Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເບຍລາວອອກໂຄສະນາໃໝ່
Anonymous

Date:
ເບຍລາວອອກໂຄສະນາໃໝ່



ມື້ເຊົ້ານີ້ເບິ່ງທໍລະທັດ ເຫັນເບຍລາວອອກໂຄສະນາໃໝ່
ເບິ່ງທົ່ວໆໄປແລ້ວ ກໍ່ດີຢູ່ ແຕ່ຜູ້ຜະລິດແມ່ນບໍລິສັດຄົນໄທອີກແລ້ວ

ຂ້ອຍລະເບື່ອ ອັນໃດກໍ່ໃຫ້ແຕ່ຄົນໄທເຮັດ

ປະເທດລາວຈົນຈະເລີນ


__________________
Anonymous

Date:



ລືມບອກລິ້ງ aww



__________________
Anonymous

Date:

Anonymous wrote:



ລືມບອກລິ້ງ aww



ຂອບໃຈ ທີ່ສົ່ງໃຫ້ເບິ່ງ:
ວັດຖຸປະສົງທັງຫມົດ ກໍ່ເພື່ອການຕະຫລາດ ແລະຜົນກຳໄລ ບໍມີໃຜຊິໄປສົນໃຈແລ້ວວ່າຈະເປັນລາວຫລືໄທເຮັດ.
ແຕ່ຜູ້ຜູລິດສື່ໂຄສະນາລາວ ພາກັນເຮັດຫຍັງຢູ່ ບໍພາກັນພຄິດແລະພັດທະນາຕົນເອງແນ່. ແຕ່ທີ່ເຫິນ Cross Fire ເຂົາເຈົ້າກະເຮັດໄດ້ດີຢູ່ໃດ.

__________________
ດາກອອກ

Date:

Anonymous wrote:



ລືມບອກລິ້ງ aww




 ເປັນຜູ້ໜູ່ມນ້ອຍ ກະຢ່າຟ້າວ ເບື່ອໄວຫລາຍ, ເຂົາຕໍ່ສູ້ເອົາປະເທດຊາດ ຕັ້ງ ສາມສິບປີ ເຂົາຍັງບໍ່ເບື່ອ ຫຳເອີຍ...



__________________
Anonymous

Date:

ກ່າເບື່ອຄືກັນ ເພີ່ນກຳລັງສົ່ງເສີມ
ເດັກນ້ອຍລາວກີນເຫລົ້າ ບໍ່ເຫັນ
ປະເທດໄກ້ຄຽງໂຄສະນາເລ່ືອງ
ເຫລົ້າເລ່ືອງຢາ .
ເມ່ືອຍນຳເດ.


__________________
ກິໂນ້

Date:

ກົດຫມາຍດ້ານສືຂອງລາວອະນຸຍາດໃຫ້ມີການໂຄສະນາເຫລົ້າເບຍ ເພາະລັດຖະບານໄດ້ເງິນຈາກຂອງພວກນີ້ຫລາຍ.

ທ່ານຮູ້ໄດ້ແນວໃດວ່າບໍລິສັດໄທເປັນຜູ້ຜະລິດໂຄສະນານີ້? ບໍ່ໄດ້ຖາມກວນ ພຽງແຕ່ສົນໃຈຢາກຮູ້.

__________________
KHMU

Date:

ກິໂນ້ wrote:

ກົດຫມາຍດ້ານສືຂອງລາວອະນຸຍາດໃຫ້ມີການໂຄສະນາເຫລົ້າເບຍ ເພາະລັດຖະບານໄດ້ເງິນຈາກຂອງພວກນີ້ຫລາຍ.

ທ່ານຮູ້ໄດ້ແນວໃດວ່າບໍລິສັດໄທເປັນຜູ້ຜະລິດໂຄສະນານີ້? ບໍ່ໄດ້ຖາມກວນ ພຽງແຕ່ສົນໃຈຢາກຮູ້.



ຍັງມີຊອງຫວ່າງ ທາງກົດຫມາຍຫລາຍຢ່າງ ທີ່ເອື້ອອຳນວຍໃຫ້ເບຍລາວອອກໂຄສະນາໄດ້ ເຊັ່ນ: ເຂົາບໍ່ໄດ້ໂຄສະນາເບຍໂດຍກົງ, ແຕ່ເປັນການໂຄສະນາຮີດຄອງປະເພນີ ແລະວັດທະນະທຳລາວ ແລ້ວກະມີເບຍມາແຈມຊື່ໆ
ຄວາມຈິງການໂຄສະນາລະດັບນີ້ບໍມີ ບັນຫາຫຍັງຫລາຍ(ບໍມີຜົນຫຍັງ) ຕໍ່ນັກດື່ມດອກ ຫມາຍຄວາມວ່າຖ້າບໍ່ມີການໂຄສະນາຄົນກະດື່ມຢູ່ແລ້ວ. ອັນຮ້າຍແຮງທີ່ສຸດຄື ອະນຸຍາດໃຫ້ມີການ ຫລຸດແລກແຈກແຖມ ສ້າງແຮງຈູງໃຈຕ່າງໆ ນາໆ ແມ່ນມີຜົນຮ້າຍແຮງແທ້.

ຢ່າລືມວ່າ ຮຸ້ນສ່ວນເບຍລາວມີໃຜແດ່: 49/51 ລັດ49% ເອກະຊົນຕ່າງປະເທດ 51%. ແຕ່ປະຈຸບັນບໍ່ຮູ້ເທົ່າໃດແລ້ວ.
ດັ່ງນັ້ນ ຖ້າທ່ານເຫັນ ອັດຕາສ່ວນທຶນແລ້ວທ່ານ ຢ່າໄດ້ຮ້ອງ ວ່າ ເອີ ສົມພໍແລ້ວ.......

__________________


Veteran Member

Status: Offline
Posts: 28
Date:

ກິໂນ້ wrote:

[...]ທ່ານຮູ້ໄດ້ແນວໃດວ່າບໍລິສັດໄທເປັນຜູ້ຜະລິດໂຄສະນານີ້? ບໍ່ໄດ້ຖາມກວນ ພຽງແຕ່ສົນໃຈຢາກຮູ້.






ຮູ້ມາວ່າທີມທີ່ຜະລິດໂຄສະນານີ້ແມ່ນ MUM Films ເຊິ່ງເປັນ production house ຢູ່ໄທ ເຊິ່ງກໍບໍ່ແປກ ທີ່ເບຍລາວໄປຈ້າງຄົນອື່ນເຮັດ ເພາະຄົນເຮົາຍັງເຮັດບໍ່ໄດ້ເທົ່ານີ້ເທື່ອ ກໍຈຳເປັນ.

__________________
Lao teen USA

Date:

Anonymous wrote:

ກ່າເບື່ອຄືກັນ ເພີ່ນກຳລັງສົ່ງເສີມ
ເດັກນ້ອຍລາວກີນເຫລົ້າ ບໍ່ເຫັນ
ປະເທດໄກ້ຄຽງໂຄສະນາເລ່ືອງ
ເຫລົ້າເລ່ືອງຢາ .
ເມ່ືອຍນຳເດ.




Me too!



__________________
Lao teen USA

Date:

KHMU wrote:

 

ກິໂນ້ wrote:

ກົດຫມາຍດ້ານສືຂອງລາວອະນຸຍາດໃຫ້ມີການໂຄສະນາເຫລົ້າເບຍ ເພາະລັດຖະບານໄດ້ເງິນຈາກຂອງພວກນີ້ຫລາຍ.

ທ່ານຮູ້ໄດ້ແນວໃດວ່າບໍລິສັດໄທເປັນຜູ້ຜະລິດໂຄສະນານີ້? ບໍ່ໄດ້ຖາມກວນ ພຽງແຕ່ສົນໃຈຢາກຮູ້.



ຍັງມີຊອງຫວ່າງ ທາງກົດຫມາຍຫລາຍຢ່າງ ທີ່ເອື້ອອຳນວຍໃຫ້ເບຍລາວອອກໂຄສະນາໄດ້ ເຊັ່ນ: ເຂົາບໍ່ໄດ້ໂຄສະນາເບຍໂດຍກົງ, ແຕ່ເປັນການໂຄສະນາຮີດຄອງປະເພນີ ແລະວັດທະນະທຳລາວ ແລ້ວກະມີເບຍມາແຈມຊື່ໆ
ຄວາມຈິງການໂຄສະນາລະດັບນີ້ບໍມີ ບັນຫາຫຍັງຫລາຍ(ບໍມີຜົນຫຍັງ) ຕໍ່ນັກດື່ມດອກ ຫມາຍຄວາມວ່າຖ້າບໍ່ມີການໂຄສະນາຄົນກະດື່ມຢູ່ແລ້ວ. ອັນຮ້າຍແຮງທີ່ສຸດຄື ອະນຸຍາດໃຫ້ມີການ ຫລຸດແລກແຈກແຖມ ສ້າງແຮງຈູງໃຈຕ່າງໆ ນາໆ ແມ່ນມີຜົນຮ້າຍແຮງແທ້.

ຢ່າລືມວ່າ ຮຸ້ນສ່ວນເບຍລາວມີໃຜແດ່: 49/51 ລັດ49% ເອກະຊົນຕ່າງປະເທດ 51%. ແຕ່ປະຈຸບັນບໍ່ຮູ້ເທົ່າໃດແລ້ວ.
ດັ່ງນັ້ນ ຖ້າທ່ານເຫັນ ອັດຕາສ່ວນທຶນແລ້ວທ່ານ ຢ່າໄດ້ຮ້ອງ ວ່າ ເອີ ສົມພໍແລ້ວ.......

 



ຄັນຢາກໂຊໃຫ້ໂລກເຫັນວ່າຮີດຄອງປະເພນີຂອງຄົນຖືວ່າເຫຼົ່າເປັນສິ່ງທີ່ມີຄວາມສຳຄັນອັນຫຍິ້ງໃຫ່ຽ
ຂອງຄົນລາວກໍ່ບໍ່ຈັກຊິວ່ານຳດອກເດີ້ພີ່ນ້ອງທີ່ຮັກແພງເອີ້ຍ!!!

 



__________________
Lao teen USA

Date:

ເປັນຜູ້ໃຫ່ຽແລ້ວກໍຄວນຈະຊ່ອຍປ້ອງກັນຮັກສາສຸກຂະພາບແລະອານາຄົດ
ເດັກນ້ອຍລາວເພື່ອຄວາມຈະເລີນຂອງປະເທດ!peace.gif

__________________
Anonymous

Date:

ຂະໜາດຢາບ້າຢາເມົາບໍ່ໂຄສະນາ ຄືມາຂາຍດິບຂາຍດີແທ້! ຫາກມີກົດໝາຍບໍ່ໃຫ້ຂາຍເບຍຂ້ອຍວ່າ ພວກຄໍເບຍທັງຫຼາຍກໍຊິຍັງພາກັນຫົວໝົ້ນກົ້ນຊຸກໄປຊອກຫາມາດື່ມໃຫ້ໄດ້.


__________________
Anonymous

Date:

ເບຍລາວມີສ່ວນເຮັດໃຫ້ຄົນລາວເກີດອຸປະຕິເຫດຕາມທ້ອງຖນົົນຫລວງ ໂດຍບໍ່ຕ້ອງສົງໄສ

__________________
Anonymous

Date:


ຄັນບໍ່ຈ້າງໄທໂຄສະນາ ກໍຊິໃຫ້ຫວຽດໂຄສະນາໃຫ້ບໍ

__________________
Anonymous

Date:

Anonymous wrote:


ຄັນບໍ່ຈ້າງໄທໂຄສະນາ ກໍຊິໃຫ້ຫວຽດໂຄສະນາໃຫ້ບໍ




ອັນນີ້ມັນບໍ່ແມ່ນສະໄຫມດຶກດຳບັນບໍ່ແມ່ນຫວາ?ໃຜໆກໍ່ສາມາດຮຽນເຮັດ
ເອົາເປັນຫຍັງຈະຕ້ອງຂຶ້ນນຳຜູ້ອື່ນເມິດ?ແລ້ວອີ່ກຢ່າງນຶ່ງຖ້າທຽບໄຊ່ໂຕເກົ່າ
ຮັ້ນໂຕໄຫ່ມນີ້ຍັງບໍ່ຈັບຈິດຈັບໃຈກວ່າໂຕເກົ່າຊໍ້າໂດສຳເພາະຄົນທີ່ຮ້ອງເພງ
ໂຄສະນາໂຕນີ້ບໍ່ມີສຽງນີ້ມນວນເລີຍສຽງຮ້ອງເພງປານກະເທີຍນິ!


__________________
Lao teen USA

Date:

Anonymous wrote:



ລືມບອກລິ້ງ aww




 

I like this commercial much better than the new one cos the song have a higher singing quality than the new one, the singer sounded so staled for the song on a new beer Lao commercial. yawnyawnyawn



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard