Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການບິນລາວຈົກເງິນ ຊື້ນົກຍັກ
Anonymous

Date:
ການບິນລາວຈົກເງິນ ຊື້ນົກຍັກ



Lao_Airlines_ART72_Pakxe.jpg

 ຂ່າວ: ຈັນທະຫວິນ


   ການບິນລາວໄດ້ຕັດສິນໃຈຊື້ເຮືອບິນເຂົ້າມາໃຫມ່ອີກ 2 ລຳ ຂະຫນາດ 70 ບ່ອນນັ່ງຈາກຝຣັ່ງ ເພື່ອຮັບໃຊ້ແກ່ການບໍລິການຫວັງ ເອື້ອອຳນວຍຄວາມສະດວກ, ລວມທັງຮອງຮັບບັນດານັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາລາວໃນອະນາຄົດ.


   ໃນວັນທີ 3 ກໍລະກົດ 2010 ຜ່ານມາ ລັດວິສາຫະກິດການບິນລາວໄດ້ເຊັນສັນຍາຊື້ເຮືອບິນໃຫມ່ ຮຸ່ນ ATR 72500 ອີກ 2 ລຳ ກັບບໍລິສັດຜະລິດເຮືອບິນ ATR ຂອງປະເທດຝຣັ່ງໂດຍການຮ່ວມລົງນາມຂອງທ່ານ ດຣ. ສົມພອນ ດວງດາລາ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດການບິນລາວ ແລະ Mr. JACQUES DESBARATS ຮອງປະທານຜູ້ອາວຸໂສຝ່າຍການຄ້າຂອງບໍລິສັດ ATR ປະ ເທດຝຣັ່ງ. ເຊິ່ງກ່ອນຫນ້ານີ້ໃນປີ 2009 ກໍ່ໄດ້ຊື້ເຮືອບິນແບບດຽວກັນເປັນຈຳນວນ 2 ລຳ ເພື່ອໃຫ້ບໍລິການແກ່ຜູ້ ໂດຍສານໃນໄລຍະ ຊີເກມທີ່ ສປປ ລາວເຮົາເປັນເຈົ້າພາບ.


   ລັດວິສາຫະກິດການບິນລາວໄດ້ໃຫ້ຮູ້ວ່າ: ການຊື້ເຮືອບິນ ATR 72500 ຕື່ມອີກ 2 ລຳໃນຄັ້ງນີ້ແມ່ນເປັນໄປຕາມແຜນພັດທະນາ ໂດຍສະເພາະແມ່ນຮັບໃຊ້ໃຫ້ແກ່ວຽກງານການບໍລິການລວມທັງເປັນການເອື້ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະສາມາດ ຮອງຮັບບັນດານັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາທ່ອງທ່ຽວໃນ ສປປ ລາວຫລາຍຂຶ້ນ, ພ້ອມນັ້ນ ກໍ່ເພື່ອເປັນການຕ້ອນຮັບວັນສ້າງຕັ້ງ ນະຄອນຫລວງວຽງຈັນ ຄົບຮອບ 450 ປີທີ່ຈະຈັດຂຶ້ນໃນທ້າຍປີນີ້.


   ຕາມຂໍ້ມູນກ່ອນຫນ້ານີ້ໃຫ້ຮູ້ວ່າ: ການບິນລາວມີເຮືອບິນໃຫ້ບໍລິການທັງສາຍພາຍໃນ ແລະ ຕ່າງປະເທດຈຳນວນ 6 ລຳເຊັ່ນ: AT R 72200 ຈຳນວນ 2 ລຳ ແລະ MA 60 ຈໍານວນ 4 ລໍາ. ທ່່ານ ລາດາ ສູນທອນ ຫົວຫນ້າພະແນກການຄ້າລັດວິສາຫະກິດການ ບິນລາວໃຫ້ຮູ້ວ່າ: ການບິນລາວມີເປົ້າຫມາຍຈະນຳໃຊ້ເຮືອບິນແຈັກ ຂະຫນາດ 90-100 ທີ່ນັ່ງໃນປີ 2011 ແລະ ເມື່ອຮອດປີ 2014 ຈະໃຫ້ມີເຮືອບິນອາຍພົນຂະຫນາດ 150-180 ທີ່ນັ່ງ.


   ເຮືອບິນສອງລຳນີ້ ຖືເປັນລຳທີ່ 3 ແລະ ທີ 4 ຂອງລັດວິສາຫະກິດການບິນລາວ ເຊິ່ງເຮືອບິນລຳທີ 3 ຈະມາເຖິງໃນຕົ້ນເດືອນ ພະຈິກ 2010 ແລະ ລຳທີ 4 ຈະມາພາຍໃນເດືອນທັນວາ 2010 ນີ້.




__________________
kp


Member

Status: Offline
Posts: 8
Date:

Congratulation Long live Lao P D R

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard