Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໂຄສະນາ ບໍ່ຖືກກາລະ
Anonymous

Date:
ໂຄສະນາ ບໍ່ຖືກກາລະ

ນັກກິລາ ຊາວອິນໂດເນເຊຍ ຖືສາດສະໜາມຸດສະລິມ ບໍ່ກິນເຫຼົ້າກິນເບຍ ເພາະຜິດສິນທໍາ
ແຕ່ມາຮ່ວມຊີເກມຢູ່ລາວ ຖືກໃຫ້ໃສ່ປ້າຍເບຍລາວແຂວນຄໍ ຖ້າບໍ່ໃສ່ ຈະບໍ່ໄດ້ເຂົ້າແຂ່ງຂັນ

ນ່າສົງສານອີຫຼີ

__________________
Anonymous

Date:
RE:

ເສຍໃຈນຳເນີ ຍັງໂຊກດີຢູ່ທີ່ບໍ່ມີຟາມລ້ຽງໝູເປັນຜູ່ອຸບປະຖຳກິລາຊີເກມ ຖ້າບໍ່ຊັ້ນໜັກອີກຕໍ່.

__________________
Anonymous

Date:
RE: ໂຄສະນາ ບໍ່ຖືກກາລະ

ຫມາຍຄວາມວ່າປະເທດລາວແມ່ນປະເທດຂອງພ້ວກຂີ້ເມົາບໍ່ແມ່ນປະເທດຂອງຊາວພຸດ disbelief

__________________
Teacup

Date:
RE: ໂຄສະນາ ບໍ່ຖືກກາລະ

Anonymous wrote:

ຫມາຍຄວາມວ່າປະເທດລາວແມ່ນປະເທດຂອງພ້ວກຂີ້ເມົາບໍ່ແມ່ນປະເທດຂອງຊາວພຸດ disbelief

ຕອນຊຸມປີ1972 ຄະນະຂົນຂວາຍເພິ່ນເຂົ້າມາຂົນຂວາຍຊາວໝຸ່ມຢູ່ໃນບ້ານ ເພິ່ນເວົ້າວ່າຣະບອບສັງຄົມເກົ່າເປັນຣະບອບທີ່ເໜົ່າເໝັນ, ພວກຊາວໜຸ່ມມີການສູບຝິ່ນກິນຊາ ກິນເຫລົ້າເມົາຢາ ມີແມ່ຈ້າງນາງເລງ, ແຕ່ຫລັງຈາກທຸງກາວົງເດືອນປິວສະບັດທົ່ວປະເທດ ຣັດຖະບານພັດທຸມເງິນຕັ້ງ51%ເຂົ້າການຜະລິດເບຍລາວເພື່ອເບື່ອເມົາຊາວໝຸ່ມ, ອະມິດຕະພຸດ!!!!!!!

__________________
Anonymous

Date:
RE: ໂຄສະນາ ບໍ່ຖືກກາລະ

ຄວາມຮູ້ທໍ່ຫາງອຶ່ງນີ້ກາຢາກອອກຄຳຄິດຄຳເຫັນ

__________________
Ching Yeh

Date:

Anonymous wrote:

ຄວາມຮູ້ທໍ່ຫາງອຶ່ງນີ້ກາຢາກອອກຄຳຄິດຄຳເຫັນ

ຢ່າຟ້າວນ້ອຍໃຈເນີ ຄວາມຮູ້ທໍ່ຫາງອື່ງແຕ່ອອກຄຳເຫັນເລື້ອຍໆຄວາມຮູ້ເຮົາອາດຈະຍາວທໍ່ຫາງແຂ້ກໍ່ເປັນໄດ້ເນີ.

__________________
Anonymous

Date:

Teacup wrote:

Anonymous wrote:

ຫມາຍຄວາມວ່າປະເທດລາວແມ່ນປະເທດຂອງພ້ວກຂີ້ເມົາບໍ່ແມ່ນປະເທດຂອງຊາວພຸດ disbelief

ຕອນຊຸມປີ1972 ຄະນະຂົນຂວາຍເພິ່ນເຂົ້າມາຂົນຂວາຍຊາວໝຸ່ມຢູ່ໃນບ້ານ ເພິ່ນເວົ້າວ່າຣະບອບສັງຄົມເກົ່າເປັນຣະບອບທີ່ເໜົ່າເໝັນ, ພວກຊາວໜຸ່ມມີການສູບຝິ່ນກິນຊາ ກິນເຫລົ້າເມົາຢາ ມີແມ່ຈ້າງນາງເລງ, ແຕ່ຫລັງຈາກທຸງກາວົງເດືອນປິວສະບັດທົ່ວປະເທດ ຣັດຖະບານພັດທຸມເງິນຕັ້ງ51%ເຂົ້າການຜະລິດເບຍລາວເພື່ອເບື່ອເມົາຊາວໝຸ່ມ, ອະມິດຕະພຸດ!!!!!!!

ລະບົບປີທີ່ມີພ້ວກຊາວຫນຸ່ມສູ້ບຟິ່ນກິນຊາມັນກະບໍ່ແມ່ນວ່າພ້ວກຣັດຖບານເພິ່ນພາກັນເອົາມາຕິດປ້າຍໂກຊະ
ນາເປັນທາງການຢູ່ຕາມຖະຫນົນຫົນທາງທຸກໆແຈແລະຊວນໃຫ້ປະຊາຊົນພາກັນໃຫ້ຄວາມອຸດຫນູນຄືແບ່ບພ້ວກ
ເພິ່ນພາກັນໃຫ້ຄວາມອຸດຫນູນເບັຽລາວແລະໂຄຊະນາຢ່າງຍິ້ງໃຫ່ຽຢູ່ທຸ່ກໆແຈໂດຍທີ່ວ່າມັນບໍ່ມີຄວາມຫມາຍ
ແລະອານູຫຼັ້ກຂອງປະເທດຕົນເອງຈັກດີ້.

__________________
ຄົນໄຕ້

Date:

ຈັ່ງແມ່ນພາກັນເວົ້າບໍ່ເຂົ້າຮ່ອງເຂົ້າຮອຍແທ້. ການໂຄສະນາມັນເປັນເລື່ອງທຸລະກິດລັດຖະບານເພີ່ນບໍ່ໄດ້ກ່ຽວຂ້ອງ
ສຸດແຕ່ຜູ້ບໍລິໂພກຈະເລືອກເອງຄິດວ່າໃຫ້ໂອກາດແກ່ຜູ້ຊົມໃຊ້ກໍແລ້ວກັນ. ບໍ່ວ່າແຕ່ສາດສະຫນາພຸດ,ສາດສະຫນາຜີຫຼືແມ່ນແຕ່ມຸດສະລິມກໍ່ແດກເຫຼົ້າກັນທັງນັ້ນ. ຢ່າໄປໂທດລັດຖະບານເລີຍ ສຸດແຕ່ທ່ານເອງຈະເລືອກ. ຈະຫນັ່ງແດກເບຍກັນທັງວັນລັດຖະບານເພີ່ນກໍບໍ່ວ່າແຕ່ຖ້າລັດຖະບານຫ້າມບໍ່ໃຫ້ດື່ມເບັຍ,ເຫຼົ້າແລະສິ່ງມືນເມົາຕ່າງຊ້ຳພັດໂທດເພີ່ນວ່າຈຳກັດຄວາມເປັນປະຊາທິປະໄຕ. ຂໍຖາມແດ່ສູຈະເອົາຈັ່ງໃດກັນແທ້, ຂີ້ໃສ່ນ້ຳກໍຜິດຂີ້ໃສ່ບົກກໍຜິດ ???????

__________________
sperm wale

Date:
RE: No one

ຄົນໄຕ້ wrote:

ຂ້ານ້ອຍບໍ່ສາມາດຖຽງທ່ານໄດ້ເພາະສາດສະໜາພຸດເພິ່ນສອນວ່າຄົນລາວຄວນຮັກສາສິນ5 ແຕ່ຄົນລາວເຮົາເໝື່ອຍຖືສິນ ອອກພົ້ນເຂດວັດບໍ່ຮອດກ້າວກໍ່ຮ່າຍເບຍລາວເຂົ້າໄປ. ນີ້ແມ່ນຈຸດອ່ອນຂອງຄະນະກຳມະການກິລາຊີເກມທີ່ອະນຸຍາດຕິດປ້າຍໂຄສະນາເຄື່ອງມືນເມົາໂດຍບໍ່ນັບຖືສິດທິຂອງສາດສະໜາອື່ນ. ງານແຂ່ງຂັນກິລາມະຫາໄລທີ່ຈະມາເຖິງນີ້ຄວນມີການສຶກສາຄົ້ນຄ້ວາໃຫ້ຖີ່ຖ້ວນ ຢ່າເຫັນແກ່ໄດ້ລູກດຽວ.

__________________
Anonymous

Date:
RE: ໂຄສະນາ ບໍ່ຖືກກາລະ

ຈັ່ງແມ່ນເຫງິກຫງາກບໍ່ເຂົ້າທ່າ ຊິໄປເດືອດຮ້ອນຕາງຄົນອື່ນຫຍັງເດ, ຖ້າເຂົາເຈົ້າບໍ່ພໍໃຈ ຕ້ອງມີການປະທ້ວງກ່ອນໜ້ານັ້ນແລ້ວ.

__________________
Anonymous

Date:

Oh my god!
This is Lao people's daily
" SAPHA KAFE "
God loves ityawnyawnyawn

__________________
Anonymous

Date:

Anonymous wrote:

Oh my god!
This is Lao people's daily
" SAPHA KAFE "
God loves ityawnyawnyawn

no one can understand your jibber jabber talk !!!confuse

__________________
Anonymous

Date:

ຄົນໄຕ້ wrote:

ຈັ່ງແມ່ນພາກັນເວົ້າບໍ່ເຂົ້າຮ່ອງເຂົ້າຮອຍແທ້. ການໂຄສະນາມັນເປັນເລື່ອງທຸລະກິດລັດຖະບານເພີ່ນບໍ່ໄດ້ກ່ຽວຂ້ອງ
ສຸດແຕ່ຜູ້ບໍລິໂພກຈະເລືອກເອງຄິດວ່າໃຫ້ໂອກາດແກ່ຜູ້ຊົມໃຊ້ກໍແລ້ວກັນ. ບໍ່ວ່າແຕ່ສາດສະຫນາພຸດ,ສາດສະຫນາຜີຫຼືແມ່ນແຕ່ມຸດສະລິມກໍ່ແດກເຫຼົ້າກັນທັງນັ້ນ. ຢ່າໄປໂທດລັດຖະບານເລີຍ ສຸດແຕ່ທ່ານເອງຈະເລືອກ. ຈະຫນັ່ງແດກເບຍກັນທັງວັນລັດຖະບານເພີ່ນກໍບໍ່ວ່າແຕ່ຖ້າລັດຖະບານຫ້າມບໍ່ໃຫ້ດື່ມເບັຍ,ເຫຼົ້າແລະສິ່ງມືນເມົາຕ່າງຊ້ຳພັດໂທດເພີ່ນວ່າຈຳກັດຄວາມເປັນປະຊາທິປະໄຕ. ຂໍຖາມແດ່ສູຈະເອົາຈັ່ງໃດກັນແທ້, ຂີ້ໃສ່ນ້ຳກໍຜິດຂີ້ໃສ່ບົກກໍຜິດ ???????

ແມ່ນຢູ່ອັນນີ້ແມ່ນການໂຄສະນາກ່ຽວກັບເລື້ອງທູລະກິດທີ່ປະດິດເຫຼົ້າຢາປາແປ້ງຢູ່ໃນປະເທດມັນກໍ່ຕ້ອງຄວນມີ
ຂ້ອບເຂ້ດແລະລະບ່ຽບວີໄນນຳຊັ້ນຕົ້ວບໍະ? ຖ້າຢ່າກໃຫ້ປະເທດລາວເບິ່ງໄປດ້ວຍທາງທີ່ດີມີສະເຫນໄປທາງງົ່ດງາມ ຢູ່ໃນສາຍຕາຂອງນັ່ກທ້ອງທ່ຽວທີ່ມີຄວາມສົນໃຈຢ່າກເຂົ້າໄປທ່ຽວເມືອງລາວ, ແທນທີ່ຈະເປັນປະເທດທີ່ຂຶ້ນ ຊື່ລືຊາວ່າເປັນລະດັບນຶ່ງຂອງໂລ້ກທີ່ເປັນປະເທດຂອງຄົນຂີ້ເມົາຈົ່ນວ່າຢູ່ທີ້ບໃດແຈໃດກໍ່ຕິດແຕ່ປ້າຍໂຄສະນາຂອງ
ເຄື່ອງດື່ມຊູລາທັງນັ້ນ. ນັ່ກທອ້ງທ່ຽວບໍ່ມີຄວາມອອນຊອນນຳເລື້ອງແບບນີ້ນຳເຈົ້າດ່ອກເດີ້ເຜາະຢູ່ບ້ານຂອງເຂົາ ແຮງມີບໍ່ອຶດບໍ່ຢ່າກ, ພ້ວກກະເຈົ້າສົນໃຈຢ່າກຮູ້ວ່າສິ່ງທີ່ເຂົາໄດ້ຍິນວ່າເມືອງລາວເປັນປະເທດທີ່ງາມແບບທຳມະ ຊ້າດແລະເກົ່າແກ່ຂອງຊາວພຸ່ດແລ້ວຜົນລະຂອງປະເທດນີ້ມີຄວາມສະສົມໃນຊ່າດສະຫນານີ້ຊໍ່າໃດ?

__________________
ຄົນໄຕ້

Date:

ຂ້າພະເຈົ້າເຫັນດີນຳທ່ານທີ່ຕ້ອງການອະນຸລັກຂອງເກົ່າຊຶ່ງເປັນວັດທະນະທຳທີ່ດີຂອງຊາດແລະເປັນສິ່ງທີ່ເອກອ້າງຂອງແຂກ
ຕ່າງໃກໄທຕ່າງເມືອງ. ເຖິງຢ່າງໃດກໍຕາມນັກທ່ອງທ່ຽວເກືອບ 99.99% ຍັດເບັຍກັນທັງນັ້ນແຖມບາງຄົນປັ້ນເຊົ້າຕ້ອງແມ່ນ 1ແກ້ວ. ວ່າແຕ່ນັ່ງຮ້ານອາຫານ 1 Lao beer please !!! ແນ່ນອນ
ສາດສະຫນາໃດໃນໂລກໃບນີ້ກໍລ້ວນແຕ່ຕ້ອງການສອນຄົນໃຫ້ເປັນຄົນດີກັນທັງນັ້ນ. ແຕ່ທ່ານກໍສາມາດດັດແປງບາງອັນເພື່ອໃຫ້ແທດເຫມາະກັບສະພານຕົວຈິງ. ຖ້າວ່າບໍ່ໃຫ້ມີການຂາຍເຫຼົາຂາຍເບັຍໃນສະ
ຖານທີ່ທ່ອງຖ່ຽວຕ່າງໆຂ້າພະເຈົ້າຄິດວ່າບັນດາຝັ່ຮງທັງຫຼາຍທີ່ມາທອງທ່ຽວພາກັນລົງແດງຕາຍແນ້ໆ. ພະພຸດທະເຈົ້າສັ່ງສອນໄວ້ໃນສິນ5 ຂໍ້ທີ5ວ່າ ສຸລາເມລະຍະມັດສະປາມາ... ແປວ່າເພີ່ນບໍ່ໃຫ້ດື່ມເຫຼົ້າໃນທີ່ນີ້ຫມາຍວ່າບໍ່
ໃຫ້ຕົກເປັນທາດຂອງສິ່ງມຶນເມົາແບບວ່າ ( ກິນຈົນຫມາຈື່ຫນ້າ) ໃຫ້ຮູ້ຈັກຄວາມພໍດີພໍງາມຊັ້ນດອກອາວເອີຍ.

ເລື້ອງເມືອງລາວເຮົາພາກັນຊື້ພາກັນຂາຍແລະດື່ມສຸລາທັງນັ້ນ, ມັນກະບໍ່ເປັນບັນຫາອັນຫຍິ້ງໃຫ່ຽດ່ອກ, ມີແຕ່ ຂໍພຽງວ່ານຳການໂງຊະນາສິ່ງຂອງພ້ວກນີ້ທີ່ມີຢູ່ທົ່ວທີ້ບທົ່ວແຈຮັ້ນນ້າ, ມັນເຮັດໃຫ້ສັງຄົມແລະປະເທດເຮົາເບິ່ງ ໄປທາງແບບບໍ່ຈົບບໍ່ງາມແລະບໍ່ມີກາລະເທສະນຳອີ່ກດ້ວຍ,ແລ້ວກໍ່ຄືວ່າຜູ້ໃຫ່ຽຂອງປະເທດເຮົາພາກັນລັບຕາອັດ ຫູຢູ່ແລະບໍ່ມີຄວາມຫົວຊານຳການເປັນຢູ່ໃນປະເທດຂອງຕົນເອງນັ້ນອີ່ກ, ຊໍ້າບໍ່ຫນຳຍັງນຳເອົາປ້າຍຂອງເບັຽນັ້ນ
ຕິດຢູ່ຫນ້າເອິກຂອງນັ່ກກິ່ລານຳອີ່ກຄືວ່າເປັນການສົ່ງເສີມແລະສຸ້ກຢູ້ໃຫ້ນັ່ກກິລາບໍ່ວ່ານອ້ຍຫຼືໃຫ່ຽໃຫ້ພາກັນ  ມີຄວາມເຂົ້າໃຈວ່າເບັຽນີ້ເປັນຂອງດື່ມທີ່ມີຄຸນນະພ້າບຢ່າງທີ່ດີໃຫ້ແກ່ຮ່າງກາຍຂອງນັ່ກກິລາທົ່ວໆໄປ. ແທນທີ່ຈະເປັນສິ່ງທີ່ນຳພາໃຫ້ສຸກກະພ້າບແລະຮ່າງກາຍຂອງນັ່ກກິລາມີຄວາມອ່ອນແອແລະເສັຽຊະຕິ
ໃນການຫຼິ້ນກິລາພ້ອມອີ່ກດ້ວຍ.

__________________
Potato Couch

Date:
RE: 7°

ຮົ້ວວັດ ຮົ້ວໂຮງຮຽນ ໂຮງໝໍບໍ່ຄວນເອົາປ້າຍໂຄສະນາເບຍໄປຕິດ.

__________________
Anonymous

Date:
RE: ໂຄສະນາ ບໍ່ຖືກກາລະ

ກະຊິໂພດຕິເບ໊າະວັດວາອາຮາມ ໂຮງຮຽນ ໂຮງໝໍກະຊິບໍ່ຈົ່ງ. ຢູ່ບ້ານຂ້ອຍປ້າຍໂຄສະນາຢາສູບແລະເຄື່ອງດື່ມທີ່ມີເຊື້ອເຫລົ້າຕ້ອງຢູ່ຫ່າງໄກຈາກຂອບເຂດໂຮງຮຽນຢ່າງນ້ອຍ500ຟີດຫລື152ແມັດ.

ທຳມະດາມັນຄວນຈະເປັນຈັ່ງຊີ້ຮັ້ນລະ. ທີ່ຈິງແທ້ສຳລັບເດັກຜູ້ອາຍຸບໍ່ຍັງບໍ່ທັນ 21 ປີເທື່ອແລະຍັງ
ຮໍ່າຮຽນຢູ່ກ່າບໍ່ຄວນແມ້ນແຕ່ຖືກ່ວດເບັຽອີ່ກຖ້າບໍ່ຢ່າກໃຫ້ມີການສະນັບສະຫນູນ
ໃຫ້ເດັກນ້ອຍຂອງເຮົາພາກັນມົວເມົາທັງຫຼາຍຢູ່ໃນສັງຄົມລາວເຮົານີ້.

__________________
Anonymous

Date:

ຖ້າບໍ່ພີມຊື່ ເບັຍລາວ ໃສ່ປ້າຍນັ້ນແລ້ວທ່ານຈະໃສ່ຊື່ພໍ່ຂອງທ່ານໃສ່ບໍ່? 
   ແຕ່ ເບັຍລາວ ເປັນຜູ້ຈ່າຍເງີນ.

   ພຽງແຕ່ຊື່ສິນຄ້າເທົ່ານັ້ນທີ່ເພິ່ນພີມໃສຫັ້ນ. ບໍ່ເຫັນວ່າ ບອກໃຫ້
   ດື່ມເບັຍລາວ ຊໍ້າ.  ຂ້ອຍບໍ່ເຂົ້າໃຈວ່າ ສຫມອງຂອງທ່ານ ກຳລັງຄິດຫຍັງ
   ຢູ່ປະເທດໃດ ກາມີໂຄສະນາ ເຫລົ້າ-ເບັຍ ຄືກັນຫມົດ ແຕ່ກໍມີຂອບເຂດ.
   ແລ້ວແຕ່ກົດຫມາຍ.

ເດັກນ້ອຍລາວ  

ເອີ້ເອົາຊື່ຂອງພໍ່ເຮົາພິມໃສ່ຕາງຊື່ແລະຮູ້ບເບັຽກ່າດີຄືດັ່ງຄວາມໂຕແນະນຳຮັ້ນເພື່ອໂຕຈະໃດ້ເອົາໄປຕິດຢູ່ເຖິງ.
ຫົວບ່ອນນອນຂອງພໍ່ແລະແມ່ຂອງໂຕແລ້ວກໍ່ຈະພາກັນໃດ້ກ່າບແລະໄວ່ທຸກໆມື້ທຸກງຄໍ່າເດີ້ບັກຫຳນ້ອຍ.
ແລ້ວກັນກ່າຢ່າກບ່ອກໃຫ້ໂຕຮູ້ວ່າທຳມະຊ້າດຂອງມະນຸດຮັ້ນພຽງແຕ່ເຫັນຮູ້ບໂຄສະນາຂອງເບັຽບໍ່ຈຳເປັນຈະບ່ອກ.
ໃຫ້ຄົນດື່ມຄົນກໍ່ຮູ້ຈັກດື່ມເອົາເອງເຫມືອນກັນກັບໂຕຄວຍໂຕງວາເຫັນຫຍ້າຮັ້ນລະແຕ່ຄົນບໍ່ບ່ອກໃຫ້ມັນກິນມັນ ກໍ່ຍັງຮູ້ຈັກກິນເອົາເອງ. ອັນທີ່ເວົ້າວ່າປະເທດອື່ນມີໂຄສະນາເບັຽຄືກັນຮ່າກແຕ່ວ່າກະເຈົ້າກໍ່ມີລະບ່ຽບດີບໍ່
ແມ່ນຊີ່ຕິດປ້າຍໂຄສະນາຢູ່ທົ່ວທີ້ບທົ່ວແດນຄືເມືອງລາວເຮົາຮັ້ນມັນອຶກກະຖຶກກັນໂພ້ດ.  ຂະຫນ້າດຢູ່ຕາມບໍລິເວນວັດວາອາຮາມ, ໂຮງຫມໍ, ແລະຕ່ອນຫນ້າຮວ້າປະຕູຂອງ culter hall ກະຍັງເວັ້ນໄວ້ບໍ່ໃດ້ຂອ້ຍກະບໍ່ສົນໃຈຂ້ອຍຕິດແມ່ມັນເມິດ, ອັນນີ້ແມ່ນການໂຄສະນາຂອງພໍ່
ຄ້າຫນ້າເລື້ອດທີ່ບໍ່ມີຄວາມເພື່ອແຜ່ແລະກາລະເທສະເທົ່ານັ້ນ.

ພໍ່ຂ້ອຍຊື່ ສາລີ ເພິ່ນເສັຍຊີວິດໃດ້ຫລາຍປີແລ້ວ ຂ້ອຍກະກາບໄຫວ້ເພິ່ນຕະລອດມາ ບໍ່ຂາດ. ໃສ່ຊື່ພໍ່ທ່ານຄົນດຽວຊະ

 ຄັນວ່າຈັ່ງຊັ້ນ ເຈົ້າຫນ້າທີ່ ທີ່ຮັບຜິດຊອບເລື່ອງນີ້ ເພີ່ນອາດຈະດີໃຈຫລາຍທີ່ລາວຈະໄດ້ເປັນ
ເຈົ້າພາບ ເພີ່ນເລີຍບໍ່ເຫັນວ່າ ຄວນ ຫຼືບໍ່ຄວນ.

 ຄັນສິເອົາ ບໍຣິສັດ ນ້ຳປາລາວ ມາສະນັບສະຫນູນ ເພີ່ນຊ້ຳຜັດບໍ່ມີເງິນຫລາຍ.
 
 ສະໃຫມກ່ອນ 1975 ຣັດຖະບານລາວ ບໍ່ເຄີຍມີປະຊາຊົນຕ້ອງຕິ ເພາະວ່າ ເພີ່ນບໍ່ເຮັດ ແລະບໍ່ກ້າເຮັດຫຍັງເລີຍ. ສະແດງວ່າສະຫລາດຫລາຍ ຮູ້ຈັກຮັກສາຫນ້າ.

 ເດັກນ້ອຍລາວ.

__________________
:D

Date:
RE: ເດັກນ້ອຍລາວ

ກ່ອນປະ1975 ເຂົາກໍ່ມີການໂຄສະນາສິນຄ້າຫລາຍປະເພດເຊັ່ນ: ເກີບຟອງນ້ຳກາ3ດາວ, ຢາອາແດງ, ນ້ຳຫວານ, ນ້ຳປາກາຮວງຄຳ, ແປ້ງນົວກາໄກ່...ແຕ່ບໍລິສັດເຫລົ່ານີ້ເປັນຂອງເອກະຊົນລັດບໍ່ມີສ່ວນຮ່ວມ.

__________________
ຄົນໃຕ້

Date:
RE: ໂຄສະນາ ບໍ່ຖືກກາລະ

ໂອຍເອົາກັນໄປໃຫຍ່ແລ້ວບາດນີ້ຮອດເອົາຊື່ພໍ່ກັນມາຫຼິ້ນ. ກະຍັງວ່າການໂຄສະນາມັນກໍຕ້ອງຕິດໃສ່ບ່ອນທີ່ມີຊຸມຊົນຫຼືບ່ອນທ່ອງທ່ຽວຫັ້ນຕົວ.ຊິໄປຕິດ
ຢູ່ຫຼັງພູເບັ້ຍແມ່ນຜູ້ໃດຊິຊັກຕາຍໄປອ່ານ.

__________________
Lexro

Date:
RE: ຄົນໃຕ້

ຢູ່ຫລັງພູເບ້ຍກະແມ່ນພວກໄປຂຸດຄຳຫັ້ນເດ໋ອ່ານນະ ພວກນີ້ແຮງມີເງິນຫລາຍຕົ໊ວະ

__________________
Anonymous

Date:
RE: ໂຄສະນາ ບໍ່ຖືກກາລະ

ຄົນໃຕ້ wrote:

ໂອຍເອົາກັນໄປໃຫຍ່ແລ້ວບາດນີ້ຮອດເອົາຊື່ພໍ່ກັນມາຫຼິ້ນ. ກະຍັງວ່າການໂຄສະນາມັນກໍຕ້ອງຕິດໃສ່ບ່ອນທີ່ມີຊຸມຊົນຫຼືບ່ອນທ່ອງທ່ຽວຫັ້ນຕົວ.ຊິໄປຕິດ
ຢູ່ຫຼັງພູເບັ້ຍແມ່ນຜູ້ໃດຊິຊັກຕາຍໄປອ່ານ.

ຮົງຫມໍກັບວັດວາອາຮາມແມ່ນເປັນບ່ອນນັ່ກທ້ອງທ່ຽວມື້ໃດວ່າ?
ສ່ວນວັດລາງບອ່ນອ່າດຈະມີນັ່ກທ້ອງທ່ຽວໄປຢ້ຽມໄປເບິ່ງແຕ່ກະບໍ່ຄວນຈະເປັນ
ບ່ອນຈຸດເປົ້າຫມາຍສຳລັ່ບບ່ອນໂຄສະນາຂອງສິນຄ້າໃນປະເພ້ດທີ່ເປັນຂອງທີ່
ທຳລາຍຮ່າງກາຍແລະຊະຕິປັນຍາຂອງມະນຸດ, ເຜາະມັນເປັນການສະເເດງໃຫ້
ນັ່ກທ້ອງທ່ຽວເບິ່ງວ່າຄົນລາວເປັນຊາວພຸດທີ່ບໍ່ມີສິນທຳແລະບໍ່ມີຄວາມນັ່ບຖືໃຫ້
ແກ່ວັດຂອງຕົນເອງທີ່ເປັນບ່ອນໃຫ້ຊາວພຸດທັງຫຼາຍເຂົ້າໄປໄວ່ພະແລະຟັງທຳທັງນັ້ນ.
ແຕ່ພ້ວກຊ່າດສະຫນາ Catholic & Christian ເຂົາຍັງບໍ່ໃຫ້ມີປ້າຍໂຄຊະ
ນາສິ່ງໃດໆກໍ່ຕາມແມ່ນບໍ່ໃຫ້ຕິດໂຄຊະນາຢູ່ອ້ອມແອ້ມວັດຂອງກະເຈົ້າຈັກດີ້. ເຂົາເອ້ແຕ່ຮູ້ມງາມໆກ່ຽວກັບແຕ່ເລື້ອງຊ່າດຊະຫນາຂອງກະເຈົ້າເພາະເຂົາໃຫ້ກ່ຽດ
ແລະຖືວ່າອັນນີ້ແມ່ນເຮືອນຂອງພະເຢຊູຂອງກະເຈົ້າແລ້ວຊາວພຸດເຮົາເດ້ຄວນບໍ້ຈະ
ໃຫ້ຊ່າດສະຫນາເຮົາເບິ່ງຕ້ອຍຕໍ່າແລະຍອມໃຫ້ພ້ວກພໍ່ຄ້າໃຊ້ເງິນເປັນອິດຕິພົນແລະບັງ
ຂັບຈິໃຈຂອງຊາວພຸດທັງຫຼາຍຈົນຫລົງລືມຄວາມສຳຄັນໃນຊ່າດສະຫນາຂອງຕົນເອງ.

__________________
Anonymous

Date:

Lexro wrote:

ຢູ່ຫລັງພູເບ້ຍກະແມ່ນພວກໄປຂຸດຄຳຫັ້ນເດ໋ອ່ານນະ ພວກນີ້ແຮງມີເງິນຫລາຍຕົ໊ວະ

ຜູ້ນີ້ມີສະຫມອງດີຫຼາຍsmile

__________________
ຄົນໃຕ້

Date:

ໂອຍບ່າວເອີຍ ອັນທີ່ຂ້ອຍເວົ້າຫມາຍຄວາມວ່າແຫຼ່ງທ່ອງທ່ຽວເຊັ່ນວັງວຽງ,ແລະບັນດາແຫຼ່ງນ້ຳຕົກອື່ນໆ.ຂ້ອຍບໍ່ໄດ້ຫມາຍວ່າວັດແລະໂຮງຫມໍຈັກດີ້. ຢູ່ວັດໃດໂຮງຫມໍ
ໃດ?ທີ່ມີປ້າຍໂຄສະນາເບຍລາວ.ນອກຈາກວ່າວັດໃດທີ່ມີກຳແພງຕິດຫຼືໃກ້ກັບບັນດາຮ້ານອາ
ຫານຫຼືໂຮງແຮມເທົ່ານັ້ນ.ຄວາມຫມາຍບໍ່ແມ່ນຈະຕິດໃສ່ວັດແຕ່ມັນອາດຈະໃກ້ກັນນ້ອນຫນຶ່ງ
ທໍ່ນັ້ນດອກອາວ.

__________________
Anonymous

Date:

I saw Beer Lao and cigarette posters posted next to a school building in Luang Prabang. A directer of that school ask the city to remove them so many times but, nothing is happen.

Is bad for the kits

ຈັ່ງໃດກໍ່ຕາມ, ວ່າແຕ່ມັນຢູ່ໄກ້ກັບບໍລິເວນທີ່ໄດ້ກ່າວມາຄືໂຮງຫມໍ,ບ່ອນໃດມີເດັກເລັ່ກເດັກນອ້ຍທີ່ອາຍຸຍັງບໍ່ຮ້ອດຫຼືກາຍກະສຽນ ເປັນຕົ້ນ ແມ່ນຢູ່ ອ້ອມແອ້ມ ໄກ້ບໍລິເວນ ຂອງໂຮງຮຽນ,ແລະວັດວາອາຮາມທັງເມິດ. ແມ່ນບໍ່ຄວນ ແທ້ໆ, ແມ້ນ ແຕ່ເຖິງອ່າດ ຈະມີນັ່ກທ້ອງທ່ຽວ ໄປຢ້ຽມໄປຢາມກໍ່ຕາມ, ເບິ່ງແລ້ວມັນກໍ່ຍ້ອນວ່າຄົນລາວເຮົາບໍ່ເຄີຍຖື ແລະມີຄວາມຫົວຊາ ໃນເລື້ງແບ່ບນີ້ເຜາະວ່າຜູ້ໃຫ່ຽເຮົາບໍ່ເຄີຍເອົາເລື້ອງນີ້ມາໂອ່ບລົມແລະຊັ່ງສອນໃຫ້ຮູ້ຈັກ ເຫມືອນ ສັງຄົມອຶ່ນທົ່ວໆໄປເຜາະວ່າພວ້ກຜູ້ໃຫ່ຽຂອງກະເຈົ້າມີຄາມສົນໃຈໃນເລື້ອງ ລະບ່ຽບວິໃນແລະການເປັນຢູ່ຂອງປະເທດແລະສັງຄົມຂອງກະເຈົ້າເຜາະວ່າກະເຈົ້າຢ່າກໃຫ້ປະຊາຊົນຂອງກະເຈົ້າ
ໃຫ້ພາກັນມີລະບ່ຽບລ້ຽບລ້ອຍມີກາລະເທສະເພື່ອໃຫ້ປະເທດຊ້າດບ້ານເມືອງຂອງເຂົາເບິ່ງໄປດ້ວຍຄວາມງົ່ດງາມ, ມີຄວາມສີວິໄລແລະຈະເລີນຮູ່ງເຮືອງເພື່ອດູ່ດດຶງໃຫ້ນັ່ກທ້ອງທ່ຽວຈ່າກຫຼາຍໆປະເທດມີຄວາມສົນໃຈຢ່າກເຂົ້າໄປ
ທ່ຽວແລະຮຽນຮູ້ປະເພນີຫຼືສິ່ງແວ້ດລອ້ມຢູ່ໃນປະເທດຂອງເຂົາ.
ເຜາະຊະນັ້ນລາວເຮົາຕອ້ງຄວນເອົາໃຈໄຊ່ແລະໃຊ້ເວລາໃຫ້ຄຶດຂັກໆກ່ອນຈະເຮັນຫັຍງເພື່ອໃຫ້ມີຄວາມລ້ອບຄ້ອບ
ແລະມີກ່າລະເທສະເພືອອານາຄົ່ດຂອງປະເທດລວມທັງປະຊາຊົນຂອງເຮົາ.

__________________
Anonymous

Date:

Anonymous wrote:

I saw Beer Lao and cigarette posters posted next to a school building in Luang Prabang. A directer of that school ask the city to remove them so many times but, nothing is happen.

Is bad for the kits

Only a well educated person like you can acknowledge that this is very bad to expose kid in this kind of environment instead of selfishly put only the important in making businesses for you-self like those conscienceless vultures .

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard