Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສັດລ້ຽງຫລຸລູກ
Sandisk

Date:
ສັດລ້ຽງຫລຸລູກ


ງົວ ຄວາຍຢູ່ເມືອງໄຊຍະບຸລີ ແຂວງສະຫວັນນະເຂດບໍ່ສາມາດອອກແມ່ແພ່ລູກໄດ້ເພາະສັດເຫລົ່ານີ້ມັກຫລຸລູກ. ເຫດການນີ້ເກີດຂຶ້ນຫລັງຈາກມີການການປູກອ້ອຍແລະຕັ້ງໂຮງງານນ້ຳຕານເປັນຕົ້ນມາ. ອາດຈະເປັນຍ້ອນສານເຄມີຂ້າຫຍ້າ ແຕ່ທາງບໍລິສັດປະຕິເສດ, ໃຜຈະຮັບຜິດຊອບຄວາມເສັຍຫາຍຂອງຊາວບ້ານ?

__________________
Anonymous

Date:

ຂ້ອຍໄດ້ຍິນເພິ່ນສົນທະນາກັນໃນສະພາຢູ່
ທີ່ຈິງແລ້ວ ຂ້ອຍຄິດວ່າລັດທະບານ ຈະຕ້ອງເອົາຈິງເອົາຈັງ
ກັບເລື້ອງນີ້ຫຼາຍຂຶ້ນ ໂດຍອາດຈ້າງໜ່ວຍງານແກ້ໄຂປັນຫາ
ສິ່ງແວດລ້ອມເຂົ້າໄປກວດສອບ ເພື່ອໃຫ້ຮູ້ຜົນໂດຍໄວ
ເພາະມັນອາດມີຜົນໄປໃສ່ຄົນ ອາດເຮັດໃຫ້ຄົນລຸລູກໄດ້ຄືກັນ



__________________
Anonymous

Date:

Anonymous wrote:

ຂ້ອຍໄດ້ຍິນເພິ່ນສົນທະນາກັນໃນສະພາຢູ່
ທີ່ຈິງແລ້ວ ຂ້ອຍຄິດວ່າລັດທະບານ ຈະຕ້ອງເອົາຈິງເອົາຈັງ
ກັບເລື້ອງນີ້ຫຼາຍຂຶ້ນ ໂດຍອາດຈ້າງໜ່ວຍງານແກ້ໄຂປັນຫາ
ສິ່ງແວດລ້ອມເຂົ້າໄປກວດສອບ ເພື່ອໃຫ້ຮູ້ຜົນໂດຍໄວ
ເພາະມັນອາດມີຜົນໄປໃສ່ຄົນ ອາດເຮັດໃຫ້ຄົນລຸລູກໄດ້ຄືກັນ





ຖ້າຄົນເອົາຊີ້ນສັດໂຕນັ້ນໄປກິນມັນກໍ່ເປັນແທ້. ເມື່ອ15ປີກ່ອນ, ຢູ່ເມືອງ Visalia ຣັດ California ໄດ້ໄປຊື້ໝູຜູ້ທີ່ຫາກໍ່ສັກຢາanti-GnRF (ຢາຕ້ານກິ່ນ)ມາຂ້າກິນ. ຫລັງຈາກກິນໝູໂຕນັ້ນແລ້ວປະມານສອງອາທິດ ພວກຜູ່ຊາຍຫລາຍຄົນຮູ້ສຶກວ່າຕົນເອງບໍ່ມີຄວາມຮູ້ສຶກທາງເພດ ຈົນເຂົາເຈົ້າໄດ້ພາກັນໄປຫາໝໍ.

__________________
Anonymous

Date:

ຢາຂ້າຫຍ້າທີ່ມີສ່ວນປະສົມຂອງທາດ Altrazine ຖ້າໃຊ້ບໍ່ຖືກວິທີຈະມີຜົນກະທົບຕໍ່ສະພາບແວດລ້ອມແລະສັດຢ່າງຮ້າຍແຮງ. ນັກລົງທຶນຄວນເອົາໃຈໃສ່ຕື່ມເລື່ອງວິທີການໃຊ້ສານເຄມີຊະນິດນີ້ ຢູ່ທະວີບຢູໂຣບເຂົາຫ້າມບໍ່ໃຫ້ໃຊ້ຢາຂ້າຫຍ້າທີ່ມີສານອັນຕຣາຊິນມາ5-6ປີແລ້ວ ແຕ່ຢູ່ທະວີບອາເມຣິກາຍັງໃຫ້ໃຊ້ຢູ່.
http://www.atsdr.cdc.gov/toxprofiles/tp153.html#bookmark10


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard