Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມາເບິ່ງຕຶກສູນອິນເຕີເນັດແຫ່ງຊາດຫຼັງໃໝ່
Anonymous

Date:
ມາເບິ່ງຕຶກສູນອິນເຕີເນັດແຫ່ງຊາດຫຼັງໃໝ່

2_235.jpg

 ຂ່າວ: ຈັນສີ

   ລາວຈະມີສູນອິນເຕີເນັດແຫ່ງຊາດ ເພື່ອເຮັດຫນ້າທີ່ຄຸ້ມຄອງລະບົບການສື່ສານຝ່າຍອິນເຕີເນັດອັນເປັນການຢຸດຕິການເຊື່ອມຕໍ່ລະ ບົບອິນເຕີເນັດຈາກປະເທດເພື່ອນບ້ານ, ແຕ່ນີ້ຕໍ່ໄປຈະສາມາດສະຫນອງຄວາມຕ້ອງການມວນຊົນໄດ້ຢ່າງມີປະສິດທິພາບຊັດເຈນ, ວ່ອງ ໄວ, ມີຄວາມສົມດຸນດ້ານລາຄາ ແລະ ເປັນລະບົບຫລາຍຂຶ້ນ ຫລັງພາກລັດຕັດສິນໃຈທຸ່ມທຶນຫລາຍກວ່າ 20 ລ້ານໂດລາສະຫະລັດ ສ້າງສູນແຫ່ງນີ້ຂຶ້ນ; ໃນຂະນະທີ່ ບັນຫາອິນເຕີເນັດຕົກ, ໂທລະສັບຂັດຂ້ອງກໍ່ຈະໄດ້ຮັບການແກ້ໄຂ ເມື່ອສູນໃຫຍ່ແຫ່ງນີ້ເປີດບໍລິການ ເຕັມຕົວໃນທ້າຍປີນີ້.

   ສູນອິນເຕີເນັດແຫ່ງຊາດ ເຊິ່ງຂຶ້ນກັບອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ ຈະມາເຮັດຫນ້າທີ່ໃນການຄວບຄຸມລະ ບົບອິນເຕີເນັດ, ໂທລະສັບລວມທັງລະບົບເຕັກໂນໂລຊີຂໍ້ມູນຂ່າວສານທີ່ເອີ້ນວ່າ Call Center ເພື່ອຮັບຜິດຊອບຄຸ້ມຄອງລະບົບໂທລະ ສັບ ແລະ ອິນເຕີເນັດພາຍໃນປະເທດ, ຄຸ້ມຄອງບັນດາບໍລິສັດທີ່ໃຫ້ການບໍລິການໂທລະສັບອິນເຕີເນັດ ແລະ ມີການພົວພັນກັນກັບປະ ເທດອື່ນໆດ້ວຍລະບົບດັ່ງກ່າວນີ້ຜ່ານປະຕູດຽວ.

   ຕາມການໃຫ້ສຳເລັດຂອງ ທ່ານ ສົມນຶກ ໂພທິລາດ ຜູ້ອຳນວຍການສູນອິນເຕີເນັດແຫ່ງຊາດ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາປະເທດ ລາວເຮົາຍັງບໍ່ທັນມີສູນອິນເຕີເນັດແຫ່ງຊາດ ເພື່ອເປັນຜູ້ກວດສອບ, ຄຸ້ມຄອງລວມລະບົບອິນເຕີເນັດໂດຍສະເພາະ ເຖິງວ່າໄດ້ຮັບການ ອະນຸມັດຈາກອົງການສາກົນທີ່ມອບລະຫັດຂອງປະເທດລາວ (.la) ໃຫ້ເປັນລະຫັດສູງສຸດຂອງລະບົບອິນເຕີເນັດ ແຕ່ລາວເຮົາຍັງບໍ່ມີ ເງື່ອນໄຂພຽງພໍທີ່ຈະໃຫ້ບໍລິການ, ດັ່ງນັ້ນ ລັດຖະບານກໍ່ຄືຄະນະຮັບຜິດຊອບວຽກງານ (ຄະນະຄຸ້ມຄອງອິນເຕີເນັດແຫ່ງຊາດ) ຈິ່ງໃຫ້ ຕ່າງປະເທດໄປບໍລິການນັບແຕ່ປີ 2000; ສ່ວນລະບົບອິນເຕີເນັດຂອງລາວກໍ່ຕໍ່ຈາກປະເທດເພື່ອນບ້ານເຮັດໃຫ້ເກີດຄວາມຫຍຸ້ງຍາກໃນ ຫລາຍດ້ານ.

   ເພື່ອສ້າງຄວາມສະດວກແກ່ບັນດາບໍລິສັດທີ່ເຮັດທຸລະກິດກ່ຽວກັບອິນເຕີເນັດ, ໂທລະສັດ, ຂໍ້ມູນສື່ສານຕ່າງໆພາຍໃນປະເທດລັດ ຈິ່ງຕັດສິນໃຈກູ້ເງິນ 20 ລ້ານກວ່າໂດລາສະຫະລັດຈາກ ສປ ຈີນ ສ້າງສູນອິນເຕີເນັດແຫ່ງຊາດຂຶ້ນ. ມາຮອດປະຈຸບັນສຳເລັດປະມານ 59% ຫລັງຈາກທີ່ເລີ່ມກໍ່ສ້າງມາແຕ່ເດືອນເມສາປີກາຍ, ຄາດວ່າຈະສຳເລັດ ແລະ ເປີດໃຫ້ບໍລິການໄດ້ໃນເດືອນກັນຍາປີນີ້ ພ້ອມນຳ ເອົາລະຫັດ .la ມາບໍລິຫານເອງຢູ່ໃນປະເທດ.

   ແຕ່ນີ້ຕໍ່ໄປສູນອິນເຕີເນັດແຫ່ງຊາດ ຈະເປັນຜູ້ຄຸ້ມຄອງບໍລິຫານວຽກງານເຕັກນິກນິຕິກຳ, ນະໂຍບາຍ, ລະບຽບການນຳໃຊ້ລະບົບໂທ ລະສັບອິນເຕີເນັດໃຫ້ມີຄວາມເປັນເອກະພາບລະຫວ່າງມະຫາພາກກັບຈຸລະພາກໃນຂອບເຂດທົ່ວປະເທດ ແລະ ທີ່ສຳຄັນຈະຊ່ວຍຄຸ້ມຄອງດ້ານລາຄາການນຳໃຊ້ໃຫ້ຖືກຕ້ອງສອດຄ່ອງຕາມເງື່ອນໄຂການລົງທຶນຂອງປະເທດກໍ່ຄືທຸລະກິດ, ທ່ານ ສົມນຶກ ໂພທິລາດ ກ່າວ.

   ທ່ານຢ້ຳວ່າ: ເມື່ອສູນນີ້ໃຫ້ບໍລິການເຕັມຕົວຈະເພີ່ມຄວາມສະດວກແກ່ບັນດາບໍລິສັດທີ່ເຮັດທຸລະກິດຕ່າງໆ ບໍ່ຈຳເປັນຕ້ອງໄປອາໄສຕໍ່ ຈາກຕ່າງປະເທດອີກ ເຊິ່ງຈະຊ່ວຍສະຫນອງການຊົມໃຊ້ຢູ່ພາຍໃນໄດ້ຢ່າງພຽງພໍ. ອັດຕາການໃຊ້ຈ່າຍໃນຂົງເຂດວຽກງານດັ່ງກ່າວ ຈະຖືກລົງ, ຄວາມໄວສູງຂຶ້ນ; ຂະນະດຽວກັນບັນຫາອິນເຕີເນັດຕົກ, ໂທລະສັບຂັດຂ້ອງກໍ່ໃຫ້ໄດ້ຮັບການແກ້ໄຂ.

   ທ່ານໃຫ້ຮູ້ອີກວ່າ ເພື່ອເປັນການທົດສອບສູນການບໍລິການໃຫຍ່ແຫ່ງນີ້ກັບຄວາມຮູ້, ຄວາມສາມາດຂອງບຸກຄະລາກອນຈຳນວນກວ່າ 100 ທ່ານ ທີ່ປະກອບເຂົ້າໃຫມ່ ເຊິ່ງໄດ້ຜ່ານການຝຶກຝົນຈາກວິຊາການທີ່ມີປະສົບການສູງຂອງ ສປ ຈີນ ແລະ ສສ ຫວຽດນາມ ກ່ອນ ການມອບຮັບສູນຢ່າງເປັນທາງການ ແລະ ເປີດໃຊ້ງານແມ່ນຈະເລ່ງເຊື່ອມຕໍ່ກັບບັນດາບໍລິສັດທີ່ກ່ຽວຂ້ອງເປັນຕົ້ນ 7 ບໍລິສັດຫລັກຄື: ອີ ທີແອວ, ລາວໂທລະຄົມ, ສະຕາໂທລະຄົມ, ມີລີຄອມ(ທິໂກ), ພຣາເນັດ, ສະກາຍເທເລຄອມ, ສະພາວິທະຍາສາດໃຫ້ສຳເລັດໃນເດືອນ ສິງຫານີ້ ພ້ອມເດີນຫນ້າກວດສອບ, ເບິ່ງແຍງເຄື່ອງມືຕ່າງໆໃຫ້ເປັນກ່ອນມື້ເປີດຕົວຈິງ.

__________________
ແບ້ດົງຈອງ

Date:

ຖ້າຈື່ບໍ່ຜິດ 4ປີກ່ອນເພິ່ນວ່າຈີນຊິຊ່ອຍເຫລືອລ້າ ມາມື້ນີ້ພັດວ່າຕ້ອງໄດ້ຢືມ. ຖ້າເພິ່ນເຮັດໃຫ້ຣາຄາຫຼຸດລົງແລະຄຸນນະພາບເພີ້ມຂຶ້ນກະຊິຕົບມືຊົມເຊີຍ. ເພິ່ນສ້າງແລ້ວຈັກເປີເຊັນແລ້ວ? ດີໃຈເດີທີ່ພວກເຮົາຊິມີອິນເຕີເນັດຂອງລາວເຮັດເອງ ລາວໃຊ້ເອງ, ໃຊ້ອິນເຕີເນັດຂອງໄທຂອງອັງກິດນີ້ຊ້າຫລາຍ.

__________________
Anonymous

Date:

What is a National Internet Center ? It' that mean the Government own and Operate? Can anybody explain it to me please?

__________________
Anonymous

Date:

Anonymous wrote:

What is a National Internet Center ? It' that mean the Government own and Operate? Can anybody explain it to me please?

ເຈົ້າເຂົ້າໃຈຖືກຕ້ອງແລ້ວ.

__________________
Anonymous

Date:

National Internet Center ?

Wow, it's good for Whom?

Laotian or????????????????

Is Laos having computer in every single household?
May be who want to use internet have to come and
pay for fee in this building?

ເຈົ້າອາດຈະບໍ່ໄດ້ໄປຢາມບ້ານດົນແລ້ວແມ່ນບໍ່ ຈຶ່ງບໍ່ຮູ້ສະພາບການບ້ານເມືອງໃນປັດຈຸບັນ? ສູນຄວບຄຸມນີ້ມີຜົນປະໂຫຍດແກ່ທຸກຄົນຢູ່ໃນເມືອງລາວ, ເຖິງວ່າຄົນບ້ານເຮົາຈະບໍ່ທັນມີໂອກາດໄດ້ເຂົ້າເຖິງອິນເຕີເນັດທຸກຄົນກໍ່ຕາມ ແຕ່ຄິດວ່າໃນອະນາຄົດຂ້າງໜ້າບ້ານເຮົາກໍ່ຈະກ້າວໄປຄຽງກັບເພື່ອນບ້ານຢ່າງບໍ່ຕ້ອງສົງໃສ.

__________________
Anonymous

Date:

" ສູນອິນເຕີເນັດແຫ່ງຊາດ ເຊິ່ງຂຶ້ນກັບອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ ຈະມາເຮັດຫນ້າທີ່ໃນການຄວບຄຸມລະ ບົບອິນເຕີເນັດ, ໂທລະສັບລວມທັງລະບົບເຕັກໂນໂລຊີຂໍ້ມູນຂ່າວສານທີ່ເອີ້ນວ່າ Call Center ເພື່ອຮັບຜິດຊອບຄຸ້ມຄອງລະບົບໂທລະ ສັບ ແລະ ອິນເຕີເນັດພາຍໃນປະເທດ, ຄຸ້ມຄອງບັນດາບໍລິສັດທີ່ໃຫ້ການບໍລິການໂທລະສັບອິນເຕີເນັດ ແລະ ມີການພົວພັນກັນກັບປະ ເທດອື່ນໆດ້ວຍລະບົບດັ່ງກ່າວນີ້ຜ່ານປະຕູດຽວ."
ອ່ານເບິ່ງຂໍ້ຄວາມຂ້າງເທິງນີ້ແລ້ວ ໃນອະນາຄົດພວກທີ່ໃຊ້ອິນເຕີເນັດຢູ່ລາວອາດຈະເຂົ້າບໍ່ເຖິງຂໍ້ມູນທີ່ເຂົາຕ້ອງການ.
http://www1.voanews.com/english/news/Activists-Decry-Repression-on-Internet-100478604.html

ອ່ານເບິ່ງຂໍ້ຄວາມຂ້າງເທິງນີ້ແລ້ວ ໃນອະນາຄົດພວກທີ່ໃຊ້ອິນເຕີເນັດຢູ່ລາວອາດຈະບໍ່ມີໂອກາດໄດ້ເຂົ້າເຖິງຂໍ້ມູນທີ່ເຂົາຕ້ອງການ.

__________________
Anonymous

Date:

Anonymous wrote:

National Internet Center ?

Wow, it's good for Whom?

Laotian or????????????????

Is Laos having computer in every single household?
May be who want to use internet have to come and
pay for fee in this building?

(National Internet Center ? )            Yes, you got  it right.

Wow, it's good for whom? )        Any lao who want to serve the Net and look at the lao-pornsite 555.-
-
(Is lao having computer in every single household?) Do you think all 300 something Americans own computers? where did you live in America? check out on your home state first about statistics. ( Maybe who want to use internet have to come and pay for fee in this build)? You totally wrong about this, you're not only missed inform, but misunderstood about this center. next time before made any comment please do your homework.

__________________
Anonymous

Date:

Anonymous wrote:

National Internet Center ?

Wow, it's good for Whom?

Laotian or????????????????

Is Laos having computer in every single household?
May be who want to use internet have to come and
pay for fee in this building?

Seem you are a very unwise person here…. Do you have to wait until every house has a computer to have it?

Do you know Lao domain? ‘.la’ it was in foreign country before, and now Lao government is moving it into our country and control by ourselves.

But I am not sure if you understand what I am trying to say…,

Well, go to school and learn more…

you are absolutely rigth the world is changing , this person is not unwise  , he has too much western attitute or migth be stubborn

I think what he meant is, is it the only building has internet in Laos?
I guess this building is the Laos goverment Internet security center.
I also think it is the ISP for the laos people in the CAPITAL city, which was VTE.
For the DOMAIN name, anyone can have one if they pay for it. they will tell you how much space do you need if you willing to by one.
I guess the same thing to SAMAKOMLAO.

Check this out, I have my domain name too from this site: www.godaddy.com
when do business you wanted the name to represent your business as well.
And also your website hosting.

__________________
Anonymous

Date:

ຄົນລາວເປັນຄົນສະຫຼາດ ຮຽນຮູ້ໄວ, ລັດຖະບານຄວນຈະມີນະໂຍບາຍສ້າງປະເທດລາວໃຫ້ກາຍເປັນປະເທດໄອທີ( Long Distance teaching, Technical Support)

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard