Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລັກພະ ບາບໄລ່ເວນທັນ
Anonymous

Date:
ລັກພະ ບາບໄລ່ເວນທັນ


 ຂ່າວ: ຄຳພັນ ວໍລະສິງ

ພະພຸດທະຮູບສ່ຽງໂຊກຢູ່ຄູ່ວັດບ້ານໂພນທອງເຂດຄັງວຽງ ເມືອງແປກ ແຂວງຊຽງຂວາງ ມາໄດ້ຫລາຍເຊັ່ນຄົນແລ້ວຖືກໂຈນພາຍ ໃນບ້ານລັກເອົາໄປຫວັງຈະຂາຍໄດ້ລາຄາດີໆ ແຕ່ກໍ່ຖືກເຈົ້າຫນ້າທີ່ຈັບໄດ້ພະພຸດທະຮູບອົງນີ້ ມີຂະຫນາດຫນ້າຕັກກວ້າງປະມານ 20 ຊັງຕີແມັດ, ສູງ 30 ຊັງຕີແມັດຫນາ 15 ຊັງຕີແມັດນໍ້າຫນັກປະມານ 8-10 ກິໂລກຣາມ, ເປັນພະທອງສຳລິດພະອົງນີ້ຊາວບ້ານໂພນ ທອງກໍ່ຄືບ້ານອື່ນໆນັບຖື ແລະ ສັກກະລະບູຊາມາຫລາຍເຊັ່ນຄົນ, ພະອົງນີ້ ຍັງເປັນພະສຳລັບສ່ຽງໂຊກຊາຕາຕາມຄວາມເຊື່ອຖືຂອງ ຊາວພຸດ.

ເມື່ອວັນທີ  3 ກໍລະກົດ 2010 ນີ້ ໂຈນໄດ້ລັກເອົາພະພຸດທະຮູບໄປ ຈາກນັ້ນ ຄະນະບ້ານກໍ່ຟ້າວແຈ້ງເຈົ້າຫນ້າທີ່ກຸ່ມບ້ານ ແລະ ລາຍງານໃຫ້ເຈົ້າຫນ້າທີ່ເມືອງແປກແລ້ວແຕ່ງຕັ້ງຫນ່ວຍວິຊາການລົງສຳຫລວດເກັບກຳຂໍ້ມູນຊອກຫາຮ່ອງຮອຍຄົນຮ້າຍຕາມເປົ້າຫມາຍ ຫລັກຮອດວັນທີ 22 ກໍລະກົດ ກໍ່ສາມາດຈັບຕົວຜູ້ຕ້ອງສົງໄສໄດ້ 1 ຄົນຄືທ້າວ ສົມພອນ ອາຍຸ 24 ປີ ເກີດຢູ່ບ້ານໂພນທອງ ເມືອງ ແປກ ແຂວງຊຽງຂວາງ ປະຈຸບັນໄປຢູ່ນຳບ້ານເມຍທີ່ບ້ານອ່າງເຂດສຸຍເມືອງພູກູດ ເມື່ອເຈົ້າຫນ້າທີ່ສືບສວນສອບສວນຈິ່ງຮັບປາກວ່າ ໄດ້ໄປລັກເອົາແທ້ຍ້ອນທ້າວ ສີ ພັນທີ່ເປັນນ້າເຂີຍໄດ້ບອກໄປລັກແລ້ວຈະພາກັນເອົາໄປຂາຍອອກນອກປະເທດ ສະນັ້ນ ມາເຖິງວັນ ທີ 12 ສິງຫາ 2010 ນີ້ ຕຳຫລວດເມືອງແປກກໍ່ສາມາດຈັບຕົວທ້າວ ສີພັນ ອາຍຸ 39 ປີຜູ້ ເປັນນ້າເຂີຍປະຈຸບັນຢູ່ບ້ານຄັງໄຂ ເມືອງ ແປກເປັນຜູ້ບົ່ງການ.

   ຫລັງຈາກການສືບສວນສອບສວນ ເບື້ອງຕົ້ນທັງສອງຮັບສາລະພາບວ່າໄດ້ກະທຳຜິດແທ້ ເພື່ອຫວັງຢາກໄດ້ເງິນ ແລະ ຜູ້ຕ້ອງຫາ ກໍໄດ້ພາເຈົ້າຫນ້າທີ່ໄປນຳເອົາພະທີ່ລັກມາຖິ້ມລົງໄວ້ນ້ຳ ສ້າງເກົ່າທີ່ບ້ານເຫລັກເມືອງແປກຕາມການໃຫ້ການຂອງເຈົ້າຫນ້າທີ່ເມືອງແປກ ໃຫ້ຮູ້ວ່າ: ທັງສອງຄົນມີປະຫວັດດ້ານຂີ້ລັກງັດແງະ ແລະ ລັກເຂົ້າວັດກາງດຶກມາກ່ອນ ມາເຖິງວັນທີ 18 ສິງຫານີ້ ເຈົ້າຫນ້າທີ່ ປກສ ເມືອງແປກກໍ່ໄດ້ຈັດພິທີມອບພະພຸດທະຮູບອົງນີ້ ຄືນໃຫ້ອຳນາດການປົກຄອງ ແລະຊາວບ້ານໂພນທອງເອົາໄປອຸປະກາລະຕໍ່ໄປ. ທ່ານ ເວີນຄຳ ດວງພາຈິດ ປະທານແນວໂຮມ ເຂດຄັງວຽງເມືອງແປກໄດ້ເວົ້າ ວ່າ: ເທື່ອນີ້ເປັນບົດຮຽນອັນສຳຄັນໃຫ້ແກ່ທ້ອງຖິ່ນ ແລະ ວັດ ວາສາສະຫນາທີ່ຈະໄດ້ພ້ອມກັນເອົາໃຈໃສ່ປົກປັກຮັກສາ ໂດຍສະເພາະວັດຖຸທີ່ມີຄ່າຕ້ອງເກັບຮັກສາໃນບ່ອນທີ່ປອດໄພເອົາໃຈໃສ່ການ ກວດກາເວນຍາມ, ຕິດຕາມຜູ້ຄົນທີ່ເຫັນວ່າເຄື່ອນໄຫວໄປໃນທາງທີ່ບໍ່ດີ ແລະສ້າງໃຫ້ຊຸມຊົນເປັນຫລັກໃນການປົກປັກຮັກສາຄວາມສະ ຫງົບໃນທ້ອງຖິ່ນໃຫ້ໄດ້.



Ecom

__________________
Anonymous

Date:

ເພິ່ນຊິລົງໂທດຄົນຮ້າຍແນວໃດ໋?

__________________
Anonymous

Date:


ຕອນຫໍາມັນໄປເລຍ furious

__________________
Anonymous

Date:

ຕອນພວງສະຫວັນມັນອອກມັນກະຊິບໍ່ຈື່ບໍ່ຈໍາດອກ ຕ້ແງຕອນຈູ໋ມັນອອກພ້ອມ.

__________________
Anonymous

Date:

in 1996 + ,   i remember in afghanistan tilaban rebel destroy huge buddha statue in mountain cave , a year later U.S was bomb them , i think they been punish by direct or in-directly  

__________________
Anonymous

Date:

ພວກລັກພະຫລືຊັບສົມບັດຂອງວັດ ຕາຍໄປຈະກາຍເປັນເຜດອະສຸລະກາຍ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard