Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວປະຕິເສດລາວ
ສາກມອງ

Date:
ລາວປະຕິເສດລາວ

ໄປຊຸມເບຍກັນມື້ວານນີ້ ມີບັນຫາໜຶ່ງທີ່ບໍ່ເປັນເອກະພາບກັນ. ໝໍໜຶ່ງວ່າ ຖ້າພໍ່ຫລືແມ່ເປັນຄົນຖືສັນຊາດລາວ ຈະໄປເກີດລູກຢູ່ໃສ ລູກຄົນນັ້ນກໍ່ເປັນຄົນລາວ, ມີໝໍໜຶ່ງພັດວ່າບໍ່ແມ່ນຄົນລາວ ເກີດຢູ່ໃສກໍ່ໃຫ້ເປັນຄົນປະເທດນັ້ນ.
ເວົ້າຕາມກົດໝາຍແລ້ວເພິ່ນກໍ່ວ່າເປັນຄົນລາວ ຖ້າພໍ່ແມ່ໄປແຈ້ງການເກີດນໍາສະຖານທູດລາວ, ທ່ານຄິດວ່າແນວໃດ໋?

__________________
Anonymous

Date:

ສາກມອງ wrote:

ຖ້າເດັກເກີດຢູ່ປະເທດໃດກໍພຽງແຕ່ຖືສັນຊາດຂອງປະເທດນັ້ນແຕ່ຈັ່ງໃດກໍ່ຍັງເປັນລູກລາວຫຼານລາວຢູ່

__________________
Anonymous

Date:

ອັນນີ້ມັນຂື້ນກັບກົດຫມາຍຂອງແຕ່ລະປະເທດ,ມັນບໍ່ແມ່ນວ່າ ເກີດຢູ່ປະເທດໃດຈະໄດ້ສັນຊາດແບບອັດຕະໂນມັດ ແມ່ນເປັນໄປບໍ່ໄດ້,ມັນຂື້ນກັບ ແຕ່ລະກໍລະນີ ແລະແຕ່ລະປະເທດໄປ,ຄັນເຂົາໃຫ້ກໍ່ໄດ້ ,ຄັນເຂົາບໍ່ໃຫ້ກໍ່ບໍ່ໄດ້ ,ສະນັ້ນ ມັນຂື້ນກັບເຈົ້າເອງ ຈະປະສັນຊາດເດີມບໍ ຫຼືເອົາສັນຊາດໃຫມ່. ຕົວຢ່າງ ຢູ່ອາເມລິກາ ແມ່ນໄດ້ສັນຊາດໂລດ ຖ້າເກີດລູກ ໃນອະທິປະໄຕຂອງເຂົາ, ແຕ່ຢູ່ ຍີປຸ່ນ ແມ່ນ ບໍ່ໄດ້ເດັດຂາດ.

__________________
Anonymous

Date:

depend on each country constitution , some country give a person the choice when he or she reach 18 year old , which citizen he/she would like to have , but i don't think any country allow dual citizen . if some have it migth be illegal , when they found out .

__________________
ອາທິດອັດສະດົງ

Date:

Anonymous wrote:

ຕາມທີ່ຮູ້ ກົດໝາຍຂອງເມກາເຂົາໃຫ້ຖືສອງສັນຊາດໄດ້ຖ້າວ່າ:
1. ພໍ່ຫລືແມ່ເປັນຄົນເມກາ ແຕ່ລູກໄປເກີດຢູ່ລາວ.
2. ໄດ້ເປັນສັນຊາດລາວຍ້ອນວ່າໄດ້ແຕ່ງງານກັບຄົນລາວ.
3. ໄດ້ສັນຊາດກິຕິມະສັກຈາກລັດຖະບານລາວ.
http://travel.state.gov/travel/cis_pa_tw/cis/cis_1753.html

__________________
Anonymous

Date:

ແລະລັຖບານລາວເພີ່ນຊິຍອມໃຫ້ຖືສອງສັນຊາດບໍ່ລະອາວ.

__________________
Anonymous

Date:

a lot vietnamese and chinese people in lao , they babe shoul be lao .

__________________
ຊ່າງຈອດຄຸ

Date:

Anonymous wrote:

a lot vietnamese and chinese people in lao , they babe shoul be lao .

ຖ້າພໍ່ແມ່ເຂົ້າເມືອງຜິດກົດໝາຍບໍ່ຄວນໃຫ້ເປັນສັນຊາດລາວ.

__________________
Anonymous

Date:

ບໍ່ຕ້ອງຖຽງກັນ ຖ້າພໍ່ຫຼືແມ່ ຜູ້ໃດຜູ້ໜຶ່ງທີ່ເປັນຄົນລາວ ບໍ່ວ່າລູກຈະເກີດມາຢູ່ປະເທດໃດກໍ່ຕາມລູກຜູ້ນັ້ນກໍ່ມີສິດທີ່ຈະຖືສັນຊາດລາວ ແລະ ກໍ່ຍັງມີສິດຖືສັນຊາດຕ່າງປະເທດຕາມພໍ່ຫຼືແມ່
ໃນກໍລະນີທີ່ພໍ່ ແລະ ແມ່ທີ່ເຂົ້າມາປະເທດລາວຜິດກົດໝາຍນັ້ນ ຖ້ຫາກລູກຫັ້ນນະສາມາດເວົ້າ, ຂຽນ ແລະ ອ່ານພາສາລາວໄດ້ລູກຜູ້ນັ້ນກໍ່ມີສິດຖືສັນຊາດລາວ ເນື່ອງຈາກວ່າເດັກນ້ອນປຽບສະເໝືອນຜ້າຂາວ ຫຼື ຄົນບໍລິສຸດ ແຕ່ພໍ່ແມ່ຜູ້ກ່ຽວຈະຕ້ອງໄດ້ມີການຮຽນພາສາລາວໃຫ້ສາມາດເວົ້າ, ອ່ານ ແລະ ຂຽນໄດ້ ແລະ ຈະຕ້ອງຢູ່ລາວຕາມກໍາໜົດປີທີ່ກໍາໜົດໄວ້ໃນກົດໝາຍວ່າດ້ວຍສັນຊາດລາວ (ບໍ່ຈື່ເດີ້ວ່າຈັກປີ)

__________________
ເລດີງ່າງງະ

Date:

ຄືຂ້ອຍລັກຂ້າມຟາກມາເຮັດວຽກຢູ່ໄທແບບຜິດກົດໝາຍຈັ່ງຊີ້, ສົມມຸດວ່າທ້ອງປ່ອງຂຶ້ນມາແລະອອກລູກຢູ່ເມືອງໄທເດ໋ ລັດຖະບານລາວກະຊິໃຫ້ລູກຂ້ອຍຖືສັນຊາດລາວໄດ້ຢູ່ເບາະ? ຕ້ອງປະກອບເອກະສານແນວໃດ໋ລູກຂ້ອຍຈຶ່ງຈະໄດ້ເປັນສັນຊາດລາວ?

__________________
Anonymous

Date:

ເຂົາເອີ້ນວ່າຄົນລາວລາວ ເດີພີ່ນອ້ງ ແຕ່ວ່ງລົງທ້າຍດວ້ຍເຊື້ອສາຍຂອງປະເທດທີ່ພໍ່ ຫຼື ແມ່ ເປັນຢູ່.
ເຊັ່ນ: ຄົນລາວເຊື້ອສາຍຫວຽດນາມ ເປັນຕົ້ນ ເຂົາບໍ່ໄດ້ເອີ້ນວ່າຄົນຫວຽດ ເພາະບໍ່ໄດ້ດຳລົງຊີວິດຢູ່ ປະເທດຫວຽດນາມເປັນຫຼັກ.....
ກະຣຸນາເຂົ້າໃຈຢ່າງຈະແຈ້ງດ້ວຍ..

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard