Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນພິການລາວ
ກິຂາວ

Date:
ຄົນພິການລາວ


ນີ້ແມ່ນຄວາມຮູ້ສຶກສ່ວນເລິກຂອງຄົນພິການຕໍ່ສັງຄົມປັດຈຸບັນ.
http://www.ldpalaos.org/images/Xiengkhoang.mp3
http://www.ldpalaos.org/images/ChanpassakEmp.mp3



__________________
Anonymous

Date:

ຄົນພິການຢູ່ຕ່າງປະເທດມີສິດທິພິເສດແລະໄດ້ຮັບຄວາມສະດວກໃນທຸກດ້ານ. ຕົວຢ່າງ: ຊື້ປີ້ເຂົ້າເບິ່ງແຂ່ງຂັນເຕະບານໂລກໃນລາຄາຖືກແຕ່ໄດ້ນັ່ງຢູ່ແຖວໜ້າ.

http://www.fifa.com/worldcup/organisation/ticketing/pricesandmatches.html


__________________
Anonymous

Date:

Anonymous wrote:

ຄົນພິການຢູ່ຕ່າງປະເທດມີສິດທິພິເສດແລະໄດ້ຮັບຄວາມສະດວກໃນທຸກດ້ານ. ຕົວຢ່າງ: ຊື້ປີ້ເຂົ້າເບິ່ງແຂ່ງຂັນເຕະບານໂລກໃນລາຄາຖືກແຕ່ໄດ້ນັ່ງຢູ່ແຖວໜ້າ.

http://www.fifa.com/worldcup/organisation/ticketing/pricesandmatches.html



ຂະນ້ອຍເຫັນໃຈນຳບັນດາຄົນພິກາຮໃນໂລກ ແລະ ໃນປະເທສລາວເຮົາ

ຖ້າເວົ້າເຖີງຕ່າງປະເທສ ຄົນພິກາຮໃນເວລານີ້ໄດ້ຮັບສິດພິເສດຫຼາຍຢ່າງ ແລະຍັງເປັນຕົວຢ່າງໃຫ້ປະເທສອືນ ໆ ເອົາແບບຢ່າງອີກ

ເຊັນໃນ ປະເທສພັທນາແລ້ວ  ກຸມ ສະແກນດີແນແວ ປະເທສສະວິເດັນ ປະເທສເດັນມາກ ປະເທສນໍເວ ປະເທສເນເທີແລນ

ປະເທສຟີນແລນ  ກາຮບໍຮິກາຮສັງຄົມຂອງປະເທສເຂົາດີຫຼາຍ ຫຼາຍປະເທສໃນໂລກ ພະຍາຍາມຢາກເປັນຄືປະເທສເຂົາເຫຼົ່ານັ້ນ


       ແຕ່ກ່ອນເຂົາຈະໄດ້ສິດພິເສດແນວນັ້ນກໍຜ່ານອຸປສັກມາມາກມາຍກາຍກອງ  ເຊັນກາຮຮວມຕົວຂອງກຸມຄົນພິກາຮ ສະແດງ

ຄວາມຮູ້ ຄວາມສາມາດໃຫ້ສັງຄົມຍອມຮັບ ວ່າພິການແຕ່ຮ່າງກາຍບາງສ່ວນເທົານັ້ນ ໃຈບໍພິກາຮ  ບໍໄດ້ເປັັນຄົນເສັຍທາດຂາດຄຸນ

ຍັງມີປະໂຍຊແກ່ສັງຄົມຢູ ເຊັນ ເຮົາເຄີຍເຫັນຄົນພິກາຮແຂງຂັ້ນກິລາ ລະດັບ ໂອລິມປິກ  ຄົນພິກາຮຮຽນຈົບດອກເຕີ ຄົນຕາບອດຮຽນ

ໜັງສືຈົບດອກເຕີ

        ຄົນພິການຢູ່ຕ່າງປະເທສ ຈຳນວນນຶງເຄິຍເຮັດການມາແລ້ວ ຈຶງເກິດພິການພາຍຫຼັງ ເຂົາກໍອາໃສໃຊ້ເງີນ ຫຼືກິນເງີນ ໂຊໂຊ

ເງີນປະກັນສັງຄົມຂອງເຂົາເອງ ເງີນບຳເນດ ເງີນບຳນານ ຈຶງບໍເປັນພາຮະຂອງຮັຖບານ

        ສຳລັບປະເທສລາວເຮົາ ຮັຖບາລບໍໄດ້ປະຖີ້ມຄົນພິກາຮ ແຕ່ຮັຖບາລຍັງບໍມີເງີນທຶນຫຼາຍ ງົບປະມານບໍພຽງພໍ

ຄົນພິກາຮຕ້ອງອາໃສໂຕເອງໄປກ່ອນ 75 % ຕໍສູ້ຊີວິຕ ເທົາທີຈະທຳໄດ້ ບໍຢູຊື ໆ  ຫາວຽກເຮັດງານທຳທີເໝາະສົມກັບໂຕເຮົາເອງ

ບໍງໍຕິນງໍມື ບໍຫວັງຄວາມຊວຍເຫຼືອ 100 %  ອາໃສມູນນິທິຄົນພິກາຮຂອງຮັຖ ແລະຂອງເອກະຊົນ 


         ລໍຖ້າໃຫ້ປະເທສລາວພົ້ນຄວາມດ້ອຍພັທນາ ປີ 2020  ຖ້າຍັງມີຊີວິຕຢູ ຈືງມາເວົ້າປຶກສາຫາຊອງທາງຊອຍຄົນພິການອີກຄັ້ງ

ຄິດວ່າພໍເຖິງເວລານັ້ນປະເທສລາວຄົງຈະມີເງີນໃນຄລັງຫຼວງ ເງີນຄລັງສຳຮອງພັທນາປະເທສຫຼາຍພໍສົມຄວນ

           ຈາກ ລາວຮັກຊາຕລາວ 




ໜັງສື ຄົນຕາບອດ ເປັນຮັຖມົນຕຮີ (ປະເທສອັງກິສ) ຄົນພິການຂາ ເປັນນັກວິທະຍາສາຕ ໃນອົງການນາຊາ ...   

 



__________________
Anonymous

Date:

ຕາມທີ່ໄດ້ຟັງຄລິບ ເຂົ້າໃຈວ່າຄົນພິການໃນລາວຕ້ອງການສິດທິພື້ນຖານຫລາຍກ່ວາການຊ່ອຍເຫລືອທາງດ້ານການເງິນປະຊາສົງເຄາະ(Supplemental Security Income)ຈາກລັດຖະບານ. ສິດທິພື້ນຖານທີ່ເຂົາຕ້ອງການມີດັ່ງນີ້:
1. ສິດທິໃນການສຶກສາ.
2. ສິດທິໃນການປະກອບອາຊີບ.
3. ສິດທິໃນການດຳຣົງຊີວິດໃນສັງຄົມ.
ຢູ່ຕ່າງປະເທດ ທຸກໆຕຶກອາຄານ ຮ້ານຄ້າ ໂຮງຮຽນ ໂຮງໝໍ ໂຮງບາ ໂຮງເຫລົ້າ ໂຮງແມ່ຈ້າງນາງເລງຫລືສະຖານທີ່ອື່ນໆເຂົາຈະມີບ່ອນຈອດລົດພິເສດສຳລັບຄົນພິການທີ່ຢູ່ໄກ້ໆກັບອາຄານ, ຢູ່ທາງເຂົ້າອາຄານກໍ່ຈະມີທາງພິເສດສຳລັບຜູ່ທີ່ນັ່ງwheelchairໃຫ້ເລື່ອນເຂົ້າໄປໄດ້ສະດວກແລະພາຍໃນຕົວອາຄານເພິ່ນຈະມີelevatorໃຫ້ຂີ່ຈາກຊັ້ນນຶ່ງຫາສອງຫາສາມ. ຢູ່ທາງແຍກໄຟແດງແຕ່ລະບ່ອນກໍ່ຈະມີທາງໃຫ້wheelchiarໄດ້ເລື່ອນ, ບ່ອນກົດປຸ່ມຂ້າມກໍ່ຈະມີbrailleໃຫ້ຄົນຕາບອດອ່ານ.


ເຂົາເຮັດໄດ້ແນວນີ້ຍ້ອນມີກົດໝາຍ ຢູ່ບ້ານເຮົາອາດຈະມີຄືກັນແຕ່ບໍ່ນຳເອົາອອກມາໃຊ້. ມີແຕ່ຂຽນໄປຕົວະສະຫະປະຊາຊາດ, ຕົວະກຸ່ມເອຊຽນຊື່ໆວ່າໃຫ້ສິດຄົນພິການແນວນັ້ນແນວນີ້ ແຕ່ຕົວຈິງແລ້ວຄົນພິການກະຍັງເປັນສ່ວນເກີນຂອງສັງຄົມຄືເກົ່າ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard