Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກ້ອງແຂນສົມທົບທຶນ
ໝາກເລັບແມວ

Date:
ກ້ອງແຂນສົມທົບທຶນ

ຫ້ອງການເຈົ້າເພິ່ນໄດ້ເອົາກ້ອງ(ປ້ອງ)ແຂນແບບນີ້ມາຂາຍໃຫ້ບໍ? ເພິ່ນຂາຍປ້ອງລະ16000₭ ເພື່ອນສົມທົບທຶນສະເຫຼີມສະຫຼອງວັນຄົບຮອບ450ປີແຫ່ງການສ້າງຕັ້ງນະຄອນຫຼວງວຽງຈັນ.

__________________
ໝາກເລັບແມວ

Date:

ໂທດເດີທີໃຊ້ສັບຜິດ, ສັບທີ່ຖືກຕ້ອງແມ່ນປອກແຂນ.
ຫ້ອງການເຈົ້າເພິ່ນໄດ້ເອົາປອກແຂນແບບນີ້ມາຂາຍໃຫ້ບໍ? ເພິ່ນຂາຍປອກລະ16000₭ ເພື່ອນສົມທົບທຶນສະເຫຼີມສະຫຼອງວັນຄົບຮອບ450ປີແຫ່ງການສ້າງຕັ້ງນະຄອນຫຼວງວຽງຈັນ.

__________________
Anonymous

Date:

ໝາກເລັບແມວ wrote:

ໂທດເດີທີໃຊ້ສັບຜິດ, ສັບທີ່ຖືກຕ້ອງແມ່ນປອກແຂນ.
ຫ້ອງການເຈົ້າເພິ່ນໄດ້ເອົາປອກແຂນແບບນີ້ມາຂາຍໃຫ້ບໍ? ເພິ່ນຂາຍປອກລະ16000₭ ເພື່ອນສົມທົບທຶນສະເຫຼີມສະຫຼອງວັນຄົບຮອບ450ປີແຫ່ງການສ້າງຕັ້ງນະຄອນຫຼວງວຽງຈັນ.

ຄວາມຈິງຂ້າພະເຈົ້າ ບໍ່ມີບັນຫາຫຍັງຫມົດໃນການ ຈົກເງິນ 16້000 ກີບຊື້ ແຕ່ຂ້າພະເຈົ້າມາເບີ່ງແລ້ວເຫັນວ່າຄຸນນຸພາບມັນຕ່ຳກວ່າມາດຕະຖານ, ສີສັນ ຈືດຈາງ, ມີຮອຍລາຍເປັນ ກະຕູດກະຕີດ. (ເວົ້າງ່າຍໆ ແມ່ນບໍ່ໄດ້ຊື້) ຢາກໃຫ້ຜູ້ຮັບປະມູນ ພິຈາລະນາກວດເບີ່ງສິນຄ້າກ່ອນ ຜະລິດແລະຈຳຫນ່າຍ. ບາດເບີ່ງຂອງໄທທີ່ເຮັດໃຫ້ເຈົ້າຊີວິດ ເຂົາຄືງານແທ້ ກໍ່ຊິວ່າ.

__________________
Anonymous

Date:

Anonymous wrote:

ຄົນໃຕ້ :
ແມ່ນຄວາມເຈົ້າອາວເອີຍຄຸນະພາບຕຳ່ແທ້ໆຂ້າພະເຈົ້າກໍໄດ້ຊ່ວຍຊື້ນຳເພີ່ນ 3 ອັນ ເອົາໃຫ້ລູກໃສ່ສອງວັນຖິ້ມເລີຍ
ເພາະຄຸນນະພາບບໍ່ດີທັງບໍ່ງາມອີກຕ່າງຫາກ. ບໍ່ເຂົ້າໃຈນຳຜູ້ປະມູນ. ຖ້າຈະເຮັດຫຍັງເທື່ອຫນ້າກໍໃຫ້ຄຳນຶງເຖິງຄຸນນະ
ພາບ,ຄວາມງາມແລະລາຄາທີ່ເຫມາະສົມກໍແລ້ວກັນ.

__________________
Anonymous

Date:

ຢູ່ບ້ານຂ້ອຍກະເຫັນນາຍບ້ານເອົາໄປໂຄສະນາຢູ່ຂ້ອຍກະວ່າຊິຊຶ້ຊ່ວຍເພິ່ນຢູ່ ແຕ່ຄຸນນະພາບບໍ່ມີຈັງຊິ້ຊິຊຶ້ໄປເຮັດຫຍັງ

__________________
Anonymous

Date:

ກໍ່ຫາກຍັງໄຄກ່ວາເອົາໃບຫວຍຂະໜາບກັນຊື້ໃບລະ20,000K ບໍ່ເວັ້ນແຕ່ລະບຸນ

__________________
Anonymous

Date:

ເພິ່ນຂຽນຫຍັງແດ່ກ່ຽວກັບການສະເຫຼີມສະຫຼອງວັນສ້າງຕັ້ງນະຄອນວຽງຈັນຄົບຮອບ450ປີ? ຫຼືມີແຕ່ຂຽນທໍ່ນັ້ນບໍ?

__________________
Anonymous

Date:

ຂ້ອຍກໍ່ຊື້ໄປແລ້ວ ລາຄາ 16000 ກີບຄືກັນ ແຕ່ຂ້ອຍຊື້ສີຟ້າ

ແມ່ນລະແພງໄປໜ້ອຍຫນຶ່ງ

ໄດ້ຍິນວ່າບໍລິສັດຄົນໄທເປັນຜູ້ຜະລິດ

ລາວເຮົາມີແຕ່ເອົາມາຂາຍກິນກໍາໄລເລັກໆນ້ອຍໆ

ງານຊີເກມ ຄົນໄທກໍ່ລວຍໄປແລ້ວ

ມາຮອດງານ 450 ປີ ຄົນໄທກໍ່ລວຍໄປອີກຕາມເຄຍ

ໃນປອກແຂນເພິ່ນຂຽນໃສ່ວ່າ

ຂ້ອຍຮັກປະເທດລາວ ວຽງຈັນ 450 ປີ

__________________
Anonymous

Date:

ຍັງດີເນາະໄຄແດ່ເພີ່ນບໍ່ຂຽວ່າ
ສະຫລອງພະອົງບັກຕາດຽວ
ກັບອີ່ຄຽວຕຸ້ຍ ກຳູລະເບື່ອເດnonono

__________________
Anonymous

Date:

ໂອ !!  ຕາດຽວ ແນມເຫັນໄກ ກວ່າ ຄົນ ສອງຕາ ພຸ້ນຕວາ !!

ເຂົາ ນິຍົມກັນ ຂະໜາດ ແຕ່ລະມື້ ມີຄົນ ໄປກາບ ໄປ ໄຫວ ພຸ້ນຕວາ !! ມີຮອດ ໄທບ້ານເຮົາ  ໄປກາບ ນຳເຂົາ  .

__________________
Anonymous

Date:

Anonymous wrote:

ໂອ !!  ຕາດຽວ ແນມເຫັນໄກ ກວ່າ ຄົນ ສອງຕາ ພຸ້ນຕວາ !!

ເຂົາ ນິຍົມກັນ ຂະໜາດ ແຕ່ລະມື້ ມີຄົນ ໄປກາບ ໄປ ໄຫວ ພຸ້ນຕວາ !! ມີຮອດ ໄທບ້ານເຮົາ  ໄປກາບ ນຳເຂົາ  .

ຫຼັງຈາກໝໍຕາດຽວໄປເມືອງໄກ່ບໍ່ຂັນແລ້ວ ເຂົາກະຊິກາບໝໍແຂນດຽວຕໍ່ຊັ້ນຕວາອາວ ເຮີ້ເຮີ້ເຮີ້.

__________________
Anonymous

Date:

ແມ່ນແທ້ວາ ຍາອາວຍາອາ ຄົນລາວກ່າປານນັ້ນວາ
ພວກເພີ່ນບໍ່ເຄີຍໄດ້ອາ່ນປື້ມ ປະຫວັດສາດລາວກັບທ
ຕິເບາະ ຈັ່ງແມ່ນພວກເພີ່ນ ບໍ່ຮູ້ຈັກເຈັບຈັກແສບເນາະ

ອັນວ່າຜູ້ແຂນດຽວຫັ້ນແມ່ນໃຜນໍ ?

__________________
Anonymous

Date:

ໂອຍ ! ບໍ່ເຂົ້າໃຈເຫັນເຂົາເຮັດຫຍັງກ່າເຮັດນຳ, ສົງໃສວ່າ
ຂະເຈົ້າເບິ່ງລະຄອນໄທຫລາຍຕິເນາະ, ເບ່ືອເດ.

__________________

Veteran Member

Status: Offline
Posts: 81
Date:

ເສັຽໃຈທີ່ຄົນລາວແທ້ໆ ບໍ່ຮູ້ໜ້າຮູ້ຫຼັງ ໂທລະພາບໄທມັນຕົວະແບບໃດກໍເຊື່ອມັນໝົດ, ລະຄອນນ້ຳໂສໂຄກ, ລາຍການດາລາກະແດະ (ຂອງເນົ່າ) ມັກເບິ່ງເອົາແທ້ເອົາວ່າ, ໃນນັ້ນກໍມີເມັຽແລະລູກເຮົານຳ ??? ບາດວ່າເຂົາອອກລາຍການພັດທະນາຊຸມຊົນ ຫຼື ການກະເສດພໍພຽງ ຫຼືການຮັກສາສະພາບແວດລ້ອມ ແນວມັນຊິເປັນປະໂຫຍດ ພວກເພິ່ນຊ້ຳພັດຍ້າຍໄປ Channel ໃໝ່ !
ເອີ ! ເວົ້າເລື່ອງກ້ອງແຂນຫັ້ນນາ ! ທຳອິດ ກໍຄິດວ່າ ມັນແປວ່າຫຍັງແທ້, ຢູ່ລຸ່ມແຂນບໍ ຫຼື ວ່າຢູ່ໃຕ້ແຂນ, ກ້ອງຂາ ??? ມາເຫັນຮູບ ລະແມ່ນ ປ້ອງແຂນ ຫຼືວ່າຄົນວຽງຈັນເຂົາເອີ້ນວ່າ ປອກແຂນຫັ້ນກໍຍັງດີກວ່າເອົາເຈັ້ຽຊ່ຳໂປ້ມືມາຂາຍ 50.000 ກີບຫັ້ນຕວາ ! ບໍ່ຊື້ ແມ່ນບໍ່ໄດ້. ກັມເວນ !

__________________
ຜຸຍກິນໜີ

Date:

ໝາກເລັບແມວ wrote:

ຫ້ອງການເຈົ້າເພິ່ນໄດ້ເອົາກ້ອງ(ປ້ອງ)ແຂນແບບນີ້ມາຂາຍໃຫ້ບໍ? ເພິ່ນຂາຍປ້ອງລະ16000₭ ເພື່ອນສົມທົບທຶນສະເຫຼີມສະຫຼອງວັນຄົບຮອບ450ປີແຫ່ງການສ້າງຕັ້ງນະຄອນຫຼວງວຽງຈັນ.

ກະໂພດວ່າເຮັດຂີ້ຮ້າຍເອົາແທ້ໆ ຕັ້ງວ່າ 450ປີມາສລອງເທື່ອນຶ່ງກໍຄວນສິເຮັດໄຫ້ມັນງາມເປັນຕາເກັບໄວ້ເປັນທີ່ຣະນຶກແດ່ ກະບໍ່ໃດ້ ອັນນີ້ແນມເບິ່ງໃນຮູບພໍປານເຄື່ອງເອ້ປອມ ນໍາຮ້ານຂາຍຂອງເລ ເອົາໂລດ. ງານນີ້ສົງໄສຜູ່ຮັບງົບປະມານມາ ງາບໄປກາຍເຄິ່ງແລ້ວ.

__________________

Veteran Member

Status: Offline
Posts: 81
Date:

money talk !

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard