Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປະກາດ ຈະຍ້າຍຕະຫຼາດອີກແລ້ວ
Anonymous

Date:
ປະກາດ ຈະຍ້າຍຕະຫຼາດອີກແລ້ວ

ເມືອງຈັນທະບູລີຈະໄດ້ຍົກຍ້າຍຕະຫຼາດນ້ອຍຂາຍອາຫານຍາມແລງ ຢູ່ທາງຊອຍບ້ານອານຸ ໃຫ້ໄປຂາຍຢູ່ຕະຫຼາດວັງທອງ ໄນພລາຊາ 450 ປິ ແລະຕະຫຼາດນ້ອຍຍາມແລງຢຸ່4ແຍກໂຮງກາຍະສິນ ແມ່ນຈະໄດ້ຖືກຍ້າຍໄປທີ່ເສັ້ນທາງບ້ານໂພນຕ້ອງສະຫວາດ ຂ້າງໆສະຖານີວິທະຍຸກະຈາຍສຽງນະຄອນຫຼວງເດີ້

ຈົບຂ່າວ

ໜີນ້ອຍລາຍງານດ່ວນ ຈາກກຸງວຽງຈັນ ປະເທດລາວ

__________________
Anonymous

Date:

ຊື່ມ່ວນຫລາຍເດີ ຕະຫລາດວັງທອງ, ຟັງເບິ່ງຄືຊິກ້ວາງຂວາງ ສະຫວາດສະເຫວີຍແລະສະອາດຕາ. ເພິ່ນໃຫ້ຄ່າຊົດເຊີຍຮ້ານລະຈັກລ້ານເມື່ອຖືກຍົກຍ້າຍແບບນີ້?

__________________
Anonymous

Date:

ຕະຫລາດຢູ່ແຈໂຮງກາຍຍະສິນ ຄວນຍ້າຍແຕ່ດົນເພາະຢູ່ຕິດໄຟແດງ ເຮັດໃຫ້ລົດຕິດຕະຫລອດແລງ

__________________
Andy

Date:

ຢ່າສຸໃສ່ຊື່ ວັງທອງໄໜຊຣາຊາເທາະ ເປັນຕາອາຍ ແຂກບ້ານແຂກເມືອງເຂົາ
ບໍ່ຮູ້ວ່າລົງທຶນຈັ່ງໃດ ຫຼື ວ່າປະຢັດງົບ ເບິ່ງໄປເບິ່ງມາຄືເຮືອນຫ້ອງແຖວໃຫ້ເຊົາ. ຖ້າຢາກເຮັດຫໍ່ຕ້ອງເຮັດແບບມືອາຊີບ ກ້າທີ່ຈະລົງທຶນສ້າງໃຫ້ມັນງົດງາມ ໃຫ້ເປັນບ່ອນເປັນຕາທ່ຽວຊົມ ແລະ ຍ່າງເລາະ ຫຼິ້ນ ແລະສ້າງສິ່ງດຶງດູດຫຼາຍກວ່ານີ້ ຫຼືວ່າທາງເຈົ້າຂອງໂຄງການເພິ່ນມີແຜນສອງໄວ້ຮອງຮັບ ຄືໄວ້ເປັນຫ້ອງແຖວໃຫ້ເຊົ່າໃນອະນາຄົດ.
ໜ້າສະອອນ ຢູ່ບ້ານເພິ່ນສ້າງຫຍັງກໍ່ສ້າງຢ່າງຍິ່ງໃຫຍ່ ເຮັດຫຍັງ ກໍ່ເຮັດຢ່າງມືອາຊີບ
ເຊັ່ນ: [big]UD TOWN Night Plaza ເພິ່ນສ້າງຈັ່ງແມ່ນວ່າມັນງາມທັນສະໄໝເຫັນແລ້ວໜ້າສົນໃຈທີ່ຈະໄປທ່ຽວເລາະທ່ຽວຊົມ. ອັນນັ້ນຈຶ່ງວ່າລົງທຶນເຮັດຈຶງທຳຈິງ.
ບໍ່ແມ່ນຄືບ້ານເຮົາຜູ້ມີເງິນ ບໍ່ແມ່ນສິ່ງທີ່ຕົນເອງຖະໜັດກໍ່ເຮັດໄປໝົດ ເຮັດແລ້ວອອກມາດີໄຄແດ່ ບໍ່ມີໃຜວ່າ ເຮັດອອກມາບໍ່ດີເປັນຂີ້ປາກໃຫ້ເຂົານິນທາເດີ້.
ເຄີຍໄປສຳຫຼວດເບິ່ງບໍ່ວ່າຄວາມຮູ້ສຶກຂອງໄວໜຸ່ມທີ່ມີຕໍ່ວັງທອງໄນຟຣາຊາເປັນຈັ່ງໃດ.
ເຊີນໄປເຮັດບົດຣີເສີດແດ່ເດີ້ເພື່ອຈະໄດ້ມີຫົນທາງ ພັດທະນາໃຫ້ດີຂຶ້ນກວ່ານີ້ ແລະ ຈະໄດ້ຄຳຕອບທີ່ດີໆກໍ່ເປັນໄດ້.
ຈາກ: ທີ່ຫວັງດີ

__________________
Anonymous

Date:

Andy wrote:

I 100% agree with Mr. Andy biggrin

__________________
ນ້ອງອີ່ຕຸ້ມ

Date:

ພວກພໍ່ລຸງເວົ້າໃຫ້ຫລານນ້ອຍໃຈແທ້ ! ຫລານຕັ້ງໃຈວ່າຈະຂາຍງົວອີ່ດ່ອນແລ້ວຂຶ້ນໄປຫລິ້ນວຽງຕອນເພິ່ນສະຫລອງ450ປີ ແລ້ວຊິໄປນັ່ງກິນເອາະຫລາມຢູ່ຕະລາດວັງທອງຄັກໆ ພວກພໍ່ລຸງພັດວ່າບໍ່ງາມແນວນັ້ນແນວນີ້, ແມ່ຕູ້ໂມ່ງຂ້າງເພິ່ນຫາກໍ່ມາແຕ່ຢາມລູກຊາຍເພິ່ນທີ່ເປັນເຈົ້າໃຫຍ່ນາຍໂຕຢູ່ວຽງເພິ່ນເວົ້າສູ່ຫລານຟັງວ່າວຽງຈັນງາມແທ້ໆງາມຄືເມືອງສະຫວັນ ໃຜບໍ່ເຫັນແມ່ນເກີດບໍ່ສຸດຊາດ.

__________________
Anonymous

Date:

ຂ້ອຍອ່ານຂ່າວນີ້ຈາກໜັງສືພິມວຽງຈັນໃໝ່, ເຫັນເພິ່ນໃຊ້ຄໍາວ່າ "ຊອຍເຈົ້າອະນຸ" ແທນຄໍາວ່າ "ຮ່ອມເຈົ້າອະນຸ" ກໍ່ເລີຍເອົາມາໃຫ້ພິຈາລະນານໍາກັນວ່າສື່ຄວນຈະເປັນແບບຢ່າງໃນການໃຊ້ສັບພາສາລາວໃຫ້ຖືກຕ້ອງຫລືບໍ່?
http://vientianemai.net/news.php?col=1&id=175

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard