Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຖາມເລື່ອງ ລົດຈີນ ຢູ່ລາວ
ພໍ່ຄ້າລົດມືສອງ

Date:
ຖາມເລື່ອງ ລົດຈີນ ຢູ່ລາວ



ບ້ານເມືອງໄດ້ມີການປ່ຽນແປງຫລາຍດ້ານ ໃນນີ້ມີລົດຍົນກໍ່ປະກົດເຫັນເຕັມຖະຫນົນຫົນທາງ ລວມທັງຮ້ານຂາຍລົດມືນຶ່ງມື ສອງ, ສອງສາມປີຫລັງຂອ້ຍລະມົວນັບແຕ່ເງິນທີ່ໄດ້ຈາກການຂາຍລົດຮຸນໄດມືສອງຢ່າງເມົາມັນ ຈົນບໍ່ມີມືຫວ່າງກຳເຕົ້າເມຍຊ້ຳ. ຫາກໍ່ມາຕື່ວ່າມາໃຫ້ຍົກຍ້າຍອອກ.
ປະຈຸບັນເຫັນວ່າລົດຈີນ ໄດ້ເລີ່ມມາມີບົດບາດໃນການແບ່ງຕະຫລາດລົດໃນລາວ ຈາກ ຄ້າຍລົດຂອງຍີ່ປຸ່ນ ແລະເກົາຫລີ ຈົນເຮັດໃຫ້ຜຸ້ຈຳຫນ່າຍລົດດ່ັງກ່າວເລີ່ມມີການເຫນັງຕີງ ຫລາຍຂຶ້ນ. ( ປະຈຸບັບມີ Chery, BYD, GREATWALL,GEELY,GONOW,ALSWIN,LIFAN  ແລະອື່ນໆ ບໍ່ຈື່)
ແຕ່ຂ້າພະເຈົ້າຢາກຖາມວ່າ:
ລົດທີນຳເຂົ້າຈາກຈີນ ບັນດາທ່ານມີປະສົບການແນວໃດໃນການຳໃຊ້ ກ່ຽວກັບຄຸນນະພາບ,ບໍລິການ ແລະແນວໂນ້ມ ໃນອະນາຄົດວ່າ ບັນດາຍີ່ຫໍ້ທີ່ກ່າວມາຂ້າງເທິງນັ້ນທີ່ຈະຍືນຍົງຢູ່ໃນລາວ ຄືກັບ ເກຍ ຮຸນໄດ ແລະໂຕໂຍຕາ.
ຂ້າພະເຈົ້າຖືກຕິດຕໍ່ໃຫ້ເປັນຕົວແທນຈຳຫນ່າຍໃຫ້ຫລາຍ ຍີ່ຫໍ້ແຕ່ຢາກເລືອກອັນທີ່ດີທີ່ສຸດ ເພາະລົດມືສອງເລີ່ມຊິໄປບໍ່ຫລອດແລ້ວ ເພາະຮ້ານມັນຫລາຍໂພດ.
ຂໍຄວາມຮ່ວມມີນຳບັນດາທ່ານປະກອບຄຳເຫັນເພື່ອເປັນຂໍ້ມູນ ໃນການຕັດສຶນໃຈແດ່ທ້ອນ
ຂອບໃຈ


__________________
Anonymous

Date:

Now Chery QQ3 is the best, but not sure after 2-3 years i am woryy too........

__________________
Anonymous

Date:

QQ3 good car but too small.

__________________
Anonymous

Date:

ຈະເປັນຜ້ຖແທນຈຳນ່າຽຕ້ອງ :
. ໃຈດີ
. ມີການຕະຫລາດີ
. ມີສູນສ້ອມແປງດີ

ຄວາມຄຶດສ່ວນຕົວ ຂ້ຽຄຶດວ່າລົດຫຍັງກ່າດີຄືກັນໝົດ
ສ່ວນນຶ່ງກ່າຂື້ນຢູ່ກັບຜູ້ຂັບຂ່ີ ແມ່ນແຕ່ລົດຍີ່ປຸ່ນວ່າຄັກ
ກ່າຍັງມີບັນຫາຫລາຽຄືກັນ, ປະຈຸບັນຂ້ຽກ່າໄຊ້ລົດ
BYD 1600 ໄດ້ຂັບໄປຫລວງນ້ຳທາເທື່ອນຶ່ງ ແລະ
ກ່າໄປຊຽງຂວາງ 2 3 ເທື່ອປະຍັດນ້ຳມັນສົມຄວນ
ແລະ ກ່າຍັງບໍ່ທັນມີບັນຫາເທື່ອ ສຳລັບຢູ່ເມືອງລາວ
ເຮົາບໍ່ມີທາງເສັ້ນໄດພໍທ່ີຈະໄດ້ແລ່ນເຖິງ 100 ແລ່ນ
80 ກ່າເຫລືອກີນແລ້ວ ຖ້າແລ່ນຢູ່ໃນເມືອງກ່າແລ່ນ
ໄດ້ແຕ່ 50 ເທົ່ານັ້ນ, ຕັດສີນໃຈເອງເດີເພາະວ່າຂອງ
ແຊບຢູ່ນຳຜູ້ມັກ
ໂຊກດີ


__________________
Anonymous ລູກສາວກົກ

Date:

ສະບາຍດີທ່ານ ຂ້າພະເຈົ້າເຫັນວ່າກັນເລື່ອງລົດ ກະເລີຍຢາກຖາມເບິ່ງຈັກໜ້ອຍໜຶ່ງ ຕາມພາສາຄົນບໍ່ມີນີ້ລະ ຖາມຮູ້ວ່າ ລາຄາຂອງ QQ3 ຫັ້ນ ເທົ່າໃດ, ແລະກະຢາກຖາມ ທ່ານຜູ້ຄ້າລົດມື2 ຫັ້ນແດ່ຈັກໜ້ອຍວ່າ ສະຕາແລກ ຄຸນນະພາບ ດີລະດັບໃຊ້ໄດ້ສົມຄວນ ຫັ້ນນ່າ ລະຄາເທົ່າໃດ
ຂອບໃຈ ທ່ານ


__________________
ຊ່າງເທວະດາ(ດາວລົດເຊີຣີຂີ່)

Date:

ຕາມປະສົບການຂອງຂ້າພະເຈົ້າ ເລື່ອງຄຸນນະພາບລົດກໍ່ມີສ່ວນ ແຕ່ລົດທຸກລຸ້ນກະມີບັນຫາເລັກໆນ້ອຍໆ ເປັນເລື່ອງທຳມະດາ, ຍົນກະຍັງຕົກ ຍ້ອນເຕັກນິກຂັດຄ້ອງ ຊິໄປປະສາຍັງນຳລົດ. ສຳຄັນແມ່ນຜຸ້ຈຳຫນ່າຍ ມີການບໍລິການທີ່ດີຫລືບໍ່ ສາມາດສະຫນອງອາໄຫລ່ບ່, ຊ່າງມີປະສົບການ ແລະສາມາດແກ້ໄຂບັນຫາໄດ້ດີບ່
ເວົ້າງ່າຍຄື ເຂົາໃຫ້ຄວາມສຳຄັນກັບລູກຄ້າຫລືບໍ່

ຂພຈ ດາວລົດ ເຊີລີ ເອວັນ A1 (ຍິນວ່າເປັນຂອງໂຄລາວວ່າຊັ້ນ ແຕ່ບໍ່ແນ່ໃຈ)ໄດ້ປະມານ ຫ້າ ຫົກເດືອນແລ້ວ ກະໄປຮອດ ອຸດົມໄຊແຕ່ກະຍັງບໍມີບັນຫາ ຫຍັງເທື່ອ ເພາະຕົວເອງເປັນຊ່າງ ພໍຮູ້ຈັກທະສະການຮັກສາ ແລະການຂັບແດ່.

ສອງສາມເດືອນ ກ່ອນເຂົ້າໄປສູນ ຍິນວ່າ QQ3 ລາຄາປະມານ 7500$ ແຕ່ວ່າລົດຫມົດແລ້ວ ເພີ່ນວ່າຊິມາຮອດ ອີກ ເດຶອນປາຍ, ຄິດວ່າປານນີ້ຄືຊິມາຮອດແລ້ວລອງໄປຖາມເບີ່ງ. ສະຕາແລັກ ບໍຮູ້ລາຄາ ເພາະມີຫລາຍລຸ້ນຫລາຍປີ ຜູ້ຂາຍລົດມືສອງ ເຈົ້າຂອງກະທຸ້ ຕອບດ່ວນ ແນ່ເດີ ຖ້າ ຢາກຂາຍລົດ.

furiousຊ່າງເທວະດາfurious

__________________
Anonymous

Date:



__________________
Anonymous

Date:

ລົດຈີນໃໝ່ມີຫຼາຍລຸ້ນຣາຄາຕ່ຳກວ່າລົດຍີ່ປຸ່ນຈັກໜ່ອຍເທົ່ານັ້ນ ຄຸນນະພາບຖືວ່າທຽວເທົ່າຍິ່ປຸ່ນ ຣົດສຕຣາເລັກຊ໌ອອກໃໝ່ ລາວຄາ ໒໘.໕໐໐ ດອນ ຂອງເກົ່າບໍ່ສູງກວ່າ ໑໔ ພັນດອນ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard