Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອາຍເຮັດຫຍັງ?
ເຕ້ຍຕື່ນຕົດ

Date:
ອາຍເຮັດຫຍັງ?






__________________
Anonymous

Date:

ກະຊວງສຶກສາທິການຍອມຮັບບັນຫາການປອມແປງ ແລະ ຊື້ຂາຍໃບປະກາສະນີຍະບັດ ຫລື ໃບປະກາດຈົບຊັ້ນເປັນບັນຫາທີ່ມີມູນ ຄວາມຈິງຕາມຫາງສຽງຂອງສັງຄົມ ແຕ່ບໍ່ທັນມີຫລັກຖານຕົວຈິງທີ່ລະອຽດປະຈຸບັນທາງກະຊວງໄດ້ເລ່ງຄົ້ນຄວ້າຫາວິທີແກ້ໄຂ ແລະ ປັບ ປຸງຄືນໃຫມ່ ໂດຍສະເພາະດ້ານນະໂຍບາຍ ແລະ ລະບຽບຫລັກການໃນການຄຸ້ມຄອງໃຫ້ຮັດກຸມ ແລະ ຈະແຈ້ງຂຶ້ນກວ່າເກົ່າ ພ້ອມກັບ ການນຳໃຊ້ລະບົບຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ICT ເຂົ້າມາຊ່ວຍໃນການເກັບ ແລະ ກວດສອບການສອບເສັງຂອງນັກຮຽນນັກ ສຶກສາ.

ໂດຍອີງຕາມບົດລາຍງານຊີ້ແຈງຂອງທ່ານ ດຣ. ພັນຄໍາ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິການຕໍ່ກອງປະຊຸມສະພາ ແຫ່ງຊາດທີ່ຫາກໍ່ຜ່ານພົ້ນໄປໃນເດືອນມິຖຸນາທີ່ຜ່ານມາໃຫ້ຮູ້ວ່າ: ຕໍ່ບັນຫາການປອມແປງ ແລະ ຊື້ຂາຍໃບປະກາສະນີຍະບັດຈົບຊັ້ນ ມ.6 ແລະຈົບບາງຄະນະຂອງມະຫາວິທະຍາໄລແຫ່ງຊາດ ນັ້ນກະຊວງສຶກສາທິການໄດ້ສົມທົບກັບເຈົ້າຫນ້າທີ່ຈາກກະຊວງປ້ອງກັນຄວາມ ສະຫງົບເພື່ອດຳເນີນສືບຫາຂໍ້ມູນຄວາມຈິງ

ຜ່ານຈາກການສືບສວນຕົວຈິງແມ່ນເຫັນມີຄວາມຈິງ ເຊິ່ງສາມາດຈັບ ແລະກັກຕົວຜູ້ຕ້ອງຫາໄດ້ຈຳນວນຫນຶ່ງ ໃນນັ້ນ ມີພະນັກງານ ໃນຂະແຫນງການສຶກສາບາງບຸກຄົນມີສ່ວນຮ່ວມໃນຂະບວນການນີ້ ປະຈຸບັນ ເຈົ້າຫນ້າທີ່ກຳລັງດຳເນີນການຕາມລະບຽບກົດຫມາຍຕໍ່ ພວກກ່ຽວ. ບັນຫາດັ່ງກ່າວນອກຈາກຈະເກີດຈາກຄວາມບໍ່ບໍລິສຸດຕໍ່ຈັນຍາບັນຂອງຄູ ຫລືພະນັກງານສຶກສາບາງຈຳນວນແລ້ວ ອີກສ່ວນ ຫນຶ່ງກໍ່ເກີດມາຈາກວິວັດທະນາການຂອງສັງຄົມທາງດ້ານເຕັກໂນໂລຊີ ແລະອຸປະກອນທີ່ທັນສະໄຫມ ໂດຍສະເພາະການສະແກນ, ອັດ ສຳເນົາ ແລະ ອື່ນໆ.

Source: http://vientianehour.com/eco-social/education



__________________
Anonymous

Date:

no wonder  LAO HIGH OFFICIAL most of them finish or earn in  Dr degree . reality is earn by bribe .

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard