Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລັດຖະບານ ສັ່ງໂຈະແລ້ວ !!!
Anonymous

Date:
ລັດຖະບານ ສັ່ງໂຈະແລ້ວ !!!



IMG_6087.jpg

 ຂ່າວ: ຈັນທະຫວິນ


   ພາຍຫລັງທີ່ລັດຖະບານໄດ້ມີນະໂຍບາຍເປີດໃຫ້ບໍລິສັດທັງພາຍໃນ ແລະ ຕ່າງປະເທດເຂົ້າມາສຳຫລວດ ແລະຂຸດຄົ້ນແຮ່ທາດໃນ ຫລາຍໂຄງການ ເຊິ່ງບາງໂຄງການສົ່ງຜົນກະທົບຕໍ່ປະໂຫຍດຂອງປະຊາຊົນລວມເຖິງສິ່ງແວດລ້ອມ.ດັ່ງນັ້ນລັດຖະບານຈິ່ງໄດ້ແກ້ໄຂ ດ້ວຍວິທີການໄກ່ເກ່ຍ, ສຶກສາອົບຮົມ ແລະຖອນສິດໃນບາງໂຄງການ; ປະຈຸບັນໄດ້ມີການສັ່ງໂຈະການໃຫ້ອະນຸມັດຊອກຄົ້ນສຳຫລວດ ແຮ່ທາດທຸກໂຄງການທີ່ມີຂຶ້ນໃຫມ່.


none;text-autospace:none;vertical-align:middle">   ທ່ານ ສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານແລະບໍ່ແຮ່ໄດ້ຂຶ້ນຊີ້ແຈງຕໍ່ຂໍ້ຊັກຖາມເພື່ອໄຂຂໍ້ຂ້ອງໃຈຂອງຫລາຍ ພາກສ່ວນໃນກອງປະຊຸມສະພາໃນມື້ວານວ່າ: ປະຈຸບັນ ໄດ້ມີບໍລິສັດລົງທຶນດ້ານບໍ່ແຮ່ທັງຫມົດ ຈຳນວນ 154 ບໍລິສັດ (268 ກິດຈະ ການ); ໃນນີ້ ເປັນບໍລິສັດຕ່າງປະເທດຈຳນວນ 118 ບໍລິສັດ (185 ກິດຈະການ), ບໍລິສັດພາຍໃນມີ 36 ບໍລິສັດ (83 ກິດຈະການ). ແຕ່ປະຈຸບັນລັດຖະບານໄດ້ໂຈະການອະນຸມັດສັນຍາຊອກຄົ້ນສຳຫລວດແຮ່ທາດອັນໃຫມ່ ໂດຍໄດ້ມອບໃຫ້ຂະແຫນງການທີ່ກ່ຽວຂ້ອງ ກວດກາປະເມີນຜົນບັນດາກິດຈະການລົງທຶນດ້ານບໍ່ແຮ່ໃນທົ່ວປະເທດ. ຜ່ານການກວດກາປະເມີນຜົນເຫັນວ່າປະມານ 30% ຂອງບໍລິ ສັດຈະຕ້ອງໄດ້ມີການກ່າວເຕືອນ ແລະ ອີກ 16 ກິດຈະການແມ່ນໄດ້ຖືກໂຈະ ແລະ ຍົກເລີກສິດສຳປະທານ.

none;text-autospace:none;vertical-align:middle">   ສ່ວນການແກ້ໄຂບັນຫາກະທົບຕໍ່ຜົນປະໂຫຍດຂອງປະຊາຊົນເປັນຕົ້ນໃນເລື່ອງສິດນຳໃຊ້ທີ່ດິນນັ້ນ, ທ່ານ ສຸລິວົງ ດາລາວົງ ກ່າວ ວ່າ: ຜ່ານມາກໍ່ມີການແກ້ໄຂ ໂດຍປະສານງານກັບຜູ້ລົງທຶນ, ອົງການປົກຄອງທ້ອງຖິ່ນ ແລະ ຂະແຫນງການກ່ຽວຂ້ອງດ້ວຍການໄກ່ ເກ່ຍ ແລະ ເວັນຄືນການນຳໃຊ້ດິນຂອງຜູ້ລົງທຶນກັບເຈົ້າຂອງດິນເນື່ອງຈາກບໍ່ສາມາດຍ້າຍໄປບ່ອນອື່ນໄດ້ ແຕ່ຜ່ານມາການໄກ່ເກ່ຍກໍ່ ຍັງມີລັກສະນະຍືດເຍື້ອ, ບາງກໍລະນີກໍ່ຜ່ານພົ້ນໄປດ້ວຍດີ ແລະ ບາງກໍ່ລະນີກໍ່ມີລັກສະນະສັບສົນ, ແຕ່ປະຊາຊົນສ່ວນຫລາຍແມ່ນໄດ້ ຮັບການຊົດເຊີຍ ແລະ ໄດ້ຮັບຄ່າທົດແທນຄືນໂດຍການປະເມີນມູນຄ່າຜົນເສຍຫາຍຕາມຕົວຈິງ.

none;text-autospace:none;vertical-align:middle">   ສ່ວນການຂຸດຄົ້ນຄຳຕົກຂ້ອນຕາມແມ່ນ້ຳລຳເຊນັ້ນ ທ່ານລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່ຊີ້ວ່າ: ໄດ້ແກ້ໄຂດ້ວຍ ວິທີສຶກສາອົບຮົມ ແລະ ອະທິບາຍໃຫ້ພາກສ່ວນກ່ຽວຂ້ອງເຫັນເຖິງຄວາມອັນຕະລາຍ ພ້ອມທັງໄດ້ທຳການປົວແປງອະນາໄມສິ່ງເສດ ເຫລືອຈາກການນຳໃຊ້ເຄມີເຮັດໃຫ້ສິ້ນເປືອງຫລາຍພໍສົມຄວນ.

none;text-autospace:none;vertical-align:middle">   ປະຈຸບັນ ລັດຖະບານກໍ່ໄດ້ສັ່ງໂຈະກິດຈະການຂອງບໍລິສັດທີ່ໄດ້ຮັບອະນຸມັດຈາກກົມກອງທ້ອງຖິ່ນໃຫ້ເຂົ້າຂຸດຄົ້ນຄຳຕົກຂ້ອນດ້ວຍ ເຄື່ອງກົນຈັກ ເຊິ່ງສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແຕ່ບໍ່ມີສັນຍາສຳປະທານນຳລັດຖະບານ.

none;text-autospace:none;vertical-align:middle">   ສຳລັບມາດຕະການແກ້ໄຂໄລຍະຍາວ, ທ່ານສຸລິວົງ ດາລາວົງ ເນັ້ນວ່າ: ທາງຂະແຫນງການກຳລັງດຳເນີນການສ້າງນິຕິກຳ, ຜັນ ຂະຫຍາຍກົດຫມາຍ ວ່າດ້ວຍແຮ່ທາດໃນສ່ວນການຂຸດຄົ້ນບໍ່ແຮ່ຂະຫນາດນ້ອຍແລະຫັດຖະກຳ; ລວມທັງກຳນົດສິດ, ຫນ້າທີ່ ແລະລະ ບຽບການອັນລະອຽດໃນວຽກງານດັ່ງກ່າວ, ພ້ອມນັ້ນ ຈະສຶບຕໍ່ຍາດແຍ່ງການຊ່ວຍເຫລືອຈາກສາກົນ ເພື່ອສ້າງເປັນໂຄງການນຳໃຊ້ກິດ ຈະການຂຸດຄົ້ນບໍ່ແຮ່ຂະຫນາດນ້ອຍ ແລະ ຫັດຖະກຳຕິດພັນກັບການພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກຂອງປະຊາຊົນ ບັນດາເຜົ່າ.

ECOM

__________________
Anonymous

Date:

ຄຳສັ່ງຈາກຂັ້ນເທິງຊາມຊິມາຮອດຂັ້ນລຸ່ມໃຊ້ເວລາຫລາຍປີແທ້ເນີ !

__________________
Anonymous

Date:

ຂັ້ນເທິງເປັນຜູ້ວາງ ຂັ້ນກາງປະຊຸມ ຂັ້ນລຸ່ມເຮັດນຳບໍ່ທັນ !!!!!

ເຈັງແທ້ໆໆໆໆໆ

__________________
Anonymous

Date:

What is  Kai Kia mean ?? Anybody please translate for me .

__________________


Veteran Member

Status: Offline
Posts: 88
Date:

Anonymous wrote:

What is  Kai Kia mean ?? Anybody please translate for me .



KaiKia means Negotiate or more correct are: Mediate and Reconcile biggrinbiggrinbiggrin

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard