Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເບຍເປັນຢາດີໜີ້ວ
Anonymous

Date:
ເບຍເປັນຢາດີໜີ້ວ

ພໍ່ແມ່ພີ່ນ້ອງຊາວລາວທ່ີຮັກແພງ ເມື່ອທ່ານກຳລັງອ່ານຢູ່ໜີ້ ກະລຸນາຈົດຈຳເອົາໄວ້
ກ່ຽວກັບເລຶ້ອງເຫລົ້າເບຍ ບໍ່ແມ່ນຂ້າພະເຈົ້າ ຫາເລຶ້ອງມາເວົ້າເປົ່າໆຫຼືວ່າໄຮ້ສາລະ
ມັນເປັນເລຶ້ອງຈິງ ແລະກໍບໍ່ແມ່ນແນະນຳໃຫ້ທ່ານດື່ມເບຍ ເພ່ືອສົ່ງເສີມບໍລິສັດເບຍ
ເດີ້, ຂ້າພະເຈົ້າຢູ່ ປະເທດ ການາດາ ນ້ອງສາວໂທໄປຫາ ເພ່ືອຂໍເງິນໄປໃຊ້ໃນການ
ຜ່າຕັດໜີ້ວ, ນ້ອງເຂີຍເປັນໜີ້ວ ຂ້າພະເຈົ້າກໍເລີຍມີໂອກາດແນະນຳໃຫ້ນ້ອງເຂີຍ
ຊື້ເຫລົ້າເບຍ 1 ແກ້ວ ເອົາມາຕົ້ມໃຫ້ມັນຮ້ອນພໍກິນໄດ້ ແລ້ວກິນລົງໄປ ປະມານສອງຊົ່ວໂມງ ແລ້ວຈະເຫັນຜົນ ມັນຈະຂັບໄລ່ໜີ້ວນັ້ນອອກ ເວລາເຮົາໄປຖ່າຍເບົາ.
ນ້ອງເຂີຍຢ້ານວ່າມັນບໍ່ແຮງພໍ ກໍເລີຍໄປຊື້ເບຍອີກຕ່ືມຂວດໜ່ຶງ ແຕ່ບໍ່ທັນໄດ້ດ່ືມ
ຂວດສອງ, ເມ່ືອເວລາຂ້າພະເຈົ້າ ໂທກັບໄປຫານ້ອງເຂີຍ ຖາມວ່າເປັນຈ່ັງໃດ?
ລາວກໍບອກວ່າ ລູງເອີຍ ມັນອອກ ມາຕັ້ງສາມເມັດ ຊ່ຳແກ່ນຝ້າຍ .ລາວກໍດີ
ໃຈຫລາຍ ເພາະມັນບໍ່ເຈັບໜີ້ວອີກແລ້ວ,​ ແຕ່ຂ້າພະເຈົ້າບອກວ່າ ສາມເດືອນໃດໃຫ້ຕົ້ມເບຍກິນເທ່ືອນ່ຶງ, ຖ້າທ່ານບໍ່ເຊ່ືອ (ຫາກທ່ານຢູ່ລາວ) ກະລຸນາຖາມຜູ້ກ່ຽວໄດ້ຢູ່ບ້ານອູ້ ເຂດເມືອງຂາຍ ຫລວງພະບາງ,
ສູດຢາດີໜີ້ວນີ້ ຂ້າພະເຈົ້າໄດ້ມາຈາກໝູ່ ຄົນເຢຍລະມັນ ທ່ີມາຈາກປະເທດ ເມັກຊີໂກ.ເຂົາແນະນຳໃຫ້ ເພາະຜູ້ກ່ຽວເຄີຍເປັນໜີ້ວ. ໃຫ້ທ່ານ ບອກກັນທົ່ວໄປ ແລ້ວທ່ານຈະໄດ້ຄວາມພອນ. ບອກລ້າໆ ຢ່າຍັກຍອກເອົາເງິນຄົນອື່ນ, ດ້ວຍຄວາມຮັກຊ່ຶງກັນແລະກັນເດີ້!

__________________
Anonymous

Date:

ຂອບໃຈຫລາຍໆເດີທີ່ເອົາເຄັດລັບນີ້ມາບອກ. ເບັຍຫຍັງກໍ່ໄດ້ຫວາ?ຫລືໄດ້ແຕ່ເບັຍລາວ?

__________________
Anonymous

Date:

Anonymous wrote:

ຂໍຖາມຕືມແດ່  ເພືອຄວາມເຂົ້າໃຈລະອຽດຕືມ ເບຍຍີຫໍ້ຫຍັງ ? ຂວດນ້ອຍ ກາງ ໃຫຍ່ ຊຳໃດ ? ຂນາດຈັກມີລີລີດ ?ຄວາມຂົມປະມານຈັກດີກຮີ ?  ດືມມີືລະຈັກເທືອ ? ດືມໄດ້ທູກຄົນບໍທີເປັນນີ້ວ ເດັກນ້ອຍ ຜູ້ໜູ່ມ ຜູ້ເຖົ້າ ຜູ້ຍີງ ? ບໍມີຜົນຂ້່າງຄຽງບໍ ບໍມີອັນຕະລາຍບໍຕໍສູຂະພາບຜູ້ກຽວ ?

        ແຕ່ດົນນານແລ້ວ  ມີຜູ້ແນະນຳ ເອົາມາກພ້າວໄຟນືງໜ່ວຍ  ໃສ່ມາດຮືງກ້ອນເທົາໄຂ່ໄກ່  ແລ້ວເຜົາໄຟໃຫ້ສູກ ກີນຕອນນ້ຳອູ່ນ  
ຫຼື ກີນຕອນ ນ້ຳຮ້ອນ ໆ ຍີງເປັນການດີຫຼາຍ

         ໝໍສະໄໝ ໃໝ່ ໃຊ້ວີທີຜ່າຕັດ  ຫຼື  ຍີງແສງເລເຊີ ສະລາຍນີວ    

ຈກ ທ ດວງຕາ 

__________________
Anonymous

Date:

ລາຍລະອຽດເພີ້ມເຕີມ: ຈະເປັນເບຍ ຂອງທຸກສະນິດເບຍ
ບໍ່ວ່າເບຍລາວແລະຕ່າງປະເທດ ແມ່ນໃຊ້ໄດ້ກັນທັງນັ້ນ
ຈຸດສຳຄັນ: ຖ້າຫາກທ່ານເປັນໜີ້ວ ຢ່າລືມໄປພົບທ່ານໝໍ
ກວດສຸຂະພາບກ່ອນ ຊ່ອງໄຟຟ້າ (ເອັກຊະເຣ່) ຖ້າຫາກວ່າ
ໜີ້ວມັນໃຫຍ່ເກີນໄປບາງທີນ້ຳເບຍ ກໍອາດບໍ່ສາມາດທຳລາຍ
ເມັດໜີ້ວໄດ້. ຖ້າຫາກ
ເຮົາວ່າຮູ້ວ່າເຮົາເປັນໜີ້ວ ບໍ່ສາມາດຈະ
ຖ່າຍເບົາໄດ້ ກໍຄວນຈັດການກັບມັນດ້ວຍດ້ວຍເຫລົ້າເບຍນີ້
ຫລືບາງທີເຮົາອາດຈະຢູ່ຫ່າງໄກຈາກໂຮງພະຍາບານ ຫລືຢູ່
ຕາມບ້ານນອກ ຍານພາຫານະກໍບໍ່ທົບທັນຕາມຄວາມຕ້ອງ
ການ (ທ່ານຕ້ອງຕົ້ມເບຍໃຫ້ອຸ່ນຫລືຮ້ອນຈັກໜ່ອຍກໍໄດ້ ແຕ່
ຫ້າມດ່ືມເບຍເຢັນ ມັນຈະບໍ່ເປັນຢາ
) ແດ່ພ່ີນ້ອງຊາວລາວ
ທົ່ວໂລກເມື່ອທ່ານໄດ້ອ່ານແລ້ວກະລຸນາບອກກັນທົ່ວໄປ
ເພ່ືອຈະໄດ້ຊ່ອຍຊ່ຶງກັນແລະກັນ. ນ້ອງສາວຫລ້າຂ້າພະເຈົ້າ
ເປັນແພດຊັ້ນສູງປະຈຳຢູ່ໂຮງພະຍາບານຫລວງພະບາງລາວກໍພະຍາຍາມແນະນຳໃຫ້ອ້າຍເຂີຍລາວໄປກວດສຸຂະພາບນຳໝໍອີກ
ແຕ່ຜູ່ກ່ຽວກໍບອກວ່າ ”ບໍ່ໄປແລ້ວ” ໄປຖ່າຍເບົາມັນກໍໂລ່ງດີ
ແລ້ວບໍ່ມີຫຍັງຂ້ອງຄາ.ປັດຈຸບັນຜູ້ກ່ຽວໄປເຮັດໄຮ່ໄຖນາສະບາຍ ຍ້ອຍເບຍຊ່ອຍຊຳລະໜີ້ວອອກຈາກລາວ.  ຖ້າມີສ່ິງໃດດີໆຂ້າພະເຈົ້າຈະນຳເອົາມາລົງຂ່າວທ່ີສະມາຄົມລາວນີ້.

ຈາກ ອົງອາດ ພູນສະຫວັດ.

__________________
Anonymous

Date:

ວິທີຂອງການດ່ືມ: ຂ້າພະເຈົ້າກໍເຊ່ືອແນ່ວ່າ
ຜູ້ໃຫຍ່ ດື່ມປະມານສອງຂວດ ພໍດີພໍຄວນ,
ຜູ້ນ້ອຍອາດຈະ ດື່ມເຄິ່ງຂວດ, ທຸກຄົນກໍມັກ
ດ່ືມເບຍ ຢູ່ແລ້ວ ເວລາເຮົາເອົາໄປຕົ້ມລົດຊາດ
ມັນກໍອາດຈະປ່ຽນແປງ ເຊ່ືອແນ່ວ່າມັນຈະບໍ່
ເຮັດໃຫ້ເຮົາເມົາໄດ້.ມັນບໍ່ເປັນພິດເປັນໄພຫຍັງ
ນອກຈາກວ່າທ່ານດື່ມຫລາຍມັນຈະເຮັດໃຫ້ທ່ານ
ເມົາເທ່ົານັ້ນ. ພົບກັນເທ່ືອໜ້າ ສະບາຍດີbiggrinbiggrinbiggrin

__________________
Xiengkalen

Date:

ໜິ້ວໝາກໄຂ່ຫຼັງກໍສາມາດໃຊ້ສູດນີ້ໄດ້ບໍ ຫຼືວ່າ ບໍ່ໄດ້
ຂອບໃຈລ່ວງໜ້າ

__________________
Anonymous

Date:

Xiengkalen wrote:

__________________________________________
ຕາມທ່ີຈິງແລ້ວ ສູດນີ້ ກໍແມ່ນໃຊ້ກ່ຽວກັບໜີ້ວໝາກໄຂຫລັງ
ຫັ້ນແລ້ວ. ຖ້າທ່ານບໍ່ເປັນໜີ້ວ ກໍບໍ່ຕ້ອງດື່ມ.
ເພາະຄົນທຳມະດາມັກດ່ືມເບຍເຢັນ

__________________
Anonymous

Date:

ສູດນີ້ບໍ່ສົມຄວນໃຊ້ກັບເດັກອາຍຸຕ່ຳກ່ວາ 18ປີ.

__________________
Anonymous

Date:

Anonymous wrote:

Anonymous wrote:

ພໍ່ແມ່ພີ່ນ້ອງຊາວລາວທ່ີຮັກແພງ ເມື່ອທ່ານກຳລັງອ່ານຢູ່ໜີ້ ກະລຸນາຈົດຈຳເອົາໄວ້
ກ່ຽວກັບເລຶ້ອງເຫລົ້າເບຍ ບໍ່ແມ່ນຂ້າພະເຈົ້າ ຫາເລຶ້ອງມາເວົ້າເປົ່າໆຫຼືວ່າໄຮ້ສາລະ
ມັນເປັນເລຶ້ອງຈິງ ແລະກໍບໍ່ແມ່ນແນະນຳໃຫ້ທ່ານດື່ມເບຍ ເພ່ືອສົ່ງເສີມບໍລິສັດເບຍ
ເດີ້, ຂ້າພະເຈົ້າຢູ່ ປະເທດ ການາດາ ນ້ອງສາວໂທໄປຫາ ເພ່ືອຂໍເງິນໄປໃຊ້ໃນການ
ຜ່າຕັດໜີ້ວ, ນ້ອງເຂີຍເປັນໜີ້ວ ຂ້າພະເຈົ້າກໍເລີຍມີໂອກາດແນະນຳໃຫ້ນ້ອງເຂີຍ
ຊື້ເຫລົ້າເບຍ 1 ແກ້ວ ເອົາມາຕົ້ມໃຫ້ມັນຮ້ອນພໍກິນໄດ້ ແລ້ວກິນລົງໄປ ປະມານສອງຊົ່ວໂມງ ແລ້ວຈະເຫັນຜົນ ມັນຈະຂັບໄລ່ໜີ້ວນັ້ນອອກ ເວລາເຮົາໄປຖ່າຍເບົາ.
ນ້ອງເຂີຍຢ້ານວ່າມັນບໍ່ແຮງພໍ ກໍເລີຍໄປຊື້ເບຍອີກຕ່ືມຂວດໜ່ຶງ ແຕ່ບໍ່ທັນໄດ້ດ່ືມ
ຂວດສອງ, ເມ່ືອເວລາຂ້າພະເຈົ້າ ໂທກັບໄປຫານ້ອງເຂີຍ ຖາມວ່າເປັນຈ່ັງໃດ?
ລາວກໍບອກວ່າ ລູງເອີຍ ມັນອອກ ມາຕັ້ງສາມເມັດ ຊ່ຳແກ່ນຝ້າຍ .ລາວກໍດີ
ໃຈຫລາຍ ເພາະມັນບໍ່ເຈັບໜີ້ວອີກແລ້ວ,​ ແຕ່ຂ້າພະເຈົ້າບອກວ່າ ສາມເດືອນໃດໃຫ້ຕົ້ມເບຍກິນເທ່ືອນ່ຶງ, ຖ້າທ່ານບໍ່ເຊ່ືອ (ຫາກທ່ານຢູ່ລາວ) ກະລຸນາຖາມຜູ້ກ່ຽວໄດ້ຢູ່ບ້ານອູ້ ເຂດເມືອງຂາຍ ຫລວງພະບາງ,
ສູດຢາດີໜີ້ວນີ້ ຂ້າພະເຈົ້າໄດ້ມາຈາກໝູ່ ຄົນເຢຍລະມັນ ທ່ີມາຈາກປະເທດ ເມັກຊີໂກ.ເຂົາແນະນຳໃຫ້ ເພາະຜູ້ກ່ຽວເຄີຍເປັນໜີ້ວ. ໃຫ້ທ່ານ ບອກກັນທົ່ວໄປ ແລ້ວທ່ານຈະໄດ້ຄວາມພອນ. ບອກລ້າໆ ຢ່າຍັກຍອກເອົາເງິນຄົນອື່ນ, ດ້ວຍຄວາມຮັກຊ່ຶງກັນແລະກັນເດີ້!

ຂໍຖາມຕືມແດ່  ເພືອຄວາມເຂົ້າໃຈລະອຽດຕືມ ເບຍຍີຫໍ້ຫຍັງ ? ຂວດນ້ອຍ ກາງ ໃຫຍ່ ຊຳໃດ ? ຂນາດຈັກມີລີລີດ ?ຄວາມຂົມປະມານຈັກດີກຮີ ?  ດືມມີືລະຈັກເທືອ ? ດືມໄດ້ທູກຄົນບໍທີເປັນນີ້ວ ເດັກນ້ອຍ ຜູ້ໜູ່ມ ຜູ້ເຖົ້າ ຜູ້ຍີງ ? ບໍມີຜົນຂ້່າງຄຽງບໍ ບໍມີອັນຕະລາຍບໍຕໍສູຂະພາບຜູ້ກຽວ ?

        ແຕ່ດົນນານແລ້ວ  ມີຜູ້ແນະນຳ ເອົາມາກພ້າວໄຟນືງໜ່ວຍ  ໃສ່ມາດຮືງກ້ອນເທົາໄຂ່ໄກ່  ແລ້ວເຜົາໄຟໃຫ້ສູກ ກີນຕອນນ້ຳອູ່ນ  
ຫຼື ກີນຕອນ ນ້ຳຮ້ອນ ໆ ຍີງເປັນການດີຫຼາຍ

         ໝໍສະໄໝ ໃໝ່ ໃຊ້ວີທີຜ່າຕັດ  ຫຼື  ຍີງແສງເລເຊີ ສະລາຍນີວ    

ຈກ ທ ດວງຕາ 

__________________
Anonymous

Date:

Xiengkalen wrote:

ໜິ້ວໝາກໄຂ່ຫຼັງກໍສາມາດໃຊ້ສູດນີ້ໄດ້ບໍ ຫຼືວ່າ ບໍ່ໄດ້
ຂອບໃຈລ່ວງໜ້າ

 ດອກ ໄມ້ ແກ່ນ ຈັນ ຫອມ  ໃຊ້ ໄດ້ ທູກ ໆ ໂຣຄ ເຊົາ ທູກ ໆ ໂຣຄ  ເດີ ທ່ານ...

__________________
Anonymous

Date:

eh ! you !
you talked too much
Don't spread your
nonsens

despite you have known that lao people so clever ?????

__________________
Anonymous

Date:

Anonymous wrote:

eh ! you !
you talked too much
Don't spread your
nonsens

despite you have known that lao people so clever ?????

What are you talking about? You don't make sense!no

__________________
Anonymous

Date:

ສະບາຍດີອົງອາດ,ກ່ອນອື່ນຂ້ອຍຂໍຂອບໃຈທີ່ເຈົ້າໃດ້ເອົາລັກສູດທີ່ມີຄູນຄ່າດີແກ່
ກັບສຸກກະພ້າບມາເລົ່າໃຫ້ຟັງແລ້ວຂ້ອຍຢາກຮູ້ວ່າຕອນເຮົາຕົ້ມເບັຽຮັ້ນນະເຮົາຈະ
ຕ້ອງຕົ້ມຈົນມັນຝົ່ດບົກໆຫວາຫຼືວ່າຈັ່ງໃດ?confuse

ໃຫ້ທ່ານຕົ້ມຈົນກວ່າມັນຮ້ອນບໍ່ເຖິງຂັ້ນຝົດກໍໄດ້ ພໍວ່າໃຫ້ມັນຮ້ອນພໍດີພໍງາມ

ກໍໄດ້ແລ້ວ ຫລືວ່າພໍດີອຸ່ນໆ ແມ່ນດ່ຶມໄດ້ໂລດ.

ຂອບໃຈທີ່ທ່ານຕ້ອງການລາຍລະອຽດ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard