Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສູນການຄ້າໃຫມ່ ໃກ້ຈະເປີດແລ້ວເດີ້
Anonymous

Date:
ສູນການຄ້າໃຫມ່ ໃກ້ຈະເປີດແລ້ວເດີ້



1_280.jpg

 ຂ່າວ: ໃສຫລ້າຄຳ


   ສູນການຄ້າອາຊຽນທີ່ສ້າງໃນເນື້ອທີ່ຫລາຍກວ່າ 30.000 ຕາແມັດ ປະກອບດ້ວຍອາຄານຄ້າຂາຍ ແລະທີ່ຢູ່ອາໄສ 11 ຫລັງ ແລະ ອາຄານສູນກາງການຄ້າທັນສະໄຫມອີກຫນຶ່ງຫລັງພວມຈະກາຍເປັນອີກທາງເລືອກໃຫມ່ຂອງນັກທຸລະກິດພໍ່ຄ້າຊາວຂາຍເມື່ອໂຄງການ ດັ່ງກ່າວສຳເລັດຢ່າງສົມບູນໃນກາງປີຫນ້າ; ຂະນະທີ່ປະຈຸບັນກໍ່ເລີ່ມມີການຄ້າຂາຍເປັນບາງສ່ວນແລ້ວ.


   ທ່ານ ວິໄຊ ນະວຽງຈັນ ປະທານບໍລິສັດວີເອັສພີ ເຊິ່ງເປັນຜູ້ລົງທຶນສ້າງສູນການຄ້າອາຊຽນເປີດເປີຍຕໍ່ທີມຂ່າວເສດຖະກິດ-ສັງຄົມໃນ ທ້າຍອາທິດຜ່ານມາວ່າ: ໂດຍເລັງເຫັນກາລະໂອກາດທາງດ້ານການຄ້າການລົງທຶນຈາກການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ; ບໍລິ ສັດວີເອັສພີ ຈິ່ງໄດ້ຕັດສິນໃຈລົງທຶນປຸກສ້າງສູນກາງການຄ້າອາຊຽນຂຶ້ນໃນປີ 2007 ໂດຍໄດ້ອອກແບບສ້າງອາຄານສາມຊັ້ນ 11 ຫລັງ (ສັນຍະລັກ 11 ຊາດອາຊຽນ) ແລະ ອີກຫນຶ່ງອາຄານສູງກາງການຄ້າທັນສະໄຫມ ດ້ວຍມູນຄ່າການລົງທຶນຫລາຍກວ່າ 160 ຕື້ກີບ.


   ທ່ານກ່າວຕື່ມວ່າ: ສູນການຄ້າອາຊຽນສ້າງຂຶ້ນໃນເນື້ອທີ່ຫລາຍກວ່າ 30.000 ເຮັກຕາໂດຍໄດ້ອອກແບບມາໃຫ້ເປັນສູນການຄ້າແລະ ທີ່ຢູ່ອາໄສໄປ ພ້ອມໆກັນໃນອາຄານ 11 ຫລັງ ມີທັງຫມົດ 171 ຫ້ອງ ຫລື ສາມາດຮອງຮັບໄດ້ເຖິງ 171 ຄອບຄົວ ເຊິ່ງຈະເຮັດໃຫ້ ສູນການຄ້າອາຊຽນເປັນຊຸມຊົນການຄ້າທີ່ທັນສະໄຫມໃນນະຄອນຫລວງຫລວງວຽງຈັນ ອັນຈະກາຍເປັນທາງເລືອກໃຫມ່ຂອງນັກທຸລະກິດ ແລະ ພໍ່ຄ້າຊາວຂາຍທີ່ຕ້ອງການເຮັດທຸລະກິດການຄ້າ ແລະ ການບໍລິການຕ່າງໆ.


   ປະຈຸບັນການກໍ່ສ້າງອາຄານທັງ 11 ຫລັງແມ່ນສຳເລັດເປັນສ່ວນໃຫຍ່ມີບາງອາຄານກໍ່ໄດ້ມີການຈັບຈອງເປີດທຸລະກິດການຄ້າແລະ ບໍລິການຕ່າງໆໄປແດ່ແລ້ວ ແຕ່ຈະໃຫ້ສຳເລັດສົມບູນກ່ອນວັນກຳມະກອນສາກົນທີ່ຈະມາເຖິງ ໂດຍໄດ້ມີການລົງທຶນໄປບໍ່ຕ່ຳກວ່າ 100 ຕື້ກີບ, ທ່ານປະທານບໍລິສັດວີເອັສພີ ກ່າວເນັ້ນ.


   ທ່ານເນັ້ນຕື່ມວ່າ: ສ່ວນການກໍ່ສ້າງອາຄານສູນກາງການຄ້າທັນສະໄຫມຫນຶ່ງຫລັງໃນໃຈກາງຂອງສູນການຄ້າອາຊຽນ ເຊິ່ງອອກແບບ ເປັນອາຄານ 4 ຊັ້ນ ໃນນັ້ນ ຊັ້ນທີ 1 ເປັນສະຖານທີ່ຈອດລົດມີມູນຄ່າການລົງທຶນປະມານ 60 ຕື້ກີບ ໄດ້ສຳເລັດການປັບປຸງຫນ້າດິນ ແລະ ຈະລົງມືກໍ່ສ້າງຢ່າງເປັນທາງການໃນໄວໆນີ້ ໂດຍຈະໃຫ້ສຳເລັດ ແລະ ເປີດໃຊ້ຢ່າງເປັນທາງການໃນເດືອນມິຖຸນາປີຫນ້າ ແຕ່ຈະ ເລ່ງໃຫ້ສຳເລັດກ່ອນແຜນການ.


   ເມື່ອສູນການຄ້າອາຊຽນສ້າງສຳເລັດຢ່າງສົມບູນໃນກາງປີຫນ້າຈະເຮັດໃຫ້ສູນການຄ້າດັ່ງກ່າວ ເປັນທາງເລືອກຫນຶ່ງໃຫ້ແກ່ນັກທຸລະ ກິດ ແລະ ຊາວຄ້າຂາຍທັງພາຍໃນ ແລະ ຕ່າງປະເທດທີ່ຕ້ອງການເຮັດທຸລະກິດ ແລະ ມີສະຖານທີ່ຢູ່ອາໄສໄປໃນໂຕ.


   ໃນຕອນທ້າຍ ທ່ານ ວິໄຊ ກໍ່ໄດ້ສະແດງຄວາມຮູ້ບຸນຄຸນມາຍັງພັກ ແລະ ລັດຖະບານທີ່ໃຫ້ການຊີ້ນຳໆພາຈົນກ້າວມາເຖິງຈຸດນີ້ ແລະ ສະແດງຄວາມຂອບໃຈມາຍັງສັງຄົມທີ່ໃຫ້ການສະຫນັບສະຫນູນຊົມໃຊ້ຜະລິດຕະພັນຕະຫລອດມາ ແລະ ກໍ່ໄດ້ເຊີນຊວນນັກທຸລະກິດ, ພໍ່ ຄ້າຊາວຂາຍທັງພາຍໃນ ແລະ ຕ່າງປະເທດເຂົ້າມາແວ່ ເບິ່ງສູນການຄ້າຂອງພວກເຮົາສູນການຄ້າອາຊຽນຕັ້ງຢູ່ບ້ານຮ່ອງແກ ເມືອງໄຊ ເສດຖາ ນະຄອນຫລວງວຽງຈັນ.




__________________
Anonymous

Date:

ຄົງຈະເປັນຕະຫຼາດຈຳນ່າຍສິນຄ້າໃຫ້ແກ່ນາຍທືນຕ່າງປະເທດຫຼາຍກ່ວາ. ສ່ວນຄົນລາວບໍ່ມີເງີນຊື້ກໍ່ຄົງໄດ້ແຕ່ເບີ່ງ

__________________
Anonymous

Date:

ເບິ່ງແລ້ວ ມັນກະແມ່ນເຮືອນຫ້ອງແຖວທີ່ເຮົາເຄີຍເອີ້ນກັນມາແຕ່ໃດນັ້ນແລ້ວ ພຽງແຕ່ມາປ່ຽນຊື່ວ່າເປັນສູນການຄ້າ (ຕລາດຫ້ອງແຖວ)ພໍໃຫ້ມັນເບິ່ງໃຫ່ຽໂຕຂື້ນ, ອີ່ຫັຽງກະຕາມ ໃຜມີເງິນກະຮີບຈັບຈ່ອງສາ ຈັກນ່ອຍບໍ່ທັນຕ່າງຊາດເຂົາເດີ ສິບອກໃຫ້.

__________________
Triet

Date:


ຖືວ່າເມືອງລາວມີຫ້າງສັບພະສິນຄ້າປົ່ງຂຶ້ນຫລາຍຄືໜໍ່ໄມ້ຫລັກ21 ກໍ່ເປັນເງື່ອນໄຂດີທີ່ເຮັດໃຫ້ຄົນລາວມີຫລາຍເສັ້ນທາງເລືອກ, ເພິ່ນຈະສ້າງຢູ່ຄຸ້ມໃດ໋ ? ໃຜເປັນເຈົ້າຂອງ?

__________________
Anonymous

Date:

ຮູບເທຶງນີ້ບໍແມ່ນສູນການຄ້າໃຫມ່ ດປັນຕາຢາກຫົວເດ ມັນຄືບໍ່ງາມບໍ່ເປັນຕາເບຶ່ງ ບໍ່ມີບ່ອນອອນຊອນໃຈຫຍັງຫມົດ



__________________
Anonymous

Date:

ບໍຊົງແມ່ນສູນການຄ້າຈັກດິ້ ບໍ່ງາມ ປານຕຶກໂຮງການ

__________________
Anonymous

Date:

Anonymous wrote:



ຂະ ນ້ອຍ ຄີ ບໍ ບອກ ທີ່ ຢຸ່   ແລະ ເບີ  ໂທ ຮະ ສັບ  ແດ່  ?

ຢາກ ຈອງ  ແຕ່  ຊີ  ໄປ  ຈອງ ຢຸ  ໃສ ຂະ ນ້ອຍ ?











1_280.jpg

 ຂ່າວ: ໃສຫລ້າຄຳ


   ສູນການຄ້າອາຊຽນທີ່ສ້າງໃນເນື້ອທີ່ຫລາຍກວ່າ 30.000 ຕາແມັດ ປະກອບດ້ວຍອາຄານຄ້າຂາຍ ແລະທີ່ຢູ່ອາໄສ 11 ຫລັງ ແລະ ອາຄານສູນກາງການຄ້າທັນສະໄຫມອີກຫນຶ່ງຫລັງພວມຈະກາຍເປັນອີກທາງເລືອກໃຫມ່ຂອງນັກທຸລະກິດພໍ່ຄ້າຊາວຂາຍເມື່ອໂຄງການ ດັ່ງກ່າວສຳເລັດຢ່າງສົມບູນໃນກາງປີຫນ້າ; ຂະນະທີ່ປະຈຸບັນກໍ່ເລີ່ມມີການຄ້າຂາຍເປັນບາງສ່ວນແລ້ວ.


   ທ່ານ ວິໄຊ ນະວຽງຈັນ ປະທານບໍລິສັດວີເອັສພີ ເຊິ່ງເປັນຜູ້ລົງທຶນສ້າງສູນການຄ້າອາຊຽນເປີດເປີຍຕໍ່ທີມຂ່າວເສດຖະກິດ-ສັງຄົມໃນ ທ້າຍອາທິດຜ່ານມາວ່າ: ໂດຍເລັງເຫັນກາລະໂອກາດທາງດ້ານການຄ້າການລົງທຶນຈາກການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ; ບໍລິ ສັດວີເອັສພີ ຈິ່ງໄດ້ຕັດສິນໃຈລົງທຶນປຸກສ້າງສູນກາງການຄ້າອາຊຽນຂຶ້ນໃນປີ 2007 ໂດຍໄດ້ອອກແບບສ້າງອາຄານສາມຊັ້ນ 11 ຫລັງ (ສັນຍະລັກ 11 ຊາດອາຊຽນ) ແລະ ອີກຫນຶ່ງອາຄານສູງກາງການຄ້າທັນສະໄຫມ ດ້ວຍມູນຄ່າການລົງທຶນຫລາຍກວ່າ 160 ຕື້ກີບ.


   ທ່ານກ່າວຕື່ມວ່າ: ສູນການຄ້າອາຊຽນສ້າງຂຶ້ນໃນເນື້ອທີ່ຫລາຍກວ່າ 30.000 ເຮັກຕາໂດຍໄດ້ອອກແບບມາໃຫ້ເປັນສູນການຄ້າແລະ ທີ່ຢູ່ອາໄສໄປ ພ້ອມໆກັນໃນອາຄານ 11 ຫລັງ ມີທັງຫມົດ 171 ຫ້ອງ ຫລື ສາມາດຮອງຮັບໄດ້ເຖິງ 171 ຄອບຄົວ ເຊິ່ງຈະເຮັດໃຫ້ ສູນການຄ້າອາຊຽນເປັນຊຸມຊົນການຄ້າທີ່ທັນສະໄຫມໃນນະຄອນຫລວງຫລວງວຽງຈັນ ອັນຈະກາຍເປັນທາງເລືອກໃຫມ່ຂອງນັກທຸລະກິດ ແລະ ພໍ່ຄ້າຊາວຂາຍທີ່ຕ້ອງການເຮັດທຸລະກິດການຄ້າ ແລະ ການບໍລິການຕ່າງໆ.


   ປະຈຸບັນການກໍ່ສ້າງອາຄານທັງ 11 ຫລັງແມ່ນສຳເລັດເປັນສ່ວນໃຫຍ່ມີບາງອາຄານກໍ່ໄດ້ມີການຈັບຈອງເປີດທຸລະກິດການຄ້າແລະ ບໍລິການຕ່າງໆໄປແດ່ແລ້ວ ແຕ່ຈະໃຫ້ສຳເລັດສົມບູນກ່ອນວັນກຳມະກອນສາກົນທີ່ຈະມາເຖິງ ໂດຍໄດ້ມີການລົງທຶນໄປບໍ່ຕ່ຳກວ່າ 100 ຕື້ກີບ, ທ່ານປະທານບໍລິສັດວີເອັສພີ ກ່າວເນັ້ນ.


   ທ່ານເນັ້ນຕື່ມວ່າ: ສ່ວນການກໍ່ສ້າງອາຄານສູນກາງການຄ້າທັນສະໄຫມຫນຶ່ງຫລັງໃນໃຈກາງຂອງສູນການຄ້າອາຊຽນ ເຊິ່ງອອກແບບ ເປັນອາຄານ 4 ຊັ້ນ ໃນນັ້ນ ຊັ້ນທີ 1 ເປັນສະຖານທີ່ຈອດລົດມີມູນຄ່າການລົງທຶນປະມານ 60 ຕື້ກີບ ໄດ້ສຳເລັດການປັບປຸງຫນ້າດິນ ແລະ ຈະລົງມືກໍ່ສ້າງຢ່າງເປັນທາງການໃນໄວໆນີ້ ໂດຍຈະໃຫ້ສຳເລັດ ແລະ ເປີດໃຊ້ຢ່າງເປັນທາງການໃນເດືອນມິຖຸນາປີຫນ້າ ແຕ່ຈະ ເລ່ງໃຫ້ສຳເລັດກ່ອນແຜນການ.


   ເມື່ອສູນການຄ້າອາຊຽນສ້າງສຳເລັດຢ່າງສົມບູນໃນກາງປີຫນ້າຈະເຮັດໃຫ້ສູນການຄ້າດັ່ງກ່າວ ເປັນທາງເລືອກຫນຶ່ງໃຫ້ແກ່ນັກທຸລະ ກິດ ແລະ ຊາວຄ້າຂາຍທັງພາຍໃນ ແລະ ຕ່າງປະເທດທີ່ຕ້ອງການເຮັດທຸລະກິດ ແລະ ມີສະຖານທີ່ຢູ່ອາໄສໄປໃນໂຕ.


   ໃນຕອນທ້າຍ ທ່ານ ວິໄຊ ກໍ່ໄດ້ສະແດງຄວາມຮູ້ບຸນຄຸນມາຍັງພັກ ແລະ ລັດຖະບານທີ່ໃຫ້ການຊີ້ນຳໆພາຈົນກ້າວມາເຖິງຈຸດນີ້ ແລະ ສະແດງຄວາມຂອບໃຈມາຍັງສັງຄົມທີ່ໃຫ້ການສະຫນັບສະຫນູນຊົມໃຊ້ຜະລິດຕະພັນຕະຫລອດມາ ແລະ ກໍ່ໄດ້ເຊີນຊວນນັກທຸລະກິດ, ພໍ່ ຄ້າຊາວຂາຍທັງພາຍໃນ ແລະ ຕ່າງປະເທດເຂົ້າມາແວ່ ເບິ່ງສູນການຄ້າຂອງພວກເຮົາສູນການຄ້າອາຊຽນຕັ້ງຢູ່ບ້ານຮ່ອງແກ ເມືອງໄຊ ເສດຖາ ນະຄອນຫລວງວຽງຈັນ.




 



__________________
Vi

Date:

Design ..is very bad ....
Not Beautiful...
ບໍ່ ເປັນ ຕາດຶງດຸດ ໃຈ

__________________
HALL

Date:

Vi wrote:

Design ..is very bad ....
Not Beautiful...
ບໍ່ ເປັນ ຕາດຶງດຸດ ໃຈ





ເບິ່ງມຸມນີ້ບໍ່ງາມ ກໍ່ລອງໄປເບິ່ງອີກມຸມໜຶ່ງ ແລ້ວວີຈະເຫັນວ່າມັນງາມຈັບໃຈ.

__________________
Anonymous

Date:

THIS IS THE CLASSIC BUILDING'S DESIGNER HEAD.
LAOS IS A COUNTRY LIKE TO BE CLASSICCCCCCC... CLASSIC.....



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard