Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Miss Lao 2010 ຕ້ອງງາມ ແລະ ເກັ່ງ
Anonymous

Date:
Miss Lao 2010 ຕ້ອງງາມ ແລະ ເກັ່ງ



8_15.jpg

 ໂດຍ: ບຸນທຽມ


   ໃກ້ຈະເລີ່ມການເປີດຮັບສະຫມັກແລ້ວ ສຳລັບນາງສາວລາວປະຈຳປີ 2010 (Miss Laos 2010)ໃນວັນທີ 13 ກັນຍາທີ່ຈະມາ ເຖິງນີ້ ທີ່ບໍລິສັດສາມາດອີເວັນ ອໍແກນນາຍເຊີ ຈຳກັດ ນະຄອນຫລວງວຽງຈັນ ງານປະກວດລະດັບຊາດຄັ້ງທີ 2 ຫລື ປີທີ 2 ໃນດິນ ແດນແຫ່ງ ອາລະຍະທຳແດນຈຳປາ ໄດ້ຮັບສະຫມັກນາງສາວເຂົ້າປະກວດສາວລາວ ປະຈຳປີ 2010 ເຊິ່ງງານດັ່ງກ່າວຈະຈັດຂຶ້ນອີກ ໃນອີກ 2 ເດືອນຂ້າງຫນ້ານີ້ (ໃນວັນທີ 27 ພະຈິກ 2010) ທີ່ຈະມາເຖິງທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ ໃຜທີ່ ຮູ້ຕົວວ່າມີຄຸນສົມບັດດີງາມທັງໃບຫນ້າ ແລະ ກິລິຍາທ່າທາງລວມເຖິງມີຄວາມສາມາດ ທາງຄະນະຜູ້ຈັດການປະກວດຂໍເຊີນຊວນສາວ ງາມທຸກທ່ານໃນທົ່ວປະເທດເຂົ້າຮ່ວມໃນງານປະກວດ Miss Laos 2010 ພ້ອມຕອກຢ້ຳນາງສາວລາວຈະຕ້ອງງາມ ແລະ ເກ່ງຄາດ ປີນີ້ ພາຍໃນນະຄອນຫລວງຈະມີຜູ້ເຂົ້າຮ່ວມສະຫມັກຫລາຍກວ່າ 500 ກວ່າຄົນ.


   ທ່ານ ອະນຸລັກ ປະຖຳມະວົງ ຜູ້ອຳນວຍການບໍລິສັດສາມາດ ອີເວັນ ອໍແກນນາຍເຊີ ຈຳກັດ ໃນນາມຜູ້ຮັບຜິດຊອບໃນໂຄງການ ປະກວດນາງສາວລາວປີນີ້ ໃຫ້ຮູ້ວ່າ: ສຳລັບທີ່ຈະເລີ່ມເປີດຮັບສະຫມັກໃນນະຄອນຫລວງວຽງຈັນ ແມ່ນວັນທີ 13-17 ກັນຍາທີ່ບໍລິສັດ ສາມາດອີເວັນ ອໍແກນນາຍເຊີ ຈຳກັດ, ແຂວງຫລວງພະບາງວັນທີ 22-25 ກັນຍາທີ່ວິນລາສັນຕິ, ແຂວງສະຫວັນນະເຂດ ວັນທີ 20 -22 ກັນຍາ ທີ່ໂຮງແຮມດາວສະຫວັນ ແລະ ແຂວງຈຳປາສັກວັນທີ 2326 ກັນຍາທີ່ໂຮງແຮມຈໍາປາສັກແກຣນ.


   ທ່ານຜູ້ອຳນວຍການບໍລິສັດ ສາມາດ ອີເວັນອໍແກນນາຍເຊີ ຈຳກັດ ໃນນາມຜູ້ຮັບຜິດຊອບໂຄງການປະກວດນາງສາວປີນີ້ບອກໃຫ້ ຮູ້ຕື່ມອີກວ່າ: ສຳລັບຜູ້ທີ່ຈະເຂົ້າປະກວດຕ້ອງມີຄຸນສົມບັດດັ່ງນີ້: ຕ້ອງສູງຢ່າງຫນ້ອຍ 165 ຊັງຕີແມັດ, ອາຍຸລະຫວ່າງ 1826 ປີ, ມີ ບຸກຄະລິກກະພາບດີ, ມະນຸດສຳພັນດີ, ບໍ່ເຄີຍຜ່ານການແຕ່ງດອງມາກ່ອນ, ປະຫວັດດີ, ປະກອບອາຊີບຖືກກົດຫມາຍ, ຈົບການສຶກ ສາຊັ້ນມັດທະຍົມປາຍຂຶ້ນໄປ ແລະຮູ້ພາສາຕ່າງປະເທດຢ່າງຫນ້ອຍ 1 ພາສາ, ມີສຸຂະພາບແຂງແຮງ, ມີໃບກວດສຸຂະພາບຈາກໂຮງ ຫມໍລັດມາຢັ້ງຢືນ ແລະ ບໍ່ເຄີຍເສີມຄວາມງາມຕ່າງໆມາກ່ອນ (ໃສຍະກຳ).


   ສຳລັບລາງວັນປີນີ້ ຜູ້ທີ່ໄດ້ຮັບຕຳແຫນ່ງນາງສາວລາວປະຈຳປີ 2010 (Miss Laos 2010) ລວມມີມູນຄ່າ 400 ລ້ານກວ່າກີບ ເຊິ່ງປະກອບມີລົດໃຫຍ່ຍີ່ຫໍ້ JAC ມູນຄ່າ 135 ລ້ານກີບ, ເງິນສົດ 50 ລ້ານກີບ, ມຸງກຸດປະຈຳຕຳແຫນ່ງມູນຄ່າ 20 ລ້ານກີບ, ທຶນ ການສຶກສາ ປະລິນຍາໂທ 2 ປີທີ່ວິທະຍາໄລຄອມເຊັນເຕີ, ຊຸດປະດັບຄຳນ້ຳ ຫນັກ 2 ບາດ ພ້ອມທັງລາງວັນອີກຫລາກຫລາຍຢ່າງ, ສ່ວນຮອງອັນດັບຫນຶ່ງ ຈະໄດ້ຮັບຂອງລາງວັນລວມມູນຄ່າ 20 ລ້ານກີບ ພ້ອມດ້ວຍສາຍສະພາຍ ແລະດອກໄມ້ກຽດຕິຍົດ ແລະລາງ ວັນອື່ນໆອີກຫລາກຫລາຍຢ່າງ.


   ສາວຄົນໃດທີ່ຮູ້ຕົວວ່າ ຕົນເອງຫນ້າຕາດີ ແລະມີຄຸນສົມບັດຄືກັບທີ່ໄດ້ກ່າວມາຂ້າງເທິງນັ້ນຮີບໄປສະຫມັກກັນໃຫ້ຫລາຍໆເດີ ທ່ານ ເອງອາດເປັນນາງສາວລາວປະຈຳປີ 2010 ກໍ່ເປັນໄດ້ ແລະເປັນສາວທີ່ງາມທີ່ສຸດໃນປະເທດລາວຢ່າໃຫ້ໂອກາດດີໆແບບນີ້ຫລຸດລອຍ ໄປ.




__________________
ມີເມຍງາມ

Date:

ບໍລິສັດສາມາດ ອີເວັນ ອໍແກນນາຍເຊີ ຈຳກັດ

ບໍ່ແນ່ໃຈວ່າ ສາມາດ= SMART ຫລືບໍ່

ປີນີ້ຫຍີ່ງໃຫຍ່ອີ່ຫລີ ເປັນຕາປວດນຳຢູ່ໃດ, ວ່າຊິລ້າງປະຫວັດໃຫ້ເມຍແລ້ວສົ່ງເມຍໄປປະກວດສະບໍ


__________________
Anonymous

Date:

ມີເມຍງາມ wrote:

ບໍລິສັດສາມາດ ອີເວັນ ອໍແກນນາຍເຊີ ຈຳກັດ

ບໍ່ແນ່ໃຈວ່າ ສາມາດ= SMART ຫລືບໍ່

ປີນີ້ຫຍີ່ງໃຫຍ່ອີ່ຫລີ ເປັນຕາປວດນຳຢູ່ໃດ, ວ່າຊິລ້າງປະຫວັດໃຫ້ເມຍແລ້ວສົ່ງເມຍໄປປະກວດສະບໍ




ngam tae mun yan mod leo kai bor ork dork biggrin



__________________
ເນມ

Date:

ເພິ່ນກວດສຸຂະພາບເພື່ອຢາກຮູ້ພະຍາດຕິດແປດເບາະ? ແລະຜູ່ທີ່ໃຊ້ສານເສບຕິດເດ໋ ກໍ່ຈະມີເງື່ອນໄຂເຂົ້າຮ່ວມຢູ່ເບາະ?


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard