Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວັນປູກຕົ້ນໄມ້
Anonymous

Date:
ວັນປູກຕົ້ນໄມ້


ວັນທີ1 ມິຖຸນາ ເປັນວັນທີ່ມີການປຸກລະດົມກັນປູກຕົ້ນໄມ້ຢ່າງຄຶກຄື້ນບໍ່ວ່າຈະເປັນກະຊວງນ້ອຍທະບວງກົມໃຫຍ່ຕ່າງກໍ່ພາກັນຈັບຈົກຈັບຊ້ວານອອກໄປປູກຕົ້ນໄມ້, ຖ້າເພິ່ນພາກັນປູກທຸກມື້ ລັກຕັດໄມ້ໄປຂາຍຢູ່ວຽດແຕ່ມື້ດຽວ ປ່າໄມ້ບ້ານເຮົາຄົງຈະຂຽວອຸ່ມທຸ່ມດີ. ແມ່ນບໍ່?

__________________
Anonymous

Date:

ປູກຕົ້ນໄມ້ສ່ວນຫຼາຍມີແຕ່ຕາຍ ເພາະບໍ່ມີໃຜຫົດນ້ຳແລະບົວລະບັດ ປູກໄປຈັ່ງຊັ້ນພໍໃຫ້ມີຜົນງານ ເສັຍເວລາແລະແຮງ
ງານຖິ້ມໄປລ້າໆ

__________________
Anonymous

Date:

ມັນເປັນເທດສະການ ປູກເອົາໜ້າເອົາຕາຊື່ໆດອກ
ປູກໄປ ກໍ່ຕາຍໝົດ

__________________
Anonymous

Date:

ມັນກະຍັງດີກວ່າບໍ່ເຮັດຫຍັງ ບໍ່ແມ່ນຫວາ? ໄຄກວ່ານັ່ງຫາຍໃຈຖີ້ມລ້າໆ ຂີ້ຄ້ານສັນຫລັງຍາວຄືເຈົ້າຫັ້ນແມ່ນແທ້ ປູກສິບຕົ້ນ ຕາຍສິບຕົ້ນ.

__________________
Anonymous

Date:

ມັນບໍ່ກ່ຽວກັບຄ້ານຫລືໝັ່ນດອກ, ຊິຄ້ານປານໃດ໋ກໍ່ຕ້ອງໄດ້ລຸກອອກຈາກໂຕະເຮັດວຽກໄປປູກຕາມຂະບວນທັງໆທີ່ຮູ້ດີວ່າປູກລົງໄປກໍ່ບໍ່ໄດ້ຜົນເພາະບໍ່ມີງົບຈ້າງຄົນມາບົວລະບັດຮັກສາ, ຖ້າຈະໃຫ້ພະນັກງານໃນກົມໄປຮັກສາ ວຽກພັດລົ້ນມື, ອອກໄປຮັກສາຕົ້ນໄມ້ ກັບມາເຮັດໃບລາຍງານໃຫ້ນາຍພໍ່ທັນກອງປະຊຸມກໍ່ຖືກເພິ່ນຮ້າຍ ໃຜຊິມີຈິດມີໃຈເຮັດ? ວັນປູກຫລືຕັດໄມ້ນີ້ ຂໍໃຫ້ເປັນວຽກຂອງ ກຊ ກະສິກຳ, ມັນບໍ່ຍຸຕິຕິທຳນະ ຮອດວັນທີ1 ມິຖຸນາມາອວນຄົນທັງເມືອງໄປປູກຕົ້ນໄມ້ ບາດມີເງິນໃຊ້ພັດແມ່ນພວກກະສິກຳ !

__________________
Anonymous

Date:

ມັນຖືກຕ້ອງແລ້ວທີ່ວັນປູກທຸກຄົນຕ້ອງຮ່ວມກັນອອກໄປປູກ, ແຕ່ວ່າຕອນໄປຮັກສາບົວລະບັດນັ້ນກໍຂໍໃຫ້ເປັນໜ້າທີ່ຂອງ ທ່ານປະທານແລະທ່ານນາຍພົນທັງຫຼາຍທີ່ເພິ່ນມັກສໍາປະທານໃຫ້ຜູ່ອື່ນມາຕັດໂດຍສະເພາະທ່ານ ນາຍພົນມຶດນັ້ນ ຈ້າງຄົນຕັດໄດ້ ກໍຄວນຈ້າງຄົນມາຮັກສາໄດ້ຊັ້ນຕົວະ.

__________________
Anonymous

Date:

ທາງການລາວສົ່ງເສິມການສ້າງເຂື່ອນກັ້ນນ້ຳ ເພື່ອຈະໄດ້ຕັດຕົ້ນໄມ້ໄປຂາຍເອົາເງິນເຂົ້າຖົງ ຜູ້ປູກໆ​ ຜູ້ຕັດໆ ຜູ້ກິນໆ ຈຶ່ງ ຈະເລີນ

__________________
Anonymous

Date:

0324vietnam2.jpg
http://news.mongabay.com/2008/0324-hance_vietnam_laos.html

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard