
RE: ປະຊາຊົນແຫ່ໄປເບິ່ງພະພຸດທະຮູບ 100 ກວ່າອົງ ພົ້ນຂຶ້ນທີ່ວັດທາດຂາວ


Anonymous wrote:

ພວກນ່ວຍປ້ອງກັນນັ້ນລະຕົວຄະໂມຍ ອີກບໍ່ດົນພຣະເລົ່ານັ້ນກໍ່ຈະຫາຍໄປຕາມໆ ລອງພະນັນກັນບໍພີ່ນ້ອງ



Wow!  Why khon lao is always thinking negative?
I tell you what, you are now opening your back to
yourself to the world.

karn do thook si hi pi see khon lao duay kanh nanh
pen nee sai khong khon lao hao. som khon thai khao
wow hi nor.

 



__________________
Anonymous

Date:

Are more LaneXang heritages willing to be found in the future?

Last time Laos found " Pra- Phoottahoop " inside " Thum Nok Aern "
in Borikhamxay Province.
Not long from last time isn't it? Not even decade yet, this time we
found our " LaneXang's Moradok " inside our Capital City.

My great grandpa told me when I was 6 years old, Laos will be
" Sivilay Charern Hoong Heuang " after we collected all our missing
" Moradok Khong Phaendin " back to our hands, and later " Pra Keo
Morakod, Hua Xieng Mieng, Med Khao Gnai ete.. are also coming back
to where they were belong.

__________________
Anonymous

Date:

The news about this happen is lift big concerning to Thai people
in Thailand, especially in the capital Bangkok.   My cousin who's
living in Pra-Ram 4 Krungthep called me and asked me did I hear
this news from our hometown?      I don't know or hear anything
about that happen until he told me.  Him and several Thai friends
are planing their trips to Vientiane this week to see those Buddha
statues. I told my cousin that I would love to see them, but I couldn't,
I am too far from hometown.

__________________
ຕ້ານພວກ 18 ມົງກຸດ

Date:

Anonymous wrote:

ພວກນ່ວຍປ້ອງກັນນັ້ນລະຕົວຄະໂມຍ ອີກບໍ່ດົນພຣະເລົ່ານັ້ນກໍ່ຈະຫາຍໄປຕາມໆ ລອງພະນັນກັນບໍພີ່ນ້ອງ




 ມັນບໍແມ່ນຄວາມຄິດຂອງ ໜ່ວຍປ້ອງກັນດອກ ແຕ່ມັນແມ່ນ ຄວາມຄິດ ຂອງເຈົ້າເອງ ທ້າວມານສາສະໜາ ເອີຍ...



__________________
Anonymous

Date:

ພຣະພຸດທະຮູນນັ້ນ ເປັນພຣະພຸດທະຮູບຫຼັງ ໔໕໐ ປີກໍມີ ແລະກ່ອນ ໔໕໐ ປີກໍມີ ອາດກ່າວໄດ້ວ່າ ມີອາຍຸແຕ່ ໖໐໐ ຫາ ພັນກສ່າປີກໍມີ.

__________________
Anonymous

Date:

66955034035605945255.jpg
- ນັກຂ່າວທີຫົວໃສ ແລະຕາໄວ ແລະເປັນນັກຂ່າວທີ່ຮຽກວ່າມືອາຊີບແບບວິທະຍາສາດ ທັງຮູ້ໄດ້ເຖິງພາສາ ແລະວັດທະນາະທຳລາວ, ນັກຂ່າວຕ້ອງໃຊ້ຄຳເວົ້າໃຫ້ຖືກ.
- ກໍຣະນີນີ້ ເຂົາບໍ່ຮຽກວ່າ "ທາດລົ້ມ, ຫຼຶທາດຖະຫຼົ່ມ ຫຼືທາດໂຫງ້ຍ" ກໍຣະນີ້ ເຂົາຈະຮຽກວ່າ "ທາດຊຸດຕົວ" ເຖິງແຫຼ່ງຂ່າວຈະວ່າ ທາດນັ້ນ "ທາດລົ້ມ, ຫຼຶທາດຖະຫຼົ່ມ ຫຼືທາດໂຫງ້ຍ"ກໍຕາມ, ລັກສະນະນີ້ເຂົາວ່າ "ທາດຊຸດຕົວລົງ" ປາກົດເຫັນພຣະພຸດທະຮູບຢູ່ທີ່ຖານທດ ແລ້ວຈຶ່ງນຳຂຶ້ນມາ.
- ເບິ່ງສະຖາທີ່ ແລະກອງດິນຈີທັງໝົດ ທີ່ເປັນຕົວທາດ ບໍ່ເກີນ ໑໐໐ ກ້ອນ ມັນຈະລົ້ມໄດ້ຈັ່ງໃດ.


__________________
Anonymous

Date:

62294797995931265739.jpg
ເທົ່າທີ່ເຫັນຮູບພຽງບາງສ່ວນນີ້ ກໍເກີນ ໑໐໐ ອົງຕັ້ງ ໓ ທົບແລ້ວ
(ໄດ້ພາບຈາກເວັບພັນລາວ)

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard