Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແອນນີຕ້າ ເກີດແລ້ວ
Anonymous

Date:
ແອນນີຕ້າ ເກີດແລ້ວ

ແອນນີຕ້າ ກ້າວມາເປັນນັກຮ້ອງຢ່າງເຕັມຕົວ

moto_0240.jpg

ແຟນເພງເຝົ້າລໍຖ້າມາໄດ້ໄລຍະຫນຶ່ງແລ້ວ ນັບຕັ້ງແຕ່ທີ່ມີຂ່າວອອກມາວ່າ ພິທີກອນສາວງາມປະກາດອອກມາວ່າ ກຳລັງກຽມຕົວ ຈະມີຜົນງານເພງ ເຊິ່ງຂ່າວດັ່ງກ່າວກໍ່ສ້າງຄວາມດີໃຈໃຫ້ກັບແຟນໆ ແຕ່ຫລ້າສຸດ ແອນນີຕ້າ ກໍ່ມີຜົນງານເພງໃຫມ່ "ອ່ອນແອ" ມາໃຫ້ ແຟນເພງໄດ້ຟັງກັນແລ້ວ.

   ນ. ທິວາພອນ ຈັນທະສົມບູນ (ແອນນີຕ້າ) ອາຍຸ 19 ປີ, ສູງ 164 ຊມ, ຫນັກ 42 ກິໂລກຣາມ ແອນນີຕ້າແຈ້ງເກີດໃນວົງການ ບັນເທີງດ້ວຍການຮັບຫນ້າທີ່ເປັນພິທີກອນດຳເນີນລາຍການ "ໂທລະໂຄ່ງ" ທາງຊ່ອງລາວສະຕາຣທ໌ແຊນແນວ ນອກຈາກ ແອນນີຕ້າ ຈະມີຮູບຮ໋າງຫນ້າຕາດີ ມີຄວາມສາມາດດ້ານການເວົ້າແລ້ວ ນາງຍັງມີຄວາມສາມາດດ້ານການເດີນແບບ, ເປັນນາງແບບໂຄສະນາໃຫ້ ກັບຜະລິດຕະພັນຕ່າງໆ, ນາງແບບຫນ້າປົກວາລະສານຊື່ດັງຕ່າງໆລວມເຖິງຍັງເຄີຍສະແດງເປັນນາງເອກມິວສິກເພງ"ເວົ້າບ້າໆ"ຂອງ ນັກຮ້ອງສາວສຽງດີ "ນາລິນ" ຍິ່ງເຮັດໃຫ້ແອນນີຕ້າເປັນທີ່ຮູ້ຈັກຫລາຍຂຶ້ນກວ່າເກົ່າ.

   ປີ 2009 ແອນນີຕ້າ ກໍ່ມີຜົນງານເພງ "ຊ໋ອກໂກແລັດ ບອຍ" ເຊິ່ງເພງນີ້ເປັນການຮ້ອງຮ່ວມກັບສິລະປິນຮຸ່ນອ້າຍຄື ຫນຸ່ມ "ແຊມ" ເຈົ້າຂອງເພງ "ເປັນຫຍັງຕໍ່ກັນ" ແລະ ຫນຸ່ມ "ແຂກ" ຈາກວົງ "L.O.G" ເຊິ່ງເປັນວົງຮິບຮ໋ອບຊື່ດັງຈາກຄ້າຍເພງອິນດີເຣັກຂອດສ໌.

   ຫລັງຈາກນັ້ນ ແອນນີຕ້າ ກໍ່ໄດ້ຢຸດງານດ້ານພິທີກອນໄວ້ ເພາະວ່າຕ້ອງຝຶກຮ້ອງເພງນັ້ນເອງ, ມາຮອດຕົ້ນປີ 2010 ແອນນີຕ້າ ກໍ່ ມີຜົນງານເພງໃຫມ່ "ອ່ອນແອ" ສັງກັດໃນຄ້າຍ ຄົມປັນຍາເອັນເຕີເທນເມັນ ເຊິ່ງເພງນີ້ໄດ້ສາວ "ອາລູນ້າ" ຈາກຄ້າຍອິນດີເຣັກຂອດສ໌ ມາປະພັນໃຫ້ເຊິ່ງຕອນນີ້ ເພງ "ອ່ອນແອ" ກໍ່ໄດ້ຮັບຄວາມນິຍົມຫລາຍແລະກຳລັງໄຕ່ຂຶ້ນອັນດັບເພງຍອດນິຍົມຕາມຄື້ນວິທະຍຸຕ່າງໆ.

   ສຳລັບແຟນເພງຂອງແອນນີຕ້າ ແລະ ຜູ້ທີ່ກຳລັງຢາກຈະພິສູດຜົນງານຂອງ ແອນນີຕ້າ ກໍ່ຢາກໃຫ້ຕິດຕາມກັນວ່າຈະມີຫຍັງພິເສດ ແຕ່ໃນໄວໆນີ້ທຸກຄົນຈະໄດ້ຊົມມິວສິກເພງອ່ອນແອ ທາງໂທລະພາບຕ້ອງອົດໃຈລໍຖ້າຊົມກັນຫນ້ອຍຫນຶ່ງເພາະວ່າຕອນນີ້ຍັງຢູ່ຂັ້ນຕອນ ກຽມຕົວທີ່ຈະຖ່າຍທຳມິວສິກວີດີໂອແຕ່ທາງຜູ້ກຳກັບເພີ່ນຝາກມາບອກວ່າຈະເປັນມິວສິກວີດີໂອທີ່ມີຄວາມແປກໃຫມ່ ລອງຕິດຕາມແລະ ເປັນກຳລັງໃຈໃຫ້ສາວເກ່ງຄົນນີ້ແດ່ເດີ້.

__________________
Anonymous

Date:

wrote:

ຂໍຖາມແດ່ຈັກນ້ອຍແດ່ ເປັນຫຍັງ ນ ທິວາພອນ ຈັນສົມບູນ ຈຶງມີຊື່ ແອນນີຕ້າ ນາງເປັນລູກ ສອດ ລູກເຄີງບໍ່ ? ຫຼື ເຮັດວຽກກຽວຂ້ອງກັບຄົນຕ່າງປະເທສ ຫຼື ວ່າເຫີໄປຕາມກະແສບ້າ ໆ ບໍໆ ແບບຂາດສະຕິປັນຍາ ຂາດຊາດນິຍົມ ໄປນິຍົມຊາດອືນ ໆ
  ແລະສັງເກດເບີງວົງການເພງ ວົງການສິລປິນ ວົງການບັນເທີງໃນປະເທສລາວຂອງເຮົາ ຍັງບໍມີໂຮງຮຽນອົບຮົມ
ໂຮງຮຽນຝຶກແອບໃຫ້ໄດ້ມາຕຮຖານສານກົນ ກາຮໃຊ້ພາສາ ໃຊ້ດົນຕຮີ ເຊັນປະເທສອືນ ໆ
ເມືອ່ມີປັນຫາ ສ້າງປັນຫາ ໃຫ້ສັງຄົມ ຮັຖບານລາວຈຶງຕາມແກ້ທີຫຼັງ ເຊັນ ກາຮໃຊ້ພາສາ ເນືອຮ້ອງທຳນອງ ແບບຜິດໆ  ເຫັນເປັນຂ່າວທາງ ນສພ ວຽງຈັນໃໝ່ ແລະ ທີວີລາວສະຕາຢູ່ເລື່ອຍ ໆ

Guardian Angel

Date:

ຈັ່ງແມ່ນຊາດວ່າບໍ່ມິວຽກບໍ່ມີການນໍ້ແຕ່ລະມື້ບໍ່ມີຫຍັງເຮັດມີແຕ່ຊອກເວົ້າ
ໃຫ້ແຕ່ຄົນນໍ້.ອັນທີ່ວ່ານາງສາວຄົນນີ້ເອົາຊື່ຊາດອື່ນມາໄຊ່ກໍຄືບໍ່ໄດ້ນັກຫົວຜູ້ໃດ
ນ່າ.ຊື່ມ່ວນແບບນີ້ມັນກໍ່ເມາະສົມກັບລັກຊະນະລາວດີ,ຫາລະໃຫ້ເຈົ້າຮັ້ນຂ້ຽວໄປ
ຊອກວຽກຊອກການເຮັດຫັ້ນຈັ່ງບໍ່ມີເວລາຊອກເວົ້າໃຫ້ຜູ້ອື່ນເຂົາ.

__________________
Anonymous

Date:

555555555555555555 top dai kinjai lai der .oaew ik nea juk bad.

__________________
Anonymous

Date:

ຢູ່ໃນລະບອບຣາຊາທິປະໄຕ ຄົນໃນຕົວເມືອງວຽງຈັນມັກຈະໃສ່ຊື່ຫລິ້ນໃຫ້ລູກຫລານເປັນຊື່ສາກົນເຊັ່ນທ້າວPaul(ຄົນຫົວພັນເອີ້ນທ້າວໂປ້), ນາງMonique(ຄົນປາກເຊພັດເອີ້ນນາງໂໝະ), ຕົກມາຣະບອບສັງຄົມນິຍົມເພິ່ນມັກໃສ່ຊື່ຫລິ້ນໃຫ້ຫຼານສາວເພິ່ນວ່ານາງTina(ຄົນປາກຊ່ອງພັດເອີ້ນນາງຂີ້ຕາ) ທ້າວTino(ຄົນບ້ານແຈ້ງພັດເອີ້ນທ້າວຂີ້ໂງ່ເພາະທ້າວຕິໂນ່ລືມຖືໄມ້ໄປນຳເວລາໄປຂີ້ໃນປ່າ ບາດໝູມາໄລ່ດູດກົ້ນພັດບໍ່ມີໄມ້ໄລ່ໝູ).

__________________
Anonymous

Date:

ຖ້າຜູ້ໃດຈະໄຊ່ຊື່ສາກົນໃຫ້ລູກສາວນັ້ນໃຫ້ໄຊ່ຊື່ວ່ານາງ (Kimberly) ເດີ້!ຖ້າເອີ້ນ
ແບບສຽງຄົນລາວກໍ່ຈະແມ່ນນາງ (ເຂັມມະລີ).

__________________
Anonymous

Date:

ເຂົາຊິອ່ານ " ເຂັມເບີເລີ້ " ຫັ້ນຕິລະ.

__________________
Anonymous

Date:

Anonymous wrote:

ເຂົາຊິອ່ານ " ເຂັມເບີເລີ້ " ຫັ້ນຕິລະ.

ຈະເອີ້ວ່າ " ເຂັມມະລີ "ຫຼື " ເຂັມເບີລີ" ກະມ່ວນທັງສອງsmile

__________________
Anonymous

Date:

ຄັນແມ່ນຜູ້ຊາຍຮັ້ນຢ່າຊູໄຊ່ຊື່ " Ben " ເປັນເດັດຂ້າດ,ເພາະເພິ່ນຊິຫຼົງເອີ້ນ
ວ່າທ້າວ "ແບັ້ນ" biggrin

__________________
Anonymous

Date:

Anonymous wrote:

ຄັນແມ່ນຜູ້ຊາຍຮັ້ນຢ່າຊູໄຊ່ຊື່ " Ben " ເປັນເດັດຂ້າດ,ເພາະເພິ່ນຊິຫຼົງເອີ້ນ
ວ່າທ້າວ "ແບັ້ນ" biggrin

 ມີເຮື່ອງຕະລົກ  ທີເມືອງຟອດເວີດ ຣັຖແທັກຊັດ ປະເທສອາເມຣິກາ  ທ່ານບົວສອນ ອ່ອນສີ 

ແຕ່ທ່ານນີ້ເພິນໄດ້ສັນຊາດ ອາເມຣິກາ ເລິຍປຽນເປັນ  BANSON ONSEE( BOUA SON  BAN SON ON SY)

ຊາວບ້ານ ຊາວເມືອງ ເລີຍເອິ້ນ ວ່າ  (ທ່ານ ບົວສອນ ແບນ ສັ້ນ ອ່ອນ ສີ້ ) ເດັກນ້ອຍ ຕ່ຳກວ່າ 18 ປີ ຫ້າມອ່ານ ເດີ

          ປະເທສທີຈະເຮີນແລ້ວ ກະຊວງພາຍໃນ ( ກະຊວງຮັກສາຄວາມສະຫງົບ ໃນປະຈຸບັນ) ຈະມີຮະບຽບອອກມາກຽວກັບຊື

ແລະນາມສະກຸນ  ເຊັນ ມີຊື ແລະນາມສະກຸນ ບໍ່ຍາວ ເກີນ 5 ພະຍາງ  ເຊັນ ( ໄກຣສອນ ພຣົມວິຫາຣ - ສຸພາ ນຸວົງສ໌- ພູມີ ວົງສ໌ວິຈິຕ)

ຊື່ນາມສະກຸນ ຕ້ອງສຸພາບ ມີຄວາມໝາຍ  ຖ້າເປັນຄົນຕ່າງຊາດ ໄດ້ສັນຊາດໃໝ່ ( ແຕ່ເຊື້ອຊາດເກົ່າດັງເດີມ)ປະເທສໃໝ່ ທີຕົນອາໃສຢູ່

ຕ້ອງປຽນ ໃຫ້ເຂົ້າກັບຄົນປະເທສນັ້ນ ໆ  ເຊັນ Mr Jonh ກໍປຽນເປັນ ທ່ານ ຈັນ Mr Jonas ກໍປຽນເປັນ ທ່ານ ນັສ

ການທີມີຊື່ບໍຍາວເກີນ 5 ພະຍາງ ເພືອສະດວກທາງຮັຖການ ຂຽນງ່າຍ ບໍເປືອງເຈັຍກະດາດ ແລະ ຈຳຈືງ່າຍ 

        ແຕ່ຄົນລາວບາງຄົນ ບາງກຸມ ກຳລັງລືມຊື ແບບ ລາວ ລາວ ລືມຊາດຂອງຕົວເອງ  ໄປນິຍົມຊາດອືນ ແລ້ວທຳລາຍຊາດຕົວເອງ

 ໂດຍບໍຮູ້ສຶກໂຕ  ບໍພູມໃຈໃນຊາດຂອງຕົວເອງ ໂດຍ ສະເພາະ ພວກ ສິລປິນ  ພວກດາຣາ ທິກຳລັງເປັນຕົວຢ່າງສັງຄົມ

ເປັນຕົວຢ່າງເດັກນ້ອຍ ໄວຣຸ່ນ ໃນອານາຄົດ ຂໍຝາກທ່ານ ຄົນໃຕ້  ແລະຣັຖບານສຶກສາເບິງ ຂໍ້ດີ ຂໍ້ເສັຍ ໃນອານາຄົດ

ຂໍຂອບໃຈ  ຈາກ ຄົນລາວຮັກຊາຕລາວ 

__________________
Anonymous

Date:

Anonymous wrote:

wrote:

ແອນນີຕ້າ ກ້າວມາເປັນນັກຮ້ອງຢ່າງເຕັມຕົວ

moto_0240.jpg

ແຟນເພງເຝົ້າລໍຖ້າມາໄດ້ໄລຍະຫນຶ່ງແລ້ວ ນັບຕັ້ງແຕ່ທີ່ມີຂ່າວອອກມາວ່າ ພິທີກອນສາວງາມປະກາດອອກມາວ່າ ກຳລັງກຽມຕົວ ຈະມີຜົນງານເພງ ເຊິ່ງຂ່າວດັ່ງກ່າວກໍ່ສ້າງຄວາມດີໃຈໃຫ້ກັບແຟນໆ ແຕ່ຫລ້າສຸດ ແອນນີຕ້າ ກໍ່ມີຜົນງານເພງໃຫມ່ "ອ່ອນແອ" ມາໃຫ້ ແຟນເພງໄດ້ຟັງກັນແລ້ວ.

   ນ. ທິວາພອນ ຈັນທະສົມບູນ (ແອນນີຕ້າ) ອາຍຸ 19 ປີ, ສູງ 164 ຊມ, ຫນັກ 42 ກິໂລກຣາມ ແອນນີຕ້າແຈ້ງເກີດໃນວົງການ ບັນເທີງດ້ວຍການຮັບຫນ້າທີ່ເປັນພິທີກອນດຳເນີນລາຍການ "ໂທລະໂຄ່ງ" ທາງຊ່ອງລາວສະຕາຣທ໌ແຊນແນວ ນອກຈາກ ແອນນີຕ້າ ຈະມີຮູບຮ໋າງຫນ້າຕາດີ ມີຄວາມສາມາດດ້ານການເວົ້າແລ້ວ ນາງຍັງມີຄວາມສາມາດດ້ານການເດີນແບບ, ເປັນນາງແບບໂຄສະນາໃຫ້ ກັບຜະລິດຕະພັນຕ່າງໆ, ນາງແບບຫນ້າປົກວາລະສານຊື່ດັງຕ່າງໆລວມເຖິງຍັງເຄີຍສະແດງເປັນນາງເອກມິວສິກເພງ"ເວົ້າບ້າໆ"ຂອງ ນັກຮ້ອງສາວສຽງດີ "ນາລິນ" ຍິ່ງເຮັດໃຫ້ແອນນີຕ້າເປັນທີ່ຮູ້ຈັກຫລາຍຂຶ້ນກວ່າເກົ່າ.

   ປີ 2009 ແອນນີຕ້າ ກໍ່ມີຜົນງານເພງ "ຊ໋ອກໂກແລັດ ບອຍ" ເຊິ່ງເພງນີ້ເປັນການຮ້ອງຮ່ວມກັບສິລະປິນຮຸ່ນອ້າຍຄື ຫນຸ່ມ "ແຊມ" ເຈົ້າຂອງເພງ "ເປັນຫຍັງຕໍ່ກັນ" ແລະ ຫນຸ່ມ "ແຂກ" ຈາກວົງ "L.O.G" ເຊິ່ງເປັນວົງຮິບຮ໋ອບຊື່ດັງຈາກຄ້າຍເພງອິນດີເຣັກຂອດສ໌.

   ຫລັງຈາກນັ້ນ ແອນນີຕ້າ ກໍ່ໄດ້ຢຸດງານດ້ານພິທີກອນໄວ້ ເພາະວ່າຕ້ອງຝຶກຮ້ອງເພງນັ້ນເອງ, ມາຮອດຕົ້ນປີ 2010 ແອນນີຕ້າ ກໍ່ ມີຜົນງານເພງໃຫມ່ "ອ່ອນແອ" ສັງກັດໃນຄ້າຍ ຄົມປັນຍາເອັນເຕີເທນເມັນ ເຊິ່ງເພງນີ້ໄດ້ສາວ "ອາລູນ້າ" ຈາກຄ້າຍອິນດີເຣັກຂອດສ໌ ມາປະພັນໃຫ້ເຊິ່ງຕອນນີ້ ເພງ "ອ່ອນແອ" ກໍ່ໄດ້ຮັບຄວາມນິຍົມຫລາຍແລະກຳລັງໄຕ່ຂຶ້ນອັນດັບເພງຍອດນິຍົມຕາມຄື້ນວິທະຍຸຕ່າງໆ.

   ສຳລັບແຟນເພງຂອງແອນນີຕ້າ ແລະ ຜູ້ທີ່ກຳລັງຢາກຈະພິສູດຜົນງານຂອງ ແອນນີຕ້າ ກໍ່ຢາກໃຫ້ຕິດຕາມກັນວ່າຈະມີຫຍັງພິເສດ ແຕ່ໃນໄວໆນີ້ທຸກຄົນຈະໄດ້ຊົມມິວສິກເພງອ່ອນແອ ທາງໂທລະພາບຕ້ອງອົດໃຈລໍຖ້າຊົມກັນຫນ້ອຍຫນຶ່ງເພາະວ່າຕອນນີ້ຍັງຢູ່ຂັ້ນຕອນ ກຽມຕົວທີ່ຈະຖ່າຍທຳມິວສິກວີດີໂອແຕ່ທາງຜູ້ກຳກັບເພີ່ນຝາກມາບອກວ່າຈະເປັນມິວສິກວີດີໂອທີ່ມີຄວາມແປກໃຫມ່ ລອງຕິດຕາມແລະ ເປັນກຳລັງໃຈໃຫ້ສາວເກ່ງຄົນນີ້ແດ່ເດີ້.

ຂໍຖາມແດ່ຈັກນ້ອຍແດ່ ເປັນຫຍັງ ນ ທິວາພອນ ຈັນສົມບູນ ຈຶງມີຊື່ ແອນນີຕ້າ ນາງເປັນລູກ ສອດ ລູກເຄີງບໍ່ ? ຫຼື ເຮັດວຽກກຽວຂ້ອງກັບຄົນຕ່າງປະເທສ ຫຼື ວ່າເຫີໄປຕາມກະແສບ້າ ໆ ບໍໆ ແບບຂາດສະຕິປັນຍາ ຂາດຊາດນິຍົມ ໄປນິຍົມຊາດອືນ ໆ
  ແລະສັງເກດເບີງວົງການເພງ ວົງການສິລປິນ ວົງການບັນເທີງໃນປະເທສລາວຂອງເຮົາ ຍັງບໍມີໂຮງຮຽນອົບຮົມ
ໂຮງຮຽນຝຶກແອບໃຫ້ໄດ້ມາຕຮຖານສານກົນ ກາຮໃຊ້ພາສາ ໃຊ້ດົນຕຮີ ເຊັນປະເທສອືນ ໆ
ເມືອ່ມີປັນຫາ ສ້າງປັນຫາ ໃຫ້ສັງຄົມ ຮັຖບານລາວຈຶງຕາມແກ້ທີຫຼັງ ເຊັນ ກາຮໃຊ້ພາສາ ເນືອຮ້ອງທຳນອງ ແບບຜິດໆ  ເຫັນເປັນຂ່າວທາງ ນສພ ວຽງຈັນໃໝ່ ແລະ ທີວີລາວສະຕາຢູ່ເລື່ອຍ ໆ

__________________
Anonymous

Date:

Guardian Angel wrote:

ຈັ່ງແມ່ນຊາດວ່າບໍ່ມິວຽກບໍ່ມີການນໍ້ແຕ່ລະມື້ບໍ່ມີຫຍັງເຮັດມີແຕ່ຊອກເວົ້າ
ໃຫ້ແຕ່ຄົນນໍ້.ອັນທີ່ວ່ານາງສາວຄົນນີ້ເອົາຊື່ຊາດອື່ນມາໄຊ່ກໍຄືບໍ່ໄດ້ນັກຫົວຜູ້ໃດ
ນ່າ.ຊື່ມ່ວນແບບນີ້ມັນກໍ່ເມາະສົມກັບລັກຊະນະລາວດີ,ຫາລະໃຫ້ເຈົ້າຮັ້ນຂ້ຽວໄປ
ຊອກວຽກຊອກການເຮັດຫັ້ນຈັ່ງບໍ່ມີເວລາຊອກເວົ້າໃຫ້ຜູ້ອື່ນເຂົາ.

Song sai lao pen kor bor vor ( Censor  committee)

ລາວເວົ້າມີເຫດຜົນ ເປັນທີໜ້າຮັບຟັງ ເນາະ ?

__________________
Anonymous

Date:

ອີກຊື່ທີ່ບໍ່ຄວນຕັ້ງແມ່ນຊື່ wayne, phillip,ຄັນຮ້ອງເປັນສຳນຽງລາວຊິ
ເປັນ "ບັກເວນ" ອີກຄົນລົງໃຕ້ບໍ່ໄດ້ເຂົາຊິຮ້ອງ "ຜີດິບ"

above.gifbiggrinbiggrinbiggrinbiggrinabove.gif

__________________
Anonymous

Date:

Anonymous wrote:

Anonymous wrote:

ຄັນແມ່ນຜູ້ຊາຍຮັ້ນຢ່າຊູໄຊ່ຊື່ " Ben " ເປັນເດັດຂ້າດ,ເພາະເພິ່ນຊິຫຼົງເອີ້ນ
ວ່າທ້າວ "ແບັ້ນ" biggrin

 ມີເຮື່ອງຕະລົກ  ທີເມືອງຟອດເວີດ ຣັຖແທັກຊັດ ປະເທສອາເມຣິກາ  ທ່ານບົວສອນ ອ່ອນສີ 

ແຕ່ທ່ານນີ້ເພິນໄດ້ສັນຊາດ ອາເມຣິກາ ເລິຍປຽນເປັນ  BANSON ONSEE( BOUA SON  BAN SON ON SY)

ຊາວບ້ານ ຊາວເມືອງ ເລີຍເອິ້ນ ວ່າ  (ທ່ານ ບົວສອນ ແບນ ສັ້ນ ອ່ອນ ສີ້ ) ເດັກນ້ອຍ ຕ່ຳກວ່າ 18 ປີ ຫ້າມອ່ານ ເດີ

          ປະເທສທີຈະເຮີນແລ້ວ ກະຊວງພາຍໃນ ( ກະຊວງຮັກສາຄວາມສະຫງົບ ໃນປະຈຸບັນ) ຈະມີຮະບຽບອອກມາກຽວກັບຊື

ແລະນາມສະກຸນ  ເຊັນ ມີຊື ແລະນາມສະກຸນ ບໍ່ຍາວ ເກີນ 5 ພະຍາງ  ເຊັນ ( ໄກຣສອນ ພຣົມວິຫາຣ - ສຸພາ ນຸວົງສ໌- ພູມີ ວົງສ໌ວິຈິຕ)

ຊື່ນາມສະກຸນ ຕ້ອງສຸພາບ ມີຄວາມໝາຍ  ຖ້າເປັນຄົນຕ່າງຊາດ ໄດ້ສັນຊາດໃໝ່ ( ແຕ່ເຊື້ອຊາດເກົ່າດັງເດີມ)ປະເທສໃໝ່ ທີຕົນອາໃສຢູ່

ຕ້ອງປຽນ ໃຫ້ເຂົ້າກັບຄົນປະເທສນັ້ນ ໆ  ເຊັນ Mr Jonh ກໍປຽນເປັນ ທ່ານ ຈັນ Mr Jonas ກໍປຽນເປັນ ທ່ານ ນັສ

ການທີມີຊື່ບໍຍາວເກີນ 5 ພະຍາງ ເພືອສະດວກທາງຮັຖການ ຂຽນງ່າຍ ບໍເປືອງເຈັຍກະດາດ ແລະ ຈຳຈືງ່າຍ 

        ແຕ່ຄົນລາວບາງຄົນ ບາງກຸມ ກຳລັງລືມຊື ແບບ ລາວ ລາວ ລືມຊາດຂອງຕົວເອງ  ໄປນິຍົມຊາດອືນ ແລ້ວທຳລາຍຊາດຕົວເອງ

 ໂດຍບໍຮູ້ສຶກໂຕ  ບໍພູມໃຈໃນຊາດຂອງຕົວເອງ ໂດຍ ສະເພາະ ພວກ ສິລປິນ  ພວກດາຣາ ທິກຳລັງເປັນຕົວຢ່າງສັງຄົມ

ເປັນຕົວຢ່າງເດັກນ້ອຍ ໄວຣຸ່ນ ໃນອານາຄົດ ຂໍຝາກທ່ານ ຄົນໃຕ້  ແລະຣັຖບານສຶກສາເບິງ ຂໍ້ດີ ຂໍ້ເສັຍ ໃນອານາຄົດ

ຂໍຂອບໃຈ  ຈາກ ຄົນລາວຮັກຊາຕລາວ 

__________________
Anonymous

Date:

Anonymous wrote:

Anonymous wrote:

Anonymous wrote:

ຄັນແມ່ນຜູ້ຊາຍຮັ້ນຢ່າຊູໄຊ່ຊື່ " Ben " ເປັນເດັດຂ້າດ,ເພາະເພິ່ນຊິຫຼົງເອີ້ນ
ວ່າທ້າວ "ແບັ້ນ" biggrin

ມີເຮື່ອງຕະລົກ  ທີເມືອງຟອດເວີດ ຣັຖແທັກຊັດ ປະເທສອາເມຣິກາ  ທ່ານບົວສອນ ອ່ອນສີ 

ແຕ່ທ່ານນີ້ເພິນໄດ້ສັນຊາດ ອາເມຣິກາ ເລິຍປຽນເປັນ  BANSON ONSEE( BOUA SON  BAN SON ON SY)

ຊາວບ້ານ ຊາວເມືອງ ເລີຍເອິ້ນ ວ່າ  (ທ່ານ ບົວສອນ ແບນ ສັ້ນ ອ່ອນ ສີ້ ) ເດັກນ້ອຍ ຕ່ຳກວ່າ 18 ປີ ຫ້າມອ່ານ ເດີ

ປະເທສທີຈະເຮີນແລ້ວ ກະຊວງພາຍໃນ ( ກະຊວງຮັກສາຄວາມສະຫງົບ ໃນປະຈຸບັນ) ຈະມີຮະບຽບອອກມາກຽວກັບຊື

ແລະນາມສະກຸນ  ເຊັນ ມີຊື ແລະນາມສະກຸນ ບໍ່ຍາວ ເກີນ 5 ພະຍາງ  ເຊັນ ( ໄກຣສອນ ພຣົມວິຫາຣ - ສຸພາ ນຸວົງສ໌- ພູມີ ວົງສ໌ວິຈິຕ)

ຊື່ນາມສະກຸນ ຕ້ອງສຸພາບ ມີຄວາມໝາຍ  ຖ້າເປັນຄົນຕ່າງຊາດ ໄດ້ສັນຊາດໃໝ່ ( ແຕ່ເຊື້ອຊາດເກົ່າດັງເດີມ)ປະເທສໃໝ່ ທີຕົນອາໃສຢູ່

ຕ້ອງປຽນ ໃຫ້ເຂົ້າກັບຄົນປະເທສນັ້ນ ໆ  ເຊັນ Mr Jonh ກໍປຽນເປັນ ທ່ານ ຈັນ Mr Jonas ກໍປຽນເປັນ ທ່ານ ນັສ

ການທີມີຊື່ບໍຍາວເກີນ 5 ພະຍາງ ເພືອສະດວກທາງຮັຖການ ຂຽນງ່າຍ ບໍເປືອງເຈັຍກະດາດ ແລະ ຈຳຈືງ່າຍ 

ແຕ່ຄົນລາວບາງຄົນ ບາງກຸມ ກຳລັງລືມຊື ແບບ ລາວ ລາວ ລືມຊາດຂອງຕົວເອງ  ໄປນິຍົມຊາດອືນ ແລ້ວທຳລາຍຊາດຕົວເອງ

ໂດຍບໍຮູ້ສຶກໂຕ  ບໍພູມໃຈໃນຊາດຂອງຕົວເອງ ໂດຍ ສະເພາະ ພວກ ສິລປິນ  ພວກດາຣາ ທິກຳລັງເປັນຕົວຢ່າງສັງຄົມ

ເປັນຕົວຢ່າງເດັກນ້ອຍ ໄວຣຸ່ນ ໃນອານາຄົດ ຂໍຝາກທ່ານ ຄົນໃຕ້  ແລະຣັຖບານສຶກສາເບິງ ຂໍ້ດີ ຂໍ້ເສັຍ ໃນອານາຄົດ

ຂໍຂອບໃຈ  ຈາກ ຄົນລາວຮັກຊາຕລາວ

ຖ້າຈະເອົາການໄຊ່ຊື່ຂອງຄົນມາເປັນສິ່ງທີ່ໃຫ້ການຜິດຈະລານາວ່າຄົນຜູ້ນັ້ນບໍ່ມີ
ຄວາມຮັກຊາດຍ້ອນວ່າຜູ້ກ່ຽວໄຊ່ຊື່ຊາດອື່ນກໍ່ສະແດງວ່າຄົນລາວເຮົາເປັນຄົນທີ່ມີ
ໃຈແຄບຂັບແລະບໍ່ມີປະຊາທີ່ປະໃຕພຽງພໍທີ່ຈະໃຫ້ຄົນມີຊິດໄຊ້
ມັນສະຫມອງຂອງຕົນເອງຕາມສົມຄວານທີ່ເປັນມະນຸດ..

__________________
Anonymous

Date:

·Và vì vậy mà ngày đến, trong ngày bạn sẽ để lại cho tôi.

·Trái tim tôi rất đau, nó đã gần như bị phá vỡ thành từng mảnh.

·Tôi biết rằng tôi vẫn còn yêu bạn, nhưng tôi đã không có ý tưởng làm thế nào để giữ lại cho bạn.

·

y.

__________________
nazhxqv

Date:
NRPgfMRSnQeIoS

BDAMjb thsmamnjmase, bmjjufmknfgy, [link=http://vuusmpdhlpau.com/]vuusmpdhlpau[/link], http://krpimtwrcvup.com/

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard