Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພໍ່ຄ້າລາວ Vs ພໍ່ຄ້່າຈີນ
ປາໝູມັນ

Date:
ພໍ່ຄ້າລາວ Vs ພໍ່ຄ້່າຈີນ

ຂ້ານ້ອຍສັງເກດເບິ່ງແຕ່ເໜືອຮອດໃຕ້ ແຕ່ຕາເວັນອອກຮອດຕາເວັນຕົກ ເຫັນວ່າຄົນລາວຕັ້ງຮ້ານຄ້າຂາຍບໍ່ວ່າຈະເປີດຮ້ານຂາຍຕໍາໝາກຮຸ່ງ ປີ້ງເອັນ ຮ້ານຂາຍເຄື່ອງຍ່ອຍ ຮ້ານອາຫານ ພັດຕະຄານ ບ້ານພັກ... ຯລຯ, ເຫັນວ່າມີພຽງ 40% ເທົ່ານັ້ນທີ່ປະສົບຜົນສໍາເລັດ. ອາດຈະເປັນຍ້ອນວ່າ:
1. ທຶນນ້ອຍ. ບໍ່ມີປະສົບການ, ບໍ່ມີຄວາມຮູ້ສະເພາະ, ຂາດການໂຄສະນາ.
2. . ຄົນລາວບໍ່ອຸດໜູນກັນ( ຕົ້ນເດືອນເບີກເງິນໃໝ່ໄປກິນເຝີຮ້ານອາໝ໊ວຍ ກາງເດືອນ ທ້າຍເດືອນໄປບົງກິນຮ້ານອີ່ນາຍແດງ)
3. ຂາດການອູ້ມຊູຈາກອໍານາດການປົກຄອງ.
ເຈົ້າເຫັນສາເຫດອື່ນອີກບໍ?

__________________
ຄົນໃຕ້

Date:

ປາໝູມັນ wrote:

ກ່ອນອື່ນຕ້ອງຂໍໂທດທີ່ມີຄຳເຫັນເຫນື່ອງຈາກຄົນໃຕ້ບໍ່ແມ່ນພໍ່ຄ້າ. ແຕ່ຄິດວ່າພໍ່ຄ້າແມ່ຄ້າລາສເປັນຄົນໃຈອ່ອນ, ມັກງ່າຍແລະບໍ່ຄ່ອຍເອົາໃຈລູກຄ້າ. ຖ້າມື້ນີ້ຂາຍໄດ້ຫຼາຍມື້ຫນ້າພັກດື່ມເບັຍລາວເຢັນໆ,ແຕ່ວ່າພໍ່ຄ້າຫວຽດແລະຈີນເຂົາມີ
ຄວາມອົດທົນສູງ,ຕັ້ງໃຈສູງແລະເຮັດທຸກສິ່ງທຸກຢ່າງເທົ່າທີ່ເຮັດໄດ້. ຖ້າເວົ້າເລື້ອງເຄື່ອງຂາຍກໍຂາຍຫມົດທຸກຢ່າງນັບແຕ່ໄມ້
ຈິ້ມແຂ້ວ ຢັນຈົນເຖິງເຮືອລົບພຸ້ນຕົວ. ສະຫຼຸບແລ້ວມັນກໍແລ້ວແຕ່ກົນລະຍຸດຂອງໃຜມັນກໍແລ້ວກັນ.

__________________
Anonymous

Date:

   ຂ້າພະເຈົ້າເຫັນດວ້ຍເດີ້ ນຳຄວາມເຫັນຂ້າງເທິງນັ້ນ ເພາະຕົວຈິງມັນແມ່ນຈັ່ງຊັ້ນແທ້ ເພາະພໍ່ຄ້າຊາວຈີນ ມາກະຈາຍຕົວຢູ່ທົ່ວໝົດເລີຍ ແຕ່ເໜືອຫາໃຕ້ ແຕ່ຕາເວັນອອກ ຫາຕາເວັນຕົກ ເບິ່ງແລ້ວຈັ່ງໜຶ່ງກໍ່ດີ ມັນຈະເປັນການກະຕຸ້ນເຮັດໃຫ້ຄົນລາວມີການຕື່ນຕົວຂຶ້ນຕື່ມ ເພາະຄົນເຂົ້າມາຫຼາຍ ເຮັດໃຫ້ເກີດມີການແຂ່ງຂັນກັນ ຜູ້ຂີ້ຄ້ານກໍ່ຈະເສຍປຽບຜູ້ດຸໝັ່ນ ເພາະປະເທດເຂົາມີປຊາກອນຕັ້ງວ່າ 1.000 ລ້ານຄົນ ຖ້າບໍ່ດຸໝັ່ນກໍ່ຈະເອົາຕົວບໍ່ລອດແທ້ໆ ວ່າບໍ່ທຸກໆທ່ານ.
   ແຕ່ກົງກັນຂ້າມບໍ່ຮູ້ວ່າໃນອະນາຄົດຂ້າງໜ້າມັນຈະມີຜົນກະທົບໃນໄລຍະຍາວບໍ່ກະຕອບບໍ່ໄດ້ ເພາະຄືຮູ້ກັນດີແລ້ວວ່າຖ້າມີຄົນຈີນຢູ່ໃສ ການຄ້າຂາຍຢູ່ແຖບນັ້ນກໍ່ຈະຈະເລີນຮຸ່ງເຮືອງຂຶ້ນ ຖ້າເບິ່ງອີກດ້ານ ບວກມັນກໍ່ຈະເຫັນວ່າມີແຕ່ສິ່ງທີ່ດີໆ ແຕ່ວ່າຖ້າຫຼຽວເບິ່ງດ້ານລົບເດແມ່ນຫຍັງຈະເກີດຂຶ້ນຕໍ່ກັບລູກຫຼານຂອງເຮົາໃນ ອະນາຄົດຂ້າງໜ້າ ມັນກໍ່ໜ້າເປັນຫ່ວງດທ່ານເອີຍ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard