Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຂື່ອນນ້ຳຊອງ
Opossum

Date:
ເຂື່ອນນ້ຳຊອງ


ທ່ານຄິດແນວໃດ໋ກ່ຽວກັບການສ້າງເຂື່ອນນ້ຳຊອງ? ເພື່ອພັດທະນາທ້ອງຖິ່ນ ຫລືເພື່ອຫາເງິນເຂົ້າຖົງ ຫລືເພື່ອທຳລາຍປ່່າບໍ່ໃຫ້ມີບ່ອນລີ້ຊ່ອນຂອງພວກຕໍ່ຕ້ານລັດຖະບານ? ຫລືມີເຫດຜົນຢ່າງອື່ນ?
______________________________________________________

ຈະກໍ່ສ້າງເຂື່ອນນ້ຳຊອງ ບໍ່ໃຫ້ກະທົບສະຖານທີ່ທ່ອງທ່ຽວ
Date of News 25 ພຶດສະພາ 2010 Time of News 11:05:05 News From
ສົ່ງຂ່າວນີ້ໃຫ້ເພື່ອນ Print this News ພິມຂ່າວນີ້

ໂຄງການກໍ່ສ້າງໄຟຟ້ານ້ຳຕົ
ກຂະໜາດນ້ອຍນ້ຳຊອງ ທີ່ຈະສາມາດຜະລິດກະແສໄຟຟ້າໄດ້ 5
MW (ເມັກກະວັດ) ສາມາດຜະລິດກະແສໄຟຟ້າໄດ້ 43.800.000 Kwh/ປີ
ເຊິ່ງໃຊ້ມູນຄ່າເຖິງ 10 ລ້ານໂດລາ ປະມານ 82 ຕື້ກີບ
ໃນຂະນະທີ່ຜູ້ລົງທຶນກ່າວວ່າ ຈະບໍ່ໃຫ້ສົ່ງຜົນກະທົບຕໍ່ສະຖານທີ່ທ່ອງ ທ່ຽວ.

ພິທີລົງນາມຄວາມເຂົ້າໃຈ ແລະ
ສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງເຂື່ອນໄຟຟ້າດັ່ງກ່າວ
ຈັດຂຶ້ນທີ່ໂຮງແຮມໂກສະໂມ ວັນທີ 22 ພຶດສະພາ 2010 ລະຫວ່າງ
ບໍລິສັດເພັດໄລພອນຄອນກຼີດ ຈຳກັດ ໂດຍແມ່ນທ່ານ ເພັດວົງຂັນຕີ
ປະທານບໍລິສັດເພັດໄລພອນຄອນກຼີດ ແລະ ທ່ານນາງ ສິງຄຳ ຄົງສະຫວັນ
ຫົວໜ້າພະແນກພະລັງງານ-ບໍ່ແຮ່ ແຂວງວຽງຈັນ
ເຂົ້າຮ່ວມເປັນສັກຂີພິຍານຄັ້ງນີ້ມີທ່ານ ດຣ.ບຸນທະວີ ສີສຸພັນທອງ
ລັດຖະມົນຕີຊ່ວຍວ່າ ການກະຊວງແຜນການ ແລະ ການລົງທຶນ ທ່ານ ຫຽມ ພົມມະຈັນ
ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ທ່ານ ສົມວັນດີ ນາຖາວົງ ຮອງ
ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມພາກສ່ວນກ່ຽວຂ້ອງ.

ໃນພິທີ ທ່ານ ເພັດ ວົງຂັນຕີ ໄດ້ຂຶ້ນສະເໜີຄວາມເປັນມາຂອງໂຄງການດັ່ງກ່າວ
ເຊິ່ງເຫັນໄດ້ວ່າ: ໂຄງການດັ່ງກ່າວຕັ້ງຢູ່ເຂດບ້ານວັງໂພ (ເຂດຖິ່ນ ແກ້ວ)
ເມືອງວຽງຈັນ ແຂວງວຽງຈັນ ຫ່າງຈາກຖະໜົນ 13 ເໜືອ ປະມານ 12 ກິໂລແມັດ
ຈາກຂໍ້ມູນຄາດຄະເນໃນເບື້ອງຕົ້ນບໍລິເວນອ່າງໂຕ່ງນ້ຳ ມີ ປະມານ 300 ກິໂລຕາແມັດ
ເນື້ອທີ່ອ່າງເກັບນ້ຳປະມານ 1,4 ກິໂລແມັດ ສະເລ່ຍຝົນຕົກບໍລິເວນນັ້ນປະມານ
1.600 ມິລິແມັດຕໍ່ປີ ສາມາດເກັບນ້ຳໄດ້ ປະມານ 144 ລ້ານແມັດກ້ອນຕໍ່ປີ
ຄວາມຍາວຂອງສັນເຂື່ອນປະມານ 180 ແມັດ ຄວາມສູງຂອງເຂື່ອນປະມານ 20 ແມັດ.

ພ້ອມນັ້ນ ບັນຫາທີ່ຫຼາຍຄົນສົນໃຈກ່ຽວກັບສະຖານທີ່ທ່ອງທ່ຽວ
ເວລາສ້າງເຂື່ອນສຳເລັດຈະເປັນແນວໃດນັ້ນ ຕໍ່ກັບບັນຫານີ້ ທ່ານ ເພັດ ວົງຂັນຕີ
ກ່າວ ວ່າ: ເປັນບັນຫາທີ່ຫຼາຍຄົນໄດ້ໃຫ້ຄວາມສົນໃຈ ໃນຄວາມເປັນຈິງແລ້ວ
ການກໍ່ສ້າງແມ່ນຫ່າງຈາກເມືອງວັງວຽງ ປະມານ 30 ກິໂລແມັດ ຖ້າສັງເກດ
ເບິ່ງຄວາມກວ້າງຂອງນ້ຳຊອງ ໃກ້ກັບຕົວເມືອງນັ້ນ ແມ່ນກວ້າງປະມານ 30-40 ແມັດ
ແຕ່ບ່ອນທີ່ຈະກໍ່ສ້າງນັ້ນກວ້າງພຽງ 10 ແມັດ ແລະ ເບິ່ງອີກ ດ້ານໜຶ່ງ
ນັບແຕ່ບ້ານວັງໂພໄປຫາຜາຕັ້ງ ນັ້ນແມ່ນມີ 12 ກິໂລແມັດ
ໃນໄລຍະດັ່ງກ່າວແມ່ນມີແມ່ນ້ຳອີກ 3 ສາຍ ທີ່ໄຫຼລົງໃສ່ນ້ຳຊອງ ເຊິ່ງຄິດວ່າ ຜົນ
ກະທົບທາງດ້ານທ່ອງທ່ຽວອາດຈະບໍ່ມີ ບາງຄັ້ງອາດເປັນຜົນດີ ເນື່ອງຈາກວ່າ
ເຂື່ອນແມ່ນສາມາດກັກນ້ຳໃນລະດູຝົນໄວ້ ເພື່ອປ່ອຍອອກໃນລະດູແລ້ງ
ເຊິ່ງໃນລະດູແລ້ງ ນ້ຳຊອງໄຫຼພຽງ 3 ແມັດກ້ອນຕໍ່ວິນາທີ
ແຕ່ງຄວາມຕ້ອງການຂອງນ້ຳເພື່ອປັ່ນໄຟນັ້ນແມ່ນ 12 ແມັດກ້ອນ ດັ່ງນັ້ນ
ຈະເຮັດໃຫ້ການ ໄຫຼຂອງນ້ຳບໍລິເວນລຸ່ມເຂື່ອນ ແມ່ນ 12 ແມັດກ້ອນຕໍ່ວິນາທີ
ຈະເຮັດໃຫ້ນ້ຳບໍລິເວນສະຖານທີ່ທ່ອງທ່ຽວບໍ່ຂາດ.



__________________
Anonymous

Date:

ຊາວບ້ານທີ່ຈະຖືກຍົກຍ້ານເພິ່ນມີໂຄງການຊ່ອຍເຂົາເຈົ້າແນວໃດ? ການຖືກຍົກຍ້າຍຈາກເຮືອນເຄີຍຢູ່ ຈາກອູ່ທີ່ເຄີຍນອນນີ້ເປັນຜົນກະທົບທາງດ້ານສຸຂະພາບຈິດເປັນເວລານານ, ແຕ່ເພື່ອຜົນປະໂຫຍດຂອງຊາດ ເຮົາຕ້ອງເສັຍສະຫລະ.

__________________
Anonymous

Date:

Is O.K. we lost the land, but more jobs and more fish & games
for local residents and the tourists.
Good news. 


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard