Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປີດໃຊ້ສະຖານີ ແລະ ສູນຂໍ້ມູນແຜ່ນດິນໄຫວ
Anonymous

Date:
ເປີດໃຊ້ສະຖານີ ແລະ ສູນຂໍ້ມູນແຜ່ນດິນໄຫວ




DSCF0282.jpg

ພາຍຫລັງທີ່ລັດຖະບານຈີນ ກໍ່ຄືອົງການແຜ່ນດິນໄຫວ ສປ ຈີນ ໃຫ້ເງິນຊ່ວຍເຫລືອຈຳນວນ 3,725 ລ້ານກວ່າຢວນ (ສະກຸນ ເງິນຈີນ) ເຂົ້າໃນການກໍ່ສ້າງ 2 ສະຖານີແຜ່ນດິນໄຫວຢູ່ແຂວງຫລວງພະບາງ ແລະ ຫລັກ 20 ແຂວງບໍລິຄຳໄຊ ລວມທັງ 1 ສູນ ຂໍ້ມູນ-ຂ່າວສານດ້ານແຜ່ນດິນໄຫວໃຫຍ່ທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ນະຄອນຫລວງວຽງຈັນ ສຳເລັດເປັນທີ່ຮຽບຮ້ອຍ ແລະ ທົດລອງນຳໃຊ້ ມາເປັນເວລາ 1 ປີກວ່າເຫັນວ່າມີປະສິດທິຜົນໃນການຕິດຕາມ ສະພາບແຜ່ນດິນໄຫວຢູ່ໃນພາກພື້ນກໍ່ຄື ສປປ ລາວ ທັງສອງຂະແຫນງການຂອງລາວ ແລະ ຈີນ ຈິ່ງໄດ້ມີການເຊັນສັນຍາມອບ-ຮັບກັນເພື່ອເປີດນຳໃຊ້ຢ່າງເປັນທາງການ.

ພິທີລົງນາມມອບ-ຮັບແລ້ວ ເປີດນຳໃຊ້ຢ່າງເປັນທາງການຂອງ 2 ສະຖານີແຜ່ນດິນໄຫວ ແລະ 1 ສູນຂໍ້ມູນດັ່ງກ່າວແມ່ນໄດ້ຈັດ ຂຶ້ນຢູ່ທີ່ສວນອາຫານຄົວລາວ ໃນວັນທີ 7 ເມສາ 2010 ນີ້ ໂດຍການເຊັນກັນລະຫວ່າງທ່ານ ສີສະຫວັດ ວິທະໄຊ ຮອງຫົວຫນ້າອົງ ການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມກັບທ່ານ Liu Yuchen ຮອງຫົວຫນ້າອົງການແຜ່ນດິນໄຫວ ສປ ຈີນ ພາຍໃຕ້ການເຂົ້າ ຮ່ວມເປັນສັກຂີພິຍານຂອງທ່ານ ນາງ ເຂັມແພງ ພົນເສນາ ລັດຖະມົນຕີປະຈຳສຳນັກງານນາຍົກ, ຫົວຫນ້າອົງການຊັບພະຍາກອນ ນ້ຳ ແລະ ສິ່ງແວດລ້ອມ; ພ້ອມດ້ວຍບັນດາພະນັກງານທີ່ກ່ຽວຂ້ອງທັງສອງພາກສ່ວນເຂົ້າຮ່ວມ.

ກ່ອນຫນ້ານີ້ ສປປ ລາວ ບໍ່ທັນມີສະຖານີແຜ່ນດິນໄຫວ ແລະບໍ່ມີນັກວິຊາການດ້ານແຜນດິນໄຫວ ຈິ່ງມີຄວາມລຳບາກໃນການຕິດ ຕາມ ແລະ ຍາກທີ່ຈະຮູ້ໄດ້ການປ່ຽນແປງຂອງສະພາບແວດລ້ອມ, ດິນຟ້າອາກາດ ກໍ່ຄືເຫດການແຜ່ນດິນໄຫວຢູ່ໃນພາກພື້ນກໍ່ຄືຂອງ ລາວ, ເຖິງແມ່ນວ່າຜ່ານມາ ລາວຈະບໍ່ເຄີຍເກີດເຫດການແຜ່ນດິນໄຫວທີ່ຮຸນແຮງ ແຕ່ກໍ່ມີການສັ່ນສະເທືອນເລັກຫນ້ອຍ ຢູ່ໃນແຂວງບໍ່ ແກ້ວ, ຫລວງພະບາງ, ອຸດົມໄຊ.

ທ່ານ ສີສະຫວັດ ວິທະໄຊ ກ່າວວ່າ: ການຊ່ວຍເຫລືອຄັ້ງນີ້ຂອງອົງການແຜ່ນດິນໄຫວ ສປ ຈີນ ກໍ່ຄືການຊ່ວຍເຫລືອສ້າງ 2 ສະ ຖານີແຜ່ນດິນໄຫວຢູ່ແຂວງຫລວງພະບາງ ແລະ ຫລັກ 20 ແຂວງບໍລິຄຳໄຊ ແລະ 1 ສູນຂໍ້ມູນ-ຂ່າວສານ ຢູ່ກົມອຸຕຸນິຍົມ ແລະ ອຸ ທົກກະສາດ ນະຄອນຫລວງວຽງຈັນ ຈະຊ່ວຍໃຫ້ສາມາດຕິດຕາມບັນຫາແຜ່ນດິນໄຫວຢູ່ ສປປ ລາວ ກໍ່ຄືຂົງເຂດ ແລະ ພາກພື້ນໄດ້ ເປັນຢ່າງດີແນວໃດກໍ່ຕາມນີ້ ເປັນຈຸດລິເລີ່ມທີ່ສຳຄັນໃນການພົວພັນຮ່ວມມືທີ່ດີລະຫວ່າງສອງຂະແຫນງການຂອງພວກເຮົາກໍ່ຄືການສ້າງ ຄວາມເຂັ້ມແຂງໃຫ້ແກ່ຂະແຫນງການແຜ່ນດິນໄຫວຂອງ ສປປ ລາວ. ນີ້ເປັນຜົນດີທີ່ ສປປ ລາວ ພວກເຮົາມີສະຖານີເຕືອນໄພແຜ່ນ ດິນໄຫວ ເຊິ່ງຈະຊ່ວຍໃຫ້ພວກເຮົາມີຄວາມເຂົ້າໃຈຫລາຍຂຶ້ນໃນການເຝົ້າລະວັງເຫດການແຜ່ນດິນໄຫວທີ່ບໍ່ຮູ້ວ່າ ເມື່ອໃດຈະເກີດຂຶ້ນຢູ່ ລາວໂດຍສະເພາະແຂວງພາກເຫນືອຜ່ານມາເຫັນວ່າເກີດມີແຜ່ນດິນໄຫວລະດັບຄ່ອຍຫາປານກາງຫລາຍຄັ້ງ ເຊິ່ງສ້າງຄວາມວິຕົກໃຫ້ ແກ່ປະຊາຊົນຢ້ານກົວພໍສົມຄວນ ແລະ ບໍ່ມີຄວາມສຸກໃນການດຳລົງຊີວິດ.

ສະນັ້ນ ການທີ່ພວກເຮົາໄດ້ຮັບການຊ່ວຍເຫລືອຈາກອົງການແຜ່ນດິນໄຫວ ສປ ຈີນກໍ່ຈະເປັນການແກ້ໄຂບັນຫາຄວາມຢ້ານກົວດັ່ງ ກ່າວຂອງປະຊາຊົນເພາະຈະມີການຕິດຕາມເຝົ້າລະວັງຕະຫລອດ ຫາກຮູ້ວ່າຈະເກີດແຜ່ນດິນໄຫວກໍ່ຈະເຕືອນໃຫ້ປະຊາຊົນ ໃນຂົງເຂດ ສ່ຽງໄພຍົກຍ້າຍອອກຈາກພື້ນທີ່ໄດ້ທັນເວລາ.


__________________
Anonymous

Date:

ຂອບໃຈປະຊາຊົນແລະລັດຖະບານຈີນຫລາຍໆເດີ. ເພິ່ນຊ່ອຍເຮົາຫລາຍຈັ່ງຊີ້ເຮັດໃດ໋ຊິຕອບແທນບຸນຄຸນເພິ່ນໝົດລະ?

__________________
Anonymous

Date:

Anonymous wrote:

ຂອບໃຈປະຊາຊົນແລະລັດຖະບານຈີນຫລາຍໆເດີ. ເພິ່ນຊ່ອຍເຮົາຫລາຍຈັ່ງຊີ້ເຮັດໃດ໋ຊິຕອບແທນບຸນຄຸນເພິ່ນໝົດລະ?



Just open doors for Chinese to free enter, every thing is over
No owe no nothing. 

 



__________________
Anonymous

Date:

Anonymous wrote:

Anonymous wrote:

ຂອບໃຈປະຊາຊົນແລະລັດຖະບານຈີນຫລາຍໆເດີ. ເພິ່ນຊ່ອຍເຮົາຫລາຍຈັ່ງຊີ້ເຮັດໃດ໋ຊິຕອບແທນບຸນຄຸນເພິ່ນໝົດລະ?



Just open doors for Chinese to free enter, every thing is over
No owe no nothing. 

 





ຖ້າເປີດກ້ວາງຕື່ມອີກສາ ຂ້ອຍຈັ່ງຊິໄດ້ອາຕິ໋ມາເປັນເຂີຍແຂ່ງກັບເຂີຍອົງ.

__________________
Anonymous

Date:

ປະເທດລາວ ມີສະຖຽນລະພາບສະຫງົບ ລັດຖະບານລາວມີການເມືອງແລະການພົວພັນຕ່າງປະເທດແບບມິດຕະສະ
ຫາຍ


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard