Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປີນີ້ນໍ້າຖ້ວມຄັກໆ
Anonymous

Date:
ປີນີ້ນໍ້າຖ້ວມຄັກໆ


ເດີນຫຍ້າບ້ານຂ້ອຍນໍ້າຖ້ວມໄປແລ້ວ
ນໍ້າຂອງກໍ່ຂຶ້ນຫຼາຍແລ້ວ
ຄາດຄະເນວ່າ ນໍ້າຂອງຈະທວມວຽງຈັນແນ່ນອນປີນີ້
ທຸກຄົນ ກຽມຊຶ້ມີ່ໄວໆ ໄວ້ຫຼາຍໆເດີ້


__________________
ມັກທ້ວງ

Date:

ບໍ່ແມ່ນມັນຖ້ວມແລ້ວບໍ ເຈົ້າຄືຟ້າວ ແທ້....ຂຽນຖ້ວມ ກະບໍ່ຖືກ...



__________________
ກັອບເອົາມາ

Date:

*(ຂປລ): ຕາມການລາຍງານຂອງ ທ່ານ ກອງສີ ອຸດົມ, ກຳມະການພັກແຂວງ,
ເລຂາພັກເມືອງ, ເຈົ້າ ເມືອງທຸລະຄົມ ໃຫ້ສຳພາດຕໍ່ຜູ້ສື່ຂ່າວໃນວັນທີ 25 ສິງຫາ
2010 ນີ້ວ່າ: ຈາກສະພາບຝົນຕົກໜັກ ຕະ ຫຼອດຄືນ ຂອງວັນທີ 24 ສິງຫາ
ໄດ້ເຮັດໃຫ້ເກີດມີນ້ຳຖ້ວມບ້ານ, ເຮືອນ ແລະ ເນື້ອທີ່ນາ ຂອງປະຊາຊົນ ຈຳນວນ 13
ບ້ານ ຄື: ບ້ານໂພນງາມນາຝ້າຍ, ນາກາງ, ປາກຫາງ, ນາແພງ, ໄຮຢ່ອນ, ນາຫວ້າ,
ນາຍາງ, ນາເງິນ, ນ້ຳຫຍາມ, ນານົກຂຸ້ມ, ພູເຂົາຄວາຍໃໝ່, ໂພນແກ້ວ ແລະ
ບ້ານນ້ຳອ່າງ, ໃນນີ້ ໄດ້ຖ້ວມເນື້ອນາ ປະມານ 3.000 ກວ່າເຮັກຕາ. ນອກນີ້
ນ້ຳຍັງໄດ້ ຖ້ວມເສັ້ນທາງຫລວງແຫ່ງຊາດ ເລກ 10 ຊຶ່ງເປັນເສັ້ນ ທາງເຊື່ອມຕໍ່
ລະຫວ່າງ ແຂວງວຽງ ຈັນ ຫານະຄອນຫລວງວຽງຈັນ ຖືກນ້ຳຖ້ວມມີໄລຍະຄວາມຍາວ 15
ກິໂລແມັດ, ຈຸດທີ່ ຖ້ວມ ໜັກ ກວ່າໝູ່ ແມ່ນບໍລິເວນແຕ່ບ້ານ
ໂພນງາມນາຝ້າຍໄຮຢ່ອນນາຫວ້າ, ລະດັບນ້ຳ ສູງຈາກໜ້າທາງປະມານ 1 ແມັດ,
ເຮັດໃຫ້ການສັນຈອນໄປມາ ພົບຄວາມຫຍຸ້ງຍາກ ແລະ ເຮັດໃຫ້ການສັນຈອນ ແຕ່
ແຂວງວຽງຈັນ ຫາ ນະຄອນຫລວງ ທີ່ໃຊ້ເສັ້ນທາງເລກ 10 ຕ້ອງ
ຢຸຸດການສັນຈອນຊົ່ວຄາວ. ຖ້າ ຫາກຝົນຍັງສືບຕໍ່ຕົກອີກ ຈະເຮັດ
ໃຫ້ລະດັບນ້ຳເພີ່ມ ສູງ ຂຶ້ນອີກ, ສາເຫດທີ່ເຮັດໃຫ້ນ້ຳຖ້ວມໜັກຄັ້ງນີ້ ຍ້ອນ
ຄອງເໝືອງຂອງເຂື່ອນນ້ຳມັງຂາດ, ສົມ ທົບກັບການໄຫລຊຸ ແຮງຂອງນ້ຳປ່າ,
ສ່ວນຄວາມເສຍຫາຍ ຍັງບໍ່ ທັນປະເມີນ ຜົນໄດ້ ເທື່ອ, ພາຍຫລັງນ້ຳ ບົກແຫ້ງ
ທາງຄະນະກຳມະການ ຈະໄດ້ລົງຕິດຕາມ ກວດກາ ແລະ ແຈ້ງໃຫ້ຮັບຊາບຕາມພາຍຫລັງ.
ສ່ວນທ່ານ ຖາວອນ ເພັງແສງໃສ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ
ກໍໄດ້ລົງ ກວດກາເບິ່ງສະພາບນ້ຳຖ້ວມຕົວຈິງ ແລະ ໄດ້ສັ່ງໃຫ້ບໍລິສັດຂົວ-ທາງແຂວງ
ນຳເອົາກົນຈັກໄປ ປະຈຳຢູ່ ຈຸດ ນ້ຳ ຖ້ວມດັ່ງກ່າວ ເພື່ອແກ້ໄຂໃນກໍລິນີ ຂົວ ຫລື
ທາງຖືກຕັດຂາດ ແລະ ກໍສຸກເສີນ ອື່ນໆ. ທ່ານຍັງ ໃຫ້ທັດ ສະນະວ່າ:
ວິທີແກ້ໄຂກໍຕ້ອງລໍຖ້ານ້ຳບົກແຫ້ງ ແລະ ຍົກລະດັບຂະຫຍາຍເສັ້ນທາງຂຶ້ນຕື່ມອີກ,
ຖ້າປະເສັ້ນ ທາງ ຢູ່ໃນສະ ພາບນີ້ ກໍຈະບໍ່ສາມາດຮັບຮອງແຜນ ງານຂອງ ແຂວງ
ທີ່ຈະສ້າງຂົວຂ້າມນ້ຳງື່ມ ແລະ ອາໄສ ທາງເສັ້ນນີ້ ເຊື່ອມຕໍ່ ລະຫວ່າງ ທາງເລກ
13 ເໜືອ ແລະ 13 ໃຕ້ ໂດຍບໍ່ຜ່ານນະຄອນຫລວງວຽງຈັນ ຊຶ່ງ ຜູ້ສັນຈອນ ແຕ່ພາກເໜືອ
ຫາ ພາກໃຕ້ ຈະປະຫຍັດເວລາລົງ.
ຕໍ່ກັບບັນຫາດັ່ງກ່າວ ທາງອຳນາດການປົກຄອງເມືອງ ກໍຄື ແຂວງ
ໄດ້ລົງຕິດຕາມຢ່າງໃກ້ຊິດ ຊຶ່ງ ໄດ້ຮັບການຊີ້ນຳໂດຍກົງ
ຈາກທ່ານເຈົ້າແຂວງໆວຽງຈັນ ເປັນ ຕົ້ນແມ່ນ ໄດ້ຈັດຕັ້ງພະນັກງານລົງຕິດຕາມນ້ຳ
ຖ້ວມ ແລະ ຊ່ວຍເຫລືອປະຊາຊົນຢ່າງໃກ້ຊິດ, ຊີ້ນຳອຳນາດການປົກຄອງ, ຄະນະກຸ່ມບ້ານ
ໃຫ້ສ້າງແຜນ ການ ກຽມພ້ອມຮັບມືກັບສະພາບນ້ຳທີ່ຈະເພີ່ມສູງຂຶ້ນອີກ, ຕິດຕາມ
ເຝົ້າລະວັງ ບໍ່ໃຫ້ມີເຫດການບໍ່ດີເກີດຂຶ້ນ ໃນໄລຍະນ້ຳຖ້ວມ
ທັງນີ້ກໍເພື່ອຮັບປະກັນ ບໍ່ໃຫ້ເກີດຜົນ ເສຍຫາຍເພີ່ມຕື່ມ./.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard