Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຫຍັງໄວໜຸ່ມລາວຈິ່ງບໍ່ມັກອ່ານ?


Member

Status: Offline
Posts: 14
Date:
ເປັນຫຍັງໄວໜຸ່ມລາວຈິ່ງບໍ່ມັກອ່ານ?


ຂ້າພະເຈົ້າຮູ້ສຶກວ່າໄວໜຸ່ມລາວເຮົາຖ້າເວົ້າເຖິງເລື່ອງການອ່ານຂ່າວລາວນີ້ເກືອບວ່າບໍ່ມີໃຜສົນແມ້ນແຕ່ຂ້າພະເຈົ້າເອງ    ຕາມທີ່ຂ້າພະເຈົ້າສັງເກດ  ໝູ່ເພື່ອນອ້າຍນ້ອງນັກສຶກສາຫວຽດນາມທີ່ຮຽນນຳກັນ ທຸກມື້ເຂົາເຈົ້າຈະຕ້ອງເຂົ້າ ອີນເທີເນັດ ເພື່ອອ່ານຂ່າວ ແຕ່ອ້າຍລາວສ່ວນຫຼາຍເຂົ້າ ອືນເທີເນັດ ເພື່ອ ສົນທະນານຳໝູ່ (ແຕ່ການສົນທະນານັ້ນສ່ວນຫຼາຍກໍ່ບໍ່ແມ່ນພາສາລາວ............ແລ້ວ ພາສາລາວເຮົາເດໃຜຊິຂຽນ? ) ຫຼື ບໍ່ກໍ່ ເຂົ້າຫຼິ້ນເກມ......

ຂໍໃຫ້ທຸກທ່ານສະແດງຄວາມຄິດເຫັນນຳດ້ວຍ.....
no


__________________
numlaologo.png kztonline.png
Anonymous

Date:

ດີແລ້ວທີ່ເຈົ້າຄິດໄດ້ ຄົນອ່ານຫຼາຍຈະສະຫຼາດກ່ວາຄົນບໍ່ມັກອ່ານ


__________________
Anonymous

Date:

ຂ້ອຍກະບໍ່ມັກອ່ານ ແຕ່ມັກຟັງ. ສ່ວນຫລາຍຂ້ອຍຈະເຂົ້າໄປຟັງຢູ່ເວັບ RFA, VOA, RFI, SBS, CRI, LNR. ຖ້າຍັງມີເວລາຈຶ່ງເຂົ້າໄປອ່ານຢູ່ເວັບ vientianetimes.org.la
ສ່ວນເວັບ vientianemai.net ເວັບ kpl.org.la ກໍ່ເຂົ້າໄປແວ່ເປັນບາງຄັ້ງບາງຄາວ ເຂົ້າໄປຍາມໃດ໋ກໍ່ເຫັນແຕ່ເພິ່ນເອົາຂ່າວທີ່ຜູ່ນໍາລາວຕ້ອນຮັບແຂກຕ່າງປະເທດແລະຂ່າວດອກໄມ້ມາໃຫ້ອ່ານ.


__________________
Anonymous

Date:

ມີຫຼາຍສາຍເຫດ: ຄວາມສົນໃຈຂອງບຸກຄົນ, ເສດຖະກິດແລະສັງຄົມກໍ່ມີສ່ວນກ່ຽວຂ້ອງແລະນອກຈາກນີ້ກໍແມ່ນ
ຄວາມດຶງດູດຄວາມສົນໃຈຂອງຂ່າວສານຕ່າງໆຂອງປະເທດເຊ່ນ ບົດຂຽນຂ່າວທີ່ຂາດລັກສະນະມະຫາຊົນ ມີແຕ່
ລັກສະການເມືອງຝ່າຍດຽວແລະຫຼາຍໆຢ່າງ ທີ່ຊ້ຳແລ້ວຊ້ຳອີກ ບາງຄັ້ງຂ້າພະເຈົ້າເອງກໍເບື່ອ ກໍເລີຍຊອກຫາອ່ານ
ຂ່າວຂອງຕ່າງປະເທດດີກ່ວາ

__________________
Anonymous

Date:

ເວົ້າເລື່ອງລົມກັນເປັນພາສາອື່ນກະເຮັດໃຫ້ຂ້ອຍຂ້ອຍໃຈຄືກັນ. ໝູ່ຄູ່ທີ່ຂ້ອຍລົມກັບເຂົາຢູ່ຮັດແມວ ຢາຮູ ສະໄກປີ ເຂົາກະມັກໃຊ້ພາສາໄທ ພາສາຄາລະໂອເກ, ບາງຄົນກະບອກວ່າຄັອມເຂົາມີແຕ່ພາສາໄທໄອທີບໍ່ໃຫ້ເອົາຕົວລາວເຂົ້າ ບາງຄົນກະບອກວ່າຢາກຝຶກຊ້ອມພາສາ.

__________________


Member

Status: Offline
Posts: 14
Date:

ຂອບໃຈສຳລັບຄວາມຄິດເຫັນດີໆໆ.........ຂ້າພະເຈົ້າກໍຄິດເຊັ່ນກັນວ່າເລື່ອງນຳສະເໜີຂ່າວນັ້ນມັນມີລັກສະນະມູມດຽວ.........ແຕ່ສຳລັບຂ້າພະເຈົ້າ,ໄວໜຸ່ມລາວຄົນໜຶ່ງ.....ຄິດວ່າເລື່ອງການນຳສະເໜີຂ່າສານນີ້ລັດຖະບານຄວນມີການເປິດກວ້າງຕື່ມ.........ຖ້າບໍ່ເຮັດຈັ່ງຊັ້ນສື່ລາວເຮົາຊິທຽບກັບຕ່າງປະເທດໄດ້ຈັ່ງໃດ.....................<<ນີ້ເປັນພຽງຄວາມຄິດເຫັນສ່ວນຕົວຂອງຂ້າພະເຈົ້າເອງ(ຄົນຕາດຳໆ)>>

__________________
numlaologo.png kztonline.png
Anonymous

Date:

ກະມີຜູ້ມັກອ່ານ ຢູ່ແຕ່ຂ້ອຍຄິດວ່າ ເປັນສ່ວນໜ້ອຍ ສ່ວຍຫລາຍເຂົາກະມັກອ່ານຢູ່ດອກ ແຕ່ອ່ານໃຈກັນ ແລະ ກັນ

__________________
Anonymous

Date:

some can't read

__________________
ຄົນ​ໃຕ້

Date:

ຄົນ​ໃຕ້​ຂໍ​ສະຫນັບສະຫນູນ​ທຸກ​ທ່ານ​ທີ່​ມັກ​ອ່ານຫນັງສື. ການ​ອ່ານຫນັງສື​ເປັນ​ສ່ວນ​ຫນຶ່ງ​ທີ່​ສາມາດ​ຊອກ​ຮູ້​ແລະ​ຊອກ​ຫາ​ຄວາມ​ຮູ້​ດ້ສຍຕົນ​ເອງ. ຖ້າ​ຄົນ​ລາວ​ທຸກ​ຄົນ​ພະຍາຍາມ​ສ້າງ​ຈິດ​ສຳນຶກ​ໃນ​ການ​ອ່ານ, ຟັງ ​ແລະ​ຂຽນ​ແມ່ນ​ຈະ​ຊ່ວຍ​ສ້າງ​ຂີດ​ຄວາມ​ສາມາດ​ດ້ວຍ​ຕົນ​ເອງ​ເດີ. ​ເຖິງ​ວ່າ​ຈະ​ຫນັງ​ດື່ມ​ເບຍ​ແລ້ວ​ຈັບ​ປຶ້ມ​ມາ​ອ່ານ​ຍັງ​ດີກ​ວ່າ​ດື່ມ​ເບຍ​ແລ້ວ​ຈັບ​ຫມາກບູນ​ມີ​ຂ້ວນ​ເດີ
ຊິ​ບອອກ​ໃຫ້.

__________________
Anonymous

Date:

ອ່ານຫລາຍ ສາຍຕາສັ້ນ ສະຫມອງປັ່ນປ່ວນ

__________________
Anonymous

Date:

Anonymous wrote:

ອ່ານຫລາຍ ສາຍຕາສັ້ນ ສະຫມອງປັ່ນປ່ວນ




 ຄັນບໍ່ອ່ານ ເຈົ້າ ກໍຫຼ້າຫຼັງໝູ່ ໂດຍບໍ່ຮູ້ຕົວເຫັນແລ້ວ....

ຮັກອ່ານຫັ້ນແລະ ມັນດີ, ໂດຍສະເພາະອ່ານປື້ມຂອງນັກ ວິຊາການ, ນັກຄົ້ນຄວ້າ, ແຕ່ ຢູ່ ສູ່ອ່ານຫຼາຍ ກ່ຽວ ຈຳພວກ ບໍ່ໄດ້ເລື່ອງ ເຊັ່ນ ຂ່າວ ບັນເທິງ, ຂ່າວ ເຂົາເຊົາກັນ... ຂ່າວ ຄວາມຮັກ...ມັນເສຍເວລາລະລ້າ ໂດຍສະເພາະ ສະໝອງເຮົາມີພຽງ ອັນດຽວ.



__________________
Anonymous

Date:

Maen leo 100% arn neo bor mee panhot kar bor dai eejung dork.

__________________
Anonymous

Date:

ທ່ານ ຄົນໃຕ້, ເວລາທ່ານອອກຄຳເຫັນແຕ່ຣະຄັ້ງ ເຫັນວ່າມີສາຣະໜ້າຮູ້ຫລາຍຢ່າງ ແລະ ເທື່ອນີ້ ກໍ່ເຊັ່ນກັນ, ຂ້ານ້ອຍສົນໃຈຄຳວ່າ: ໝາກບູນ ມີຂັ້ວນ ມັນແມ່ນຫຽັງ? ກະຣຸນາ ອະທິບາຍຄຳສັບ ຊຽງໝ້ຽງ ຄຳນີ້ດ້ວຍ ຈະເປັນ
ພຣະຄຸນ ຢ່າງສູງ.

ຂໍຂອບໃຈ ລ່ວງໜ້າ ທ່ານຄົນໃຕ້ຫລາຍໆ.
ຈາກ:ທ້າວທອງ, ຊາຣາໂຊຕາ, USA.


__________________
Anonymous

Date:

ໄວໝຸ່ມລາວສະໄໝນີ້ ສ່ວນຫຼາຍແລ້ວ ຈະ ສົນໃຈເລື່ອງ Fashion ຫຼາຍກວ່າ. ສັງເກດໄດ້ເລີຍວ່າ ການແຕ່ງໂຕ,ການ ໄຊ້ໂທະລະສັບມືຖື ແລະ ອື່ນໆ. ສີ່ງນີ້ບໍ່ເປັນປະໂຫຍດຫັຍັງ ມີແຕ່ເປືອງເງີນລ້າໆ.ຖ້າເງີນຫາເອງເປັນກາຍັງວ່າໄຄແດ່,ແຕ່ຖ້າແຕ່ຂໍເງີນນໍາພໍ່ແມ່ນີ້ຕີ໊ ປັນຕາອີຕົນເພີ່ນໄດ໋.ໃຫ້ຄິດກັນໃໝ່ເດີຖ້າຢາກໃຫ້ໂຕເອງມີຄວາມຮູ້ ແລະຢາຫໃຫ້ປະເທດເຮົາເອງທັນກັບປະເທດອື່ນໆ.



__________________
Anonymous

Date:

The biggest problem with medias in Laos is choice.  There is nothing being published or broadcasted these days that will lure Lao audiance away from the junk foods that being fed from across the Mekong River.  The government has to liberalize all form of media so that competition, openess, and self-suffieciency will force Lao medias to become attractive to Lao people.

__________________
ຝົນຫຼັງຟ້າ

Date:

Anonymous wrote:

The biggest problem with medias in Laos is choice.  There is nothing being published or broadcasted these days that will lure Lao audiance away from the junk foods that being fed from across the Mekong River.  The government has to liberalize all form of media so that competition, openess, and self-suffieciency will force Lao medias to become attractive to Lao people.





ການທີ່ລັດຖະບານຄອບຄຸມສື່ຕ່າງໆກໍ່ດີຫຼາຍຢ່າງ, ຖ້າເພິ່ນແກ້ໄຂເລື່ອງອອກຂ່າວໃຫ້ທັນເວລາກັບສະພາບການກໍ່ຄົງຈະດີ. ສໍາລັບຂ້ານ້ອຍແລ້ວ ໃສ່ເວັບໜັງສືພິມວຽງຈັນໃໝ່ເປັນໂຮມເພສ ຄິດວ່າອີກບໍ່ດົນເພິ່ນຄົງຈະກໍ່ສ້າງເວັບແລ້ວ, ບໍ່ໄດ້ອ່ານຂ່າວບ້ານເຮົາອາທິດປາຍແລ້ວ ບໍ່ຮູ້ວ່າສະພາບການພັດທະນາບ້ານເຮົາໄປໄກຊ່ໍາໃດ໋ແລ້ວ?




__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard