Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກິກ
Anonymous

Date:
ກິກ


ຫລາຍຄົນອາດຈະເຄີຍມີກິກ ແຕ່ອາດຈະບໍ່ຮູ້ວ່າຄວາມໝາຍຂອງກິກແມ່ນຫຍັງກັນແທ້. ຕາມທີ່ເຂົ້າໃຈ ກິກ(gig)ແມ່ນຄຳເວົ້າສັ້ນໆທີ່ຕັດອອກມາຈາກ gigolo ຊຶ່ງໝາຍເຖິງຜູ່ຊາຍບຳເລີທີ່ຮັບຈ້າງໃຫ້ຄວາມສຸກຜູ່ຍິງຄົບວົງຈອນ ຊຶ່ງບາງທີອາດຈະເປັນຄູ່ຄວງໄປໄປທ່ຽວ ໄປກິນອາຫານ ໄປເຕັ້ນລຳ ເປັນຄູ່ຄິດ ເປັນຄູ່ນອນໂດຍອາດຈະຮັບຄ່າຈ້າງເປັນເງິນຫລືເປັນວັດຖຸສິ່ງຂອງຕ່າງໆ. gigolo ຕ່າງກັບຜູ່ຊາຍໂສເພນີໜ້ອຍໜຶ່ງ, ຜູ່ຊາຍໂສເພນີຈະບໍລິການຜູ່ຍິງໃນໄລຍະເວລາສັ້ນໆແລະບໍ່ມີພັນທະແລະຮັບຄ່າຈ້າງເປັນເງິນຕາທໍ່ນັ້ນ ແຕ່ກິກຮັບບໍລິການເປັນໄລຍະເວລາຍາວກ່ວາແລະມີພັນທະບໍ່ຜູກມັດ ອາດຈະບໍລິການເປັນລາຍວັນ ລາຍອາທິດ ລາຍເດືອນຫລືລາຍປີ ສຸດແລ້ວແຕ່ຊິຕົກລົງກັນ.
ຢູ່ບ້ານເຮົາ, ກິກມີຄວາມໝາຍແນວໃດ?
http://www.thefreedictionary.com/gigolo



__________________
Anonymous

Date:

If a guy calls his girlfriend " GIG " is wrong calling because
" GIG '' is using only for a guy who gets pay from a women to
take her out to eat, to travel and also to have sex with her.

I see Lao and Thai guys call their girlfriends " GIG ".

GIG means " Phu Sai Bum-ler " in lao and thai.
We call " Phu Gning Bum-ler " as " So-Phai-Nee " 



__________________
Anonymous

Date:

ກຶກ ຄືຜູ້ສາວຫລືຜູ້ບ່າວທີ່ໄປທ່ຽວໄປຫລິ້ນໄປກິນເຂົ້ານຳກັນ ບໍ່ຄຶກັນກັບຊູ້ຫລືແຟນ ກິກບໍ່ສາມາດທ່ຽວແບບອອກຫນ້າ
ອອກຕາໄດ້ ບາງເທື່ອກໍຫມາຍເຖຶງແຟນລັບຫລືຊູ້ລັບ


__________________
Anonymous

Date:

i don't know why, why do lao people like to have gig??? even though they already have a girlfriend/boyfreind


__________________
ໄຄຕົ້ນ

Date:

Anonymous wrote:

i don't know why, why do lao people like to have gig??? even though they already have a girlfriend/boyfreind





ໄດ້ຍິນທ່ານຄົນໃຕ້ເວົ້າວ່າ "​ ເມົາແລ້ວບໍ່ຂັບ ຫລັບບ້ານກິກດີກ່ວາ " ຕາມທີ່ເຂົ້າໃຈ ຄົນບ້ານເຮົາມີກິກຢາຍໄວ້ແຕ່ບ້ານໃຕ້ຮອດບ້ານເໜືອຍ້ອນວ່າມັກເມົາ ເມົາແລ້ວບໍ່ກ້າກັບບ້ານເພາະຢ້ານເມຍປາດຫຳກໍ່ເລີຍຕ້ອງໄດ້ໄປນອນບ້ານກິກຄືທ່ານຄົນໃຕ້ເວົ້າຫັ້ນລະ. ຜຂ ມີແມ່ບັກເຖິກຄົນດຽວກະຍັງຕ້ອງໄດ້ເອົາ " ສາວນ້ອຍຕົກຕຽງ " ຊູແຮງຢູ່ ຄັນໄປມີກິກຢູ່ທຸກໆບ້ານຄືທ່ານຄົນໃຕ້ ຈັກຊິເອົາຫຍັງລະມາບຳຣຸງ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard