Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບໍ່ມີຜູ້ຍິງຄົນໃດຢາກເປັນຢາກເປັນ ໂສເພນີດອກ.
ລູກເຂົ້າໜຽວ

Date:
ບໍ່ມີຜູ້ຍິງຄົນໃດຢາກເປັນຢາກເປັນ ໂສເພນີດອກ.


ພີ່ນ້ອງລາວທີ່ຮັກທຸກໆທ່ານ ທ່ານລອງຄິດເຖິງ ຊາຕາ ຊີວິດ,ຂອງມະນຸດເຮົາ
ມີຜູ້ຍິງຄົນໃດແດ່ ທີ່ເກີດມາແລ້ວ ຢາກໄປເປັນໂສເພນີ? ຂ້າພະເຈົ້າອ່ານເບິ່ງທ່ານສຸພາບບຸລຸດ
ຫລາຍໆທ່ານທີ່ໃຊ້ຄຳເວົ້າອັນບໍ່ສຸພາບ ຊຶ່ງຖືວ່າຕົນເອງດີກວ່າຜູ້ອຶ່ນໝົດ, ຊຶ່ງເວົ້າດູຖູກ
ຜູ້ຍິງ, ບໍ່ຕ້ອງດູຖູກເຂົາ ກຳມັນຈະຕາມສະໜອງກຳ ບໍ່ແມ່ນຊາດໜ້າເດີທ່ານ ຖ້າຫາກເຮົາ
ເວົ້າບໍ່ດີ ມັນກໍຈະເຫັນໃນຊາດນີ້ໜີ້ແຫລະ, ບາງຄັ້ງເຮົາເຫັນແຕ່ຂີ້ເຫຍື້ອ ຢູ່ໃນຕາຂອງ
ຄົນອື່ນ ແຕ່ຂີ້ເຫຍື້ອຢູ່ໃນຕາຂອງຕົນເອງ ທ່ານບໍ່ສາມາດມາດເຫັນໄດ້.
ຈົ່ງຄິດຕຶກຕອງເບິ່ງວ່າ ຖືກໃຜເປັນຢ່າງນີ້ ກໍບໍ່ດີ ບໍ່ມີຜູ້ໃດຢາກເປັນ, ສິ່ງໃດທ່ີມັນດີໆ
ຄວນຈະຊ່ອຍກັນແກ້ໄຂດີບໍ່? ພວກທ່ານເວົ້າຫຍັງມີແຕ່ຖິ້ມໃຫ້ລັດຖະບານແກ້ໄຂ ຕົວທ່ານ
ເອງບໍ່ເຄີຍແກ້ໄຂໃນເລື້ອງນີ້ຈັກເທ່ືອ, ຖືກແມ່ໃຜ, ເມຍໃຜ, ລູກໃຜ, ຫລານໃຜ ເຫລັນໃຜ
ມັນກໍບໍ່ດີ ໃຫ້ທຸກໆທ່ານພິຈາລະນານຳກັນເບິ່ງ ເພ່ືອໃຫ້ສັງຄົມຄົນລາວດີຂຶ້ນ ກ້າວຂຶ້ນໄປ
ໃຫ້ມັນທັນໂລກໃນສິ່ງທ່ີດີທ່ີສຸດ.
ຖ້າຜູ້ຂ້າເວົ້າຮຸນແຮງເກີນໄປກໍຂໍໂທດເດີອາວ.biggrinbiggrinbiggrinbiggrinbiggrinbiggrinbiggrinbiggrin


__________________
Anonymous

Date:
RE: ບໍ່ມີຜູ້ຍິງຄົນໃດຢາກເປັນຢາກເປັນ ໂສເພນີດອກ.


ຊະຕາ ບໍ່ແມ່ນ ຊາຕາ

ຊະຕາກັມ ຊະຕາຊີວິດ ໂຊກຊະຕາ

ຊາຕະ ມື້ເກິດ ມໍຣະນະ ມື້ຕາຍ

__________________
ລູກທາໂກ

Date:


ທ່ານ ລູກເຂົ້າໜຽວ ເວົ້າມາຖືກຕ້ອງ, ທຸກຄົນຕ້ອງມີສ່ວນຮ່ວມນໍາກັນ ຈະໄປຕໍານິລັດຖະບານຫລາຍບໍ່ໄດ້ ຈັກນ່ອຍດາວຕົກບ່າ.

__________________


Veteran Member

Status: Offline
Posts: 81
Date:

ຖ້າມີເງິນ, ມີຊັບສິນ, ມີອາຊີບທີ່ໝັ້ນຄົງ ບວກ ກັບຄວາມດຸໝັ່ນຕາມການອົບ ຮົມບົ່ມສອນຂອງຜູ້ປົກຄອງ ແລະຂອງລະບົບການສຶກສາແລ້ວ ເຮົາຄິດວ່າບໍ່ມີໃຜຈະລົດກຽດຕົນເອງໄປຂາຍນາຜືນນ້ອຍກິນດອກ ແຕ່ຄົນເຮົາເກີດມາບໍ່ແມ່ນວ່າຈະມີວາສນາ (ວາດສະໜາ)ເໝືອນກັນທຸກຄົນ ແມ່ນແຕ່ຕົກນ້ຳກໍຍັງມີຜູ້ຫົວສັ້ນຫົວຍາວ ,ຫົວນ້ອຍ, ຫົວໃຫຍ່ ບໍ່ພຽງກັນດອກທ່ານເອີຍ ! ສັງຄົມມະນຸດຫລີກເລື່ອງນີ້ບໍ່ໄດ້ດອກ,ມີເກີດກໍຕ້ອງມີຕາຍ, ມີດີ ກໍຕ້ອງມີຊົ່ວ, ມີງາມກໍຕ້ອງມີຂີ້ຮ້າຍ, ມີສະຫວັນກໍຕ້ອງມີນາລົກຄຽງຄູ່ກັນໄປຊົ່ວກາລະນານ ແມ່ນແຕ່ປະເທດທີ່ຮັ່ງມີລົ້ນຟ້າກໍຍັງໜີບໍ່ພົ້ນ

__________________
Anonymous

Date:

ຄົນເຮົາບໍ່ມີຜູ້ໄດເລືອກເກີດໄດ້ ແລະ ພວກເຮົາກ່າຈະເວົ້າວ່າ
ຜູ້ນັ້ນບໍ່ດີຜູ້ນີ້ບໍ່ດີ ແມ່ນບໍ່ຖືກ ແລະ ກ່າຈະດູກຖູກ ແລະ ສ້ຳເຕີມ
ເຂົາເຈົ້າແຮ່ງບໍ່ຖືກ ເອົາແມ່ຈາ້ງມາເປັນເມັຽ ດີກວ່າເອົາເມັຽໄປ
ເປັນແມ່ຈ້າງ ເຂົ້າໃຈວ່າອາຊີບແມ່ຈາ້ງກໍ່ເປັນອາຊີບທີ່ເກົ່າແກ່
ທີ່ສຸດຂອງໂລກມາແຕ່ໂບຮານນະການ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard