Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວິທີແຕ່ງຕົວຂອງຜູ້ຊາຍ ທີ່ບໍ່ຄວນເບິ່ງຂ້າມ
Anonymous

Date:
ວິທີແຕ່ງຕົວຂອງຜູ້ຊາຍ ທີ່ບໍ່ຄວນເບິ່ງຂ້າມ



374728.jpg

 ຮຽບຮຽງ: ຕາດຳ


   ຜູ້ຊາຍຄົນໃດທີ່ຕ້ອງການຄວາມຫມັ້ນໃຈໃນການແຕ່ງຕົວໃຫ້ມີສະເຫນ ແລະ ມີຄວາມຫມັ້ນໃຈ ມື້ນີ້ນາໆປະໂຫຍດມີວິທີການແຕ່ງ ຕົວຂອງຜູ້ຊາຍທີ່ບໍ່ຄວນຈະສວມໃສ່ ເຊິ່ງລາຍລະອຽດມີດັ່ງນີ້:


   1. ໃສ່ເສື້ອເຊິດກັບເສື້ອຄໍມົນຫລືເສື້ອຄໍສູງ (ເສື້ອຄໍເຕົ່າ): ວິທີການແຕ່ງຕົວທີ່ເປັນພື້ນຖານກໍ່ຄືການໃສ່ເສື້ອບາງໆໄວ້ທາງໃນແລ້ວ ໃສ່ໂຕຫນາໄວ້ທາງນອກ ເມື່ອໃສ່ເສື້ອເຊິດທັບກັບເສື້ອຢືດຄໍມົນ ຈິ່ງເຮັດໃຫ້ມັນເປັນສິ່ງແປກຕາໃຫ້ກັບຜູ້ທີ່ພົບເຫັນ, ຖ້າຕ້ອງການຢາກ ແຕ່ງຕົວໃຫ້ມີສີສັນກວ່າ ເກົ່າຂໍແນະນຳປ່ຽນຈາກເສື້ອເຊິດເປັນເສື້ອແຈັກເກັດແທນຈະດີກວ່າ.


   2. ໂສ້ງແອວຕ່ຳໆ: ການໃສ່ໂສ້ງແອວຕ່ຳນັ້ນນອກຈາກຈະເຮັດໃຫ້ເບິ່ງເປັນຄົນບໍ່ສຸພາບແລ້ວຍັງເບິ່ງຄ້າຍຄືກັບເດັກນ້ອຍແລະເຮັດ ໃຫ້ເບິ່ງຄືວ່າມີຮູບຮ່າງທີ່ບໍ່ສົມສ່ວນຂາຈະເບິ່ງຄືສັ້ນກວ່າປົກກະຕິ, ນອກຈາກນີ້ ເວລາຍ່າງຕ້ອງພະຍາຍາມບໍ່ໃຫ້ຂອບແອວໂສ້ງເຕື່ອຍ ໄຫລລົງມາ ດັ່ງນັ້ນ ຄົນທີ່ມັກໃສ່ໂສ້ງແອວຕ່ຳໆຈິ່ງຕ້ອງຍ່າງ ຂາໂກ່ງເພື່ອບໍ່ໃຫ້ໂສ້ງໄຫລລົງນັ້ນເອງ.


   3. ໂສ້ງຂາສັ້ນໆ: ການໃສ່ໂສ້ງຂາສັ້ນທີ່ມີລະດັບຄວາມສັ້ນຫລາຍກວ່າປົກກະຕິອາດເຮັດໃຫ້ຄົນອື່ນເບິ່ງວ່າເປັນຄົນບໍ່ສຸພາບ ແລະ ເວລານັ່ງໂສ້ງອາດຈະໄປຮັດ ຫລືຫນີບອະໄວຍະວະເພດ ເຊິ່ງເປັນພາບທີ່ບໍ່ເຫມາະສົມປານໃດໃຫ້ກັບຜູ້ທີ່ພົບເຫັນ ຖ້າຜູ້ຊາຍຄົນໃດມັກ ໃສ່ໂສ້ງຂາສັ້ນໆ ຄົງຈະບໍ່ມີສາວຄົນໃດກ້າເຂົ້າມານັ່ງໃກ້ແນ່ນອນ. 

Ecom


__________________
Anonymous

Date:

ຂອບໃຈເດີ. ຊິພິມອອກໄປໃຫ້ລູກຊາຍອ່ານກ່ອນເດີຊັ້ນ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard