Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: 2ນັກເຕະສາວລາວ ຖືກສົ່ງໄປໄທແລ້ວ
Anonymous

Date:
2ນັກເຕະສາວລາວ ຖືກສົ່ງໄປໄທແລ້ວ



8_12.jpg

 ໂດຍ: ສຸລິນ


   ນາງ ສຸພາວັນ ໄພວັນ (ສູນຫນ້າ); ນາງ ນຸ້ມ ອັ້ງມະຫົງສາ (ກອງກາງ) 2 ນັກເຕະດາວຮຸ່ງຂອງລາວເຊັນສັນຍາຕອບ-ຮັບຄຳສະ ເຫນີຂອງທີມສະໂມສອນກຸງທົນບູລີ (ໄທ) ແລ້ວໄລຍະ 4 ປີພ້ອມຮັບຄ່າເມື່ອຍເດືອນລະ 19.000 ບາດ. ຮຽນຈົບປະລິນຍາໂທໂດຍ ບໍ່ໄດ້ເສຍຄ່າ.


ການສະເຫນີຂອງສະໂມສອນກຸງທົນບູລີ ຄັ້ງນີ້ແມ່ນທາງສະຫະພັນ ແລະ ຄະນະກຳມະການກີລາແຫ່ງຊາດໄດ້ອະນຸຍາດ ໂດຍຈະ ໄປຮ່ວມເປັນເວລາ 4 ປີຮັບຄ່າ ເມື່ອຍເດືອນລະ 19.000 ບາດ (ສະກຸນເງິນໄທ) ບໍ່ລວມຄ່າອື່ນໆ. ພ້ອມຮຽນຈົບປະລິນຍາໂທ ໂດຍ ບໍ່ເສຍຄ່າ ເຊິ່ງມີມູນຄ່າບໍ່ຕ່ຳກວ່າປີລະ 300.000 ບາດ. ຖ້າຫາກ 2 ນັກເຕະນີ້ມີການພັດທະນາສີ ຕີນຂຶ້ນຄ່າເມື່ອຍດັ່ງກ່າວຄົງຈະບໍ່ ຢຸດຢູ່ບ່ອນເກົ່າຢ່າງແນ່ນອນທ່ານ ນາງ ວາລິ ກ່າວ.


   ສຸດທ້າຍ ນາງ ວາລິ ຍັງໃຫ້ຮູ້ຕື່ມອີກວ່າ: ນັກເຕະ 2 ສາວກຽມ ຈະອອກເດີນທາງຫລັງປີໃຫມ່ລາວ ແລະ ເຊື່ອວ່າ 2 ນັກເຕະທີ່ ຖືກຊື້ຕົວໄປນີ້ ຈະເປັນຂົວຂ້າມໃຫ້ກັບວົງການນັກເຕະລາວຢ່າງສູງໃນຕໍ່ຫນ້າ.


ecom



__________________
Anonymous

Date:

ຂໍສະແດງຄວາມດີໃຈນຳຫລານສາວທັງສອງເນີ, ຂໍອ່ວຍພອນໃຫ້ຫລານຈົ່ງປະສົບຜົນສຳເລັດໃນໜ້າທີ່ແລະການສຶກສາ.

__________________
Anonymous

Date:

Show them what you got, girls!!!!

Your supporter from U.S.A.



__________________
Anonymous

Date:

ຂໍສະແດງຄວາມຍິນດີ ແລະດີໃຈນຳນັກເຕະບານ ຍິງລາວທັງສອງທີ່ໄດ້ ມີໂອກາດ ແລະມີຄວາມສາມາດ ໃນຫນ້າທີ່ນີ້ ຖືວ່າເປັນການພັດທະນາທັງ ວິຊາອາຊີບ ລາຍໄດ້ ແລະການສືກສາ ຫາໄດ້ຍາກ ທີ່ຈະມີໃນລາວ
ຂໍໃຫ້ປະສົບຜົນສຳເລັດ ນຳຄວາມສຳເລັດ ແລະຄວາມພູມໃຈ ມາສູ່ຄອບຄົວ ແລະປະຊາຊົນລາວ ທັງຊາດ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard