Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອາກອນມູນຄ່າເພີ່ມ ຄືບໍ່ມີຄົນຈົ່ມແດ່
Anonymous

Date:
ອາກອນມູນຄ່າເພີ່ມ ຄືບໍ່ມີຄົນຈົ່ມແດ່


ອາກອນມູນຄ່າເພີ່ມພວມຖືກສົ່ງເສີມ ແລະ ຈັດຕັ້ງປະຕິບັດໃນປັດຈຸບັນ ເຊິ່ງບາງທ່ານກໍ ອາດຈະຍັງສົງໄສວ່າການເກັບອາກອນມູນຄ່າເພີ່ມແມ່ນແນວໃດ? ເພື່ອຈຸດປະສົງຫຍັງ? ມີເປົ້າ ຫມາຍໃດແດ່ທີ່ຈະເຂົ້າໃນລະບົບອາກອນມູນຄ່າເພີ່ມ? ມີຫລາຍທ່ານ ຫລາຍຄົນຕ່າງກໍບໍ່ທັນຫາ ໄດ້ຄຳຊີ້ແຈງອະທິບາຍໃຫ້ແຈ່ມແຈ້ງຕື່ມໃນບັນຫາດັ່ງກ່າວນັ້ນ.

ເພື່ອເປັນການສ້າງຄວາມເຂົ້າໃຈໃນຂັ້ນພື້ນຖານ ຜູ້ຂຽນຂໍສະເຫນີບາງບັນຫາກ່ຽວກັບອາ ກອນມູນຄ່າເພີ່ມຕາມກົດຫມາຍຕໍ່ທ່ານຜູ້ອ່ານ. ອາກອນມູນຄ່າເພີ່ມແມ່ນອາກອນທາງອ້ອມ ທີ່ຄິດໄລ່ເກັບຕາມພູດສ່ວນມູນຄ່າເພີ່ມຂຶ້ນ ຂອງສິນຄ້າ, ເຄື່ອງຂອງ ແລະ ການບໍລິການ ຊຶ່ງເກີດຂຶ້ນໃນທຸກຂະບວນການ ນັບແຕ່ຂອດການ ຜະລິດ, ການຈໍລະຈອນ, ການສະຫນອງບໍລິການໄປຈົນເຖິງການຊົມໃຊ້ ແລະ ເກັບຕາມມູນຄ່າ ສິນຄ້າ, ເຄື່ອງຂອງ ແລະ ການບໍລິການທີ່ນຳເຂົ້າໃນດິນແດນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ການເກັບອາກອນມູນຄ່າເພີ່ມມີເປົ້າຫມາຍແນວໃດ? ໃນກົດຫມາຍວ່າດ້ວຍອາກອນ ມູນຄ່າເພີ່ມຂອງ ສປປ ລາວ ສະບັບເລກທີ 04/ສພຊ ລົງວັນທີ 26 ທັນວາ 2006 ມາດຕາ 8ບັນ ຍັດວ່າແມ່ນສິນຄ້າ, ເຄື່ອງຂອງ ແລະ ການບໍລິການທີ່ນຳໃຊ້ເຂົ້າສູ່ການຜະລິດ, ທຸລະກິດ ແລະ ການຊົມໃຊ້ຢູ່ ສປປ ລາວ ລວມທັງການຊົມໃຊ້ດ້ວຍຕົນເອງ, ການນຳໃຊ້ເຂົ້າໃນກິດຈະການທີ່ບໍ່ ແມ່ນທຸລະກິດ ແລະ ມອບໃຫ້ແກ່ບຸກຄົນອື່ນ ແລະ ຄົນງານຂອງຕົນ ໂດຍບໍ່ຄິດໄລ່ມູນຄ່າແມ່ນເປົ້າ ຫມາຍສິ່ງທີ່ຖືກເສຍອາກອນມູນຄ່າເພີ່ມ. (ສິນຄ້າ ຫລື ວັດສະດຸພັນບາງຢ່າງອາດຈະຖືກຍົກ ເວັ້ນອາກອນມູນຄ່າເພີ່ມ ເບິ່ງມາດຕາ 10 ຂອງກົດຫມາຍວ່າດ້ວຍອາກອນມູນຄ່າເພີ່ມ).

ໃນນີ້ຜູ້ທີ່ມີພັນທະມອບອາກອນມູນຄ່າເພີ່ມແມ່ນບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ດັ່ງ ນີ້:

1. ຜູ້ດຳເນີນທຸລະກິດ ຊຶ່ງປະກອບດ້ວຍຜູ້ດຳເນີນການຜະລິດສິນຄ້າ, ເຄື່ອງຂອງ ແລະ ການບໍລິການ ຊຶ່ງມີລາຍຮັບທຸລະກິດປະຈຳປີສູງກວ່າ ຫລື ເທົ່າກັບທີ່ກຳນົດໃຫ້ເຂົ້າໃນລະບົບອາກອນ ມູນຄ່າເພີ່ມ ຄືສີ່ຮ້ອຍລ້ານກີບ (ເບິ່ງຄືນມາດຕາ 13).
2. ຜູ້ນຳເຂົ້າສິນຄ້າ, ເຄື່ອງຂອງ ແລະ ການບໍລິການທີ່ຖືກເສຍອາກອນມູນຄ່າເພີ່ມ ໂດຍ ບໍ່ຈຳແນກວ່າແມ່ນ ເພື່ອຈຸດປະສົງຂອງການດຳເນີນທຸລະກິດ ຫລື ການຊົມໃຊ້ສ່ວນຕົວ ຊຶ່ງມີລັກ ສະນະຕໍ່ເນື່ອງ ຫລື ເປັນບາງຄັ້ງຄາວ.
3. ຜູ້ທີ່ບໍ່ມີພູມລຳເນົາ ແລະ ບໍ່ໄດ້ຂຶ້ນທະບຽນອາກອນຢູ່ ສປປ ລາວ ທີ່ມີການສະຫນອງບໍ ລິການທຸກໆເທື່ອໃຫ້ແກ່ລູກຄ້າຢູ່ ສປປ ລາວ ລ້ວນແຕ່ຕ້ອງເສຍອາກອນມູນຄ່າເພີ່ມ, ດ້ວຍວິທີການກຳນົດຕົວເລກລາຍຮັບທຸລະກິດ ເພື່ອຄິດໄລ່ມູນຄ່າທີ່ຖືກເສຍອາກອນມູນຄ່າເພີ່ມ ສະເພາະໃນ ພູດສ່ວນທີ່ດຳເນີນການຜ່ານສະຖານທີ່ປະກອບທຸລະກິດຖາວອນຢູ່ ສປປ ລາວ. ເພື່ອເປັນການແກ້ໄຂບັນຫາການເກັບອາກອນຊ້ຳຊ້ອນ, ສະກັດກັ້ນການຮົ່ວໄຫລລາຍຮັບ ງົບປະມານ ແນໃສ່ຊຸກຍູ້ການຜະລິດ ແລະ ການບໍລິການ, ການສົ່ງອອກ, ສົ່ງເສີມການລົງທຶນ ພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ງົບປະມານແຫ່ງລັດເຂັ້ມແຂງ. ສະນັ້ນ, ການເສຍອາກອນ ມູນຄ່າເພີ່ມ ຈຶ່ງແມ່ນພັນທະຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ຊົມໃຊ້ ຫລື ນຳເຂົ້າສິນ ຄ້າ, ເຄື່ອງຂອງ ແລະ ການບໍລິການຕາມລະບຽບກົດຫມາຍຢ່າງຖືກຕ້ອງ ແລະ ຄົບຖ້ວນ.



__________________
Anonymous

Date:

So what do you want?

Every body has to contribute to the country, why do we have to concern about it?


__________________
Anonymous

Date:




yeah, not good for Lao people or company who have earned a little in the business and this will affect them.

but it is good for laos to collect some $$ from this new policy



__________________
Crapftman

Date:
RE: ...


ຈັກຊິເວົ້າຫຍັງລະພໍໃຫ້ເປືອງນ້ຳລາຍ ເວົ້າໄປເພິ່ນກະຊິຍັດຍຽດຄະດີຕໍ່ຕ້ານພັກລັດ, ໄດ້ແຕ່ລັກເວົ້າລັກຈົ່ມທຸກຢູ່ຫ້ອງນ້ຳທໍ່ນັ້ນລະເດີ.

__________________
Anonymous

Date:
RE: ອາກອນມູນຄ່າເພີ່ມ ຄືບໍ່ມີຄົນຈົ່ມແດ່


ເຫັນດີນຳ ເພາະປະເທດຈະພັດຖະນາໃວ (ເບິ່ງ ປະເທດສິງກະໂປ)

ແຕ່ຫາກວ່າ ມີການໂກງກີນ(corruption) ປະເທດລາວຈະແຮງທຸກກວ່າເກົ່າ

ເດັກນ້ອຍລາວ.



__________________
MIZUNO

Date:
RE: ເດັກນ້ອຍລາວ


ຕາບໃດ໋ຊ່າງຫຍິບເຄື່ອງບໍ່ຫຍິບຖົງເສື້ອປິ່ນລົງໃສ່ເສື້ອກຸ໋ຍເຫັ່ງໃຫ້ເຈົ້ານາຍລາວນຸ່ງ ຕາບນັ້ນຍັງຈະມີການໂກງກິນເງິນລັດແນ່ນອນ.

__________________
ຄົນໃຕ້

Date:
RE: ອາກອນມູນຄ່າເພີ່ມ ຄືບໍ່ມີຄົນຈົ່ມແດ່


ເອີກໍຢາກວ່ານຳຢູ່ອາວເອີຍພະນັກງານບາງຄົນກໍຢາກວ່າແມ່ນແທ້ມັກສໍ້ລາດບັງຫຼວງ
ອ່ານຈະເອົາລູກດຽວບໍ່ຄຳນຶງເຖິງປະເທດຊາດຈັກຫນ້ອຍ.ແຕ່ສວ່ນໃຫຍ່ກໍດີ


__________________
Newegg

Date:

ຄົນໃຕ້ wrote:

ເອີກໍຢາກວ່ານຳຢູ່ອາວເອີຍພະນັກງານບາງຄົນກໍຢາກວ່າແມ່ນແທ້ມັກສໍ້ລາດບັງຫຼວງ
ອ່ານຈະເອົາລູກດຽວບໍ່ຄຳນຶງເຖິງປະເທດຊາດຈັກຫນ້ອຍ.ແຕ່ສວ່ນໃຫຍ່ກໍດີ






ການສໍ້ລາດບັງຫລວງກາຍເປັນແຟຊັ້ນໄປແລ້ວ ວ່າແຕ່ມີໂອກາແມ່ນງາບໂລດ. ນ້ຳຂຶ້ນໃຫ້ຮີບຕັກເດີ.

__________________
Anonymous

Date:

This is big time affecting the most small business all over the country.
But, is big time for the government needs the money to pay for their
employees, militaries, polices, teachers ete.....

My counsion is teacher at Ban Namone, Vang Vieng told me that's about
4 months he didn't get pay, because the government has no money.

YAR SOO BIB SOO KHAN LATTABARN HAO LY PHINONG EUY!!!!!
PHERN BOR PHAR PATHET SAD BARN MUONG LOM CHOM DORK.



__________________
Anonymous

Date:

Anonymous wrote:

This is big time affecting the most small business all over the country.
But, is big time for the government needs the money to pay for their
employees, militaries, polices, teachers ete.....

My counsion is teacher at Ban Namone, Vang Vieng told me that's about
4 months he didn't get pay, because the government has no money.

YAR SOO BIB SOO KHAN LATTABARN HAO LY PHINONG EUY!!!!!
PHERN BOR PHAR PATHET SAD BARN MUONG LOM CHOM DORK.





ມັນກະຊິຄືເກົ່າຫັ້ນລະ ຊິຂຶ້ນພາສີມູນຄ່າເພີ້ມ100%ກະຊິບໍ່ມີເງິນມາເບີກໃຫ້ພະນັກງານດອກເພາະເລກສູນຫ້ອຍທ້າຍມັນເຮ່ຍມາແຕ່ກະຊວງ ກາຍມາຮອດແຂວງກະເຮ່ຍອີກ ຮອດເມືອງກະເຮ່ຍອີກ. ເງິນລາຍໄດ້ຂອງລັດຖະບານມີຫລາຍເດີ ໄດ້ມາຈາກການທ່ອງທ່ຽວ ໄດ້ມາຈາກການສຳປະທານທີ່ດິນ ໄດ້ມາຈາກການຂາຍຊັບໃນດິນສິນໃນນ້ຳເຊັ່ນຂາຍບໍ່ແຮ່ ຂາຍໄມ້ ຂາຍໄຟຟ້າ ສ່ວນເງິນຊ່ອຍເຫລືອຈາກສາກົນຫັ້ນບໍ່ນັບ. ໃຫ້ຄິດເບິ່ງເອົາເອງຫັ້ນລະວ່າລາຍຈ່າຍຕ່າງໆຂອງເພິ່ນແມ່ນມີຫຍັງແດ່ ຈ່າຍຈັກເປີເຊັນຂອງລາຍໄດ້?

__________________
ຄົນໃຕ້

Date:

ຕາຍແລ້ວອາວເອີຍຖ້າເລກສູນເຮັ່ຍມາແຕ່ກະຊວງ,ມາເຮັ່ຍຢູ່ແຂວງແລະເມືອງອີກຊາມຊິຮອດຄູ
ບ້ານນອກຈັ່ງຂ້ອຍມັນຊິຍັງຈັກສູນ.ຕາຍຄັກໆສະພໍຂ້ອຍບໍ່ໄດ້ເງິນເດືອນ 3 ເດືອນແລ້ວ.


__________________
Anonymous

Date:

Not only " Khoo Ban Nork " don't get pay but my other counsion is " Nai Phet Ban Nork "
( He's nurse ) called me last night and asked me to send him money. He didn't get pay for 3 months because the government is broke that's what he told me.

The government has the huge incomes from many different projects.
Wher all those money go?



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard