Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເບິ່ງ​​ໂທລະທັດຫລາຍ​ສ່ຽງ​ພະຍາດ​ຫົວ​ໃຈ !!!
Anonymous

Date:
ເບິ່ງ​​ໂທລະທັດຫລາຍ​ສ່ຽງ​ພະຍາດ​ຫົວ​ໃຈ !!!




 ມີ​ຜົນ​ວິ​ໄຈ​ຂອງ​ອັງ​ກິດອອກ​ມາ​ເຖິງ​ຜົນ​ຂອງ​ການ​ເບິ່ງ​​ໂທລະທັດ ບອກ​ວ່າ​ທຸກໆ​ ຊົ່ວ​ໂມງ​ທີ່​ເຮົາ​ນັ່ງ​ຕິດ​ໜ້າ​ຈໍ​ຢູ່​ ຈະ​ເຮັດໃຫ້​ເຮົາ​ສ່ຽງ​ການ​ເສຍຊີວິດ​ຈາກ​ພະຍາດ​ຫົວ​ໃຈ​ເພີ່ມ​ຂຶ້ນ 7% ແລະ​ສຳລັບ​ໃຜ​ທີ່​ມັກ​ເບິ່ງ​ຫຼາຍໆ​ ເຖິງ​ຂັ້ນ​ຕິດ ເບິ່ງ 4 ຊົ່ວ​ໂມງ​ຕໍ່​ມື້ ຄວາມ​ສ່ຽງ​ຈະ​ເພີ່ມ​ຂຶ້ນ​ເຖິງ 28 % ​ເປັນຕາ​ຢ້ານ​ສຳ​ສົມຄວນ​ເນາະ.

        ນອກ​ຈາກ​ນີ້​ແລ້ວ ຜົນ​ການ​ວິ​ໄຈ​ຍັງ​​ໃຫ້​ຮູ້​ເພິ່ມເຕິມ​ອີກວ່າ ການ​ເສຍຊີວິດ​ຈາກ​ພະຍາດ​ຫົວ​ໃຈ​ມີ​ຜົນ​ສືບ​ເນື່ອງ​ຈາກ​ການ​ເບິ່ງ​​ໂທລະທັດຫລາຍ​ໄປ​ນັ້ນ​ເອງ ວິທີ​ຫລຸດຜ່ອນ​ຄວາມ​ສ່ຽງ​ກໍ​ຄື ໃຫ້​ເບິ່ງ​ໂທລະທັດ​ມື້​ລະ​ບໍ່​ເກີນ 1 ຊົ່ວ​ໂມງ ເພາະ​ຮ່າງກາຍ​ຂອງ​ມະນຸດ​ບໍ່​ໄດ້​ຖືກ​ອອກ​ແບບ​ມາ​ໃຫ້​ນັ່ງ​ເປັນ​ເວລາ​ດົນ​ໆ ທີ່​ສຳຄັນ​ໃນ​​ໄລຍະ​ບານ​ໂລກ ເບິ່ງ​ຫລາຍ​ກໍ​ຈະ​ເພີ່ມ​ຄວາມ​ສ່ຽງ​ຂຶ້ນ​ໄປ​ເປັນ​ທົບ​ເຄິ່ງ.

        ແລ້ວ​ເຮົາ​ຈະ​ເຮັດ​ໄດ້​ບໍ ​ເບິ່ງ​ໂທລະທັດ​ມື້​ລະ​ໜ້ອຍ​ດຽວ ແຕ່ລະ​ຄອນ​ຫລັງ​ຂ່າວ​ຍັງ​ເກີນ 1 ຊົ່ວ​ໂມງ​ແລ້ວ. ສະ​ນັ້ນ, ​ເຮົາ​ຕ້ອງ​ໃສ່​ໃຈ​ຕົວ​ເອງ​ເພີ່ມ​ຂຶ້ນ ເບິ່ງ​ໂທລະທັດ​ຫຼາຍແຕ່​ຕ້ອງ​ອອກ​ກຳ​ລັງ​ກາຍ​ແລະ​ຫັນ​ມາ​ສົນ​ໃຈ​ເລື່ອງ​ອາຫານ​ທີ່​ມີ​ປະໂຫຍດ​ກໍ​ຄົງ​ພໍ​ຈະ​ຊ່ວຍ​ໄດ້​.


__________________
Anonymous

Date:

ຕາຽບໍ່ຢ້ານ ຢ້ານແຕ່ເຖົ້າ ທ່ານວ່າແນວໄດ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard