Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການປູກຕົ້ນຢາງພາລາໃນປະເທດລາວເປັນແນວໄດ ?
ຕົ້ນໄມ້

Date:
ການປູກຕົ້ນຢາງພາລາໃນປະເທດລາວເປັນແນວໄດ ?


ການປູກຕົ້ນຢາງພາລາບໍ່ຮູ້ວ່າມັນດີບ່ອນໄດ ແລະ ເສຍບ່ອນໄດ  ແຕ່ຕາມທີ່ຮູ້ມາເຫຼັກໆນ້ອຍໆ ແມ່ນມີຜົນດີຫຼາຍຖ້າປູກໃສ່ດີນ
ປອກໂລນຫຼືດີນວ່າງ   ແຕ່ຖ້າທຳລາຍປ່າໄມ້ຕຶບໜາ ແລ້ວມາປູກມັນກະຊິມີຜົນແນວໄດ   ຢູ່ແຂວງອັດຕະປື ມີການອະນຸຍາດ
ປູກຕົ້ນຢາງພາລາໄປແລ້ວປະມານ 16.000 ເຮັກຕາ ຢູ່ແຂວງທ່ານແດຫຼາຍປານໄດ  ມີບັນຫາຫຍັງບໍ່

__________________
Anonymous

Date:

ກົດນີ້ເພື່ອອ່ານການສຶກສາຄົ້ນຄ້ວາຜົນໄດ້ແລະຜົນເສັຍຂອງການປູກຕົ້ນຢາງພາລາ

__________________
Anonymous

Date:

ຕົ້ນໄມ້ wrote:

ການປູກຕົ້ນຢາງພາລາບໍ່ຮູ້ວ່າມັນດີບ່ອນໄດ ແລະ ເສຍບ່ອນໄດ  ແຕ່ຕາມທີ່ຮູ້ມາເຫຼັກໆນ້ອຍໆ ແມ່ນມີຜົນດີຫຼາຍຖ້າປູກໃສ່ດີນ
ປອກໂລນຫຼືດີນວ່າງ   ແຕ່ຖ້າທຳລາຍປ່າໄມ້ຕຶບໜາ ແລ້ວມາປູກມັນກະຊິມີຜົນແນວໄດ   ຢູ່ແຂວງອັດຕະປື ມີການອະນຸຍາດ
ປູກຕົ້ນຢາງພາລາໄປແລ້ວປະມານ 16.000 ເຮັກຕາ ຢູ່ແຂວງທ່ານແດຫຼາຍປານໄດ  ມີບັນຫາຫຍັງບໍ່



ປູກຕົ້ນໄມ້ມີຜົນດີຫຼາຍຢ່າງ ເຮັດໃຫ້ໂລກຮົມເຢັນ ໂລກບໍຮ້ອນ ເພາະໂລກຕ້ອງການທັມມະຊາດຫຼາຍ ຕ້ອງການ ອອກຊີເຈນ ອາກາດສົດ

ຕົ້ນໄມ້ຊອຍຟອກອາກາດໃຫ້ສະອາດ ຕົ້ນໄມ້ເຮັດໃຫ້ມີຄວາມສົມມະດຸນທາງທັມມະຊາດ  ມີຝົນຕົກຖືກຕ້ອງຕາມລະດູການ

ຕົ້ນໄມ້ຊອຍຍຶດດີນບໍໃຫ້ດີນໄຫຼໄປລວມບອນໃດບອນນືງ ບໍໃຫ້ເປັນທະເລດິນຊາຍ ບໍໃຫ້ດິນພູໄຫຼລົງມາທັບຄົນ ບໍໃຫ້ດິນໄຫຼລົງຖົມຄອງນ້ຳ

ຕົ້ນໄມ້ຊອຍຊະລໍການໄຫຼຂອງນ້ຳ  ຊອຍກັກເກັບນ້ຳໄວ້ໃຕ້ດິນ ເຮັດໃຫ້ດິນຊຸມເຍັນຕະລອດ

ຕົ້ນໄມ້ຍັງເປັນອາຫານຄົນແລະສັດ ແລະເປັນອຸດສາຫະກັມປຸງແຕ່ງ ສາຮະພັດປະໂຍຊ ພັນລະນາບໍໝົດ.........

           ເວລານີ້ໂລກຂາດຄວາມສົມດູນທາງທັມມະຊາດ ມີຄົນຫຼາຍເພີມຂື້ນ ບ້ານເມືອງເພີມຂື້ນ ໂຮງງານເພີມຂື້ນ

ແຕ່ທັມມະຊາດບໍເພີມ ມີແຕ່ລຸດລົງ ແລະຖືກທຳລາຍ 

            ສຳລັບຄຳຖາມກຽວກັບຕົ້ນຢາງພາລາ ມີຂໍດີ ເປັນຕົ້ນໄມ້ອຸດສາຫະກັມ ໄມ້ໃຫຍ່ໄວ ມີນ້ຳຢາງພາຮາ ໃຊ້ເຮັດຢາງຕີນຮົຖ

ແລະຢາງພາສະຕິກ ທົວໄປ/ ລຳຕົ້ນໄມ້ຢາງພາຮາ ເປັນເຟີນິເຈີ ແລະ ເຄືອງຫຼີ້ນເດັກນ້ອຍ ອຸປກອນການສຶກສາ/ ໃບຂອງຕົ້ນຢາງພາຮາ

ເປັນປຸຍຊີວະພາບ

           ຂໍເສັຍຂອງຕົ້ນໄມ້ຢາງພາຮາ ເຮັດໃຫ້ດິນຈືດ ດີນບໍດີ ຄຸນນະພາບດີນຕຳ ມັນດູດກິນອາຫາຮດີນ- ປຸຍໃນດິນ ໝົດ

ຄວນໄປປູກບອນທີ ດິນ່ວາງ ດີນບໍງາມ ແລະ ປູກພຶດ ອືນ ໆ ສະລັບ ກັບຕົ້ນຢ່າງພາຮາ ພຶດພວກໃຫ້ປຸຍ ໃຫ້ອາຫານ ແກ່ດີນ ເຊັນ

 ຕົ້ນຖົວທຸກປະເພດ ທຸກຊະນິດ / ບາງປະເທສ ພວກເຂົາ ປູກ ໝາກສາລີ ແລະປູກ ໝາກຖົວຂຽວ ສະລັບກັນ ແຕ່ລະປີ  ເພືອຮັກສາ

ຄຸນນະພາບດີນ ໂດຍ ບໍສາໃສປຸຍເຄມີ /ຕົ້ນ ຢູຄາລິບຕັດ ກໍມີລັກສະນະຄ້າຍຄືກັນ ......

ມີຕ່າງປະເທສມາລົງທືນໃນລາວປູກຕົ້ນຢູຄາລິບຕັດ ເພືອ ຜະລິດເຈັຍປື້ມຂີດຂຽນ ແລະປູກຕົ້ນຢາງພາຮາ ເພືອຜະລິດຢາງຕີນຮົຖ

ມີຂໍ້ດີລາວໄດ້ເງີນພາສີເຂົ້າຄັງຫຼວງ ເພືອພັທນາປະເທສ ຄົນລາວມີວຽກເຮັດງານທຳ ມີຮາຍໄດ້ຄ່າຈ້າງ ຄົນລາວບໍໜີອອກນອກປະເທສ

ເພຶອໄປທຳງານຮັບຈ້າງ /ປະເທສລາວຈະມີໂຮງງານຜະລິດຢາງຕີນຮົຖ ໂຮງງານພາສະຕິກ ກຽວກັບຢາງທຸກຢ່າງ ເພືອໃຊ້ພາຍໃນປະເທສ ແລະສົງອອກຂາຍທົວໂລກ ນຳເງີນນອກເຂົ້າດຶງດູດເງີນນອກມາມູນວຽນ ແລະປະເທສລາວຈະມີໂຮງງານຜະລິດເຈັຍປື້ມ ມີຜົປະໂຍຊເຊັນດຽວກັນ ກັບ ໂຮງງານຢາງພາຮາ

      ແຕ່ວ່າຄົນລາວຕ້ອງສະລາດກວ່ານາຍທຶນຕ່າງຊາດ ທີມາຫວັງເອົາປຽບ ຫວັງເອົາທຶນກຳໄລແລ້ວໜີ ປະປັນຫາໃວ້ໃຫ້ຄົນລາວ
ເຊັນມາປັນຮາຄາທີດີນ ໄດ້ຮາຄາດີ ຮາຄາສູງແລ້ວຂາຍກິນກຳໄລ / ເຮັດໃຫ້ ດີນນາ ດີນກາຮກະເສດເສັຍຄຸນນະພາບ
ໂຮງງານເກົາ ໆ ບໍມີຄຸນນະພາບມາຕຕະຖານສາກົນ ມີມົນລະພີດ ມົນລະພາວະ ປອຍນ້ຳເຄມີອອກມາໃສຊາວບ້ານ  ສັດລ້ຽງຕາຍ ເຂົ້ານາ
ຕາຍ ຄົນຕາຍ ມີໂຮກຕິດຕໍ

ຕ່າງປະເທສ ນາຍທຶນບາງຄົນກໍບໍມີຄຸນນະທັມ ເຊັນ ເອົາໂຮງງານເກົາມາໃຫ້ປະເທສລາວ ບໍໄດ້ມາດຕະຖານສາກົນ ໂຮງງານປົດປະຈຳການ ແລ້ວ ໂຮງງານໝົດອາຍຸການໃຊ້ງານແລ້ວ ປະເທສອືນເຂົາບໍຕ້ອງການແລ້ວ /ເຊັນມີຂ່າວ ໂຮງງານຫຼອມເຫຼັກ ໃນເຂດເມືອງໄຊທານີ
ປອຍເຄມີອອກມາ ມີຄວາຍ ງົວ ສັດລ້ຽງ ຕາຍ ເກືອບ 100 ໂຕ ປະຊາຊົນເປັນໂຮຄທາງເດີນຫາຍໃຈ ຈາກລາວສະຕາທີວີ ຂ່າວ

ຈາກ ຄົນລາວທີຫວັງດີຕໍ່ປະເທສຊາດ ຂອງລາວ 



__________________
Anonymous

Date:

ສ່ວນຫຼາຍຢູ່ບ້ານຂ້ອຍ(ທາງພາກໄຕ້)ເຫັນເພີນປຸກເບີກເນື້ອທີ່ປ່າເພື່ອປູກຢາງພາລາ   ແລະ ເອົາກຳມະກອນ ຄົນລາວກໍ່ສ່ວນໜ້ອຍ
ເພີນວ່າຄົນລາວເຮັດບໍ່ໄດ້  ແລ້ວເພີນກໍ່ຂໍນຳເຂົ້າກຳມະກອນແຕ່ປະເທດເພີນເອງ  ນີ້ບໍ? ຄົນລາວຕ້ອງມີວຽກເຮັດງານທຳ ຢ້ານແຕ່ວ່າຄົນລາວຊິຖຶກຕີນທຳຫັນຕິ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard