Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໃກ້ຈະອອກແລ້ວ
Anonymous

Date:
ໃກ້ຈະອອກແລ້ວ

ເລີ່ມ​ເມື່ອ​ທ້າຍປີ​ທີ່​ແລ້ວ ການ​ກໍ່​ສ້າງ​ອາ​ຄານຕະຫ​ລາດ​ຫລັກ​ຊັບ​ຂອງ​ລາວ ມີ​ຄວາມ​ຄືບ​ໜ້າ​ໄປ​ພໍ​ສົມຄວນ ຄື ສຳເລັດ​ໂດຍ​ລວມ​ເກືອບ 60% ແລະ​ຈະ​ສ້າງ​ໃຫ້​ສຳເລັດ​ກ່ອນ 4 ຊັ້ນ ເພື່ອ​ໃຫ້​ທັນ​ເປີດ​ໃຊ້​ໃນ​ທ້າຍ​ປີ​ນີ້

        ອາ​ຄາ​ນຕະຫ​ລາດ​ຫລັກ​ຊັບ​ແຫ່ງທຳ​ອິດ​ໃນ​ປະຫວັດສາດ​ຂອງ​ລາວ ສ້າງ​ຂຶ້ນ​ທີ່​​ແຄມຖະໜົນ​ກຳ​ແພງ​ເມືອງ (T4) ກົງກັນຂ້າມ​ສູນ​ປະ​ຊຸມ​ແລະ​ສະແດງ​ນິ​ທັດສະ​ການ​ລາວ​ໄອ​ເຕັກ ຊຶ່ງ​ເປັນ​ຍ່ານ​ຮອບ​ນອກ​ຂອງ​ເມືອງ​ຫລວງ ທ່ານ ສົມ​ສະ​ຫວາດ ເລ່ງ​ສະ​ຫວັດ ຮອງ​ນາ​ຍົກຯ ຜູ້​ປະຈຳ​ການ​ລັດຖະບານ ກັບ ທ່ານ ​ພູ​ເພັດ ຄຳ​ພູ​ນວົງ ຜູ້​ວ່າ​ກາ​ນທະ​ນາ​ຄານ​ແຫ່ງ ສປປ ​ລາວ ນຳ​ຄະນະ​ໄປ​ຢ້ຽມ​ຊົມ​ແລະ​ກວດ​ເບິ່ງ​ຄວາມ​ຄືບ​ໜ້າ​ໃນ​ການ​ກໍ່​ສ້າງ ​ເມື່ອ​ທ້າຍ​ອາທິດ​ທີ່​ຜ່ານ​ມາ.

        ຕາມ​ການລາຍ​ງານ​ຂອງ​ຫນັງສື​ພິມ​ວຽງ​ຈັນ​ໃໝ່ ອາ​ຄານ​ຄອນ​ກີດ​ເສີມ​ເຫລັກ 8 ຊັ້ນ​ຫລັງ​ນີ້ ຈະ​ເປັນ​ອາ​ຄານ​ທັນ​ສະໄໝ​ທີ່ສຸດ ມີ​ລະບົບ​ເຕືອນ​ຄວາມ​ປອດ​ໄພ​ຮອບ​ດ້ານ ມີ​ລິ​ບ 5 ​ເຄື່ອງ ມີ​ຂັ້ນ​ໄດ​ເລື່ອນ ກັບ​ສິ່ງ​ອຳ​ນວຍ​ຄວາມສະດວກ​ຕ່າງໆ ໃຊ້​ວັດສະ​ດຸ​ຈາກ​ຕ່າງ​ປະເທດ​ທັງ​ໝົດ.

        ທ່ານ ທອງ​ຫລ້າ ແສງ​ວິ​ໄຊ ຜູ້​ອຳ​ນວຍ​ການ​ບໍລິສັດ ແສງ​ວິ​ໄຊ ຊຶ່ງ​ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ ກ່າວ​ວ່າ 4 ຊັ້ນ​ທຳ​ອິດ​ຈະໃຫ້​ແລ້ວ​ສຳເລັດ​ເພື່ອ​ໃຫ້​ທັນ​ເປີດ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນທີ່ 10 ຕຸລາ ປີ​ນີ້ ເພື່ອ​ຮ່ວມ​ສະເຫລີມ​ສະຫລອງ​ຄົບ​ຮອບ​ປີ​ທີ່ 450 ການ​ກໍ່​ຕັ້ງ​ນະຄອນ​ວຽງ​ຈັນ​ທີ່​ເຫລືອ​ມີ​ກຳນົດ​ແລ້ວ​ສຳເລັດ​ໃນ​ທ້າຍ​ປີ 2011.

__________________
Anonymous

Date:

ເປັນຂ່າວດີຫລາຍ, ບໍ່ຮູ້ວ່າເພິ່ນມີelevator ແລະ handicap access ທີ່ອໍານວຍຄວາມສະດວກໃຫ້ຄົນພິການໄດີຊົມໃຊ້ບໍ່? ເຫັນຕຶກສ້າງໃໝ່ຫລາຍຫລັງມີແຕ່ເຮັດເປັນຂັ້ນໃດ໋ ຄົນທີ່ນັ່ງwheelchairບໍ່ສາມາດເຂົ້າໄປໃນຕຶກອາຄານໄດ້.

__________________
Anonymous

Date:

ຂໍຊະແດງຄວາມຍ້ອງຍໍແລະສັນລະເສິນນຳປະເທດລາວເດີ້, ກ້າວຫຼາຍ smile
ໃຜຮູ້ບໍ່ເມິດທັງມວນຈະມິຈັກຊັ້ນນໍ້?

__________________
Anonymous

Date:

ຫມົດທັງມວນມີ 8 ຊັ້ນ ແຕ່ຈະສ້າງໃຫ້ແລ້ວກ່ອນ 4 ຊັ້ນ ອີກ 4 ຊັ້ນຈະໃຫ້ແລ້ວທີຫລັງ ເຊີນຊອກອ່ານຂ່າວເອົາເອງເດີ

__________________
Anonymous

Date:

Anonymous wrote:

OK, ຂອບໃຈເດີ້smile

__________________
Anonymous

Date:

 where half of the buget go ????? in construction company pocket ? what department of government oversee or audit this project , can gov. say anything ?  

__________________
Anonymous

Date:

Anonymous wrote:

ເລີ່ມ​ເມື່ອ​ທ້າຍປີ​ທີ່​ແລ້ວ ການ​ກໍ່​ສ້າງ​ອາ​ຄານຕະຫ​ລາດ​ຫລັກ​ຊັບ​ຂອງ​ລາວ ມີ​ຄວາມ​ຄືບ​ໜ້າ​ໄປ​ພໍ​ສົມຄວນ ຄື ສຳເລັດ​ໂດຍ​ລວມ​ເກືອບ 60% ແລະ​ຈະ​ສ້າງ​ໃຫ້​ສຳເລັດ​ກ່ອນ 4 ຊັ້ນ ເພື່ອ​ໃຫ້​ທັນ​ເປີດ​ໃຊ້​ໃນ​ທ້າຍ​ປີ​ນີ້

ອາ​ຄາ​ນຕະຫ​ລາດ​ຫລັກ​ຊັບ​ແຫ່ງທຳ​ອິດ​ໃນ​ປະຫວັດສາດ​ຂອງ​ລາວ ສ້າງ​ຂຶ້ນ​ທີ່​​ແຄມຖະໜົນ​ກຳ​ແພງ​ເມືອງ (T4) ກົງກັນຂ້າມ​ສູນ​ປະ​ຊຸມ​ແລະ​ສະແດງ​ນິ​ທັດສະ​ການ​ລາວ​ໄອ​ເຕັກ ຊຶ່ງ​ເປັນ​ຍ່ານ​ຮອບ​ນອກ​ຂອງ​ເມືອງ​ຫລວງ ທ່ານ ສົມ​ສະ​ຫວາດ ເລ່ງ​ສະ​ຫວັດ ຮອງ​ນາ​ຍົກຯ ຜູ້​ປະຈຳ​ການ​ລັດຖະບານ ກັບ ທ່ານ ​ພູ​ເພັດ ຄຳ​ພູ​ນວົງ ຜູ້​ວ່າ​ກາ​ນທະ​ນາ​ຄານ​ແຫ່ງ ສປປ ​ລາວ ນຳ​ຄະນະ​ໄປ​ຢ້ຽມ​ຊົມ​ແລະ​ກວດ​ເບິ່ງ​ຄວາມ​ຄືບ​ໜ້າ​ໃນ​ການ​ກໍ່​ສ້າງ ​ເມື່ອ​ທ້າຍ​ອາທິດ​ທີ່​ຜ່ານ​ມາ.

ຕາມ​ການລາຍ​ງານ​ຂອງ​ຫນັງສື​ພິມ​ວຽງ​ຈັນ​ໃໝ່ ອາ​ຄານ​ຄອນ​ກີດ​ເສີມ​ເຫລັກ 8 ຊັ້ນ​ຫລັງ​ນີ້ ຈະ​ເປັນ​ອາ​ຄານ​ທັນ​ສະໄໝ​ທີ່ສຸດ ມີ​ລະບົບ​ເຕືອນ​ຄວາມ​ປອດ​ໄພ​ຮອບ​ດ້ານ ມີ​ລິ​ບ 5 ​ເຄື່ອງ ມີ​ຂັ້ນ​ໄດ​ເລື່ອນ ກັບ​ສິ່ງ​ອຳ​ນວຍ​ຄວາມສະດວກ​ຕ່າງໆ ໃຊ້​ວັດສະ​ດຸ​ຈາກ​ຕ່າງ​ປະເທດ​ທັງ​ໝົດ.

ທ່ານ ທອງ​ຫລ້າ ແສງ​ວິ​ໄຊ ຜູ້​ອຳ​ນວຍ​ການ​ບໍລິສັດ ແສງ​ວິ​ໄຊ ຊຶ່ງ​ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ ກ່າວ​ວ່າ 4 ຊັ້ນ​ທຳ​ອິດ​ຈະໃຫ້​ແລ້ວ​ສຳເລັດ​ເພື່ອ​ໃຫ້​ທັນ​ເປີດ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນທີ່ 10 ຕຸລາ ປີ​ນີ້ ເພື່ອ​ຮ່ວມ​ສະເຫລີມ​ສະຫລອງ​ຄົບ​ຮອບ​ປີ​ທີ່ 450 ການ​ກໍ່​ຕັ້ງ​ນະຄອນ​ວຽງ​ຈັນ​ທີ່​ເຫລືອ​ມີ​ກຳນົດ​ແລ້ວ​ສຳເລັດ​ໃນ​ທ້າຍ​ປີ 2011.

ເອົາແຕ່ຜູ້ຊິເວົ້າ?  ( ໃກ້ຈະອອກແລ້ວ ) ທຳອິດຄຶດວ່າມີຄົນໃກ້ຈະອອກລູກຫຼື
ອອກລ້າອອກການພຸ້ນນ່າ?
ຄວນຂຽນວ່າ (ໃກ້ຈະເປິດແລ້ວ)ກະບໍ່ນໍ້?

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard